ມ.ຫຼວງພຣະບາງຟົດສນັ່ນ ສຽງ ລະເບີດ

ອຸປກອນ ທີ່ໃຊ້ໃນການເຈາະອຸມົງ ສ້າງທາງຣົດໄຟ
ອຸປກອນ ທີ່ໃຊ້ໃນການເຈາະອຸມົງ ສ້າງທາງຣົດໄຟ (RFA/NY)

0:00 / 0:00

ປະຊາຊົນເມືອງຫລວງພຣະບາງ ໄດ້ຮັບຄວາມເດືອດຮ້ອນ ຍ້ອນຈີນ ລະເບີດເຈາະອຸມົງ ທາງຣົດໄຟຄວາມໄວສູງ ລາວ-ຈີນ ເຮັດໃຫ້ມີສຽງ ດັງສນັ່ນລົບກວນ ແລະ ຂີ້ຝຸ່ນຂີ້ໄງ່ ເຂົ້າບ້ານເຮືອນ ຈົນປະຊາຊົນ ເກືອບວ່າຢູ່ເຮືອນບໍ່ໄດ້. ດັ່ງຊາວບ້ານເວົ້າ ໃນວັນທີ 26 ມິຖຸນາ ນີ້ວ່າ:

"ຈູດຣະເບີດແລ້ວ ກະເພິ່ນຢູ່ບໍ່ໄດ້ ເພາະວ່າຂີ້ໄງ່ຫັ້ນມັນເຂົ້າໃນເຮືອນໝົດ ຈູດມາໄດ້ຮອດ 4-5 ເດືອນແລ້ວໂອ໊ ສຽງດັງ ດັງສນັ່ນຫວັ່ນໄຫວ ໝົດແຫລະ ຂະເຈົ້າໃຊ້ຫລາຍ".

ທ່ານເວົ້າຕື່ມວ່າ ເຖິງແມ່ນວ່າຈີນ ຈະເຊົາລະເບີດຫີນ ມາໄດ້ຫລາຍມື້ ແລ້ວກໍຕາມ ແຕ່ຊາວບ້ານ ກໍຍັງມີຄວາມກັງວົນ ຍ້ອນຢ້ານວ່າພວກ ເຈາະອຸມົງ ຈະກັບມາລະເບີດອີກ ຍ້ອນອຸມົງບາງແຫ່ງ ຍັງເຈາະບໍ່ທັນແລ້ວ. ຊາວບ້ານຢາກໃຫ້ ມີການແຈ້ງເຕືອນ ໃຫ້ຮູ້ກ່ອນທີ່ຈະມີການ ລະເບີດຫີນນັ້ນ.

ກ່ອນໜ້ານີ້ ເຈົ້າໜ້າທີ່ລາວ ກ່າວວ່າ ການເຈາະອຸມົງ ທາງຣົດໄຟ ທັງຢູ່ໃນເຂດ ແຂວງຫລວງພຣະບາງ ແລະແຂວງຫຼວງນ້ຳທາ ບໍ່ໄດ້ໃຊ້ ລະເບີດ ຕາມທີ່ຊາວບ້ານເວົ້າ ແຕ່ຢ່າງໃດ ຍ້ອນວ່າການໃຊ້ລະເບີດ ເປັນການສິ້ນເປືອງ ແລະອາດເຮັດໃຫ້ອຸມົງ ຖລົ່ມລົງມາ ແລະສ້າງ ຄວາມເສັຍຫາຍ:

"ເຂົາບໍ່ໃຊ້ລະເບີດ ຂະເຈົ້າກະມີເຄື່ອງເຈາະ ຄືກັນກັບຂຸດຄົ້ນແຮ່ ນີ້ແຫລະ ເຄື່ອງເຈາະເຂົາ ມັນກະພຸ້ນແລ້ວ ກະເອົາສາຍພານ ອອກມາ ຕົກໃສ່ຣົດ ເຂົາຂົນໄປຖິ້ມ ລະເບີດກະສິ້ນເປືອງແດ່ ລະກະເຣື່ອງ ຄຸນນະພາບ ຂອງດິນ ຂອງຫີນອ້ອມຂ້າງ ກະບໍ່ດີ ປານໃດ".

ເມື່ອວັນທີ 15 ພຶສພາ ຜ່ານມາ ກະຊວງປ້ອງກັນປະເທສ ສປປລາວ ໄດ້ອອກໃບແຈ້ງການ ກ່ຽວກັບ ການອະນຸຍາດໃຫ້ບໍຣິສັດ ທາງຣົດໄຟ ລາວ-ຈີນ ມີສິດນຳດິນລະເບີດ ຈຳນວນນຶ່ງ ເຂົ້າມາລາວໄດ້ ເພື່ອໃຊ້ໃນການລະເບີດ ເຈາະອຸມົງ ທາງຣົດໄຟ.