ນ້ຳຂອງແຫ້ງ ຜິດປົກຕິ ເພາະການສ້າງເຂື່ອນ

0:00 / 0:00

ໃນ​ປີນີ້ ນ້ຳ​ຂອງ​ແຫ້ງ​ຜິດ​ປົກ​ຕິ ຫຼາຍກວ່າ​ປີທີ່​ຜ່ານ​ມາ ຈົນ​ບາງ​ຈຸດ​ທີ່​ເຄີຍ​ມີ​ນ້ຳ ແຕ່​ໃນ​ເວ​ລານີ້ ເຫັນ​ແຕ່​ໂຂດ​ຫິນ ແລະ ຫາດ​ຊາຍ. ປະ​ຊາ​ຊົນ​ຢູ່​ເມືອງ​ປະ​ຊຸມ​ພອນ ແຂວງ​ຈຳ​ປາ​ສັກ ໄດ້​ໃຫ້​ສຳ​ພາດ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

ນ້ຳ ​ນີ້ ກະ​ບົກແຮງ ແຮງ​ລະ​ກະ ມັນ​ເປັນ​ນ້ຳ​ເສັຽ​ລະ​ເດ້ ມັນ​ບົກ​ໄປ​ຈັ່ງ​ຊີ້​ລະ​ນະ ເປັນ​ເທົາ ມີ​ແຕ່​ເທົາ​ເຕັມ​ໄປ​ໝົດ​ເລີຍ. ມັນ​ບໍ່​ມີ​ໂຂດ​ຫິນ​ເນາະ ມັນ​ບໍ່​ມີ​ຫາດ​ເດ້ ກະ​ລົງ​ໄປ​ໃຕ້ ກ້ອນ​ຫິນ​ມັນ​ຊິຊົກ​ມົກ​ຢູ່ ກອງ​ຈູ່ນ​ພູ່ນ​ຢູ່ ມັນ​ນ້ຳ ມັນ​ບົກ​ແຮງ ມັນ​ຜິດ​ປົກ​ຕິ​ເດ້.

ນັກ​ຂ່າວ: ຜິດ​ປົກ​ຕິ​ຂ​ນາດ​ໃດ ມັນ​ຫຼຸດ​ເກົ່າ​ປານ​ໃດ?

ປະ​ຊາ​ຊົນ: ປັດ​ຈຸ​ບັນ​ນີ້ ຂ​ນາດ​ມັນ​ບໍ່​ຮອດ​ເດືອນ 5 ເນາະ. ຖື​ວ່າ ນ້ຳ​ບົກ​ຮອດເລີຍ​ຈຸດ​ກຳ​ນົດ​ທີ່​ວ່າ​ນ້ຳ​ເດືອນ 5 ອີກ ດຽວນີ້​ນິ ເລີຍ​ລົງ​ໄປ​ເລື້ອຍໆ ກ້ອນ​ຫິນ. ຫິນ​ແຫ່ ຢູ່​ນຳ​ຕາ​ຝັ່ງ​ນີ້ ມັນ​ຊິ​ລົງ​ໄປ​ຮອດ​ເຂດ​ຫິນ​ແຫ່​ເດ້.

ນັກ​ຂ່າວ: ມັນ​ລົງ​ໄປ​ປະ​ມານ​ຈັກ​ແມັດ ມັນ​ລົງ​ຫຼຸດ​ລົງ​ໂຕ​ເກົ່າ​ຫັ້ນ​ນ່າ?

ປະ​ຊາ​ຊົນ: ດຽວນີ້ ຈາກ​ຈຸດ​ເດີມ​ໄປ​ປະ​ມານ 6 ແມັດ​ພຸ້ນ​ໃດ. ຖື​ວ່າ ມັນ​ມີ​ຄວາມ​ຜິດ​ປົກ​ຕິ​ໂລດ​ລະ. ດຽວນີ້​ນິ ເຮົາ​ຍັງ​ບໍ່​ທັນ​ຮູ້​ເດືອນ​ຕໍ່​ໄປ ປັດ​ຈຸ​ບັນ​ນີ້ ໄດ້​ເກືບ 6 ແມັດ​ວ່າ​ຊັ້ນ​ຊາ.

