ຍັງມີການລັກ ຊັອດປາ ຢູ່ຕາມລຳ ແມ່ນ້ຳຂອງ

ຈຳປາທອງ
2022.10.04
ຍັງມີການລັກ ຊັອດປາ ຢູ່ຕາມລຳ ແມ່ນ້ຳຂອງ ນີ້ຄືວິທີການຫາປາ ຕາມປົກກະຕິ ຂອງຊາວບ້ານ ທີ່ຢູ່ຕາມລຳແມ່ນ້ຳຂອງ ເພື່ອລ້ຽງຄອບຄົວ.
RFA

ຢູ່ເມືອງ ແລະແຂວງໄຊຍະບູຣີ ຍັງມີຊາວບ້ານ ບ້ານປາກເຮົ້າ ຈໍານວນນຶ່ງ ໄປຫາປາ ຕາມ​ລຳ​ແມ່​ນ້ຳ​ຂອງ ດ້ວຍການລັກໃຊ້ໄຟຟ້າຊັອດປາຢູ່ ເປັນຕົ້ນໃນຣະດູຝົນ ຊຶ່ງເປັນ ຣະດູປາໄຂ່ ຂຍາຍພັນ ເຖິງແມ່ນວ່າ ຈະມີກົດໝາຍຄຸ້ມຄອງສັດນໍ້າ ແລະສັດປ່າຫ້າມໃຊ້ ເພື່ອປ້ອງກັນ ບໍ່ໃຫ້ປາສູນພັນ ມາຕັ້ງແຕ່ປີ 2008 ພຸ້ນແລ້ວກໍຕາມ.

ກ່ຽວ​ກັບ​ເຣື່ອງ​ທີ່​ວ່ານີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນບ້ານປາກເຮົ້າ ​ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 4 ກັນຍານີ້ວ່າ ຊາວບ້ານຫລາຍຄົນກັງວົນ ຢ້ານປາບໍ່ສາມາດ ວາງໄຂ່ ແລະແຕກ​ອອກເປັນລູກໄດ້ ຕາມຣະດູການ, ຢ້ານ​ປາ​ຈະ​ສູນ​ພັນ ແລະຈະສົ່ງ ຜົ​ລກະທົບໄປເຖິງຊາວບ້ານ ທີ່ຕ້ອງການຫາປາ ໃນແມ່ນໍ້າຂອງ ເພື່ອລ້ຽງ​ຄອບ​ຄົວ ຍ້ອນຈະ ຫາປາຍາກຂຶ້ນກວ່າເກົ່າ.

ມີຄົນຢູ່ນີ້ແຫລະ ຢູ່ປາກເຮົ້ານີ້ແຫລະ ເວົ້າເຣື່ອງການ ຊັອດເນາະ ເຮັດແບບບໍ່ຖືກຕ້ອງນີ້ ກະເປັນຫ່ວງຢູ່ເຣື່ອງກ່ຽວກັບ ການຫາກິນແບບນີ້ຫັ້ນນ່າແລ້ວ ມັນກະເປັນການ ສູນເສັຽເປັນການສູນພັນ ຫັ້ນນ່າ ເພາະວ່າຄົນຢູ່ພາຍໃນຈັ່ງຊີ້ ມັນກະຫາກິນໄດ້ຍາກເນາະ ຕໍ່ໜ້າໄປຫັ້ນນ່າ.

ທ່ານກ່າວຕໍ່ໄປວ່າ ໃນເບື້ອງຕົ້ນນີ້ ເຈົ້າໜ້າທີ່ບ້ານ ກໍໄດ້ຈັບຜູ້ລັກໃຊ້ໄຟຟ້າຊັອດປາ ໃນແມ່ນໍ້າຂອງ, ແລ້ວ 2 ຄົນ ໂດຍໄດ້ນໍາໂຕໄປລົງບັນທຶກ ປະຈໍາວັນໄວ້ ແລະ​ທັງ​ໄດ້ຍຶດເຄື່ອງມືຊັອດປາ 1 ເຄື່ອງ ໄວ້ນໍາດ້ວຍ ແລະທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຈະໄດ້ ພິຈາຣະນາ ບົດລົງໂທດໃນຂັ້ນຕໍ່ໄປ.

