ຍັງມີຊາວບ້ານ ຫາປາແບບດັບສູນ ຢູ່ເມືອງຫ້ວຍຊາຍ

ມີການພົບເຫັນຊາວບ້ານ ຫາປາດ້ວຍການຖິ້ມລະເບີດ ໂດຍມີການເຜີຍແຜ່ຄລິບວິດີໂອ ຂອງຜູ້ໃຊ້ເຟສບຸກ ທ່ານນຶ່ງ ທີ່ກຳລັງງໂຍນລະເບີດ ລົງນໍ້າເຂດບ້ານປາກງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພ້ອມກັນນັ້ນໃນວິດີໂອ ຍັງປະກົດປາທີ່ຖືກຈັບໄດ້ດ້ວຍ ຂະນະທີ່ ເຈົ້າໜ້າທີ່ກຳລັງກວດສອບເບິ່ງ.

ນີ້ເປັນພຽງຮູບປະກອບ ເຊິ່ງຊາວບ້ານກຳລັງຫາປາ ຕາມແຄມນ້ຳຂອງ. ເດືອນພະຈິກ ປີ 2023. RFA

ໜັງສືພິມລາວພັດທະນາໄດ້ລາຍງານ ເມື່ອວັນທີ 27 ມີນາ 2024 ກ່ຽວກັບການຫາປາແບບດັບສູນ. ໂດຍໄດ້ກະຈາຍຄລິບ ຂອງຜູ້ໃຊ້ເຟສບຸກ ເພັດ ຄຳມຸງຄຸນ ທີ່ໄດ້ຖ່າຍຄລິບ ກຳລັງໂຍນລະເບີດລົງນໍ້າເຂດບ້ານປາກງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວແລ້ວໄປຈັບເອົາປາດ້ວຍທ່າທາງທີ່ພໍໃຈ.

ກ່ຽວກັບເລື່ອງນີ້ ຊາວບ້ານປາກງາວຢັ້ງຢືນວ່າຢູ່ບ້ານປາກງາວ ມີຊາວບ້ານຈໍານວນໜຶ່ງຫາປາໃນແມ່ນໍ້າຂອງດ້ວຍວັດຖຸລະບີດ ແລະ ກະແສໄຟຟ້າຊ໊ອດປາແທ້.

ດັ່ງຊາວບ້ານ ປາກງາວທ່ານກ່າວຕໍ່ວິທະຍຸເອເຊັຽເສຣີໃນວັນທີ 29 ມີນານີ້ວ່າ.

“ເຂົາເຈົ້າລົງເຟສມານັ້ນເຂົາເຈົ້າເປັນຄົນປາກງາວຫັ້ນແຫຼະຜູ້ກ່ຽວຫາກຖີ້ມແລ້ວຜູ້ກ່ຽວຫາກຖ່າຍລົງເຟສເນາະ ແລ້ວກາພວກຖະແຫຼງຂ່າວເຂົາເຈົ້າລົງຕໍ່ເລີຍຫັ້ນນ່າໂດຍສະເພາະບາງຄົນກໍມີ 2 ກຸ່ມເນາະກຸ່ມໜຶ່ງກໍຊອກຫາແຕ່ລະເບີດມາຖີ້ມບາງກຸ່ມໜຶ່ງກໍຊອກຫາອັນນ່າເອົາໄຟໄປຊ໊ອດອັນຈິດໃຈກໍຢາກອະນຸຮັກລົງມາຈາກປາກນໍ້າງາວນີ້ນ່າໄວ້ໃຫ້ລູກຫຼານເຫັນປາລອຍຫຼີ້ນພໍ່ບ້ານກໍຫ້າມແຕ່ໂຕຈິງແລ້ວຍັງຊອກຫາລະເບີດໄປຖີ້ມຫັ້ນນ່າ.”

