ຫຼາຍໂຮງງານບໍ່ບໍາບັດ ນໍ້າເສັຽ
ໂຮງງານຫຼາຍແຫ່ງ ໃນນະຄອນຫຼວງ ວຽງຈັນ ປ່ອຍນ້ຳເສັຽ ລົງສູ່ ແຫຼ່ງນ້ຳ ທັມມະຊາດ.
-
ສິດນີ
2017-04-09 -
-
-
Your browser doesn’t support HTML5 audio
ໂຮງງານອຸດສາຫະກັມ ຫຼາຍແຫ່ງ ໃນເຂດ ນະຄອນຫຼວງວຽງຈັນ ຍັງປ່ອຍນ້ຳເສັຽລົງສູ່ ແຫລ່ງນ້ຳທັມມະຊາດ ແລະຊຸມຊົນຢູ່ ຈຶ່ງສົ່ງ ຜົລກະທົບ ຕໍ່ ສີ່ງແວດລ້ອມ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ ທ້ອງຖິ່ນ, ຈາກການກວດສອບ ໂຮງງານ 81 ແຫ່ງ ຈຶ່ງພົບວ່າ ມີພຽງແຕ່ 3 ໂຮງງານເທົ່ານັ້ນ ທີ່ປະຕິບັດຕາມ ກົດຣະບຽບ ຂອງທາງການ. ເປັນຕົ້ນ ບໍຣິສັດເບັຽລາວ, ບໍຣິສັດ Lao soft drink ແລະບໍຣິສັດ ອຸໄລພານິດ ຈຳກັດ. ດັ່ງເຈົ້າຫນ້າທີ່ ອຸດສາຫະກັມ ແລະການຄ້າລາວ ທ່ານນຶ່ງກ່າວຕໍ່ ເອເຊັຽເສຣີ ໃນວັນທີ 6 ເມສາ ນີ້ວ່າ:
"ສະເພາະເຣື້ອງນ້ຳເສັຽ ເຮົາກໍມີມາຕການ ໃນການຄຸມຄອງ ກໍຄືວ່າ ຖ້າໂຮງງານໃດ ສົ່ງຜົລກະທົບຕໍ່ ສັງຄົມ ແລະ ສິ່ງແວດລ້ອມ ເຮົາກໍ ໃຫ້ເຂົາປັບປຸງ ເອີ້ນມາເຕືອນ ຫລືວ່າໃຫ້ເຂົາ ປັບປຸງ ແລ້ວເປັນຫຍັງ ຈຶ່ງຮ້ອງມາຟ້ອງອີກ ທີ່ວ່າບໍ່ໄດ້ ມາຕຖານ ຖ້າຮ້ອງຟ້ອງມາອີກ ເຮົາກໍຈະໃຫ້ເຂົາ ຢຸດຊົ່ວຄາວ ໃຫ້ເຂົາປັບປຸງ".
ທ່ານວ່າຜ່ານມາ ສະພາຫໍການຄ້າລາວ ໄດ້ຮັບງົບປະມານ 2 ລ້ານປາຍໂດລາ ເພື່ອກວດກາ ໂຮງງານ ອຸດສາຫະກັມ ເຂດນະຄອນຫຼວງ ວຽງຈັນ ທັງໝົດປະມານ 2 ພັນ 4 ຮ້ອຍປາຍແຫ່ງ ໃນລະຍະ ສາມປີ ທີ່ເລີ້ມດຳເນີນ ການກວດກາ ມາແຕ່ປີ 2014 ພົບວ່າຍັງມີຫຼາຍ ໂຮງງານ ບໍ່ໄດ້ມາຕຖານ ຍັງປ່ອຍນ້ຳເສັຽ ແລະ ສົ່ງກິ່ນເໝັນ ໄປສູ່ຊຸມຊົນຢູ່:
"ນອກຈາກນ້ຳເສັຽແລ້ວ ຍັງມີກິ່ນເໝັນ ຈາກໂຮງງານເນາະ ກິ່ນໂຕນີ້ ບາງໂຮງງານ ຂຶ້ນກັບໂຮງງານ ທີ່ໃຊ້ເນາະ ຄືສົມມຸດວ່າ ໂຮງງານ ຜລິດເຈັ້ຽ ໂຮງງານ ຜລິດມັນຕົ້ນບໍ່".
ທ່ານກ່າວຕື່ມວ່າ ຫາກການກວດສອບພົບວ່າ ໂຮງງານໃດ ຍັງບໍ່ໄດ້ມາຕຖານ ຄັ້ງທຳອິດ ຈະຖືກຕັກເຕືອນ ຖ້າກວດເທື່ອ ທີສອງ ຍັງພົບ ເຫັນບັນຫາເກົ່າ ຕ້ອງອອກຄຳສັ່ງໃຫ້ ປັບປຸງແລະບຳບັດ ແຕ່ຍັງຝ່າຝຶນຢູ່ ກໍຈະສັ່ງໃຫ້ປິດ ໂຮງງານຈົນກວ່າ ຈະມີການ ປັບປຸງ.