ເກີດຂໍ້ຂັດແຍ່ງທີ່ດິນ ລະຫວ່າງ ຊາວບ້ານ ແລະທະຫານ

0:00 / 0:00

ເກີດ​ມີ​ຂໍ້​ຂັດ​ແຍ່ງ​ທີ່​ດິນກັນ ຢູ່ເຂດບ້ານ​ສີ​ສະ​ຫວາດ ເມືອງ​ນາ​ຊາຍ​ທອງ ນະ​ຄອນ​ຫລວງວຽງ​ຈັນ ລະ​ຫວ່າງ ​ຊາວ​ບ້ານໃນ​ເຂດ​ດັ່ງ​ກ່າວ ແລະ ເຈົ້າ​ໜ້າ​ທີ່ທະຫານ ຄ້າຍ 513 ທີ່​ຂຶ້ນ​ກັບ ກອງ​ບັນ​ຊາ​ການທະ​ຫານ ຄອນ​ຫລວງວຽງ​ຈັນ.

ໃນ​ວັນ​ທີ 10 ເມ​ສາ ທີ່​ຜ່ານ​ມາ, ມີ​ປະ​ຊາ​ຊົນ 5 ຄົນ ຖືກ​ເຈົ້າ​ໜ້າ​ທີ່ທະ​ຫານ ນະ​ຄອນ​ຫລວງວຽງ​ຈັນ ຈັບ​​ໄປ ຫຼັງ​ຈາກ​ທີ່​ມີ​ການ​ຖົກ​ຖຽງ​ເຣື່ອງ​ບັນ​ຫາ​ທີ່​ດິນ.

ຊາວ​ບ້ານ​ຜູ້​ທີ່​ອ້າງ​ສິທ ເປັນ​ເຈົ້າ​ຂອງ​ທີ່​ດິນ ໃນ​ເຂດ​ດັ່ງ​ກ່າວ ມີປະ​ມານ 40 ຄອບ​ຄົວ ອີງ​ຕາມ​ຂໍ້​ມູນ​ຈາກເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ.

ຊາວບ້ານ ຜູ້​ທີ່​ອ້າງ​ສິດເປັນ​ເຈົ້າ​ຂອງ​ທີ່​ດິນ ໄດ້​ໃຫ້​ສຳ​ພາດ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

ຊາວ​ບ້ານ:

“ຂະ​ເຈົ້າ​ມາມາ​ຕັດ​ໄມ້​ວິກ​ປະ​ຊາ​ຊົນ​ຫັ້ນ ລະ​ກະ​ມາ​ປຸກ​ຕຸບ​ໃສ່​ ທາງ​ໜ້າ​ຫັ້ນລະ​ ເປັນ​ຄ້າຍ​ເລີຍ. ປະ​ຊາ​ຊົນ​ຊິ​ປູກ​ຝັ​ງ​, ລ້ຽງ​ສັດ ແມ່ນ​ຫຍັງ​ກະ​ບໍ່​ໄດ້​ເລີຍ ບໍ່​ໃຫ້​ເຮັດຫຍັງ​ເລີຍ.”

ນັກ​ຂ່າວ: ຂະ​ເຈົ້າ​ມາ​ເຮັດ​ດົນ​ລະ​ຫວະ?

ປະ​ຊາ​ຊົນ:

" ຂະ ​ເຈົ້າ​ຫາກໍ່​ມາ​ສ້າງ ໝ໋ອງ​ປະ​ມານ 4-5 ເດືອນນີ້​ແຫຼະ."

ນັກ​ຂ່າວ: ຈັບ​ໄປ​ມື້ນີ້​ [10 ເມ​ສາ] ເລີຍ​ແມ່ນ​ບໍ?

ປະ​ຊາ​ຊົນ:

" ໂດຍ ຈັບ ​ໄປ​ມື້ນີ້​ເລີຍ​ ຕອນ​ສວາຍ. ຂະ​ເຈົ້າ​ຕີ."

ນັກ​ຂ່າວ: ເອົາ​ຫຍັງ​ຕີ​ລະ?

ປະ​ຊາ​ຊົນ:

“ເອົາ​ມື, ເອົາ​ມື ລະ​ກະ​ເອົາ​ປືນ​ຂູ່.”

ນັກ​ຂ່າວ: ມີ​ຈັກ​ຄົນ​ລະ ທະ​ຫານ​ມາ​ຂູ່ ມາ​ຕີ?

ປະ​ຊ​າ​ຊົນ:

“ໂອ້​ຫຼາຍ​ເຕີບ​ໃດ ເກືອບ​ຮອດ 100 ຄົນ ພຸ້ນ​ແຫຼ​ະ ຂະ​ເຈົ້າ​ຂີ່​ຣົ​ຖ​ທະ​ຫານ​ມາ.”

ນັກ​ຂ່າວ: ດິນ​ຂອງ​ເຮົາ​ມີ​ໃບ​ຕາ​ຕິນບໍ່ ຄື ຈັ່ງ​ໃດ?

