ສະພາບນ້ຳຖ້ວມຢູ່ ມ.ຄຳເກີດ
ກ່ຽວກັບ ສະພາບ ນ້ຳຖ້ວມ ຢູ່ເມືອງຄຳເກີດ ແຂວງ ບໍລິຄຳໄຊ ນັ້ນກໍຍ້ອນ ຝົນຕົກໜັກ ຕິດຕໍ່ກັນ ຕັ້ງແຕ່ວັນທີ 16 ກໍຣະກະດາ 2017.
-
ອຸ່ນແກ້ວ ສຸກສະຫວັນ
2017-07-19 -
-
-
Your browser doesn’t support HTML5 audio
ກ່ຽວກັບສະພາບການນ້ຳຖ້ວມ ຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ ຍ້ອນຝົນຕົກແຮງ ຕິດຕໍ່ກັນ ຕັ້ງແຕ່ວັນທີ 16 ກໍຣະກະດາ ທີ່ຜ່ານມາ ເຮັດໃຫ້ນ້ຳປ່າ ໄຫຼເຂົ້າຖ້ວມຖະໜົນ ແລະ ໄຮ່ນາຮົ້ວສວນ ຂອງປະຊາຊົນ ທີ່ຢູ່ແຄມນ້ຳສາຂາ ແມ່ນ້ຳຍວງ ແລະນ້ຳກະດິງ. ແຕ່ມາເຖິງ ປັດຈຸບັນ ລະດັບນ້ຳໄດ້ ລົດລົງແລ້ວ, ດັ່ງເຈົ້າໜ້າທີ່ເມືອງຄຳເກີດ ທ່ານນຶ່ງກ່າວວ່າ:
"ລົງແລ້ວ ມັນເປັນນ້ຳປ່າ ໄຫລຫລາກຊື່ໆ ສາຍຫ້ວຍນ້ອຍໆ ແລ້ວນ້ຳມັນໄຫລຜ່າເຂົ້າມາ ໄຫລບໍ່ທັນ ມັນຖ້ວມຖະໜົນຊື່ໆ ແຕ່ເນື້ອທີ່ ທຳການຜລິດ ບໍ່ເສັຽຫາຍ".
ເຈົ້າໜ້າທີ່ກ່າວອີກວ່າ ດຽວນີ້ກຳລັງສົ່ງ ເຈົ້າໜ້າທີ່ ລົງສຳຣວດ ພື້ນທີ່ເສັຽຫາຍເພີ້ມຕື່ມ ໂດຍສະເພາະ ຢູ່ແຄມນ້ຳຍວງ ແລະ ນ້ຳກະດິງ, ແລະ ລຳຫ້ວຍນ້ອຍ ທີ່ເປັນສາຂາ. ນໍ້າຖ້ວມໄດ້ພັດ ເອົາຂີ້ຫີນ ມາຖ້ວມນາ ເຮັດໃຫ້ ຜົນຜລິດກະສິກັມ ໄດ້ຮັບຜົນກະທົບ ບາງສ່ວນ, ດັ່ງປະຊາຊົນ ບ້ານນາໄຫ ເມືອງຄຳເກີດ ເວົ້າວ່າ:
"ຈຳນວນນຶ່ງກໍບໍ່ເສັຍຫາຍ ແຕ່ວ່າເສັຍຈຳນວນໜ້ອຍ ນັ້ນວ່າຫີນ ນ້ຳເສາະແລ້ວຫີນເຂົ້າ ເສັຽຈຳນວນນັ້ນ ນ້ຳຖ້ວມນັ້ນບໍ່ເສັຍ ນ້ຳມັນເຊາະ ແຕ່ຫ້ວຍຂຶ້ນເລີຍນະ".
ນອກຈາກນີ້ ຂົ້ວຂ້າມຫ້ວຍກໍໄດ້ຮັບ ຄວາມເສັຍຫາຍ ແລະ ປັດຈຸບັນ ລົດໃຫຍ່ ບໍ່ສາມາດຜ່ານໄປໄດ້, ແຕ່ລົດຈັກ ໄປໄດ້ຢູ່. ຜ່ານມາ ກົມ ອຸຕຸນິຍົມ ແລະ ອຸທຸກກະສາດ ໄດ້ມີການປະກາດ ແຈ້ງເຕືອນ ປະຊາຊົນ ໃຫ້ລະວັງນ້ຳຖ້ວມ ແລະ ປັດຈຸບັນ ລະດັບ ນ້ຳຂອງ ສູງຂຶ້ນ ຢ່າງຕໍ່ເນື່ອງ.
ນະຄອນຫຼວງວຽງຈັນ ລະດັບນ້ຳຂອງ ແທກໄດ້ 11.5 ແມັດ ຢູ່ ແຂວງຫຼວງພຣະບາງ ແທກໄດ້ 9.34 ແມັດ ແລະ ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ແທກໄດ້ 8.05 ແມັດ.