ຊາວເມືອງມະຫາໄຊຂໍໃຫ້ ຊ່ອຍເຫຼືອ

ໄມຊູລີ
2015.07.27
F-Flood-TK ສະພາບນໍ້າຖ້ວມ ແຂວງຄໍາມ່ວນ
Citizen Journalist

ປະຊາຊົນ ກວ່າ 10 ໝູ່ບ້ານ ທີ່ ອາສັຍ ຢູ່ ຕາມ ແຄມນໍ້າ ເຊບັ້ງໄຟ ເມືອງ ມະຫາໄຊ ແຂວງ ຄໍາມ່ວນ, ກໍາລັງ ລໍຖ້າ ການ ຊ່ອຍເຫຼືອ ພຽງຂັ້ນ ພຶ້ນຖານ ຈາກ ທາງການ ປົກຄອງ ເມືອງ, ຍ້ອນ ນໍ້າ ເຊບັ້ງໄຟ ຍັງສູງຂຶ້ນ ແລະ ໄຫລຖ້ວມ ບ້ານ ເຮືອນ ຂອງ ພວກເຂົາເຈົ້າ, ແລະ ມາຮອດ ປັຈຈຸບັນ ກໍຍັງບໍ່ມີ ຣາຍງານ ຂອງ ຄວາມເສັຽຫາຍ ໄດ້ ຢ່າງ ແນ່ນອນ ເທື່ອ. ດັ່ງ ເຈົ້າໜ້າທີ່ ເມືອງ ມະຫາໄຊ ເວົ້າວ່າ:

“ບ້ານ ທີ່ຢູ່ ຟາກ ມັນຕໍ່າ ໄດ້ໄຫລເຂົ້າ ກາງບ້ານ ໝົດແລ້ວ, ບ້ານທີ່ຢູ່ ໃກ້ແຄມເຊ ຫັ້ນນະ ສັງລວມ ມາແລ້ວ ປະມານ 10 ປາຍ ບ້ານ ນີ້ລະ, ເພິ່ນ ປະເມີນ ຍັງບໍ່ທັນ ໄດ້ນະ ກ່ຽວກັບ ການ ເສັຽຫາຍ”.

ທ່ານ ກ່າວ ຕໍ່ໄປວ່າ, ໃນຕອນເຊົ້າ ຂອງ ວັນທີ 24 ກໍຣະກະດາ ນີ້ ຣະດັບ ນໍ້າ ເຊບັ້ງໄຟ, ຢູ່ ກາຍຂີດ ເຕືອນພັຍ ແລະ ໄຫລເຂົ້າ ເຮືອນ ຂອງ ຊາວບ້ານ, ເຮັດໃຫ້ ບໍ່ສາມາດ ເດີນທາງ ໄປມາ ຕາມ ເສັ້ນແຄມນໍ້າ ເຊບັ້ງໄຟ ໄດ້, ເພາະ ຖືກນໍ້າ ຖ້ວມໝົດ. ເຈົ້າໜ້າທີ່ ທາງການ ຈະເຂົ້າໄປ ໃຫ້ການ ຊ່ວຍເຫລືອ ກໍ ລໍາບາກ.

ນອກຈາກ ນັ້ນແລ້ວ ນໍ້າກໍໄຫລ ເຂົ້າຖ້ວມ ພື້ນທີ່ ປູກເຂົ້າ ຫລາຍ ເຮັກຕາ, ເຮັດໃຫ້ ຕົ້ນເຂົ້າ ທີ່ ຫາກໍປູກ ຈົມນໍ້າ ເກືອບໝົດ, ແຕ່ຍັງ ບໍ່ສາມາດ ຮວບຮວມ ຄວາມ ເສັຽຫາຍ ໄດ້ເທື່ອ. ເຖິງຢ່າງໃດ ກໍຍັງ ໂຊກດີ ທີ່ນໍ້າ ຍັງບໍ່ໄຫລ ຮອດ ໂຮງໝໍ ໂຮງຮຽນ ແລະ ຫ້ອງການ ຕ່າງໆ ໃນ ໂຕເມືອງ.

ເຈົ້າໜ້າທີ່ ທ່ານນີ້ ກ່າວ ມ້ວນທ້າຍ ວ່າ, ປັຈຈຸບັນ ກໍມີ ເຈົ້າໜ້າທີ່ ຫຼາຍ ພາກສ່ວນ ຂອງລາວ ກໍາລັງ ຫາລື ກັນ ກ່ຽວກັບ ແຜນ ຊ່ວຍເຫລືອ ປະຊາຊົນ ຜູ້ ປະສົບພັຍ, ແລະ ຄາດວ່າ ໃນທ້າຍ ສັປດາ ນີ້ ຈະສາມາດ ອອກໄປ ກວດກາ ໄດ້ ຕາມແຜນ ຖ້າວ່າ ຣະດັບນໍ້າ ເຊບັ້ງໄຟ ຫລຸດລົງ ແລະ ສາມາດ ເດີນທາງ ຕາມ ປົກະຕິ ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.