ນໍ້າຖ້ວມເມືອງເຊໂປນ
ເກີດເຫດນໍ້າຖ້ວມ ກະທັນຫັນ ໃນ ຫຼາຍບ້ານ ຢູ່ ເມືອງເຊໂປນ ແຂວງ ສວັນນະເຂດ ປັດຈຸບັນ ຍັງບໍ່ມີຣາຍງານ ມູນຄ່າ ຄວາມເສັຍຫາຍ.
-
ສຸພັດຕາ
2020-10-09 -
-
-
Your browser doesn’t support HTML5 audio
ໃນຕອນກາງຄືນ ຂອງມື້ວັນທີ 8 ຕຸລາ 2020 ນີ້ ໄດ້ເກີດເຫດນໍ້າຖ້ວມ ກະທັນຫັນໃນຫຼາຍບ້ານ ຢູ່ເມືອງເຊໂປນ ແຂວງສວັນນະເຂດ ຍ້ອນ ມີຝົນຕົກໜັກ ຕິດຕໍ່ກັນຫຼາຍຊົ່ວໂມງ ໂດຍບ້ານ ທີ່ນໍ້າຖ້ວມໜັກຫຼາຍ ກວ່າໝູ່ ແມ່ນບ້ານແດນສວັນ ທີ່ຢູ່ຕິດກັບຊາຍແດນ ລາວ-ວຽດນາມ ຊຶ່ງນໍ້າໄດ້ໄຫຼເຂົ້າຖ້ວມ ບ້ານເຮືອນ ແລະ ຖ້ວມໄຮ່ນາຂອງ ປະຊາຊົນ ໄດ້ຮັບຄວາມເສັຍຫາຍ ຫຼາຍສົມຄວນ, ແຕ່ປັດຈຸບັນ ຍັງບໍ່ມີຣາຍງານ ມູນຄ່າຄວາມເສັຍຫາຍເທື່ອ, ດັ່ງຊາວບ້ານແດນສວັນ ຄົນນຶ່ງ ທີ່ບໍ່ປະສົງບອກຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 9 ຕຸລາ ນີ້ວ່າ:
“ກະແມ່ນຢູ່ເຈົ້າ ຖ້ວມໃນບ້ານຢູ່ເຈົ້າ ນໍ້າເບາະ ມື້ຄືນນີ້ ບໍ່ເຂົ້າໃຈຄືກັນ ເພາະວ່າ ຝົນຕົກແຮງຫຼາຍຢູ່ນີ້ ຕົກບໍ່ຢຸດເລີຍ.”
ໃນຕອນເຊົ້າຂອງວັນທີ 9 ຕຸລານີ້ ຊາວບ້ານແດນສວັນ ຫຼາຍຄົນຕ່າງກໍພາກັນ ໃຊ້ເຮືອຂົນຍ້າຍເຄື່ອງຂອງ ອອກຈາກເຮືອນ ໄປໄວ້ບ່ອນ ທີ່ປອດພັຍ ຍ້ອນຣະດັບນໍ້າ ຍັງສູງຂຶ້ນເລື້ອຍໆ ຈົນເກືອບຈະເຂົ້າເຮືອນ ຊາວບ້ານ ທີ່ຍົກພື້ນສູງຈາກໜ້າດິນ ປະມານ 2 ແມັດ ສ່ວນເຮືອນ ບາງຫຼັງ ທີ່ບໍ່ໄດ້ຍົກພື້ນສູງນັ້ນ ນໍ້າກໍໄຫຼເຂົ້າຖ້ວມຈົນເກືອບ ຈໍາຫຼັງຄາເຮືອນ, ແຕ່ຍັງບໍ່ຮູ້ສາເຫດຄັກແນ່ ວ່ານໍ້າຖ້ວມໃນເທື່ອນີ້ ເກີດຍ້ອນ ຝົນຕົກ ຫຼືວ່າ ຈາກສາເຫດອື່ນໆ, ດັ່ງຊາວບ້ານ ອີກຄົນນຶ່ງ ເວົ້າວ່າ:
“ແມ່ນ ແມ່ນ ຍ້າຍເຄື່ອງຂຶ້ນມາມ້ຽນຊານ ຢູ່ເທິງ ຍ້າຍຂຶ້ນມາຢູ່ເຮືອນຢູ່ເທິງນີ້ ນໍ້າລົງແລ້ວ ຫາກຊິເລີ່ມຂຶ້ນອີກ ມັນກໍາລັງຊິເລີ້ມຂຶ້ນອີກ ຈັ່ງວ່າ ເຮົາກະບໍ່ຮູ້ສາເຫດແຫຼະ ດຽວນີ້.”