ນັກ​ຂ່າວ: ລວງ​ເລິກນີ້ ປະ​ມານ​ຈັກ​ແມັດ​ທີ່​ວ່າ ມັນ​ລົງ?

ປະ​ຊາ​ຊົນ: ຖ້າ​ສະ​ເລັ່ຽ​ຄັນ​ວ່າ​ນ້ຳ​ຢູ່ນີ້​ເນາະ ຢູ່​ບ່ອນ​ຂ້ອຍ​ຢູ່ ເຂດນີ້ ເພາະ​ວ່າ ມັນ​ບໍ່​ມີ​ເກາະ​ດອນ​ເນາະ. ມັນ​ປົກ​ຕິ​ນ້ຳ​ທົ່ວ​ໄປ ມັນ​ຊິ​ຢູ່​ທີ່ ຢູ່​ສູງ​ສຸດ​ມີ​ແຕ່ 6 ແມັດ​ທໍ່​ນັ້ນ​ແຫຼະ.

ນັກ​ຂ່າວ: ແຕ່​ປັດ​ຈຸ​ບັນ​ນີ້ ເຫຼືອ​ປະ​ມານ​ຈັກ​ແມັດ​?

ປະ​ຊາ​ຊົນ: ແນ່ນອນ​ແຫຼະ ຢູ່​ທີ່ 4 ແມັດ​ນີ້​ແຫຼະ.

ນັກ​ຂ່າວ: ຄັນ​ຊັ້ນ ຊາວ​ບ້ານ ເຂົາ​ໄປ​ຫາ​ປູ ຫາ​ປາ ໄດ້​ຢູ່​ເບາະ?

ປະ​ຊາ​ຊົນ: ບໍ່​ບໍ່​ມີ​ແຫຼະ ສັດ​ນ້ຳ ສັດ​ນ້ຳ ມີ​ບັນ​ຫາ ສິ່ງ​ແວດ​ລ້ອມ ມັນ​ມີ​ບັນ​ຫາ​ລະ ຄື​ຕ້ອງ​ຫາກິນ ຕ້ອງ​ຊອກ​ຫາ​ກິນ ອາ​ຊີບ​ເກົ່າ​ນີ້ ບໍ່​ໄດ້​ກິນ​ລະ ເຮືອ​ແພ​ເຂົາ​ກະ ຈົນ​ເຂົາ​ບໍ່​ລ່ຳ​ໄລ​ນຳ​ລະ ປະ​ຊາ​ຊົນ​ກະ​ໃດ. ເຂົາ​ກະ​ແລ້ວ​ແຕ່​ຊິ​ເປັນ ເຂົາ​ກະ​ປະ​ໄປ.

ນັກ​ຂ່າວ: ມັນ​ເປັນ​ຫຍັງ​ຈັ່ງ​ນ້ຳ​ບົກ​ນິ ຮູ້ບໍ່?

ປະ​ຊາ​ຊົນ: ໂອ້ຍ​ຫຼັກໆ ລະ ກະ​ແມ່ນ​ເກີດ​ຈາກ​ເຂົາ​ເຮັດ​ເຂື່ອນ​ຫັ້ນ​ແຫຼວ. ຫຼັກໆ ມັນ​ຄື​ເຂື່ອນ​ຫັ້ນ​ແຫຼະ ເຂື່ອນ​ທາງ​ເໜືອນີ້ ກະ​ຕັນ, ທາງ​ໃຕ້ ທາງ​ເມືອງ​ໂຂງນີ້​ກະ​ຕັນ. ເຂົາ​ຕັນ​ເຂື່ອນ​ເປັນ​ຈຸດ ເປັນ​ຈຸດ​ໄປ ມັນ​ກະສົ່ງ​ຜົ​ລ​ກະ​ທົບ​ເຣື່ອງ​ເຂື່ອນ​ໂລດ​ແຫຼະ​ນ້ຳ. ເພາະ​ວ່າ ແຕ່​ພໍ່​ແຕ່​ແມ່​ເຮົາ​ກະ​ບໍ່​ເຄີຍ​ມີ​ຈັ່ງ​ຊີ້​ເນາະ ເປັນ​ແບບ​ມັນ​ແຫ້ງ​ແລ້ງ​ຊັ້ນ​ຊາ ບໍ່​ມີ​ຄວາມ​ສົມ​ບູນ​ທາງ​ທັມ​ຊາດ.