ຊາວບ້ານກ່າວຕື່ມວ່າເຂດບ້ານປາກງາວບໍ່ມີພຽງແຕ່ກຸ່ມຊາວບ້ານທີ່ຫາປາໃນແມ່ນໍ້າຂອງດ້ວຍວິທີທຳລາຍຊັບພະຍາກອນນໍ້າແຕ່ກໍມີກຸ່ມຊາວບ້ານທີ່ຫາປາດ້ວຍວິທີການໃຊ້ມອງຫາປາຂະໜາດ 1-12 ຊັງຕີແມັດນຳດ້ວຍ. ເຊີ່ງທັງສອງກຸ່ມມີການຫາປາເປັນອາຊີບ. ດັ່ງຊາວບ້ານປາກງາວທ່ານກ່າວວ່າ.

“ມີປະຊາຊົນຫາປາເນາະເຂົາເຈົ້າໄຫຼສອງຢູ່ດອນໃກ້ບ້ານເນາະຈໍານວນໜຶ່ງນອນປະຈຳທີ່ຢູ່ຫັ້ນແຫຼະເຂົາເຈົ້າຍັງຫາກັນທຸກມື້ຢູ່ເພາະວ່າອາຊີບໜຶ່ງເຂົາເຈົ້າເປັນຄົນທີ່ຫາປາກີນໂດຍສະເພາະເນາະແລ້ວມັນຖືກແຄມໃຫ້ບ້ານຫັ້ນຖືວ່າເຂົາເຈົ້າປະຈຳຢູ່ຫັ້ນໄດ້ຫຼືບໍ່ໄດ້ບາງເທື່ອກໍຖືກມື້ໃດມັນກໍໄດ້ເນາະປາຂື້ນເນາະປາໃໝ່ໃຫຍ່ຂື້ນກໍໄດ້ປາໃໝ່ໃຫຍ່ເນາະເປັນປາໂຈກປາປາກປາຈັ່ງໃດກາມີຫັ້ນແຫຼະປາເພັ້ຍກໍມີຫັ້ນແຫຼະມັນເປັນຊ່ວງເນາະເຂົາເຈົ້າໄລ່ຫັ້ນນ່າບາງເທື່ອຖືກປານ້ອຍປາໜາມປາບອກກໍຈມີຂື້ນມາເຂົາເຈົ້າກໍເອົາມອງນ້ອຍລົງເນາະ.”

 ຊາວບ້ານນໍ້າຍ້ອນກ່າວວ່າແຕ່ລະເດືອນຕົນເອັງຈະຂີ່ລົດຈັກໄປຊື້ຢູ່ຕະຫຼາດສີດອນມີຫຼືຕະ ຫຼາດປາກງາວຢູ່ເລື້ອຍ ໆ ເນື່ອງສອງຕະຫຼາດມີປານໍ້າຂອງຈາກເຂດປາກງາວທີ່ຊາວບ້ານ ທ້ອງຖີ່ນນິຍົມກີນຈໍານວນຫຼາຍຊະນິດແລະເນື້ອປາແຊບ. ເຊີ່ງໄດ້ສັງເກດເບິ່ງດ້ວຍຕາວ່າປານັ້ນສ່ວນຫຼາຍມັນເປັນປາຈາກການໃຊ້ກະແສໄຟຟ້າຊ໊ອດ ຫຼື ວັດຖຸ ລະເບີດເນື່ອງຈາກໂຕປາບໍ່ມີຮ່ອງຮອຍຂູດເກັດປາອອກຈາມອງຫາປາ. ດັ່ງຊາວບ້ານນໍ້າຍ້ອນທ່ານກ່າວວ່າ.