ປ​ະ​ຊາ​ຊົນ:

“ບໍ່​ໃບ​ຕາ​ດິນ​ຍັງ​ບໍ່​ທັນ​ອອກ ແຕ່​ໃບ​ນຳ​ໃຊ້​ ກັບ​ເອກ​ສານ​ແມ່ນ​ຫຍັງ​ມີ​ຄົບ​ໝົດ​ແລ້ວ.”

ນັກ​ຂ່າວ: ຮູ້​ຄັກ​ແນ່ ບໍ່ ຂ້າວໆ ນີ້ ມັນ​ຈັກ​ເຮັກ​ຕ້າ?

ປ​ະ​ຊາ​ຊົນ:

“200 ປາຍ ເຮັກ​ຕ້າຣ໌.”

ຊາ​ວ​ບ້ານ​ມາ​ຕັ້ງ​ຫຼັກ ​ປັກ​ຖານ ຢູ່ເຂ​ດ​ດັ່ງ​ກ່າວ ມາ​ໄດ້​ຫຼາຍ 10 ແລ້ວ. ຊາວ​ບ້ານ​ອີກ​ຄົນ​ນຶ່ງ ໄດ້​ໃຫ້ສັມພາດ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ:

ຊາວ​ບ້ານ​ອີກ​ຄົນ​ນຶ່ງ:

“ຢູ່​ນີ້​ມາ​ ມັນ​ກະ​ຫຼາຍ​ປີ​ແລ້ວ ພໍ່​ແມ່​ປະ​ຊາ​ຊົນ​ຢູ່ນີ້​ນ່າ ມາ​ຢູ່​ນຳ​ຮົ້ວ​ນຳ​ສວນ ດິນ​ໂຕນີ້​ເຮົາ​ລະ​ເຮັດ​ມາ​ແຕ່ນ້ຳ​ຫຸມຍັງ​ບໍ່​ທັນ​ໄດ້​ຕັນ, ເຂື່ອນ​ນ້ຳ​ຫຸມ​ຍັງ​ບໍ່​ທັນ​ມີ​ເນາະ ເຮົາ​ເຮັດ​ຢູ່ນີ້​ມາ​ຫັ້ນ​ນ່າ.

ລະ ​ບາດນີ້ ທະ​ຫານ​ລະ​ມາ​ຢູ່​ລຸນ ເພິ່ນ​ລະ​ມາ​ຮ້າຍ​ມາ​ວ່າ ບໍ່​ໃຫ້​ເຮັດ​ໃຫ້​ສ້າງ​ຕໍ່​ເດີ ດິນນີ້ມັນ​ຖືກ​ດິນ​ທະ​ຫານ​ນະ​ຄອນ​ຫລວງໃດ ເພິ່ນ​ລະ​ວ່າຊິ​ໃຫ້​ປະ​ຊາ​ຊົນ​ນີ້ນະ.

ລະ ​ປະ​ຊາ​ຊົນ​ລະ​ວ່າ ໂອຍ ຊູ​ຂ້ອຍ​ກະ​ຢູ່ ມາ​ແຕ່​ພໍ່​ແຕ່​ແມ່​ເດ້ ພໍ່​ແມ່​ຂ້ອຍ​ກະ​ຈົນ​ຕາຍ​ກັບ​ຫຍັງ​ຢູ່​ກັບ​ນີ້​ແຫຼະ ດິນ​ຊູ​ຂ້ອຍ​ເຮັດ​ມາ​ແຕ່​ໃດ ມາ​ໃດ​ລະ ຊູ​ຂ້ອຍ​ກະ​ບໍ່​ອອກ​ແຫຼະ.

ມາ ​ຂະ​ເຈົ້າ​ກະ​ມາ​ເວົ້າ​ມາ​ວ່າ ປະ​ຊາ​ຊົນ​ກະ​ມາ​ວ່າ ຄັນ​ວ່າ ມັນ​ແມ່ນ​ຂອງ​ທະ​ຫານ​ແທ້​ຫັ້ນ​ນ່າ ຂ້ອຍ​ຂໍ​ເບິ່ງ​ໃບ​ດູ້ ໃບ​ອະ​ນຸ​ມັດ​ຂອງ​ນາຍ​ເຈົ້າຜູ້​ໃດ ຊື່​ຫຍັງ ວ່າ​ຊິ​ນ່າ ເຂົາ​ກະ​ວ່າ ບໍ່​ມີ​ໃບ​ຫຍັງ ເຂົາ​ກະ​ບໍ່​ປາກ.

ກະ ​ມີ​ແຕ່​ຂົ່ມ​ຂູ່​ຊຸມເຮົາ​ບໍ່​ໃຫ້​ເຮັດຫັ້ນ​ແຫຼ ແນວ​ຂະ​ເຈົ້າ​ມາ​ລຸມ​ໃສ່​ໄທ​ເຮົາ. ຊຸມ​ເຮົາ​ລະ​ຊ່ອຍ​ກັນ ລະ​ພ້າ​ຊ້ຳ​ພັດ​ຖືກ​ມື​ທະ​ຫານ ຜູ້​ນຶ່ງ​ເນາະ, ມື​ທະ​ຫານ. ບາດນີ້​ທະ​ຫານ​ຄຽດ​ຕິ​ເບາະ ລະ​ແມ່ນ​ໂທ​ກັນ​ມາ​ບັກ​ຫຼາຍໆ ເປັນ 60-70 ຄົນ ພຸ້ນ.