ສ​ະ​ເພາະ​ຢູ່​ເຂດ ຄອນ​ພະ​ເພັງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ນ້ຳ​ກໍ​ບົກ​ລົງ​ຫຼາຍຈົນ​ເຮັດ​ໃຫ້​ປະ​ຊາ​ຊົນ​ສາ​ມາດ​ຍາງ​ໄປ​ຫາ​ກັນ​ໄດ້ ຈາກ​ແຕ່​ກ່ອນ​ເຄີຍ​ຂີ່​ເຮືອ.

ປະ​ຊາ​ຊົນ ຢູ່​ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ໄດ້​ໃຫ້​ສຳ​ພາດ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ: ສະ​ພາບ​ນ້ຳ​ຢູ່​ບ້ານ​ເຮົາ ມັນ​ບໍ່​ມີ ມີ​ແຕ່​ຫິນ ນ້ຳ​ທີ່​ເຄີຍ​ໄຫຼ ມັນ​ກະ​ບໍ່​ໄຫຼ. ບ່ອນ​ເພິ່ນ​ປ່ອຍ​ປາ ມັນ​ກະ​ບໍ່​ຂຶ້ນດອກ​ ປາ. ນ້ຳ​ມັນ​ເຂີນ​ໝົດ.

ນັ​ກ​ຂ່າວ: ນ້ຳ​ເຂີນ​ໝົດ ມີ​ແຕ່​ໂຂດ​ຫິນ​ໝົ​ດ​ແມ່ນ​ເບາະ ປັດ​ຈຸ​ບັນ​ນີ້​ນະ?

ປະ​ຊາ​ຊົນ: ບ່ອນ​ເຫວ​ທັມ​ຊາດ ມັນ​ໂຕນ​ຕຶມ​ຕຶມຫັ້ນ ດຽວນີ້​ໂຕນ​ລອຍ​ຫຼິ້ນ ອັນ​ນັ້ນ​ແຫຼະ ເປັນ​ຕາ​ຢ້ານ​ທີ່​ສຸດ​ຫັ້ນ.

ນັກ​ຂ່າວ: ມັນ​ຢູ່​ຈຸດ​ຄອນ​ພະ​ເພັງ​ຫັ້ນ​ແມ່ນ​ເບາະ ບ່ອນ​ທີ່​ນ້ຳ​ຕົກ​ແຮງໆ​ຫັ້ນ ປັດ​ຈຸ​ບັນ​ນີ້ ບໍ່​ມີ​ນ້ຳ​ແມ່ນ​ເບາະ?

ປະ​ຊາ​ຊົນ: ບໍ່​ມີ​ນ້ຳ​ແລ້ວ ອັນ​ບ່ອນ​ມໍ​ລະ​ດົກ​ໂລກ​ຫັ້ນ ມັນ​ກະ​ຊ່ຳ​ນ້ຳ​ສ້າງ​ເຂົາ​ຂຸດ​ອາບ​ແລ້ວ.

ນັກ​ຂ່າວ: ມັນ​ເປັນ​ຍ້ອນ​ຫຍັງ ມັມ​ຄື​ແຫ້ງ​ແລ້ງ​ແທ້?