ໄດ້ຕັກເຕືອນ ພໍ່ແມ່ປະຊາຊົນຕລອດຢູ່, ກະເພິ່ນວ່າກະມີແຕ່ 2 ຄົນຫັ້ນ ວ່າຊັ້ນ. ກະຍັງບໍ່ທັນໄດ້ແລ້ວເທື່ອ ຕອນນີ້ກໍາລັງ ເອົາຂອງກາງມາຢູ່ ຄັນຖ້າທາງ ຂັ້ນເທິງພິຈາຣະນາ ໃຫ້ທິດແບບໃດ ເຮົາກໍຈະໄດ້ປະຕິບັດແບບນັ້ນ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງໄຊຍະບູຣີ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວ ໃນ​ມື້​ດຽວ​ກັນ​ນີ້ວ່າ ບັນຫານີ້ ແມ່ນຍັງມີຢູ່ ໂດຍສະເພາະຢູ່ເຂດບ້ານ ທີ່ຕິດກັບແຄມນ້ຳຂອງ ຊຶ່ງທີ່ຜ່ານມາ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍໄດ້ອອກແຈ້ງການ ແລະ​ໄດ້​ເຜີຍ​ແພ່ກົດໝາຍຫ້າມ ໃຫ້ປະຊາຊົນຮູ້ຢູ່ຕລອດ, ຫ້າມບໍ່​ໃຫ້ໃຊ້ໄຟຟ້າຊັອດສັດນໍ້າ ຫລືລະ ເບີດສັດນໍ້າເດັດຂາດ.

ແຕ່ລະບ້ານ ພວກເຮົາກໍໄດ້ໄປ ໂຄສະນາ ແລະເຜີຍແພ່ ເວົ້າເຣື່ອງກົດລະບຽບ ການຫາປາແບບດັບສູນ ເປັນຕົ້ນວ່າລະເບີດ, ຍິງປາ, ຊັອດປາ ເຮົາກໍໄດ້ເວົ້າໝົດແລ້ວ ມີມາຕການເຣື່ອງການປັບໃໝ, ການລົງໂທດເດ໋ ແຕ່ວ່າເຣື່ອງການຄຸ້ມຄອງ ການຈັດຕັ້ງປະຕິບັດກໍຍັງຂາດໆເຂີນໆ ຫັ້ນແຫລະ ບໍ່ທັນປົກກະຕິ ມັນໄກແດ່ກະຄຸ້ມຄອງບໍ່ໄດ້ ມັນກະມີຢູ່ບັນຫາໂຕນີ້ນ່າ.

ອີງຕາມ​ປະ​ມວນ ກົດໝາຍອາຍາ ໝວດທີ 9 ວ່າ​ດ້ວຍການກະທໍາຜິດ ກ່ຽວກັບຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ, ມາດຕຣາ 336 ​ທີ່​ເວົ້າ​ເຖິງ​ການ​ທຳ​ລາຍ ​ຊັ​ພ​ຍາ​ກອນ​ສັດ​ນ້ຳ ລະບຸວ່າ ບຸກຄົນໃດຫາກໄດ້ໃຊ້ສານພິດ, ວັດ​ຖຸ​ລະເບີດ, ສານເຄມີ, ກະ ແສໄຟຟ້າ ຫລື ວິທີການປະມົງ ​ທີ່​ຕ້ອງ​ຫ້າມ... ກໍ່ຄວາມເສັຽຫາຍ ຈະຖືກລົງໂທດຕັດ ອິສຣະພາບ ແຕ່ 6 ເດືອນ ຫາ 3 ປີ ຫລື ຈະ​ຖືກດັດສ້າງ ໂດຍບໍ່ຕັດອິສຣະພາບ ແລະ ຈະຖືກປັບໃໝແຕ່ 10,000,000 ກີບ ຫາ 50,000,000 ກີບ.

