ຣະບົບເຕືອນພັຍນໍ້າຖ້ວມ ແຂວງພາກໃຕ້

ບໍຣິສັດ ທີ່ປຶກສາ ແມ່ຂອງ ຈໍາກັດ ກຽມສ້າງໂຄງການ ກ່ຽວກັບ ຣະບົບ ພຍາກອນອາກາດ ແລະ ແຈ້ງເຕືອນ ພັຍນໍ້າຖ້ວມ ຢູ່ແຂວງພາກໃຕ້ ເພື່ອ ຫລຸດຜ່ອນ ຜົລກະທົບ ຈາກນໍ້າຖ້ວມ.

ວັນທີ 18 ກັນຍາ 2020 ເກີດເຫດນໍ້າຖ້ວມກະທັນ ໃນຫຼາຍເຂດ ຢູ່ນະຄອນປາກເຊ ແຂວງຈໍາປາສັກ. ນັກຂ່າວພົລເມືອງ

ບໍຣິສັດທີ່ປຶກສາແມ່ຂອງຈໍາກັດ ຊຶ່ງເປັນບໍຣິສັດພາຍໃນລາວ ກຽມສ້າງໂຄງການ ຕິດຕັ້ງຣະບົບພຍາກອນ ແລະ ແຈ້ງເຕືອນພັຍ ຢູ່ແຂວງ ຕ່າງໆທາງພາກໃຕ້ຂອງລາວ ເປັນຕົ້ນ ແຂວງສາລະວັນ, ຈໍາປາສັກ ແລະ ເຊກອງ ເພື່ອຫລຸດຜ່ອນ ຜົລກະທົບ ຈາກພັຍນໍ້າຖ້ວມ ໃນ ອະນາຄົດ ພາຍຫລັງບໍຣິສັດ ດັ່ງກ່າວ ໄດ້ເລີ່ມລົງມືສໍາຣວດພື້ນທີ່ ນໍ້າຖ້ວມ ແລະ ສັມພາດປະຊາຊົນ ໃນແຕ່ລະທ້ອງຖິ່ນ ນັບຕັ້ງແຕ່ທ້າຍ ເດືອນ ຕຸລາ ທີ່ຜ່ານມາເຖິງປັດຈຸບັນ, ດັ່ງເຈົ້າໜ້າທີ່ບໍຣິສັດ ດັ່ງກ່າວ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 11 ພຶສຈິກາ ນີ້ວ່າ:

“ໂອ໋ໂຕນີ້ເປັນປ້ອງກັນພັຍນໍ້າຖ້ວມ ເຈົ໋າ ແມ່ນແລ້ວເຈົ໋າ ກໍາລັງຢູ່ໃນຂັ້ນຕອນການປັບປຸງ ໂຕນີ້ເປັນໂຄງການເລີຍເຮົາກໍາລັງເກັບກໍາຂໍ້ມູນ ຕາມທີ່ໄດ້ຂຽນຣາຍງານຫັ້ນລະວ່າ ພວກເຮົາໄດ້ເຮັດກັບເກົາຫລີນະ ເຈົ໋າ ໂຕນີ້ໂຄງການ.”

ສໍາລັບຣາຍລະອຽດຕ່າງໆ ຂອງໂຄງການນີ້ ເປັນຕົ້ນວ່າ ໄດ້ຮັບງົບປະມານຈາກໃສຈໍານວນເທົ່າໃດ ໃຊ້ເວລາສໍາຣວດດົນປານໃດ ຈະເລີ່ມ ສ້າງປີໃດ ແລະສູນກາງຂອງໂຄງການນີ້ ຈະຕັ້ງຢູ່ແຂວງໃດນັ້ນ ຍັງບໍ່ສາມາດຮູ້ໄດ້, ຕ້ອງລໍຖ້າຈົນກວ່າວ່າ ຈະສໍາເຣັດການສໍາຣວດ ແລະ ຫລັງຈາກນັ້ນຈະໄດ້ເປີດເຜີຍຂໍ້ມູນຢ່າງເປັນທາງການ ຜ່ານເຟສບຸກຂອງທາງບໍຣິສັດນີ້.