ປະ​ຊາ​ຊົນ: ເຂົາ​ເຮັດ​ເຂື່ອ​ຫັ້ນ​ຕີ້ ເອົາ​ນ້ຳ​ລົງ​ໃສ່​ເຂື່ອນ​ຫັ້ນ​ໝົດ ເຈະ​ຮູ​ສະ​ໂຮງ​ໃຫ້​ມັນ​ເລິກ. ເຈາະ​ຮູ​ສະ​ໂຮງ​ໃຫ້​ມັນ​ເລິກ ລະ​ເພິ່ນ​ກະ​ເອົາ​ຫິນ​ມາ​ຄູນ​ເບື້ອງນີ້​ໄວ້. ຫຼັງ​ຈາກ​ນ້ຳ ມັນ​ໄຫຼ​ໄປ​ພຸ້ນ​ໝົດ ມັນ​ກະ​ແບ່ງ​ອອກ​ຈາກ​ຄອນ​ພະ​ເພັງ​ໝົດ ມັນ​ກະ​ໄຫຼ​ລົງ​ຮູ​ສະ​ໂຮງ ບ່ອນ​ເຂື່ອນ​ຫັ້ນ​ໝົດ.

ນັກ​ຂ່າວ: ແຕ່​ວ່າ ໂດຍ​ລວມ​ເດ້ ໂຕ​ນ້ຳ​ຂອງ​ສາຍ​ຫຼັກ​ກະ​ແຫ້ງ ຄື​ກັນ​ເບາະ?

ປະ​ຊາ​ຊົນ: ສາຍ​ຫຼັກ​ ມັນ​ກະ​ແຫ້ງ​ໝົດ ໃຫ້​ຄິດ​ວ່າ​ຄອນ​ພະ​ເພັງ​ຫັ້ນ ມັນ​ນ້ຳ​ແຮງກວ່າ​ໝູ່​ເນາະ. ນ້ຳ​ແຮງກວ່າ​ໝູ່ ບາດ​ນັ້ນ ໃນ​ຍາມ​ຝົນ ທີ່​ວ່າ​ເຄີຍ​ທ່ອງ​ທ່ຽວ​ເຄີຍ​ເຫັນໃນ​ເຟ​ສ ໃນ​ລາຍ ນ້ຳ​ເປັນ​ຄວັນ​ເປັນ​ໝອກຫັ້ນ ດຽວນີ້ ມັນ​ບໍ່​ມີ​ແລ້ວ ດຽວນີ້ ມັນ​ບໍ່​ມີ​ແລ້ວ ບ້ານ​ ທ່າ​ຄໍ້ ກັບ​ ບ້ານດອກ​ພະ​ເພັງ ລອຍ​ຂ້າມ​ໃສ່​ກັນ​ໄດ້. ບາດນີ້ ນອກ​ຈາກ​ຮູ​ຊຸມນີ້​ແລ້ວ ຮູ​ສາ​ຂາ​ມັນ​ຫັ້ນ ແມ່ນ​ເຂີນ​ໝົດ ມີ​ແຕ່​ຫິນ ຍ່າງ​ຂ້າມ​ຫາ​ກັນ​ເສີຍ.

ນັກ​ຂ່າວ: ແລ້ວ​ ການ​ຫາ​ປູ ຫາ​ປາ​ເຮົາ​ເດ້ ເປັນ​ຈັ່ງ​ໃດ?

ປະ​ຊາ​ຊົນ: ມັນ​ບໍ່​ມີ​ການ​ຫາ​ປາ​ດອກ ທັມ​ຊາດ ມັນ​ບໍ່​ມີ ມັນ​ໝົດ​ໄປ​ແລ້ວ. ຫາ​ປາ ກະ​ມີ​ແຕ່​ທີ່​ວ່າ ພວກຊະນິດ​ທີ່​ວ່າ ພໍ​ຢູ່​ລອດ​ຫັ້ນຫາປາ. ພວກ​ຢູ່ບໍ່​ລອດ ກະ​ໄປ​ທຳ​ງານ​ໄທ​ຍ. ຖືກ​ເຂື່ອ​ນຜົ​ລ​ກະ​ທົບ​ໝົ​ດ​ເດ້ ປາ​ບ່ອນ​ຊິ​ຕຶກ​ແຫ ມັນ​ບໍ່​ມີ​ນ້ຳ​ຊິ​ໄປ​ຕຶກ​ແຫ​ຈັ່ງ​ໃດ.

