ປະຊາຊົນໃນຫຼາຍແຂວງຂອງລາວ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ເລີ່ມຕັ້ງແຕ່ ເດືອນສິງຫາ 2024 ທີ່ຜ່ານມາ ຍັງຕ້ອງການ ການຊ່ອຍເຫຼືອ ເຖິງແມ່ນວ່າ ຈະໄດ້ຮັບການຊ່ອຍເຫຼືອ ຈາກທາງການແດ່ແລ້ວ ແຕ່ກໍຍັງບໍ່ພຽງພໍ ຍ້ອນພວກເຂົາເຈົ້າ ຍັງເພິ່ງພາຕົນເອງບໍ່ໄດ້ ໂດຍສະເພາະ ຊາວບ້ານ ຢູ່ບ້ານຜາບ່ອງ ເມືອງຄອບ ແຂວງໄຊຍະບູລີ ທີ່ເຮືອນຊານເປ່ເພ ຊັບສິນ ແລະເຄື່ອງໃຊ້ສອຍຕ່າງໆ ຖືກຂີ້ຕົມທັບຖົມໃຊ້ການບໍ່ໄດ້ ແລະ ມາເຖິງປັດຈຸບັນ ຊາວແຂວງຫຼວງນໍ້າທາ ຈຳນວນຫຼາຍບ້ານກໍ່ຖືກຜົນກະທົບຈາກນໍ້າຖ້ວມເຊັ່ນກັນ ໃນວັນທີ 9 ເດືອນກັນຍາ ທີ່ຜ່ານມາ ສ້າງຄວາມເສຍຫາຍ ຕໍ່ປະຊາຊົນ ຢ່າງໜັກໜ່ວງ.