ພ້ອມດຽວກັນນັ້ນ ຊາວບ້ານ ຢູ່ແຂວງໄຊຍະບູຣີ ຄົນນຶ່ງ ກໍເວົ້າວ່າ ຊາວບ້ານຮູ້ກົດໝາຍ ທີ່​ວ່າ​ນັ້ນໝົດແລ້ວ ແຕ່ກໍຍັງມີຄົນລະເມີດຢູ່ ຍ້ອນຢາກໄດ້ປາຫລາຍ ໂດຍບໍ່ຄໍານຶງເຖິງ ຜົ​ລກະທົບຕາມມາ ພາຍຫລັງ ຊຶ່ງຕົນເອງກໍມີຄວາມເປັນຫ່ວງ, ບໍ່ຢາກໃຫ້ມັນເກີດຂຶ້ນອີກ ຍ້ອນວ່າປາຈະສູນພັນ. ປັດຈຸບັນ ຊາວບ້ານ ກໍຫາປາໄດ້ຍາກຢູ່ແລ້ວ ແລະກໍຈະຍິ່ງ​ຫາໄດ້ຍາກຂຶ້ນກວ່າເກົ່າ.

ຮູ້ໝົດແລ້ວກົດໝາຍ ເຂົາກະມາ ຜ່ານຕລອດ ຄົນທີ່ມັນບໍ່ຟັງຫັ້ນດອກ ຄົນດື້ຄົນດ້ານຍັງເຮັດຢູ່ ກະເປັນຫ່ວງຄືກັນ ຢ້ານມັນຈິບຫາຍເນາະ ຄັນວ່າເຮັດ ແມ່ນຫຍັງກະຕາຍໄປໝົດ ດຽວນີ້ຫາຍາກ ແຕ່ກ່ອນປາມີບັກຫລາຍໆ ຢູ່ຫ້ວຍຢູ່ຮ່ອງເລັກໆນ້ອຍໆ ກະໄປສ້ອນເອົາກະໄດ້ ດຽວນີ້ໆໂອ໋ຍມີແຕ່ແມ່ນໍ້າຊື່ໆ.

ຊາວບ້ານ ​ຢູ່ແຂວງໄຊຍະບູຣີ ອີກຄົນນຶ່ງ ກໍເວົ້າວ່າ ເຣື່ອງນີ້ບໍ່ຢາກໃຫ້ເກີດຂຶ້ນອີກ ເພາະໄລຍະນີ້ ເປັນໄລຍະທີ່ປາກໍາລັງວາງໄຂ່ ຖ້າມີຄົນໄປໃຊ້ໄຟຟ້າຊັອດ ແນ່ນອນວ່າ ປາຕ້ອງຕາຍສູນພັນ ແລະຊາວບ້ານແຄມຂອງ ທີ່ຫາປາກໍຈະຫາໄດ້ຍາກຂຶ້ນ.

ກະເປັນຫ່ວງຢູ່ ໄລຍະນີ້ກະເປັນຊ່ວງໄລຍະ ທີ່ສັດນໍ້າກໍາລັງປະສົມພັນເນາະ ກະບໍ່ຢາກໃຫ້ພໍ່ແມ່ ປະຊາຊົນ ແລະກຸ່ມຄົນບໍ່ດີໄປຊັອດ, ຄັນຊັອດແລ້ວມັນຈະສູນພັນ.