ນັກ​ຂ່າວ: ດຽວນີ້ ບໍ່​ຄ່ອຍ​ມີ​ຄົນ​ໄປ​ຫາ​ປາ​ເລີຍ​ແມ່ນ​ເບາະ?

ປະ​ຊາ​ຊົນ: ມັນ​ບໍ່​ມີ​ດອກ ມີ​ແຕ່ຕຶກ​ແຫ​ແບບ​ທັມ​ດາ ຊິ​ມີ​ປາ​ຂາຍ​ຄື​ເພິ່ນ​ວ່າ ຄັນ​ວ່າ​ເພິ່ນ​ປ່ອຍ​ປາ ປາ​ຊິ​ມີ​ຫຼາຍກວ່າ​ເກົ່າ ໂອຍ ຢາກ​ຫົວ ມັນ​ບໍ່​ມີ​ດອກ ຊິ​ດັບ​ສູນ​ພັນ​ໄປ​ໝົດ. ຂອງ​ເພິ່ນ​ເຮັດ​ເຂື່ອນ ບາດ​ເວ​ລາ​ເພິ່ນ​ຕັນ​ເຂື່ອນ​ນ້ຳ​ຍຶ່ງ​ຂຶ້ນ ບາດ​ເພິ່ນ​ປ່ອຍ​ເຂື່ອນ​ນ້ຳ​ໄຫຼ​ລົງ. ປາ​ມັນ​ຊິ​ໄປ​ປັບ​ອຸ​ນະ​ພູມ​ໄດ້​ຈັ່ງ​ໃດ ບາດ​ນ້ຳ​ຂຶ້ນ​ນ້ຳ​ລົງ ຕາຍ​ໄປ​ກະ​ມີ ບໍ່​ຈັກ​ອຶ​ກະ​ທຶກ​ຄຶກ​ໂຄມ ບ່ອນ​ມັນ​ເຄີຍ​ຢູ່ ມັນ​ກະ​ບໍ່​ໄດ້​ຢູ່ຈັ່ງ​ໃດ​ເປັນ ຊື້ປາ​ຢູ່​ປາກ​ເຊ​ພຸ້ນ​ຕີ້​ກິນ ຊື້​ປາ​ລ້ຽງ. ຜັກ​ກະ​ບໍ່​ມີ​ຜູ້​ປູກ ມີ​ແຕ່​ຊື້​ຂອງ​ຢູ່​ໃນ​ເມືອງ​ກິນ. ມັນ​ຊິ​ໄປ​ປູກ​ໄດ້​ຈັ່ງ​ໃດນ້ຳ​ມັນ​ລົງ​ໄປ ເຫັນ​ແຕ່​ຫິນ ຄັນ​ຊິ​ຕັກ​ເອົາ​ນໍ້າ​ຫົດ​ຜັກ ກະ​ຍ່າງ​ເປັນ​ຫຼັກ. ສະ​ພາບ​ແວດ​ລ້ອມ​ອີ່​ຫຍັງ​ກະ​ບໍ່​ມີ​ດອກ ຄື​ເບິ່ງ​ຫິນ​ເບິ່ງ​ຫ້ວຍ​ນິ ມີ​ແຕ່​ໂຕ​ເຂື່ອນ​ຫັ້ນ​ແຫຼ ມີ​ນ້ຳ ເພາະ​ນ້ຳ​ເຂົ້າ​ໃນ​ຫັ້ນ​ໝົດ.

ນັກ​ຂ່າວ: ມີ​ຈັກ​ບ້ານນີ້ ໄດ້​ຮັບ​ຜົ​ລ​ກະ​ທົບ​ແທ້ໆ ແຖວ​ນັ້ນ?