ມາ ​ບາດນີ້ ທະ​ຫານ ໂດດ​ຢຽບ​ຜູ້​ນັ້ນ ໂດດ​ຕີ​ຜູ້ນີ້ ຄຸບ​ເອົາ​ຊິ​ນ່າ ເປັນ 10 ຄົນ ຕໍ່​ຜູ້​ນຶ່ງ ມັນ​ກະ​ບໍ່​ໄຫວ​ແຫຼະ ປະ​ຊາ​ຊົນເນາະ ວ່າໂອ້ ຄັນ​ມາ​ແບບນີ້ ເປັນ​ຫຍັງຄື​ນາຍ​ບ້ານບໍ່​ຮູ້ ເຮົາ​ວ່າ​ນະ.

ທັມ ​ມະດາ ຄັນ​ວ່າ ຊິ​ເຮັດ​ຫຍັງ ຄື ມີ​ນາຍ​ບ້ານ​ເນາະ ເພິ່ນ​ຕ້ອງ​ໄປ​ແຈ້ງ​ນາຍ​ບ້ານກ່ອນບໍ່ ກ່ອນ​ຊິ​ເຮັດ​ຫຍັງ​ເຮົາ​ວ່າ ຖືກບໍ່​ອັນ​ນີ້​ນ່າ ປະ​ຊາ​ຊົນ​ເວົ້າ​ແນວນີ້​ນ່າ.

ຕ້ອງ ​ແຈ້ງ​ນາຍ​ວ່າ​ໃຫ້​ຮັບ​ຮູ້​ກ່ອນ​ວ່າ ຊິ​ເຮັດ​ຫຍັງ​ລົງ​ໄປ​ກ່ອນ​ຫັ້ນ​ເນາະ ອັນ​ນີ້​ຂະ​ເຈົ້າ​ບໍ່​ຮູ້​ເລີຍ​ນະ​ ນາ​ຍ​ບ້ານ, ລະ​ແມ່ນ​ເອົາ​ຄົນ​ເຮົາ​ໄປ​ເລີຍນະ ໃສ່​ກັບ​ມື​ໄປ​ໂລດ. "

ນັກ​ຂ່າວ: ເພິ່ນ​ແຈ້ງ​ຂໍ້​ຫາ ບໍ່​ວ່າ ເປັນ​ຫຍັງ?

ປະ​ຊາ​ຊົນ​ອີກ​ທ່ານ​ນຶ່ງ:

“ທະ​ຫານ​ມາ​ໃສ່​ຂໍ້​ຫາ​ເຮົາ ວ່າ​ເຮົາ​ນີ້ມາ​ບຸກ​ລຸກ​ດິນ​ເຂົາ​ເຈົ້າ. ແຕ່​ວ່າ ດິນນີ້ມາ​ແຕ່​ພໍ່​, ແຕ່​ແມ່​ພຸ້ນ​ແລ້ວ ມາ​ໄດ້ 20-30 ປີ​ແລ້ວ​ລະ. ແມ່ນ​ບ້ານ​ເກົ່າ, ​ບ້ານ​ເດີມ​ຂອງ​ໂພນ​ແຕ້​ ເດ້. ຊິ​ມາ​ໄລ່​ຕີ​ໄລ່​ຂ້າ ໄລ່​ຈັບກັນ​ຈັ່ງ​ຊີ້ນີ້ ມັນ​ບໍ່​ເປັນ​ຕີ້ ເຮົາ​ວ່າ ແຕ່​ວ່າ ໄທ​ເຮົາ​ ກະ​ບໍ່​ຍອມ ເພາະ​ເຄີຍ​ຢູ່​ແລ້ວ​ຊິ​ນ່າ.

ຄອບ ​ຄົວ​ເຮົາ​ກະ​ທຸກ​ຍາກ, ກະ​ລ້ຽງ​ງົວ, ລ້ຽງ​ຫັ້ນ, ລ້ຽງນີ້ ນຳ​ດິນ​ຄັງ​ເກົ່າ​ເດີມ ມາ​ແຕ່​ພຸ້ນ​ແຫຼ ຂອງ​ໃຜ​ຂອງ​ມັນ​ນ່າ ຜູ້​ລະເຮັດ​ຕ້າ 2 ເຮັກ​ຕ້າ ໄປ​ຈັ່ງ​ຊີ້​ນ່າ ບໍ່​ໄດ້​ມີ​ຫຼາຍດອກ ແຕ່​ວ່າ ມີ​ຫຼາຍ​ຄອບ​ຄົວ​ຢູ່.