ວິທຍຸເອເຊັຽເສຣີ ໄດ້ພຍາຍາມ ຕິດຕໍ່ອໍານາດການປົກຄອງບ້ານ ດັ່ງກ່າວ ແຕ່ຍັງບໍ່ມີຜູ້ໃດ ສະດວກໃຫ້ສັມພາດ ຍ້ອນກໍາລັງຂຸ້ນຄ້ຽວ ກັບການ ຂົນຍ້າຍ ເຄື່ອງຂອງຊ່ອຍຊາວບ້ານ.
ໃນຂນະທີ່ ຢູ່ເຂດບ້ານ ວົງວິໄລ ກໍໄດ້ມີນໍ້າຖ້ວມເຮືອນຂອງປະຊາຊົນ ເປັນບາງຫຼັງ ແລະອາຈຖ້ວມເຮືອນຊາວບ້ານເພີ່ມຕື່ມ ຖ້າຫາກຝົນ ຍັງສືບຕໍ່ ຕົກເລື້ອຍໆ ແຕ່ຜົລກະທົບບໍ່ຫຼາຍ ເທົ່າກັບບ້ານແດນສວັນ, ດັ່ງຊາວບ້ານ ບ້ານວົງວິໄລເວົ້າວ່າ:
“ບ່ອນຖ້ວມກະຖ້ວມ ບ່ອນບ້ານຂ້ອຍນີ້ນະ ມາຮອດແຕ່ວານນີ້ນໍ້ານະ ບ່ອນນອນ ບໍ່ຢູ່ກະຖ້ວມໝົດ ຖ້ວມເຄິ່ງ ກະຈົນບໍ່ທັນບ້ານແດນສວັນ ຄືເຫັນເຂົາເອົາລົງເຟສ ຄືວ່າຫຼາຍຢູ່ ໝູ່ເອົາລົງຫັ້ນ ຖ້ວມໝົດ.”
ນອກຈາກນັ້ນແລ້ວ ນໍ້າຖ້ວມໃນເທື່ອນີ້ ຍັງໄດ້ຖ້ວມພື້ນທີ່ອື່ນໆ ອີກຫຼາຍບ້ານ ນຶ່ງໃນນັ້ນ ແມ່ນບ້ານມັນຈິ ຊຶ່ງໄຮ່ນາ ຂອງປະຊາຊົນຫຼາຍ ເຮັກຕ່າຣ ໄດ້ຖືກນໍ້າຖ້ວມ ໝົດແລ້ວ, ແຕ່ນໍ້າ ຍັງບໍ່ໄດ້ໄຫຼ ເຂົ້າຖ້ວມບ່ອນ ຢູ່ອາສັຍຂອງປະຊາຊົນ, ດັ່ງຊາວບ້ານ ມັນຈິ ຄົນນຶ່ງເວົ້າວ່າ:
“ຈັ່ງວ່າເດີ້ ເບິ່ງໂລດນໍ້ານີ້ ມັນຍັງຂຶ້ນຢູ່ ຝົນຕົກບໍ່ເຊົາ ຍັງບໍ່ທັນຖ້ວມບ້ານຫັ້ນ ຖ້ວມແຕ່ທົ່ງນາດຽວນີ້ ຫຼາຍແລ້ວ ໂອ້ ທົ່ງນານີ້ໝົດເລີຍ ໃຜກະ ບໍ່ຍັງ.”