ປະ​ຊາ​ຊົນ: ພວກ​ຮັບ​ຜົ​ລ​ກະ​ທົບ​ແມ່ນ ບ້ານ​ທ່າ​ຄໍ້ ໄດ້​ຮັບ​ຜົ​ລ​ກະ​ທົບ​ເຕັມໆ, ບ້ານດອນ​ພະ​ເພັງ, ບ້ານດອກ​ສະ​ດຳ, ບ້ານ​ຫົວ​ສະ​ດຳ, ບ້ານ​ຫາງ​ສະ​ດຳ, ບ້ານດອນ​ສະ​ໂຮງ. ບ້ານດອນ​ພະ​ເພັງ ໄດ້​ຮັບ​ຜົ​ລ​ກະ​ທົບ 50 ເປີ​ເຊັນ ຄົນ​ມີ​ຢູ່​ຕົ່ວ​ຢູ່ ບ້ານດອນ​ພະ​ເພັງ. ໝາຍ​ຄວາມວ່າ ​ເຄີຍ​ຫາ​ປາ ກະ​ບໍ່​ໄດ້​ຫາ.

ນອກຈາກນີ້ ​ຢູ່​ເຂດ​ເມືອງ​ລ​ະ​ຄອນ​ເພັງ ແຂວງ​ ສາ​ລະ​ວັນ ນ້ຳ​ຂອງ​ກໍ​ບົກ​ລົງ​ຫຼາຍ ຈົນ​ບາງ​ຈຸດ ຄວາມ​ກວ້າງ​ຂອງ​ນ້ຳ​ຂອງເຫຼືອ​ພຽງ​ແຕ່ 20 ແມັດ ເທົ່າ​ນັ້ນ.

ປະ​ຊາ​ຊົນ ຢູ່​ແຂວງ​ພາກ​ໃຕ້​ ທ່ານ ນຶ່ງ​ກ່າວ​ວ່າ: "ເອີ ສະ​ເພາະ​ນ້ຳ​ຂອງ​ໃນ​ປີນີ້ ມີ​ການ​ປົກ​ແຫ້ງ​ຫຼາຍກວ່າ​ທຸກ​ປີນະ ເພາະ​ເດືອນ​ທີ 1 ໃນ​ປັດ​ຈຸ​ບັນ​ນີ້​ນິ ບົກ​ແຫ້ງ​ຄື​ເຂດ​ທີ່​ວ່າ ແຖວ​ຊາຍ​ແດນ​ແຂວງ​ສະ​ຣະ​ວັນ ລົງ​ໄປ​ຮອດ​ເຂ​ດ ຕະ​ພານ ແຖວ​ສໍ​າ​ໂຣງ ຈັກ​ແຄບບໍ່​ແຄບນີ້ 25 ແມັດ ທາງ​ກວ້າງ."

ປະ​ຊາ​ຊົນ ທ່ານ ນີ້ ກ່າວ​ຕື່ມ​ວ່າ: " ຊາວ​ບ້ານບໍ່​ສາ​ມາດ​ປູກ​ຜັກ​ໄດ້ ຍ້ອນ​ວ່າ ນ້ຳ​ປົກ​ຜິດ​ປົກ​ຕິ."

ເຈົ້າ​ໜ້າທີ່​ທາງ​ການ​ລາວ ປະ​ຕິ​ເສດ​ວ່າ ນ້ຳ​ຂອງ​ແຫ້ງ ບໍ່​ແມ່ນ​ເປັນ​ຍ້ອນ​ເຂື່ອນ ແຕ່​ເປັນ​ຍ້​ອນ ຝົນ​ບໍ່​ຕົກ.

ທ່ານ ຈັນ​ສະ​ແຫວງ ບຸນ​ຍົງ ຫົວ​ໜ້າ​ກົມ​ນະ​ໂຍ​ບາຍ​ ແລະ ແຜນພ​ລັງ​ງານ, ກະ​ຊວງ​ພລັງ​ງານ ແລະ ບໍ່​ແຮ່ ໄດ້​ໃຫ້​ສຳ​ພາດ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ.

ນັກ​ຂ່າວ: ຢາກ​ຂໍ​ຖາມ​ທ່ານ​ແດ່ ໜ້ອຍ​ນຶ່ງວ່າ ສະ​ພາບ​ນ້ຳ​ຂອງ​ແຫ້ງນີ້ ມັນ​ເປັນ​ຍ້ອນ​ເຂື່ອນ​ຫວະ​ທ່ານ?