ແຕ່ ​ວ່າ ບາງ​ຄົນ​ຂະ​ເຈົ້າ​ມີ​ບ້ານ​ຢູ່​ຫ້ວຍ​ນ້ຳ​ເຢັນ, ​ລະຂະ​ເຈົ້າ​ມາ​ເຮັດ​ຊື່ໆ ກະ​ມີ ແຕ່​ເຮົາ​ນີ້​ແທ້ ຢູ່​ພີ້​ຫັ້ນ​ກະ​ຫຼາຍ​ປີ​ແລ້ວ. ດິນ​ແຕ່​ກ່ອນ ມາ​ເຮັດ​ແຕ່ບໍ່​ໄດ້​ມາ​ຢູ່​ຊັ້ນ​ເທາະ​ໄປ໋. "

ຊາວບ​ບ້ານເຣີ່ມ​ມາ​ຢູ່ ແລະ ມາ​ຕັ້ງ​ຫຼັກ​ປາກ​ຖານ ຢູ່​ໃນ​ເຂດ​ດັ່ງ​ກ່າວ ນັບ​ແຕ່​ປີ 1988-1989 ເປັນ​ຕົ້ນ​ມາ ຫຼັງ​ຈາກ​ທີ່​ມີ​ການ​ສ້າງ​ເຂື່ອນ​ນ້ຳ​ຫຸມ ຍ້ອນ​ວ່າ ບ້ານ​ເກົ່າ​ຂອງ​ເຂົາ​ເຈົ້າຖືກ​ນ້ຳ​ຖ້ວມ. ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ​ທ່ານ​ນຶ່ງ ໄດ້​ໃຫ້​ສັມ​ພາດ ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ.

ນັກ​ຂ່າວ: ມັນ​ເປັນ​ໄປ​ເປັນ​ມາ​ແນວ​ໃດ ຂອງ​ເຣື່ອງນີ້?

ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ:

" [ແຕ່ກີ້ທີ່​ດິນ] ມັນ​ອອກ​ຊື່ ບ້ານ​ໂພນ​ແຕ້ ລະ​ຫຼັງ​ຈາກ​ປົດ​ປ່ອຍ​ມາ​ລະ ເພິ່ນລະ​ມາ​ຕັນ​ອ່າງ​ນ້ຳ​ຫຸມ​ເນາະ. ຕັນອ່າງ​ນ້ຳ​ຫຸມ​ ມາລະ​ຂຶ້ນ​ມາ​ລະ ນ້ຳ​ມັນ​ລະ​ຖ້ວມ​ໄຮ່​ຖ້ວມ​ນາ​ປະ​ຊາ​ຊົນ. ລະ​ປະ​ຊາ​ຊົນ​ຈັ່ງ​ຄ່ອຍ​ຍ້າຍ​ ຈາກ​ນ້ຳນັ້ນ ​ຂຶ້ນ​ມາ​ໂນນ​ເທິງ ບ່ອນ​ນ້ຳ​ບໍ່​ຖ້ວມ ເຄິ່ງ​ນາ​ໃຜ ຜູ້​ນັ້ນກະ​ເອົາ​ຈັ່ງ​ຊີ້​ນ່າ ລະ​ມາ​ແບ່ງ​ປັນ​ກັນ ເຂດ​ຫົວ​ໄຮ່​ປາຍ​ນາ​ຂອງ​ໃຜ​ຂອງ​ມັນ.

ປີ 1988-1989 ເພິ່ນ​ລະ​ມາ​ເຮັດ​ນິ​ຄົມ​ລ້ຽງ​ງົວ ນິ​ຄົມ​ລ້ຽງ​ສັດ​ຂອງ​ກຳ​ແພງ​ນະ​ຄອນ ລະ​ບາດນີ້ ໃນ​ເມື່ອ​ກຳ​ແພງ​ນະ​ຄອນ​ຫັ້ນ ເຮັດ​ນິ​ຄົມ​ແບບ​ມັນ​ຫຼົ້ມ​ຫັ້ນ​ນ່າ ມັນ​ບໍ່​ມີ​ນິ​ຄົມ​ເກີດ​ວ່າ​ຊິ​ຊາ ລະ​ດິນ​ຕອນ​ດັ່ງ​ກ່າວ​ໜ້າ​ທີ່​ຈະ​ມອບ​ຄືນ​ໃຫ້​ປະ​ຊາ​ຊົນ ລະ​ເພິ່ນ​ພັດ​ວ່າ ທາງ​ກະ​ສິ​ກັມ ມອບ​ໃຫ້​ທາງກອງ​ບັນ​ຊາ​ການ​ ທະ​ຫານ​ນະ​ຄອນ​ຫລວງ.

ລະ ​ບາດນີ້ ເພິ່ນ​ລະ​ໃຫ້​ທະ​ຫານ​ໄປ​ຢູ່ ໄປ​ຢູ່​ລະ ເຂດ​ບໍ​ລິ​ເວນ​ນັ້ນ ມັນ​ເປັນ​ສວນ​ຂອງ​ປະ​ຊາ​ຊົນ​ໝົດ. ລະ​ກະ​ປະ​ຊາ​ຊົນ​ກະ​ປູກ​ຝັງ​ລ້ຽງ​ສັດ​ ລະງົວ-ຄວາຍ​ຢູ່ ຫັ້ນ​ເປັນພັນໆ ໂຕ​ພຸ້ນ​ລະ ຢູ່​ໃນ​ນັ້ນ.