ເຈົ້າໜ້າທີ່ແຂວງສວັນນະເຂດ ທ່ານນຶ່ງທີ່ບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໂຄງການດັ່ງກ່າວຂອງບໍຣິສັດປຶກສາ ແມ່ຂອງ ຖືເປັນການດີຕໍ່ປະຊາຊົນໃນຫລາຍ ທ້ອງຖິ່ນທາງພາກໃຕ້ ຍ້ອນມັນຈະຊ່ວຍເຕືອນພັຍ ລ່ວງໜ້າ ໃຫ້ຊາວບ້ານມີເວລາອົພຍົບ, ຂົນຍ້າຍເຄື່ອງຂອງທັນ ແທນທີ່ຈະລໍຖ້າຟັງ ແຕ່ແຈ້ງການ ຈາກກົມອຸຕຸນິຍົມ ແລະ ອຸທົກສາດ:

“ກະເປັນຜົລດີຫັ້ນແຫລະ ມັນມີການແຈ້ງເຕືອນລ່ວງໜ້າ ມັນກະການກະກຽມ ໃນການຮັບມືມັນກະໄວຂຶ້ນເນາະ ປະຊາຊົນກະໄດ້ປັບໂຕໄວ ຂຶ້ນ ແຕ່ປີ 2019 ມັນກະຖ້ວມໄວເນາະ ແຕ່ວ່າປີນີ້ມັນຖ້ວມຊ້າ ແລະ ກົມອຸຕຸນິຍົມ ເພິ່ນກະແຈ້ງແຕ່ລະໄລຍະໆ ຢູ່ເຣື່ອງພະຍຸ.”

ຊາວບ້ານນາງນຶ່ງ ທີ່ຫາກໍ່ໄດ້ຮັບຜົລກະທົບຈາກພັຍນໍ້າຖ້ວມ ຢູ່ແຂວງສວັນນະເຂດ ເມື່ອໄວໆມານີ້ ກໍຮູ້ສຶກດີໃຈ ທີ່ບໍຣິສັດດັ່ງກ່າວ ຈະມີ ໂຄງການນີ້ຂຶ້ນ ແລະຫວັງວ່າ ຈະຕິດຕັ້ງມາຮອດແຂວງສວັນນະເຂດ ເພາະປີນີ້ຖືກນໍ້າຖ້ວມໜັກ ແລະ ເສັຍຫາຍຫລາຍກວ່າແຂວງອື່ນໆ ຍ້ອນບໍ່ມີຣະບົບເຕືອນພັຍ ໄດ້ແຕ່ຕິດຕາມຂ່າວພະຍຸ ທາງສື່ອອນລາຍເທົ່ານັ້ນ, ດັ່ງນາງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ດີແຫຼະ ແຮງດີແຫຼະເນາະ ຖ້າວ່າມີເຕືອນພັຍ ກະເຮັດໃຫ້ຊາວບ້ານ ບໍ່ໄດ້ມີເສັຽຂອງຫຼາຍ ມີແຕ່ເບິ່ງຢູ່ໃນຂ່າວເຟສບຸກນີ້ແຫຼະ. ເຮືອນ ປະຊາຊົນແຖວແຄມເຊ ຂະເຈົ້າກະຮູ້ຈັກແນ່ ບໍ່ຮູ້ຈັກແນ່ ຜູ້ໃດກຽມ ທັນລະກະທັນ ຜູ້ໃດກຽມບໍ່ທັນແຫລະຖືວ່ານໍ້າຖ້ວມໝົດ.”