ທ່ານ ຈັນ​ສະ​ແຫວງ: ມັນ​ບໍ່​ແມ່ນດອກ ຝົນ​ບໍ່​ດອກ ມັນ​ຢາກ​ມັນ​ກະ​ແຫ້ງ​ຕົ່ວ​ເນາະ ຍາມ​ຝົນ​ມັນ [ນ້ຳ] ກະ​ເຕັມ​ເນາະ ບໍ່​ກ່ຽວ​ກັນ​ນ່າ ນ້ຳ​ຂອງ​ແຫ້ງ.

ນັກ​ຂ່າວ: ຄື​ວ່າ​ຢູ່​ໃຕ້​ນີ້ ມັນ​ແຫ້ງ​ຫຼາຍ ປະ​ຊາ​ຊົນ​ເຂົາ​ວ່າ ມັນ​ເປັນ​ຍ້ອນ​ການ​ສ້າງ​ເຂື່ອນ ໂຕນີ້ ມັນ​ເປັນ​ຈັ່ງ​ໃດ​ທ່ານ?

ທ່ານ ຈັນ​ສະ​ແຫວງ: ເຂື່ອນ​ມັນ​ບໍ່​ໃສ່​ກິນ​ນ້ຳ​ເປັນ?

ນັກ​ຂ່າວ: ແຕ່​ມັນ​ກັກ​ນ້ຳ​ໄດ້​ໃດ ທ່ານ?

ທ່ານ ຈັນ​ສະ​ແຫວງ: ມັນ​ຊິ​ໄປ​ກັກ​ນ້ຳ​ບ່ອນ​ໃດ ເຂື່ອນ​ນ້ຳ​ຂອງ​ກັກ​ນ້ຳ.

ນັກ​ຂ່າວ: ເຂົາ​ເຈົ້າ​ກະ​ກັກ​ນ້ຳ ດຽວນີ້​ນ້ຳ​ມັນ​ບໍ່​ລົງ​ມາ ດຽວນີ້ ນ້ຳ​ມັນ​ເປັນ​ເທົາ​ເປັນ​ຫຍັງ​ໝົດ​ນິ​ນ່າ ທ່ານ ຄື​ໂຕ​ເຂື່ອນດອນ​ສະ​ໂຮງ​ນີ້​ກະ​ແຫ້ງ​ໝົດ?

ທ່ານ ຈັນ​ສະ​ແຫວງ: ໂອ້ຍ ຮົ່ວ​ໃບ​ໄປ​ຊື່ໆ ບໍ່​ແມ່​ນ​ຄວາມ​ຈິງດອກ ເຂື່ອນດອນ​ສະ​ໂຮງ ມັນ​ຜາຍ​ຊ່ຳ​ໜ້າ​ແຄ່ງ​ນຶ່ງ ມັນ​ຊິ​ໄປ​ຖ້ວມ​ຢູ່​ໃສ ໄປ​ກັກ​ນ້ຳ​ຢູ່​ໃສ.

ນັກ​ຂ່າວ: ດຽວນີ້ ນ້ຳ​ມັນ​ແຫ້ງ​ໝົດ​ໃດ ຢູ່​ແຖວດອນ​ໂຂງ​ດຽວນີ້​ທ່ານ ທີ່​ວ່າ ເຂົາ​ເຈົ້າ​ຕັນ​ຮູ​ນ້ຳ​ຫັ້ນ​ນ່າ ປະ​ຊາ​ຊົນ​ເຂົາ​ເຈົ້າ​ເວົ້າ​ຫັ້ນ​ນ່າ​ທ່ານ?

ທ່ານ​ ຈັນ​ສະ​ແຫວງ: ຍາມ​ແລ້ງ​ມັນ​ກະ​ແຫ້ງ​ຊັ້ນ​ຕົ່ວ.

ນັກ​ຂ່າວ: ແຕ່​ວ່າ ມັນ​ກະ​ແຫ້ງກວ່າ​ທຸກ​ປີ ນະ​ທ່ານ ໂຕນີ້​ນ່າ ວ່າງກີ້ນີ້ ຖາມ​ປະ​ຊາ​ຊົນ​ຢູ່.