ຂະ ​ເຈົ້າ​ເຮັດ​ຮົ້ວ​ເຮັດ​ສວນ​ ຢູ່​ຫັ້ນ​ລະ​ກະ​ລ້ຽງ​ສັດ​ໄປ​ນຳ ເປັນ​ງົວ ເປັນ​ຄວາຍ​ ລະ​ກະ​ແບ້​ຈັ່ງ​ຊີ້​ນ່າ ມັນ​ເປັນ​ລາຍ​ໄດ້​ຂອງ​ປະ​ຊາ​ຊົນ ລະ​ເມື່ອ​ມາ​ເປັນ​ແນວ​ນັ້ນ ກອງ​ບັນ​ຊາ​ການ 513 ລະ​ຢາກ​ໄດ້ ພື້ນ​ທີ່​ດັ່ງ​ກ່າວ​ເໝາະ​ສົມ​ກັບ​ການ​ລ້ຽງ​ສັດ​ເດ້ ລະ​ພາ​ກັນ​ຫວງ​ຢູ່​ຫັ້ນ​ບໍ່​ໜີ​ເລີຍ. ລະ​ດິນ​ຢູ່​ຫັ້ນ ປະ​ຊາ​ຊົນ​ບໍ່​ມີ​ສິທຊີ້​ນ່າ ກະ​ສ​ເນີ​ຫຼາຍ​ພາກ​ສ່ວນ​ລະວ່າ ຫຼາຍ​ພາກ​ສ່ວນນີ້​ລະ​ແມ່ນ​ຂະ​ເຈົ້າ​ຫັ້ນລະ​ວ່າ ໃຫ້​ເອີ້ນກອງ​ບັນ​ຊາ​ການ​ທະ​ຫານ​ ນະ​ຄອນ​ຫລວງ​ມາ​ໄກ່​ເກັ່ຽ ຂະ​ເຈົ້າ​ກະ​ບໍ່​ເຂົ້າ​ຮ່ວມ ຖິ້ມ​ໄປ​ໃສ່ 513 ແລະ 513 ຖິ້ມ​ໃສ່​ກອງ​ບັນ​ຊາ​ການ ​ບໍ່​ມີ​ໃຜ​ເຂົ້າ​ຮ່ວມ​ຈັກ​ເທື່ອ. ເລີຍ​ຍາວ​ມາ​ຈົນ 10 ປາຍ​ປີ ຈົນ​ຊະ​ເຂົ້າ 20 ປີ​ແລ້ວ​ຫັ້ນ​ນ່າ. ປະ​ຊາ​ຊົນ ກະ​ບໍ່​ຍອມ​ໜີ ທະ​ຫານ​ກະ​ບໍ່​ຍອມ​ໜີ. "

ນັກ​ຂ່າວ: ແຕ່​ວ່າ ແມ່ນ​ໃຜ​ມາ​ຢູ່​ກ່ອນ?

ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ:

“ກະ​ປະ​ຊາ​ຊົນ​ແຫຼ.”

ນັກ​ຂ່າວ: ເຣີ່ມ​ຕົ້ນ​ປະ​ມານ​ປີ​ໃດ ທີ່​ວ່າເຂົາ​ມາ​ລ້ຽງ​ສັດ​ມາ​ປູກ​ຝັງ​ໃສ່ ມາ​ປຸກ​ເຮືອນ​ໃສ່ ກະ​ມີ​ເຮືອນ​ມີ​ຫຍັງ​ຕົ່ວ?

ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ:

“ຍ້າຍ​ມາ​ ກະ​ປະ​ມານ 1989.”

ນັກ​ຂ່າວ: ມີ​ຈັກ​ຄອບ​ຄົວ?

ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ:

“ທຳ​ອິດ​ລະ​ແມ່ນ 5 ຄອບ​ຄົວ ທີ່​ມັນ​ຍັງ​ເຫຼືອ​ແທ້ລະ​ແມ່ນ 7 ຄອບ​ຄົວ ເພາະ​ມັນ​ມີ 2 ບ້າ​ນ​ເດ້​ເນາະ. ມັນ​ມີ​ບ້ານ​ຫ້ວຍ​ນ້ຳ​ເຢັນ ກັບ ບ້ານ​ໂພນ​ແຕ້​ເກົ່າ.”

ນັກ​ຂ່າວ: ແລ້ວ ບາດນີ້ ມີ​ຈັກ​ຄອບ​ຄົວ ໃນ​ປັດ​ຈຸ​ບັນ​ນີ້ ທີ່​ວ່າ ມີ​ຂັດ​ແຍ່ງ​ກັນ​ກັບ​ທາງກອງ​ບັນ​ຊາ​ການ ທະ​ຫານ?

ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ:

“ປະ​ຊາ​ຊົນ​ບ້ານໂພນ​ແຕ້ (ຫຼື ບ້ານສີ​ສະ​ຫວາດ) 7 ຄອບ​ຄົວ, ບ້ານ​ຫ້ວຍນ້ຳ​ເຢັນ 35 ຄອບ​ຄົວ. ຈາກ​ບ້ານ​ໂພນ​ແຕ້ ລະ​ເພິ່ນ​ມາ​ປ່ຽນ​ຊື່ ເປັນ​ບ້ານ​ສີ​ສະ​ຫວາດ.”

