ຊາວບ້ານ ນາຍາງໃຕ້ ເມືອງນ້ຳບາກ ແຂວງຫລວງພຣະບາງ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 9 ກັນຍາວ່າ ພັຍພິບັດນ້ຳຖ້ວມ ໃນມື້ວັນ ທີ 6 ກັນຍາ ຜ່ານມາ ເຮັດໃຫ້ພື້ນທີ່ນາຫລາຍແຫ່ງເສັຽຫາຍແຕ່ສິ່ງທີ່ເປັນບັນຫາໃຫຍ່ທີ່ສຸດກໍແມ່ນ ຂົວແລະຖນົນຫລາຍ ສາຍເປ່ເພ ຖືກຕັດຂາດ. ດັ່ງທ່ານເວົ້າວ່າ:
"ບ້ານນາຍາງໃຕ້ ມັນເປັນຂົວ ເຂົ້າຫມູ່ບ້ານເລີຍ ມີແຕ່ຂົວ ດຽວອີກ ໃນຊ່ວງນ້ຳຖ້ວມ ກໍຖືວ່າການສັນຈອນໄປມາບໍ່ໄດ້ເລີຍ ຄືນັກຮຽນ ຊີ່ໄປ ຮຽນ ອອກຈາກບ້ານ ບໍ່ໄດ້ຊັ້ນຫນາ ເພາະວ່າ ນ້ຳມັນຖ້ວມ ມັນອ້ອມບ້ານ ນ້ຳຈະອ້ອມແລ້ວ ມັນຢູ່ໃຈກາງ".
ທ່ານເວົ້າຕື່ມວ່າບັນຫານ້ຳຖ້ວມ ເກີດຂື້ນທຸກປີ ຍ້ອນວ່າບ້ານຕັ້ງຢູ່ແຄມນ້ຳສາຂາ ແຕ່ຄັ້ງນີ້ຖືວ່າ ຮຸ່ນແຮງກວ່າປົກກະຕິ ປັດຈຸບັນ ນ້ຳໄດ້ບົກ ລົງແດ່ແລ້ວແຕ່ຂົວແລະຖນົນຍັງເປ່ເພຢູ່ສ້າງຄວາມລຳບາກ ໃຫ້ແກ່ຊາວບ້ານ ຢ່າງໃຫຍ່ ໂດຍສະເພາະ ເດັກນ້ອຍ ນັກຮຽນ ຈາກໂຮງຮຽນ ມັທຍົມຕົ້ນ ບ້ານນາຍາງ ມີຄວາມລຳບາກ ໃນການເດີນທາງ ໄປໂຮງຮຽນ ຍ້ອນຂົວຂາດ ແລະ ຖນົນຊຸດໂຊມ.
ບ້ານນາຍາງໃຕ້ ຕັ້ງຫ່າງຈາກເມືອງນ້ຳບາກປະມານ 8 ກິໂລແມັດ ແລະຫ່າງຈາກຫລວງພຣະບາງປະມານ 100 ກິໂລແມັດ ຊາວບ້ານສ່ວນ ໃຫຍ່ເປັນຊົນເຜົ່າລື້ ມີປະຊາກອນ ອາສັຍຢູ່ປະມານ 200 ຄອບຄົວສ່ວນໃຫຍ່ ດຳຣົງຊີບດ້ວຍການກະສິກັມ. ບັນຫາທີ່ຂະເຈົ້າກຳລັງປະເຊີນ ຢູ່ໃນປັດຈຸບັນ ກໍແມ່ນບໍ່ມີ ທີ່ດີນປູກຝັງ ຍ້ອນນ້ຳຖ້ວມ ແລະ ເທົ່າເຖີງ ປັດຈຸບັນ ຍັງບໍ່ມີ ຫນ່ວຍງານໃດ ຂອງຣັຖບານ ເຂົ້າໄປ ຊ່ອຍເຫລືອ ເທື່ອ.