ທ່ານ ​ຈັນ​ສະ​ແຫວງ: ຊິ​ເຮັດ​ຈັ່ງ​ໃດ​ຊັ້ນ​ນ່າ ປີ​ແຫ້ງ​ແລ້ງ ຝົນ​ບໍ່​ຕົກ​ມາ​ແຕ່​ດົນ​ພຸ້ນ ມັນ​ກະ​ແຫ້ງ​ຊັ້ນ​ຕົ່ວ.

ນັກ​ຂ່າວ: ເຂົາ​ຄື​ວ່າ ເຂື່ອນ​ເຂົາ​ກັກ​ນ້ຳ​ຢູ່​ຕອນ​ເທິງນີ້ ມັນ​ແມ່ນບໍ່​ໂຕນີ້?

ທ່ານ ຈັນ​ສະ​ແຫວງ: ມັນ​ບໍ່​ແມ່ນ​ໂຕນີ້ ເວົ້າ​ວ່າບໍ່​ແມ່ນ​ລະ​ກະ​ແລ້ວ​ຕົ່ວ.

ແຕ່ ນັກ​ວິ​ຊາ​ການ ໃຫ້​ເຫດ​ຜົ​ລ​ວ່າ ນ້ຳ​ບົກ​ແຫ້ງ​ເປັນ​ຍ້ອນ ເຂື່ອນ​ຢູ່​ຕອນ​ເທິງ​ຂອງ​ແມ່​ນ້ຳ​ຂອງ.

ອາ​ຈານ ໄຊ​ນະ​ຣົງ ເສດ​ຖະ​ເຊື້ອ ອາ​ຈານ​ຈາກ​ມະ​ຫາ​ວິ​ທ​ຍາ​ໄລ ມະ​ຫາ​ສາ​ລະ​ຄາມ ຜູ້​ທີ່​ຕິດ​ຕາມ​​​ເຣື່ອງ​ເຂື່ອນຢູ່​ປະ​ເທດ​ລາວ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ: “ທີ່​ເກີດ​ຂຶ້ນນີ້ ມັນ​ຈະ​ເກີດ​ຂຶ້ນ​ຢູ່​ຊາຍ​ແດນ ແມ່​ນ້ຳ​ຂອງ​ຊາຍ​ແດນ​ໄທ​ຍ-ລາວ ເພາະ​ສະ​ນັ້ນ ບໍ​ລິ​ເວນນີ້ ຫຼັກໆ ມັນ​ກໍ​ມາ​ຈາກ​ເຂື່ອນ​ໄຊ​ຍະ​ບູ​ລີ ແຂວງ​ໄຊ​ຍະ​ບູ​ລີ ຖ້າ​ນ້ຳຂອງ​ແຫ້ງ ແຖບ​ ເມືອງ ຊຽງ​ຂອງ ແຂວງ​ຊຽງ​ຮາຍ ແລະ ແຂວງບໍ່​ແກ້ວ ນັ້ນ​ເປັນ​ຍ້ອນ​ເຂື່ອນ​ຈີນ.”

ໃນວັນທີ 13 ມົກກະຣາ 2022 ຜ່ານມາ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ໄດ້ອອກຖແລງການ ກ່ຽວກັບສະພາບນໍ້າຂອງ ມີລະດັບ ຕໍ່າສຸດ 3 ປີຕິດຕໍ່ກັນແລະຕໍ່າສຸດໃນຮອບ 60 ປີ ຊຶ່ງໃນປີ 2020 ຖືວ່າມີລະດັບ ທີ່ຕໍ່າທີ່ສຸດ. ພ້ອມດຽວກັນກໍໄດ້ຮຽກຮ້ອງໃຫ້ 6 ປະເທດ ສະມາຊິກແມ່ນໍ້າຂອງ ດຳເນີນການແກ້ໄຂບັນຫາ ແມ່ນໍ້າຂອງແຫ້ງແລ້ງ ແລະມີຄວາມຜັນຜວນນັ້ນນໍາດ້ວຍ.