ນັກ​ຂ່າວ: ແລ້ວ​ດິນ​ຫັ້ນ​ຈັກ​ເຮັກ​ຕ້າ?

ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ:

“220 ປາຍ​ເຮັກ​ຕ້າຣ໌.”

ນັກ​ຂ່າວ: ຊາວ​ບ້ານີ້ ມີ​ໃບ​ຕາ​ດິນບໍ່?

ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ:

" ມີ, ມີ ​ແຕ​ໃບ​ນຳ​ໃຊ້​ ເສັຽ​ພາ​ສີ​ທຸກ​ຄົນ ລະ​ບາດນີ້ ທາງກອງ​ບັນ​ຊາ​ການ 513 ເພິ່ນ​ໃຫ້​ເອົາ​ໃບ​ເອກ​ສານ​ດັ່ງ​ກ່າວນີ້ມາ​ແຈ້ງ, ມາ​ແຈ້ງ​ລະ​ຫຸບ​ຂອງ​ຂະ​ເຈົ້າ​ໄວ້​ໝົດ​ເລີຍ, ຜູ້​ມັນ​ຂີ້​ຫຼັກ. ຜູ້​ມັນ​ຮູ້​ແດ່ຫັ້ນ​ນ່າ ຂະ​ເຈົ້າ​ລະ​ກອບ​ໄປ ລະ​ຍັງແຕ່​ຜູ້​ນັ້ນ."

ໃນ​ຂະ​ນະ​ທີ່ ເຈົ້າ​ໜ້າ​ທີ່​ທາງ​ການ ໃຫ້​ຂໍ້​ມູນ​ວ່າ ເຂດ​ດັ່ງ​ກ່າວເປັນ​ດິນ​ຣັ​ຖ. ໃນ​ເບື້ອງ​ຕົ້ນ ​ຜ​ແນກ​ກະ​ສິ​ກັມ ແລະ ປ່າ​ໄມ້​ ນະ​ຄອນ​ຫລວງວຽງ​ຈັນ ເປັນ​ຜູ້​ຄຸ້ມ​ຄອງ ແລະ ຕໍ່​ມາ​ໄດ້​ມອບ​ໃຫ້ກອງ​ບັນ​ຊາ​ການ ​ທະ​ຫານ​ນະ​ຄອນ​ຫລວງວຽງ​ຈັນ ເປັນ​ຜູ້​ຄຸ້ມ​ຄອງ.

ທ່ານ ພູ​ວອນ ພົງ​ລາດ​ແກ້ວ ຮອງ​ເຈົ້າ​ເມືອງ​ນາ​ຊາຍ​ທອງ ໄດ້​ໃຫ້​ສັມ​ພາດ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີວ່າ.

ນັກ​ຂ່າວ: ວ່າ ມັນ​ມີ​ຂ່າວ​ເຣື່ອງ ປະ​ຊາ​ຊົນ. ປະ​ຊາ​ຊົນ​ຖືກ​ທະ​ຫານ​ຈັບ ອັນ​ນີ້ ມັນ​ເປັນ​ຈັ່ງ​ໃດ​ນີ້ ທ່າ​ນ?

ທ່ານ ພູ​ວອນ ພົງ​ລາດ​ແກ້ວ ຮອງ​ເຈົ້າ​ເມືອງ​ນາ​ຊາຍ​ທອງ:

" ເອີ ! ຂໍ້​ມູນ​ໂຕນີ້​ນິ ກະ​ຍັງ​ບໍ່​ທັນ​ລະ​ອຽດ​ຈະ​ແຈ້ງ​ເທື່ອເນາະ ມີ​ແຕ່​ວ່າດຽວນີ້​ນ່າ. ມີ​ແຕ່​ວ່າ, ແຕ່​ກ່ອນ​ນີ້​ເນາະ ດິນນີ້ ມັນ​ເປັນ​ດິນ​ສງວນ​ຂອງ​ນ້ຳ​ຫຸມຫັ້ນ​ແຫຼະ ອ່າງ​ນ້ຳ​ຫຸມ​ເດ້​ເນາະຫັ້ນ​ນ່າ.

ລະ ​ເປັນ​ດິນ​ຣັ​ຖ ທາງ​ຜ​ແນກ​ກະ​ສິ​ກັມ ແລະ ປ່າ​ໄມ້ ນະ​ຄອນ​ຫລວງວຽງ​ຈັນ ເພິ່ນ​ລະ​ໄດ້​ມອບ​ໃຫ້​ທາງກອງ​ບັນ​ຊາ​ການ​ ທະ​ຫານ​ນະ​ຄອນ​ຫລວງວຽງ​ຈັນ ​ຫັ້ນ. ເພື່ອເປັນ​ຜູ້​ຄຸ້ມ​ຄອງ ປົກ​ປັກ​ຮັກ​ສາ​ນ້ຳ​ໃຊ້ ເພື່ອ​ປູກ​ໄມ້​ເບາະ ພັ​ທ​ນາ ຕ່າງ​ຫັ້ນ​ແຫຼ​ເນາະ ໃຫ້​ຕິດ​ພັນ​ກັບ​ໜ້າ​ທີ່​ວຽກ​ງານ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສ​ງົບ ເພື່ອ​ຮັກ​ສາ​ເຂື່ອນ​ອ່າງ​ນ້ຳ​ຫຸມ​ຫັ້ນ​ແຫຼ.