ເຈົ້າໜ້າທີ່ຫ້ອງການເມືອງເຊໂປນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ ປັດຈຸບັນ ທາງເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ກໍາລັງລົງ ພື້ນທີ່ສໍາຣວດຄວາມເສັຍຫາຍ ຂອງເຫດນໍ້າຖ້ວມ ໃນເທື່ອນີ້ຢູ່ ແຕ່ຍັງບໍ່ທັນໄດ້ຮັບຣາຍງານເທື່ອ ວ່າມີນໍ້າຖ້ວມຈັກບ້ານ ແລະ ຈັກຄອບຄົວ ຮູ້ພຽງແຕ່ວ່າ ນ້ໍາໄດ້ຖ້ວມໄຮ່ນາ ຂອງປະຊາຊົນຈໍານວນຫຼາຍ ແລະຍັງບໍ່ທັນຮູ້ຂໍ້ມູນຣະອຽດ:
“ຖ້ວມ ຖ້ວມ ຍັງຖ້ວມຢູ່ດຽວນີ້ 2 ມື້ແລ້ວ ເຮົາກໍາລັງເອົາຂໍ້ມູນເບື້ອງຕົ້ນ ດຽວນີ້ນະ ຜົລກະທົບເບື້ອງຕົ້ນ ບໍ່ທັນຮູ້ ວ່າເສັຍຫາຍເທົ່າໃດ ຍັງບໍ່ຮູ້.”
ໃນຂນະທີ່ ເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ແຂວງສວັນນະເຂດ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ ເຫດນໍ້າຖ້ວມຢູ່ເມືອງເຊໂປນ ຮວມເຖິງເມືອງວິລະບູລີ ເກີດຍ້ອນ ຜົລກະທົບ ຈາກພະຍຸ ດີເປສຊັ້ນ ແລະ ຄວາມກົດອາກາດຕໍ່າ ເຮັດໃຫ້ເກີດຝົນຕົກໜັກເປັນເວລາ ຫຼາຍຊົ່ວໂມງ ສົ່ງຜົນໃຫ້ບາງເຂດ ມີນໍ້າຖ້ວມສູງຮອດ 18 ແມັດ, ດັ່ງທີ່ທ່ານກ່າວວ່າ:
“ຖ້ວມໄດ້ປະມານ 18 ແມັດກວ່າ ບ່ອນບ້ານສົບນໍ້ານະ ຝົນຕົກໜັກ ວານນີ້ ຢູ່ເທິງສົ້ນ ຊາຍແດນຄໍາມ່ວນ ບົວລະພາ ຊາຍແດນເມືອງ ວິລະບູລີ ຫຼາຍກວ່າໝູ່ 450 ມິນລິແມັດ ມັນເປັນຄວາມກົດອາກາດຕໍ່າ.”
ທ່ານກ່າວຕື່ມອີກວ່າ ສາເຫດຂອງນໍ້າຖ້ວມໃນເທື່ອນີ້ ເກີດຍ້ອນຝົນຕົກໜັກເທົ່ານັ້ນ ບໍ່ໄດ້ເກີດຈາກສາເຫດອື່ນໆ ເປັນຕົ້ນ ເຂື່ອນປ່ອຍນໍ້າ ຫຼື ອ່າງເກັບນໍ້າປ່ອຍນໍ້າແຕ່ຢ່າງໃດ, ໃນຂນະດຽວກັນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ ຫາເຈົ້າໜ້າທີ່ເມືອງວິລະບູລີ ເພື່ອຖາມເຖິງຣາຍຣະອຽດ ເພີ້ມຕື່ມ ແຕ່ຍັງບໍ່ສາມາດ ຕິດຕໍ່ໄດ້ ມີພຽງແຕ່ຣາຍງານເບື້ອງຕົ້ນ ຂອງສື່ທ້ອງຖິ່ນວ່າ ເກີດເຫດນໍ້າຖ້ວມ ຢູ່ເສັ້ນທາງຈຸດສຸມຫ້ວຍເດື່ອ ບໍ່ສາມາດໃຊ້ຣົດ ເດີນທາງໄດ້.