ນັກວິຊາການ ດ້ານສິ່ງແວດລ້ອມ ຢູ່ແຂວງໄຊຍະບູຣີ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 4 ສິງຫານີ້ວ່າ ການໃຊ້ໄຟຟ້າຊັອດສັດນໍ້າ ຫລືຊັອດປາໃນແມ່ນໍ້າຂອງ ກໍຖືວ່າມີຄວາມຜິດແນ່ນອນ. ຖ້າຫາກເຈົ້າໜ້າທີ່ຈັບໄດ້ ກໍຈະຖືກວ່າ ໄປຕາມກົດໝາຍບ້ານເມືອງ. ຖ້າຫາກມີຄົນລະເມີດ ຢູ່ຕໍ່ເນື່ອງ ກໍຈະສົ່ງຜົລກະທົບໄລຍະຍາວ, ຈະເຮັດໃຫ້ປາສູນພັນ ແລະສົ່ງຜົນກະທົບ ອັນ​ບໍ່​ດີຕໍ່ລະບົບນິເວສ, ທີ່ສໍາຄັນ ແມ່ນເຈົ້າໜາທີ່ບ້ານ ຈະຕ້ອງເປັນຫູເປັນຕາຊ່ອຍ. ບັນ​ຫາ​ນີ້ ຈຶ່ງຈະຫລຸດຜ່ອນ ລົງໄດ້ ແລະທີ່ຜ່ານມາ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍໄດ້ລົງກວດກາຢູ່ເປັນໄລຍະໆ ແຕ່ກໍ ບໍ່ພົບຄົນລັກເອົາ​ໄຟ​ຟ້າຊັອດປາ, ມີ​ແຕ່ພົບເຫັນຮ້ານຄົນຈີນ ເປັນສ່ວນໃຫຍ່ ທີ່ລັກຂາຍ ອຸປກອນໄຟ​ຟ້າຊັອດປາ ຊຶ່ງເຈົ້າໜ້າທີ່ ກໍໄດ້ຍຶດ ແລະນໍາໄປທໍາລາຍຖິ້ມ.

ດັ່ງ​ທີ່​ທ່ານ​ກ່າວ​ວ່າ:

ໄລຍະນີ້ ມັນໄລຍະການວາງໄຂ່ ຂອງປານີ້ແຫລະ ມັນມີຜົນກະທົບ ມັນຈະ ບໍ່ມີການຂຍາຍພັນ ໄດ້ຫັ້ນແຫລະ ມັນຈະເປັນໝັນ ເປັນຫຍັງໝົດຫັ້ນນ່າ ຄືວ່າແຫລະ ມັນມີຊ່ອງຫວ່າງ ເຂົາເຈົ້າກໍລົງກວດ ເຄື່ອງຊັອດປານີ້ນ່າ ຢູ່ຕາມຫ້າງຮ້ານຈີນ ມັນຈະມີຫລາຍເນາະ ເອົາມາທໍາລາຍໝົດ ຫັ້ນແຫລະ ເປັນຫລັກກໍແມ່ນ ການປົກຄອງບ້ານຫັ້ນແຫລະ ຕ້ອງເປັນຫູເປັນຕາ ຊ່ວຍເຈົ້າໜ້າທີ່ຫັ້ນແຫລະ.

ເມື່ອກ່ອນໜ້ານີ້ ຄືວັນທີ 17 ສິງຫາ​ທີ່​ຜ່ານ​ມາ ຊາວບ້ານຈໍານວນນຶ່ງ ຢູ່ເມືອງສັງທອງ ນະຄອນຫລວງວຽງຈັນ ກໍລັກລະເບີດປາ ໃນແມ່ນໍ້າຂອງ ໂດຍສະເພາະ ໃນເຂດບ້ານ​ອ່າງ​ນ້ອຍ ແລະບ້ານອ່າງສຳມະນາ ບ່ອນທີ່ມີການໃຫ້ນັກລົງທຶນໄທຍ ແລະ ຈີນ ສັມປະທານ ລະເບີດຫິນພູ ທີ່ຢູ່ກົງກັນຂ້າມ ກັບເມືອງສັງຄົມ ແຂວງໜອງຄາຍ ຂອງໄທຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.