ແຕ່ ​ວ່າ​ພໍ່​ແມ່​ປະ​ຊາ​ຊົນ​ນີ້ ເພິ່ນ​ກະ​ອ້າງວ່າ ເປັນ​ກັມ​ສິທ​ຂອງ​ເພິ່ນ. ລະ​ເຂົ້າ​ໄປ​ບຸກ​ລຸກ​ດິນ​ຕອນ​ດັ່ງ​ກ່າວ​ຫັ້ນ ແຕ່​ແທ້​ຈິງ​ມັນ​ເປັນ​ດິນ​ຂອບ​ເຂດ​ ສງວນ​ຂອງ​ອ່າງ​ນ້ຳ​ຫຸມ​ຫັ້ນ ເປັນ​ດິນ​ຣັ​ຖ​ຄຸ້ມ​ຄອງ ບໍ່​ແມ່ນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ. "

ນັກ​ຂ່າວ: ອັນ​ນີ້ ຄື​ວ່າ ຈັບ​ໄປ 5 ຄົນ ເບາະ?

ຮອງ​ເຈົ້າ​ເມືອງ:

"ເອີ!​ ອັນ​ຈັບ ເພິ່ນ​ກະ​ຊິ​ເອົາ​ສຶກ​ສາ​ອົບ​ຮົມ ບໍ່​ແມ່​ນ​ຈັບ​ດອກ ເພິ່ນ​ກະ​ຊິ​ເອົາ​ໄປ​ສຶກ​ສາ​ອົບ​ຮົມ ເພາະ​ວ່າ ພໍ່​ແມ່​ປະ​ຊາ​ຊົນ​ເປັນ​ຜູ້​ເຕົ້າ​ລວມ ປຸກ​ລະ​ດົມ ​ເອົາ​ພີ່​ນ້ອງ​ປ້ອງ​ປາຍ, ໝູ່​ຄູ່​ເພິ່ນ ມາ​ເຕົ້າ​ໂຮມ ມາ​ສ້າງ​ສ​ະ​ຖາ​ນະ​ການ​ຢູ່​ຫັ້ນ​ໃດ. ອັນ​ນັ້ນ​ລະ ຄວາມ​ເປັນ​ຈິງ​ມັນ​ເປັນ​ແນວ​ນັ້ນ​ໄດ໋. ສະ​ນັ້ນ ທາງ​ນະ​ຄອນ​ຫລວງ ​ເພິ່ນ​ກະ​ຕ້ອງ​ລະ​ງັບ​ເຫດ​ຫັ້ນ​ແຫຼ​ເນາະ ບໍ່​ໃຫ້​ມັນ​ບານປາຍ​ຫັ້ນ​ແຫຼ​ເນາະ. "

ນັກ​ຂ່າວ: ໃນ​ສ່ວນ​ຂອງ​ປະ​ຊາ​ຊົນ​ເພິ່ນ​ກະ​ວ່າ ໄດ້​ໄປ​ຢູ່​ຫັ້ນ​ດົນ​ແລ້ວ ເພາະ​ວ່າ ມັນ​ບໍ່​ມີ​ດິນ​ຊົດ​ເຊີຍ​ໃຫ້​ເຂົາ​ເຈົ້າວ່າ ຫຼັງ​ຈາກ​ເຂື່ອນ​ນ້ຳ​ຫຸມ​ມີ​ການ​ສ້າງ​ແລ້ວ​ຫັ້ນ​ນ່າ?

ຮອງ​ເຈົ້າ​ເມືອງ:

“ເອີ! ມັນ​ບໍ່​ແມ່ນ​ແນວ​ນັ້ນ ຂອບ​ເຂດ​ດັ່ງ​ກ່າວ ເຂົາ​ເອີ້ນ​ວ່າ ພູ​ກະ​ແຕ ເປັນ​ເຂ​ດ​ໂພນ​ແຕ້ ເຂົາ​ເອີ້ນ​ນ່າ. ພາຍ​ຫຼັງ​ເພິ່ນ​ສ້າງ​ອ່າງ​ນ້ຳ​ຫຸມ ເພິ່ນ​ໄດ້​ມີ​ການ ສຶກ​ສາ​ອົບ​ຮົມ ພໍ່​ແມ່​ປະ​ຊາ​ຊົນ ແລະ ເພິ່ນ​ກໍ​ໄດ້​ມີ​ການ​ຍ້ານ​ພໍ່​ແມ່​ປະ​ຊາ​ຊົນ ແລະ ເພິ່ນ​ກໍ​ໄດ້​ຊົດ​ເຊີຍ​ໃຫ້​ໝົດ​ຫັ້ນ​ແຫຼະ ມາ​ຢູ່​ທາງ​ບ້ານ​ສີ​ສະ​ຫວາດ ຫຍັງ​ອອກ​ມາ​ພີ້​ເດ້.

