ຊາວດອນສະໂຮງຕ້ອງໄດ້ເຊົາ ຫາປາ
2014.12.17
ຊາວບ້ານ ຄົນນຶ່ງ ມີອາຊີພ ຫາປາ ຢູ່ໃນເຂດ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ເວົ້າກັບ ເອເຊັຽ ເສຣີ ເມື່ອວັນ ທີ 12 ທັນວາ ໃນ ຕອນທີ່ ເດີນທາງໄປ ຢ້ຽມຢາມ ດອນສະໂຮງ ວ່າ ເຂົາເຈົ້າ ເປັນຫ່ວງ ຫາກ ມີການ ເລີ້ມສ້າງ ເຂື່ອນ ດອນສະໂຮງ ແລ້ວ ຈະເຮັດ ໃຫ້ຊີວິດ ຂອງ ເຂົາເຈົ້າ ລໍາບາກ ຍ້ອນເພິ່ນ ບໍ່ໃຫ້ຫາປາ ຕໍ່ໄປອີກ ແລະ ບໍ່ຮູ້ວ່າ ຈະຫາ ອາຊີພ ຫຍັງ. ດັ່ງ ຊາວບ້ານ ເວົ້າວ່າ:
"ຈັກສີ່ຄຶດ ເອົາວິຊາ ອາຊີພ ທາງໃດ ຄັນວ່າ ພາກຣັຖ ຫັນທິດ ບໍ່ຢາກໃຫ້ ຫາປາ ບໍ່ທັນໄດ້ ຮູ້ຈັກ ຄັນວ່າຫາປາ ບໍ່ໄດ້ ກະວ່າສີ່ປ່ຽນ ອາຊີພ ໃໝ່ ເຮັດນັ້ນ ເຮັດນີ້ ຫລື ວ່າລ້ຽງສັດ ສາວາ ສິ່ງ ຫລືວ່າ ອື່ນນີ້ກ່າ ບໍ່ທັນຮູ້ ມີແຕ່ວ່າ ຢູ່ໄປ ຟັງໄປ ລໍໄປ".
ຊາວບ້ານ ຄົນນີ້ ມີອາຊີພ ຫາປາ ຂັບເຮືອ ໂດຍສານ, ຜູ້ເປັນເມັຽ ເຮັດອາຊີພ ຄ້າຂາຍ ເລັກນ້ອຍ, ແລະ ມີລູກ 4 ຄົນ, ຜົວກັບເມັຽ ມີຣາຍໄດ້ ຄົນນຶ່ງ ປະມານ 2 ແສນ ກີບ ຕໍ່ເດືອນ. ລາວວ່າ ລາວກໍຍັງ ຄິດ ບໍ່ອອກວ່າ ຄັນເພິ່ນສ້າງ ເຂື່ອນ ແລະ ຫ້າມ ຫາປາ ແລ້ວ ບໍ່ຮູ້ວ່າ ສີ່ເຮັດຫຍັງ ເພື່ອ ມີລາຍໄດ້ ລ້ຽງ ຄອບຄົວ. ລາວວ່າ ຫລາຍຄົນ ກ່າບໍ່ເຫັນດີ ນໍາການສ້າງ ເຂື່ອນ ນີ້ ແຕ່ບໍ່ ສາມາດ ເວົ້າ ຕໍ່ ຣັຖບານ ຍ້ອນຢ້ານວ່າ ຈະມີບັນຫາ ໃຫ້ ຕົນເອງ:
"ສີ່ວ່າບໍ່ມັກ ເຮົາກໍເວົ້າ ບໍ່ສິ້ນສຸດ ກໍແໜງສູ່ ຖືວ່າ ເຫັນດີໄປ ກໍຄິດວ່າ ເວົ້າແລ້ວ ສີ່ບໍ່ໄດ້ ຕາມ ຄາດຫໝາຍ ກໍຄິດວ່າ ບໍ່ເວົ້າສີ່ ເປັນ ການດີ".
ເຈົ້າໜ້າທີ່ ກະຊວງ ອຸດສາຫະກັມ ແລະ ບໍ່ແຮ່ ວ່າມີ ປະຊາຊົນ 6 ບ້ານ ທີ່ຢູ່ໃກ້ເຂດ ໂຄງການ ເຂື່ອນ ດອນສະໂຮງ ແລະ ຄາດວ່າ ຈະໂຍກຍ້າຍ ປະຊາຊົນ 10 ຄອບຄົວ ອອກ ຈາກ ບໍຣິເວນ ສ້າງ ເຂື່ອນ.