ນອກຈາກເມືອງເຊໂປນ ແລະ ເມືອງວິລະບູລີ ແຂວງສວັນນະເຂດ ທີ່ເກີດເຫດນ້ໍາຖ້ວມແລ້ວນັ້ນ ມີຣາຍງານຕື່ມວ່າໃນຕອນເຊົ້າ ຂອງວັນທີ 9 ຕຸລານີ້ ຍັງເກີດເຫດນໍ້າຖ້ວມ ເສັ້ນທາງຣະຫວ່າງ ບ້ານໜອງເດີ່ນ ຫາບ້ານທາດດອກແກ້ວ ເມືອງອາດສະພອນ ແຕ່ຣະດັບນໍ້າຍັງບໍ່ສູງ ແລະຣົດໃຫຍ່ຍັງສາມາດ ແລ່ນຜ່ານໄດ້ຢູ່.
ກ່ອນໜ້ານີ້ ຍັງມີຣາຍງານຈາກແຂວງເຊກອງ ຄືເມື່ອວັນທີ 6 ຕຸລາ ທີ່ຜ່ານມາ ວ່າ ປັດຈຸບັນ ຜແນກຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງເຊກອງ ໄດ້ອອກໜັງສືແຈ້ງເຕືອນ ພັຍນໍ້າຖ້ວມ ກະທັນຫັນ ຍ້ອນເຂື່ອນອາເລື້ອຍ ຂອງວຽດນາມ ໄດ້ແຈ້ງການ ປ່ອຍນໍ້າອອກຈາກ ເຂື່ອນ ໃນວັນທີ 9 ຕຸລານີ້ ໃນປະຣິມານ 100 ຫາ 1,000 ແມັດກ້ອນ ຊຶ່ງຈະເຮັດ ໃຫ້ນໍ້າເຊກອງ ມີຣະດັບສູງ 5 ແມັດ 50 ຊັງຕີແມັດ ຫາ 6 ແມັດ 50 ຊັງຕີແມັດ, ຊຶ່ງໃນວັນທີ 9 ຕຸລານີ້ ວິທຍຸເອເຊັຽເສຣີກໍໄດ້ຕິດຕໍ່ ຫາຊາວບ້ານ ໃນແຂວງເຊກອງ ທີ່ອາສັຍຢູ່ໃກ້ແຄມ ນໍ້າເຊກອງ ແຕ່ຍັງບໍ່ທັນ ມີຣາຍງານວ່າ ເກີດນໍ້າຖ້ວມແຕ່ຢ່າງໃດ.
ຈົນຮອດປັດຈຸບັນ ສະພາບນໍ້າຖ້ວມ ຢູ່ເມືອງເຊໂປນ ແຂວງສວັນນະເຂດເຂົ້າຂັ້ນວິກິດແລ້ວ ຄືໃນວັນທີ 09 ຕຸລາ 2020 ສື່ທ້ອງຖິ່ນ ຣາຍງານວ່າເບື້ອງຕົ້ນ ນໍ້າຖ້ວມສູງ ເຂົ້າຣະດັບວິກິດ ໂດຍໄດ້ຮັບຜົລ ກະທົບໜັກ 30 ປາຍ ບ້ານ. ໃນນີ້ ມີປະມານ 870 ຫຼັງຄາເຮືອນ ຖືກນໍ້າຖ້ວມ. ເນື້ອທີ່ການຜລິດກະສິກັມ ເສັຍຫາຍປະມານ 2 ພັນເຮັກຕ່າຣ ປັດຈຸບັນ ນໍ້າຖ້ວມສູງເຖີງ 18 ແມັດ ຈາກຈຸດວິກິດ 17 ແມັດ ແລະຫຼາຍຈຸດ ກະແສໄຟຟ້າ ຕັດຂາດປະຊາຊົນບໍ່ມີໄຟຟ້າໃຊ້.
ເມື່ອປີ 2019 ຜ່ານມາ ເມືອງເຊໂປນ ແຂວງສວັນນະເຂດ ກໍຖືກນໍ້າຖ້ວມໜັກເຊັ່ນກັນ ໂດຍມີ 46 ບ້ານໄດ້ຮັບຜົນກະທົບ.