ຄອງຖ້າ ການຊ່ອຍເຫຼືອ ຫຼັງ​ນ້ຳ​ຖ້ວມ

ໄມຊູລີ
2017.08.24
F-FLOOD ສະພາບຄວາມເສັຽຫາຍ ຈາກພັຍນໍ້າຖ້ວມ ຢູ່ທາງພາກເໜືອ ຂອງລາວ ເມື່ອ​ປີ​ຜ່ານ​ມາ
RFA

ປະຊາຊົນ ເກືອບພັນຄອບຄົວ ໃນເມືອງຮຸນ ແລະ ເມືອງໄຊ ແຂວງອຸດົມໄຊ ທີ່ໄດ້ຮັບຜົລກະທົບ ຈາກ ພັຍນໍ້າຖ້ວມ ເມື່ອຕົ້ນເດືອນຜ່ານມາ ຕ້ອງການ ຄວາມຊ່ອຍເຫຼືອ ດ້ານອາຫານ ແລະ ເຄື່ອງນຸ່ງຫົ່ມ ເນື່ອງຈາກ ເຄື່ອງຂອງ ທີ່ທາງການ ບໍຣິຈາກນັ້ນ ບໍ່ພຽງພໍ ກັບຄວາມຕ້ອງການ ຂອງ ຜູ້ເຄາະຮ້າຍ ດັ່ງເຈົ້າໜ້າທີ່ ແຂວງອຸດົມໄຊ ທ່ານນື່ງ ກ່າວເມື່ອວັນທີ່ 22 ສິງຫານີ້ວ່າ:

“ພັຍພິບັດ ນໍ້າຖ້ວມ ຫັ້ນນະ ເຮົານີ້ ໄດ້ຊ່ອຍເຫຼືອແລ້ວ ແຕ່ວ່າ ມາໃຫ້ພຽງແຕ່ ສ່ວນໜື່ງ ເທົ່ານັ້ນ ແຕ່ວ່າ ທັງໝົດທົ່ວເມືອງ ມັນມີ 10 ປາຍ ບ້ານຖຶກ ພັຍນໍ້າຖ້ວມ ທີ່ຍັງຕ້ອງການ ປະຊາຊົນ ຕ້ອງການທີ່ສຸດ ແມ່ນທຶນ ທຶນຊ່ອຍເຫຼືອ ຜູ້ປະສົບ ພັຍພິບັດ ທາງທັມມະຊາດ ຢູ່ໂຄງການ ມີສ່ວນໜື່ງ ແຕ່ວ່າ ມັນທັງໝົດ ທົ່ວເມືອງຫັ້ນນະ ທົ່ວເມືອງນີ ມັນຍັງມີຫຼາຍ ບ້ານທີ່ວ່າ ຕ້ອງການ ທຸກມື້ນີ້ ຖືວ່າປະຊາຊົນ ຍັງຕ້ອງການ.”

ທ່ານກ່າວວ່າ ປັຈຈຸບັນນີ້ ເມືອງໄຊ ແລະ ເມືອງຮຸນ ນໍ້າຫຼຸດລົງແລ້ວ ແຕ່ມີພຽງໄຮ່ນາບາງບ່ອນ ຍັງມີນໍ້າຖ້ວມຂັງ. ສ່ວນດ້ານການຊ່ອຍເຫຼືອ ນັ້ນ ທາງເຈົ້າໜ້າທີ່ ກ່ຽວຂ້ອງ ຮວມທັງ ບໍຣິສັດ ຫ້າງຮ້ານ ແລະ ປະຊາຊົນ ກໍໄດ້ ລົງໄປ ຊ່ວຍເຫຼືອ ຫຼາຍເທື່ອແລ້ວ ບ້ານລະເລັກລະນ້ອຍ ແຕ່ບໍ່ພຽງພໍ ກັບຄວາມຕ້ອງການ ຂອງຜູ້ທີ່ໄດ້ຮັບ ຜົລກະທົບ.

ອີກດ້ານນື່ງ ຢູ່ເມືອງໂພນທອງ ແຂວງຫຼວງພຣະບາງ ເຈົ້າໜ້າທີ່ແຂວງ ແຈ້ງວ່າ ທາງເມືອງ ຍັງຕ້ອງການເຂົ້າສານ, ອາຫານແຫ້ງ ຈາກ ພາກສ່ວນເອກຊົນ ແລະ ຈາກຜູ້ບໍຣິຈາກໃຈບຸນຢູ່ ດັ່ງທ່ານເວົ້າວ່າ:

“ເຂດນັ້ນຝົນເຊົາແລ້ວ ນໍ້າກໍລົງແລ້ວ ຖ້າເປັນໄຮ່ສວນເຂົ້ານາ ຊັບສີນອີຫຍັງນີ້ ຈະເສັຽຫາຍຫຼາຍ ເປັນນໍ້າ ແບບວ່າຝົນຫຼາຍແລ້ວ ມັນມີ ຫ້ວຍມີຫຍັງ ມັນຈະໄຫຼ ມັນຈະຂື້ນ ມັນຣະບາຍບໍ່ທັນ ທິມງານ ກໍໄດ້ໄປຊ່ອຍນໍ້າ ແລະ ອາຫານ ແຫ້ງໜ້ອຍໜື່ງ ແຕ່ໄດ້ໜ່ອຍດຽວ ເພາະ.”

ສໍາລັບ ເມືອງແກ່ນທ້າວ ແຂວງໄຊຍະບູຣີ ນັ້ນ ເຈົ້າໜ້າທີ່ ທ້ອງຖີ່ນ ຣາຍງານວ່າ ເວລານີ້ ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກເຫດການ ນໍ້າຖ້ວມ ກໍໄດ້ຮັບ ການຊ່ອຍເຫຼືອ ຈາກເມືອງ ແຂວງ ແລະ ພາກປະຊາຊົນແດ່ແລ້ວ ແຕ່ກໍຍັງຕ້ອງການ ຕື່ມອີກ ຈາກປະຊາຊົນ.

ປັດຈຸບັນ ຫຼາຍໆແຂວງ ໃນລາວ ເປັນຕົ້ນ ເມືອງຊອນ ແຂວງຫົວພັນ, ເມືອງ ຄໍາເກີດ ແຂວງບໍຣິຄໍາໄຊ ແລະ ເມືອງ ມະຫາໄຊ ແຂວງ ຄໍາມ່ວນ ເຈົ້າໜ້າທີ່ ທ້ອງຖິ່ນ ຍັງຕ້ອງການ ຄວາມຊ່່ອຍເຫຼືອ ຈາກ ພາກເອກະຊົນ ແລະ ປະຊາຊົນຢູ່ ໂດຍສະເພາະ ນໍ້າດື່ມ ອາຫານແຫ້ງ ເຄື່ອງໃຊ້ໄຟຟ້າ ແລະໄມ້ ສ້ອມແປງເຮືອນ ທີ່ເສັຽຫາຍ ຍ້ອນນໍ້າຖ້ວມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.