“ກໍອາຊີບເຂົາເດ້ເຂົາຫາປາຂາຍເດ້ໄປຕະຫຼາດເຫັນເຂົາຂາຍເບິ່ງນີ້ໃສ່ມອງຈະໜ້ອຍສຸດແຫຼະສ່ວນຫຼາຍເຂົາໃສ່ຈີ້ໃສ່ຊ໊ອດໃສ່ອັນນັ້ນແຫຼະເບິ່ງນ່າເຮົາກໍເຫັນປາແລ້ວເຮົາເບິ່ງກໍອອກເດ້ມີແມ່ຄ້າຜູ້ທີ່ຮັບເອົາເນາະເຂົາຫາໄດ້ແລ້ວມາຂາຍແມ່ຄ້າຫັ້ນ ແລ້ວແມ່ຄ້າມາຢູ່ຕະຫຼາດຫັ້ນນ່າບໍ່ແມ່ນຜູ້ໄປຫາແລ້ວມາຂາຍໂດຍກົງບໍ່ແມ່ນເດ້ບໍ່ເຫັນຮອຍມັນຖືກມອງເນາະກໍສະແດງວ່າປາເຂົາລະເບີດປາມອງປາ 3 ປາກໍສໍ່າກັນມອງປາ 2 ປາກໍສໍ່າກັນ ຖ້າໃສ່ມອງກໍຮອຍແກ້ຮອຍຫຍັງກໍໂຕນີ້ມັນບໍ່ມີຮອຍແກ້ຮອຍຫຍັງເດ້ແລ້ວມອງປາມັນບໍ່ສະເໝີກັນຂູດເກັດມັນອອກຢູ່ບ່ອນຄ້ອງຫັ້ນນ່າສ່ວນຫຼຍເຂົາຖືກມອງແລ້ວເຂົາແກ້ອອກໂຕນີ້ມັນມີເລີຍເນາະ.”

ຊາວບ້ານປາກຮາວເໜືອກ່າວວ່າຖ້າເປັນປານໍ້າຂອງທີ່ມາຈາກເຂດບ້ານປາກງາວຈະມີລາຄາແພງໂດຍສະເພາະປາໂຈກແລະປາເຄິງ ທີ່ຄົນທ້ອງຖີ່ນນໍາມາຄົວກີນແລະເສີບເປັນອາຫານໃນເຮືອນແພ. ດັ່ງຊາວບ້ານປາກຮາວເໜືອທ່ານກ່າວວ່າ.

“ຂ້ອຍໄດ້ໄປຖາມແມ່ຄ້າຕອນນັ້ນຕອນໄປຊື້ຕະຫຼາດເຊົ້າຂ້ອຍກໍໄປຊອກຖາມເພີ່ນປານີ້ສ່ວນຫຼາຍມາທາງໃດເພີ່ນກໍບອກວ່າມາແຕ່ທາງປາກງາວສ່ວນຫຼາຍນ່າ, ຢູ່ທາງຫ້ວຍຊາວພີ້ຈະແພງຖ້າເປັນປາເປັນ ໆ ນີ້ໂລໜຶ່ງກໍເວົ້າເງິນໄທຍນີ້300 ຫາ 320 ບາດ ລາຄາຢູ່ພີ້ສູງຫຼາຍຖ້າເປັນໂຕຫັ້ນເດຖ້າວ່າເປັນໂຕທີ່ວ່າຕາຍແລ້ວຈະຖືກໜ້ອຍໜຶ່ງ, ສ່ວນຫຼາຍຢູ່ເຮືອນແພກໍເຮົາໄປກີນກໍເພິ່ນຊິຄົວໃຫ້ເຮົາຫັ້ນນ່າແຕ່ວ່າເພິ່ນໄລ່ເປັນກິໂລອໍສ່ວນຫຼາຍເປັນປາໂຈກບໍ່ຫຼືວ່າປາເຄິງນີ້ນ່າ.”

ກ່ຽວກັບເລື່ອງນີ້ເຈົ້າໜ້າທີ່ແຂວງບໍ່ແກ້ວທີ່ກ່ຽວຂ້ອງກ່າວວ່າພາກສ່ວນທີ່ທີ່ກ່ຽວຂ້ອງໄດ້ເຫັນຄລິບວີດີໂອທີ່ຊາວບ້ານເຂດບ້ານປາກງາວໂຍນລະເບີດໃສ່ປາແລ້ວ ແລະກຳລັງກວດກາທີ່ມາຂອງຄລິບຢູ່ພ້ອມຢັ້ງຢືນວ່າແຕ່ລະບ້ານພາຍໃນເມືອງຫ້ວຍຊາຍ ຈະມີເຂດວັງສະຫງວນເພື່ອອະນຸຮັກຊັບພະຍາກອນນໍ້າແລະຄາດວ່າກຸ່ມຄົນທີ່ຖີ້ມລະເບີດໃສ່ປາເທື່ອນີ້ອາດລັກລອບຖີ້ມລະເບີດໃນເຂດວັງສະຫງວນຖ້າຜູ້ກ່ຽວເຮັດຜິດກໍຈະມີການປະຕິບັດຕາມລະບຽບກົດໝາຍ. ດັ່ງເຈົ້າໜ້າທີ່ແຂວງບໍ່ແກ້ວທີ່ກ່ຽວຂ້ອງກ່າວວ່າ.

