ເຈົ້າໜ້າທີ່ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກັມ ແລະປ່າໄມ້ ແລະສູນວິຈັຍ ໂຣກຣະບາດ ນະຄອນຫຼວງ ວຽງຈັນ ໄດ້ພິສຸດ ພົບວ່າສາເຫດ ປາຕາຍຢູ່ວັງສະຫງວນ ນໍ້າງາວຢູ່ເຂດ ບ້ານປຸ່ງນາໜຸນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນວັນທີ 12 ກຸມພາ 2017 ນັ້ນແມ່ນເປັນຍ້ອນ ສານເຄມີ ຈາກ ສວນກ້ວຍຈີນ. ຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ແຂວງບໍ່ແກ້ວ ຕໍ່ RFA ໃນວັນທີ 23 ກຸມພາ:
"ປາຫລືວ່າເລືອດຂອງຄົນ ໄປກວດເບິ່ງ ທາງສູນຣະບາດ ຢູ່ວຽງຈັນວ່າ ມັນມີ ສານເຄມີ ຕ່າງໆຫັ້ນນະນໍ ທາງຈີນນີ້ເພີ່ນ ເຮັດສວນກ້ວຍ ຢູ່ເທິງນໍ້າຕົວນີ້ນໍ ເພີ່ນປ່ອຍ ສານທາດສິດ ລົງມາ ສານເຄມີ ປູກກ້ວຍຫັ້ນນະ ລົມາໃສ່ແມ່ນໍ້າ ຫັ້ນນະ".
ທ່ານເວົ້າວ່າ ຫລັງຈາກທີ່ຮູ້ສາເຫດ ຂອງການເຮັດໃຫ້ ປາຕາຍນັ້ນແລ້ວ ກໍໄດ້ປ້ອຍຕົວ ຜູ້ຕ້ອງຫາ 2 ຄົນທີ່ຖືກສົງສັຍ ວ່າເປັນຜູ້ເບື່ອປາ ເພື່ອເອົາໄປຂາຍ ຊຶ່ງຕໍາຣວດ ກັກຂັງນັ້ນແລ້ວ. ຂະນະນີ້ ເຈົ້າໜ້າທີ່ ແຂວງບໍ່ແກ້ວ ແລະ ເຈົ້າໜ້າທີ່ ເມືອງຫ້ວຍຊາຍ ກໍາລັງຮ່າງ ບົດ ລົງໂທດ ເຈົ້າຂອງສວນກ້ວຍ ຂອງຈີນ ທີ່ໄດ້ປ່ອຍ ສານພິດເຄມີ ນັ້ນລົງໃນນໍ້າ ແລະໄດ້ໃຊ້ສານພິດ ນັ້ນເກີນ ປະຣິມານ ທີ່ທາງການ ກໍານົດໃຫ້. ເຈົ້າໜ້າທີ່ທາງການ ເຕືອນປະຊາຊົນ ໃນເຂດເກີດເຫດ ບໍ່ໃຫ້ຫາປາ ແລະໃຊ້ນໍ້າ ໃນເຂດດັ່ງກ່າວ ເປັນການຊົ່ວຄາວ.
"ເຈົ້າໜ້າທີ່ ຍັງສືບສວນສອບສວນ ຢູ່ນໍ ສວນກ້ວຍ ກໍຈະໃຫ້ດໍາເນີນ ຕາມກົດໝາຍ ຢ່າງເດັດຂາດ ແຫຼະນໍ.ດຽວນີ້ກໍກໍາລັງ ດໍາເນີນ ການສອບສວນຢູ່ນໍ ດຽວນີ້ນີ່ ສົ່ງທາງເຈົ້າໜ້າທີ່ ລົງໄປ ປ້ອງກັນ ແລ້ວເພະວ່າ ບ້ານທີ່ຢູ່ ໃກ້ຄຽງແລ້ວ ເພາວ່າບ້ານທີ່ ຢູ່ໃກ້ຄຽງ ບໍ່ໄດ້ຮັບຂໍ້ມູນ ຂ່າວ ສານຫັ້ນນະ"
ທ່ານກ່າວຕື່ມວ່າ ເຈົ້າຂອງສວນກ້ວຍຈີນ ທີ່ຖືກສອບສວນ ຢູ່ຕອນນີ້ ມີພຽງສວນກ້ວຍ ດຽວ ທີ່ຢູ່ໃກ້ກັບ ນໍ້າງາວ ຊຶ່ງເປັນສວນກ້ວຍ ຂນາດໃຫຍ. ສ່ວນວ່າ ຈະໃຫ້ເຊົາປູກກ້ວຍ ຫລືວ່າຈະໃຫ້ປູກ ຕໍ່ໄປ ຫລືວ່າ ຈະດໍາເນີນຄະດີ ແນວໃດນັ້ນ ຕ້ອງລໍຖ້າ ຄໍາຕົກລົງ ຂອງທາງການ ທີ່ກ່ຽວຂ້ອງກ່ອນ.