ຊາວບ້ານຢູ່ແຂວງພາກໃຕ້ ອີກຄົນນຶ່ງເຊື່ອວ່າ ຕໍ່ໄປເມື່ອມີຣະບົບ ແຈ້ງເຕືອນພັຍນໍ້າຖ້ວມ ກໍອາຈຊ່ວຍຫລຸດຜ່ອນ ຄວາມເສັຽຫາຍ ຂອງ ປະຊາຊົນ ໄດ້ຫລາຍ ເພາະນໍ້າຖ້ວມທີ່ຜ່ານມາ ຫລາຍໆຄັ້ງ ຊາວບ້ານບໍ່ໄດ້ ຮັບສັນຍານແຈ້ງເຕືອນພັຍເລີຍ ແລະບໍ່ໄດ້ກຽມພ້ອມລ່ວງໜ້າ ພໍເທົ່າໃດ ດັ່ງທີ່ທ່ານກ່າວວ່າ:

“ມີຜົລດີຫຼາຍ ນຶ່ງແລ້ວເຮົາກະໄດ້ຮູ້ມັນລ່ວງໜ້າ ລໍາບາກແຫຼະ ຄັນຕໍ່ໜ້າໄປຄັນບໍ່ມີເຄື່ອງເຕືອນພັຍ ແລ້ວກໍບໍ່ມີການແຈ້ງເຕືອນເພາະວ່າ ມັນສິເອົານໍາບໍ່ທັນ ຄືມັນມານີ໋ມັນກະມາໄວແບບນີ້ນະ.”

ບໍຣິສັດທີ່ປຶກສາແມ່ຂອງຈໍາກັດ ເປັນບໍຣິສັດບໍຣິການໃຫ້ຄວາມຮູ້ດ້ານວິຊາການ ແລະຄວາມຊໍານານ ແກ່ໂຄງການຕ່າງໆໃນລາວເປັນຕົ້ນ ການສ້າງຕຶກອາຄານ, ຖນົນ, ຂົວ ແລະ ໂຄງການກໍ່ສ້າງອື່ນໆ. ບໍຣິສັດນີ້ມີມາ ແຕ່ປີ 2011 ໂດຍທຶນສ່ວນໃຫຍ່ ແມ່ນມາຈາກອົງການ ຈັດຕັ້ງພາຍໃນ ແລະຕ່າງປະເທດຮວມເຖິງອົງການ ທີ່ບໍ່ຂຶ້ນກັບຣັຖບານ ຊຶ່ງທີ່ຜ່ານມາໄດ້ເຮັດໂຄງການຕ່າງໆໃນລາວແລ້ວ 32 ໂຄງການ ແລະກໍາລັງດໍາເນີນຢູ່ອີກ 10 ໂຄງການ.

ກ່ອນໜ້ານີ້ ເຈົ້າໜ້າທີ່ລາວ ຜູ້ບໍ່ປະສົງອອກຊື່ທ່ານນຶ່ງ ກໍມີເຫັນວ່າ ລາວເປັນປະເທດນຶ່ງທີ່ ຣະບົບແຈ້ງເຕືອນພັຍນໍ້າຖ້ວມ ແລະພັຍພິບັດ ທາງທັມຊາດ ຍັງບໍ່ຄວບຄຸມທຸກພື້ນທີ່ ແລະທຸກແຂວງ ຊຶ່ງຊາວບ້ານ ຫລາຍຄົນເຊື່ອວ່າ ເປັນສາເຫດນຶ່ງ ທີ່ເຮັດໃຫ້ຊາວບ້ານຫລາຍເຂດ ໄດ້ຮັບຜົລກະທົບໜັກໜ່ວງ ຈາກພັຍທີ່ວ່ານັ້ນ.

ກະຊວງໄປສະນີ, ໂທຣະຄົມມະນາຄົມ ແລະການສື່ສານ ໄດ້ຈັດກອງປະຊຸມສັມນາໃນມື້ວັນທີ 21 ຕຸລາທີ່ຜ່ານມາ ກ່ຽວກັບການພັທນາ ແນວທາງ ແລະມາຕຖານ ຂອງຣະບົບເຕືອນພັຍພິບັດທາງທັມຊາດ ແລະຫາແນວທາງເພື່ອເຮັດໃຫ້ມີຜົລກະທົບໜ້ອຍທີ່ສຸດ. ນອກຈາກນັ້ນ ກໍຈໍາເປັນຕ້ອງໄດ້ຮຽນຮູ້ກ່ຽວກັບການຮັບມືກັບພັຍທັມຊາດ ຈາກ ປະເທດອື່ນໆອີກຫລາຍ ເພື່ອນໍາມາໃຊ້ພາຍໃນລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org