“ກໍຫ້າມໝົດຫັ້ນແຫຼະລະບຽບການມີໝົດແລ້ວມີແຕ່ວ່າເຈົ້າໜ້າທີ່ກໍາລັງກວດກາແລ້ວກໍຄັນວ່າຈັບໄດ້ໄລ່ທັນກໍປະຕິບັດຕາມລະບຽບຫຼັກການແຕ່ລະບ້ານແຕ່ລະເຂດເຂົາເຈົ້າກໍມີເດ້ເປັນເຂດສະຫງວນປະໄວ້ຫັ້ນນ່າແລ້ວພວກນີ້ກໍອາດຈະລັກລອບເປັນຈັ່ງໃດກໍມີ.”

 ປັດຈຸບັນເຈົ້າໜ້າທີ່ຂັ້ນບ້ານ ແລະ ຂັ້ນເມືອງທີ່ກ່ຽວຂ້ອງຍັງບໍ່ສາມາດຫ້າມຊາວບ້ານຢຸດຫາປາດ້ວຍການທຳລາຍຊັບພະຍາກອນນໍ້າໄດ້ເດັດຂາດເທື່ອເນື່ອງຈາກພົບຄວາມຫຍຸ້ງຍາກໃນການແກ້ໄຂບັນຫານີ້. ດັ່ງຊາວບ້ານນໍ້າຍ້ອນໄດ້ກ່າວຕື່ມວ່າ.

“ບາງເທື່ອເຂົາກໍຫາບ່ອນອື່ນມາລະເບີດປາປາກງາວປານໍ້າງາວມັນແຊບເດ້ເຂົາກໍເລີຍຕົວະແນວນັ້ນ, ເອົາແດ່ຫ້າມເຂົາຫຼາຍກໍຕອນເຂົາໄປບໍ່ຊ່າງເຫັນບໍ່ຊ່າງຮູ້ເດ່ເຮົາຫ້າມເຂົາຫຼາຍກໍບໍ່ດີນາຍບ້ານກໍບໍ່ກ້າເຮັດບາດນີ້ມອບຂັ້ນເທີງກໍກບໍ່ກ້າຢູ່ໄກພວກນີ້ພວກຂີ້ຢາພວກກີນຢາມ້າຢາເມົາບໍ່ພໍໃຈແລ້ວບໍ່ຢູ່ກັບພັກບໍ່ຢູ່ກັບລັດຢູ່ກັບປະຊາຊົນບາດນີ້ຊິມາເຂົ້າມາຍິງໂອ້ມັນຊິເຮັດລັກແບບມືດ ໆ ໂອ້ອັນຕະລາຍເດ້.”

 ຕາມປະມວນກົດໝາຍອາຍາມາດຕາ 332 ການຫາປາ ແລະ ສັດນໍ້າແບບດັບສູນ ເຊັ່ນ ໃຊ້ລະເບີດ, ຢາເບືອ, ທາດເຄມີ ແລະ ໄຟຟ້າຊອດ ມີໂທດ ຕັດອິດສະລະພາບ 3 ເດືອນຫາ 1 ປີ ປັບໃໝເງິນ 3,000,000 ກີບ ຫາ 10,000,000 ກີບ. ຖ້າກະທຳຜິດສ້າງຄວາມເສັຍຫາຍຫຼາຍ ຕັດອິດສະລະພາບ 3 ເດືອນຫາ 2 ປີ ປັບໃໝຄູນສອງຂອງມູນຄ່າເສັຍຫາຍ ແລະ ຖ້າກະທຳຜິດຫຼາຍຄັ້ງເປັນອາຈີນ ຕັດອິດສະພາບ 2-5 ປີ ປັບໃໝຄູນສອງຂອງມູນຄ່າເສັຍຫາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org