ມີການລັກຈັບຜູ້ຍິງຢູ່ ມ.ເຟືອງ ຂ.ວຽງຈັນ

ທີ່ຜ່ານມາ ໄດ້ຍິນ ຂ່າວວ່າ ມີການ ລັກຈັບ ເດັກນ້ອຍ ແຕ່ ເຫດການ ທີ່ ເກີດຂຶ້ນຢູ່ ເມືອງເຟືອງ ແຂວງ ວຽງຈັນ ແມ່ນ ເຫດການ ລັກພາຕົວ ຜູ້ຍິງ ບໍ່ຮູ້ຊື່ ແຕ່ກໍ ໂຊກດີ ໜີໄດ້.

ຜູ້ຍິງທີ່ຖືກ ເຄາະຮ້າຍ ລັກພາຕົວ ກໍາລັງຢູ່ໃນການ ເບິ່ງແຍງ ຂອງ ນາຍໝໍ Screen shot from ວິດີໂອ Inpone Maniseng

 

ທີ່ຜ່ານມາ ໄດ້ຍິນ ຂ່າວວ່າ ມີການ ລັກຈັບ ເດັກນ້ອຍ ແຕ່ ເຫດການ ທີ່ ເກີດຂຶ້ນຢູ່ ເມືອງເຟືອງ ແຂວງ ວຽງຈັນ ແມ່ນ ເຫດການ ລັກພາຕົວ ຜູ້ຍິງ ບໍ່ຮູ້ຊື່ ແຕ່ກໍ ໂຊກດີ ໜີ ໄດ້.

ເຫດການ ເກີດຂຶ້ນ ໃນ ວັນທີ 24 ມິຖຸນາ ທີ່ ຜ່ານມາ ເມື່ອ ຜູ້ຍິງ ຄົນນຶ່ງ ໄປຢ້ຽມຢາມ ໝູ່ ຢູ່ໂຮງໝໍ ເມືອງເຟືອງ ແລະ ໃນຂະນະ ທີ່ລາວ ກຳລັງ ໄປຊື້ຢາ ກໍມີຣົດ ຕູ້ສືດຳ ບໍ່ມີປ້າຍ ທະບຽນ ຂັບມາ ແລ້ວ ມີຄົນລົງ ຈາກ ຣົດ ພຍາຍາມ ຈະດຶງລາວ ຂຶ້ນຣົດ ທັງໃຊ້ ຢາສລົບ ປະກົບໜ້າ ລາວ ແຕ່ວ່າ ລາວ ພຍາຍາມ ຕໍ່ສູ້ ຂັດຂືນ. ປະຊາຊົນ ທ່ານນຶ່ງ ຢູ່ເມືອງ ເຟືອງ ໄດ້ກ່າວຕໍ່ ນັກຂ່າວ ເອເຊັຍ ເສຣີວ່າ:

"ລາວກຳລັງ ໄປຊີື້ຢາ ຊີ້ຢາ ໃຫ້ຂະເຈົ້າ ຣົດຕູ້ ສີດຳ ມາດຶງແຂນລາວ ເຂົ້າໄປໃນຣົດ ລາວກະຂັດຂືນ ຫັ້ນລະ ແລ້ວ ເອົາຢາສລົບ ຟາດໃສ່ລາວ ເອົາຢາສລົບ ມົບດັງລາວ ແລ້ວລາວ ກະຂັດຂືນ ລາວກະຝຶດ ຝຶແລ້ວ ລາວກະອອກ ຈາກຣົດ ໄດ້ແລ້ວ ລາວກະອອກ ຈາກຣົດ ລາວກະເອີ້ນ ພວກທະຫານ ມາຊ່ວຍ ເຂດນັ້ນລະ ໂຕນີ້ມັນເປັນ ໂຮງໝໍ ທະຫານ ເອີ້ນທະຫານ ມາຊ່ວຍແລ້ວ ເຂົາເຈົ້າ ຂ້ຽວຂີ່ ຣົດໜີ".

ຍັງມີ ຣາຍງານ ອີກວ່າ ຫລັງຈາກ ທີ່ ລາວໜີອອກ ມາໄດ້ລາວ ກໍຮ້ອງ ໃຫ້ຄົນມາຊ່ວຍ ຈາກນັ້ນ ລາວ ໝົດສະຕິ ແລະ ຖືກນຳສົ່ງມາ ຮັກສາຕົວ ຢູ່ໂຮງໝໍ.

ຕໍ່ມາກໍມີ ພາບ ວີດີໂອ ຕອນທີ່ຜູ້ຍິງ ຄົນນັ້ນ ກຳລັງ ນອນ ຮັກສາຕົວຢູ່ ໂຮງໝໍ ເມືອງເຟືອງ ກໍຖືກ ເຜີຍແຜ່ ຢູ່ໃນ ສື່ສັງຄົມ ອອນລາຍ ຫລື ເຟັສບຸກ. ແລະ ມີ ປະຊາຊົນ ອີກທ່ານນຶ່ງ ໄດ້ກ່າວ ຢືນຢັນ ຢູ່ໃນ ວີດີໂອ ວ່າ:

"ອັນນີ້ລະ ແມ່ນ ຄວາມຈິງ ໃຫ້ເຮົາ ຮັບຮູ້ ນຳກັນ ໃຫ້ຮັກສາ ລູກ ຮັກສາຫລານ ແທ້ ອັນນີ້ ເຫດການ ທີ່ເກີດຂຶ້ນຢູ່ ອັນນີ້ຖືວ່າ ຖືກພວກ ທີ່ ລັກພາຕົວ ເດັກນ້ອຍ ມີເດັກນ້ອຍ ຢູ່ໃນຣົດ 5 - 6 ຄົນ ລະກະພ້ອມ ດ້ວຍຜູ້ນີ້ ລະກະ ເອົາ ໄຟຟ້າຈີ້ ລະ ກໍສັກຢາ ບໍ່ຮູ້ເມື່ອ ຫຍັງອັນນີ້ ອັນນີ້ແມ່ນ ຄວາມຈິງ ແລະ ກະມີອ້າຍນ້ອງ ທະຫານ ມາສົ່ງ".

ຊາວບ້ານ ຍັງກ່າວຕື່ມ ອີກວ່າ ອີງຕາມການ ບອກເລົ່າ ຂອງ ຜູ້ຍິງ ທີ່ ໜີ ອອກມາໄດ້ ນັ້ນ ລາວ ເຫັນວ່າ ມີເດັກນ້ອນ ທີ່ ຖືກລັກພາຕົວ ຢູ່ໃນຣົດຕູ້ ຄັນດັ່ງກ່າວ 5 ຫາ 6 ຄົນ. ຢູ່ ປະເທດລາວ ມີຂ່າວ ການລັກ ພາຕົວ ເດັກນ້ອຍ ເກີດຂຶ້ນ ໃນເດືອນ ພືສພາ ຜ່ານມາ ຈົນເກີດເປັນ ຂ່າວດັງ ຈົນມາຮອດ ປັດຈຸບັນ.

ຈົນໃນວັນທີ 17 ມິຖຸນາ ທີ່ ຜ່ານມາ ຫ້ອງວ່າການ ຣັຖບານ ໄດ້ອອກ ແຈ້ງການ ໄປຍັງ ກະຊວງ ປ້ອງກັນ ຄວາມສງົບ ເພື່ອ ໃຫ້ເຂົ້າມາ ແກ້ໄຂດ່ວນ ເພາະ ເປັນ ອາສຍາກັມ ຂ້າມຊາດ ທີ່ ຮ້າຍແຮງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org