ທາງເມືອງໄຊຍະບູຣີ ຫາ ມ.ຫົງສາ ຖືກ ຕັດຂາດ

ເສັ້ນທາງ ເລກ 4A ນັບແຕ່ ເມືອງ ໄຊຍະບູຣີ ໄປຫາ ເມືອງ ຫົງສາ ໃນແຂວງ ໄຊຍະບູຣີ ເປ່ເພ ຕັດຂາດ ຍ້ອນ ນໍ້າຖ້ວມ.

ເສັ້ນທາງ ເມືອງໄຊຍະບູຣີ ຫາ ມ.ຫົງສາ ຖືກ ຕັດຂາດ ຍ້ອນນໍ້າຊຸ Citizen Journalist

 

ເຈົ້າໜ້າທີ່ ແຂວງ ໄຊຍະບຸຣີ ເປິດເຜີຍ ວ່າ ເມື່ອ ວັນທີ່ 24 ກັນຍາ ຜ່ານມາ ມີ ຝົນຕົກ ຫນັກ ເຮັດ ໃຫ້ນໍ້າຝົນ ໄຫລຊຸ ຖ້ວມ ເສັ້ນທາງ ເລກ 4A ເຮັດໃຫ້ ທາງຂາດ ເປ່ເພ ບໍ່ ສາມາດ ສັນຈອນ ໄປມາໄດ້ ຊື່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ທາງ ການລາວ ກໍໄດ້ ແນະນໍາ ປະຊາຊົນ ໃຫ້ ຫລີກລ່ຽງ ການໃຊ້ ເສັ້ນທາງ ດັ່ງກ່າວ ຊົ່ວຄາວ. ດັ່ງທ່ານ ເວົ້າວ່າ:

“ຕົວທາງ ທາງ ຫລວງເລກ ທີ່ 4A ຍ້ອນຝົນ ຕົກໜັກ ທັມມະຊາດ ນີ້ຫລະ ແກ້ໃຂ ໄປມາໄດ້ ກ່ອນ ເນາະ ເພາະວ່າ ດຽວນີ້ ທໍ່ ຫັກໝົດ ຫລັງຈາກ ປິ ຊ່ວງຣະດູ ຝົນ ຈັ່ງຊິໄດ້ ກໍ່ສ້າງ”

ທ່ານກ່າວ ຕໍ່ໄປວ່າ ຖນົນສາຍ 4A ໃນ ຣະຫວ່າງ ກິໂລແມັດ 38 ຈາກເມືອງ ໄຊຍະບູຣີ ໄປຫາ ເມືອງ ຫົງສາ ຖືກ ຕັດຂາດ ຍ້ອນມີ ຝົກຕົກ ໜັກ ແລະ ນໍ້າໄຫລຊຸ ເສັ້ນທາງ ເຮັດໃຫ້ ພັງ ເຈື່ອນ ການສັນຈອນ ກໍຕ້ອງຢຸດ ຊົ່ວຄາວ ແລະ ອາດຈະຕ້ອງ ໃຊ້ ເວລາ 1 ມື້ ຫາ 2 ມື້ ກ່ອນ ຈະກັບມາ ໃຊ້ໄດ້ ອີກ.

ເຈົ້າໜ້າທີ່ ເວົ້າວ່າ ປັຈຈຸບັນ ນີ້ໄດ້ ມອບໝາຍ ໃຫ້ ຄນະ ຮັບຜິດຊອບ ລົງໄປ ສໍາຣວດ ຮິບໂຮມ ຂໍ້ມູນ ແລະ ເລັ່ງ ຊ້ອມແປງ ເສັ້ນທາງ ແບບ ສຸກເສີນ ເພື່ອ ໃຫ້ການ ສັນຈອນ ໄປມາໄດ້ ຕາມ ປົກກະຕິ ແລະ ວ່າ ສໍາລັບ ຜູ້ທີ່ຈໍາເປັນ ຕ້ອງ ເດີນທາງ ຈາກ ເມືອງ ໄຊຍະບູຣີ ໄປຫາ ເມືອງຫົງສາ ກໍໃຫ້ໃຊ້ ເສັ້ນທາງ ເລຂ 4 ແທນ ເພື່ອໄປຫາ ເຂດ ແຂວງ ຫລວງພຣະບາງ ແລະ ຕອນກັບ ເຂົ້າມາ ເມືອງ ຫົງສາ ໃຫ້ໃຊ້ ເສັ້ນທາງ 4B ແຕ່ຈະໃຊ໊ ເວລາ ເດີນທາງ ດົນກວ່າ ປົກກະຕິ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org