ໃຫ້ ​ໝົດ​ລະ​ແຫຼະ. ມັນ​ບໍ່​ແມ່ນດອກ​ອັນ​ນີ້​ຫັ້ນ​ນະ ອັນ​ນັ້ນ ມັນ​ກະ​ເປັນ​ຫາງ​ສຽງ​ ບໍ່​ຢາກ​ຖືກ​ຕ້ອງ​ປານ​ໃດ ບໍ່​ມີ​ຄວາມ​ຈິງດອກ​ ອັນ​ນັ້ນ​ຫັ້ນ​ນ່າ. ແຕ່ກີ້ ບ້ານຫັ້ນ ມັນ​ບໍ່​ໄດ້​ແມ່ນ​ບ້ານ​ໃຫຍ່ ມັນ​ກະ​ຊິ​ມີ​ທໍ່​ໃດ ກ່ອນ​ເພິ່ນ​ສ້າງ ບໍ່​ເກີນ 20-30 ຄອບ​ຄົວ​ດອກ​ເນາະ.

ມັນ ​ເປັນ​ການດື້ດ້ານ ເປັນ​ການ​ລະ​ເມີດ​ຝ່າ​ຝືນ​ຫັ້ນ​ແຫຼະ ຄັນ​ວ່າ ແມ່ນ​ດິນ​ຂອງ​ເພິ່ນ​ຄຸ້ມ​ຄອງ​ນຳ​ໃຊ້ ມັນ​ຕ້ອງ​ມີ​ຂໍ້​ມູນ ມີ​ຫຼັກ​ຖານ ເວົ້າ​ເຣື່ອງ​ການ​ທວງ​ສິທ ທີ່​ໄປ​ທີ່​ມາ​ຂອງ​ຕອນ​ດິນເວົ້າ​ເຣື່ອງ​ອັນ ການ​ຊັບ​ຊ່າວ​ຫັ້ນ​ແຫຼະ​ເນາະ ຄັນ​ບໍ່​ມີ​ອັນ​ນີ້​ນິ ກະ​ຄາ​ຄື​ກັນ​ໄດ໋. "

ອີງ​ຕາມ​ຂໍ້​ມູນຈາກເຈົ້າ​ໜ້າ​ທີ່ທ້ອງ​ຖິ່ນ, ປະ​ຊາ​ຊົນທີ່​ອ້າງ​ກັມມະ​ສິທ​ທີ່​ດິນ​ຢູ່​ໃນ​ເຂດ​ດັ່ງ​ກ່າວ ລວມ​ມີປະ​ຊາ​ຊົນບ້ານ ສີ​ສະ​ຫວາດ (ຫຼື ບ້ານ​ໂພນ​ແຕ້ເກົ່າ) ແລະ ປະ​ຊາ​ຊົນ ບ້ານ​ຫ້ວຍ​ນ້ຳ​ເຢັນ ສ່ວນ​ວ່າ ປະ​ຊາ​ຊົນ 5 ຄົນ ທີ່​ຖືກ​ຈັບ​ນັ້ນ ມາ​ຈາກ​ບ້ານ​ຫ້ວຍ​ນ້ຳ​ເຢັນ.

ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ກ່າວ​ວ່າ ຊາວ​ບ້ານ​ທີ່​ຖືກຈັບ​ໄປ​ນັ້ນ ປັດ​ຈຸ​ບັນ ຖືກ​ກັກ​ໂຕ ຢູ່ກອງ​ບັນ​ຊາ​ການ ​ທະ​ຫານນະ​ຄອນ​ຫລວງວຽງ​ຈັນ ຫຼື ຄ້າຍ​ໜອງ​ແຕ່ງ ເມືອງ​ສີ​ໂຄດ​ຕະ​ບອງ ໂດຍ​ມີ ລາຍ​ຊື່​ດັ່ງ​ນີ້:

  1. ນາງ ບຸນ​ມີ ອາ​ຍຸ 55 ປີ
  2. ທ້າວ ຫງັດ ອາ​ຍຸ 58 ປີ
  3. ທ້າວ ບຸນ​ທະ​ວີ ອາ​ຍຸ ປະ​ມານ 36 ປີ
  4. ທ້າວ ຄຳ​ພຸດ ອາ​ຍຸ ​ປະ​ມານ 48-49 ປີ
  5. ພໍ່​ຕູ້ ອຸ່ນ ອາ​ຍຸ 72 ປີ

ວິທຍຸເອ​ເຊັຽ​ເສ​ຣີ ພະ​ຍາ​ຍາມ ຕິດ​ຕໍ່​ຫາ​ເຈົ້າ​ໜ້າ​ທີ່​ຣະ​ດັບ​ສູງ ກະ​ຊວງ​ປ້ອງປະ​ເທດ ແລະ ເຈົ້າ​ໜ້າ​ທີ່​ກອງ​ບັນ​ຊາ​ການ​ທະ​ຫານ ນະ​ຄອນ​ຫລວງວຽງ​ຈັນ ເພື່ອ​ຖາມ​ຄຳ​ເຫັນ​ກ່ຽວ​ກັບ​ກໍ​ຣະ​ນີ​ດັ່ງ​ກ່າວ, ແຕ່ບໍ່​ສາ​ມາດ​ຕິດ​ຕໍ່​ໄດ້.