ໄຟໄໝ້ ບ.ອາຊິງ ຜູ້ຄົນຍັງ ລໍາບາກ
ຊາວບ້ານອາຊິງ ເມືອງສະມ້ວຍ ແຂວງສາລະວັນ ຍັງຕ້ອງການ ຄວາມຊ່ວຍເຫລືອ ຍ້ອນເຮືອນ 33 ຫຼັງ ຖືກໄຟໄໝ້ ເຫຼືອແຕ່ ຫຼັງດຽວ.
-
ມະນີຈັນ
2017-07-20 -
-
-
Your browser doesn’t support HTML5 audio
ໄຟໄໝ້ເຮືອນ 33 ຫລັງຢູ່ບ້ານອາຊິງ ເມືອງສະມ້ວຍ ແຂວງສາລະວັນ ໃນຕອນຄໍ່າ ຂອງວັນທີ 11 ກໍຣະກະດາ ນີ້ເຮັດໃຫ້ຊາວບ້ານ ຕ້ອງການ ຄວາມຊ່ວຍເຫລືອ ຍ້ອນບໍ່ມີບ່ອນຢູ່ອາສັຍ ຈົນມາຮອດສູ່ມື້ນີ້.ສິ່ງທີ່ຊາວບ້ານ ຕ້ອງການກໍມີ ສັງກະສີ, ແລະ ຕະປູ. ແຕ່ໄປ ຫາບ້ານນີ້ຕ້ອງໄດ້ຍ່າງເຂົ້າໄປ 12 ກິໂລແມັດ, ທາງເປັນຂີ້ຕົມ ຜ່ານຫ້ວຍທີ່ບໍ່ມີຂົວ ເຮັດໃຫ້ການຊ່ວຍເຫຼືອ ຫລ້າຊ້າ. ດັ່ງເຈົ້າໜ້າທີ່ ເມືອງສະມ້ວຍ ເວົ້າວ່າ:
"ບ້ານອາຊິງຍັງລໍາບາກ ແລ້ວເຂົ້າໄປກໍຍາກ ມີແຕ່ຍ່າງຫັ້ນແລ້ວ 12 ຫຼັກ ມັນກະມີຫຼາຍຢ່າງ ເປັນປະເພດ ເຄື່ອງຄົວ ສັງກະສີ ປະເພດ ສັງກະສີ ນີ້ຄືສິຍັງຫລາຍ ແຕ່ວ່າເຮົາ ກໍເອົາໄມ້ປ່ອງ ມັດເຮັດເປັນແບບ ອັນນີ້ ຕູບ ໃຫ້ຢູ່ຊົ່ວຄາວ ໄປກ່ອນເນາະ".
ປັດຈຸບັນ ປະຊາຊົນຢູ່ຕູບກາງເດີ່ນ ທີ່ທາງການເມືອງ ປຸກໃຫ້ຢູ່ຊົ່ວຄາວ, ຂາດເຂີນຜ້າຫົ່ມ, ເຄື່ອງນຸ່ງ, ເຂົ້າ, ນໍ້າ ຍ້ອນການຊ່ວຍເຫລືອ ຂອງແຂວງສາລະວັນ ບໍ່ພຽງພໍ. ມູນນິິທິຊ່ວຍເຫລືອ ຄົນທຸກຍາກ ແຫ່ງ ສປປລາວ ຢູ່ວັດຫລັກ 29 ທີ່ນະຄອນຫຼວງວຽງຈັນ ໄດ້ຣະດົມ ເຄື່ອງໃຊ້, ເຄື່ອງນຸ່ງຫົ່ມ, ອາຫານແລະຢາ ປົວພຍາດ ໄປຊ່ວຍເຫລືອ ໃນວັນທີ 19 ກໍຣະກະດາ ນີ້, ແຕ່ຍັງຂາດ ສັງກະສີ ມຸງເຮືອນ ໃຫ້ຊາວບ້ານ. ພຣະອາຈານ ພົງສະຫວັນ ອານຸສິນ ຈາກມູນນິທິ ດັ່ງກ່າວ ເວົ້າວ່າ:
"ຕ້ອງການສັງກະສີ ຕ້ອງການອາຫານແຫ້ງ ຢາ,ມຸ້ງ,ຣົດ 10 ລໍ້ 4 ຄັນ ໄປມື້ນີ້ຄືສິ ເຫຼືອເຟືອຢູ່ ແຕ່ຍັງສິບິແບ່ງໃຫ້ ຝົນຕົກແຮງ ມັນມີ ສະພາບນໍ້າຖ້ວມ ພາຍຸເຂົ້າ ເດືອດຮ້ອນຫລາຍເນາະ ຂົວກະເລີ່ມຂາດ ທາງກະເລີ່ມຂາດ".
ໄຟໄໝ້ບ້ານອາຊິງ ເຮັດໃຫ້ຊາວບ້ານ 180 ປາຍຄົນ ບໍ່ມີເຮືອນຢູ່, ໃນຣະຍະນີ້ ກໍເປັນຣະດູຝົນ ແຮງເຮັດໃຫ້ລໍາບາກ.