ບັນຫາສິ່ງແວດລ້ອມກໍາລັງ ທ້າທາຍ

ສວນປູກກ້ວຍ ຂອງນັກລົງທຶນຈີນ ທີ່ຕິດກັບຫ້ວຍນໍ້າ
ສວນປູກກ້ວຍ ຂອງນັກລົງທຶນຈີນ ທີ່ຕິດກັບຫ້ວຍນໍ້າ (RFA/VD)

0:00 / 0:00

ຫລັງຈາກ ທີ່ ນາຍົກຣັຖມົນຕຼີລາວ ທ່ານ ທອງລຸນ ສີສຸລິດ ໄດ້ເຊັນ ຮັບຮອງເອົາ ເປົ້າໝາຍ ການພັທນາ ແບບຍືນຍົງ ຂອງ ສະຫະປະຊາຊາດ ໃນວັນທີ 7 ກັນຍາ ທີ່ຜ່ານມາ ຢູ່ ນະຄອນຫຼວງ ວຽງຈັນ ໃນຂນະທີ່ ສປປລາວ ກຳລັງ ຈັດກອງປະຊຸມ ສຸດຍອດ ອາຊຽນ. ນັ້ນກໍໝາຍຄວາມວ່າ ສິ່ງດັ່ງກ່າວ ແມ່ນປະກາດ ໃຫ້ຄົນຢູ່ໃນ ຂົງເຂດຮູ້ວ່າ ປະເທດລາວ ໄດ້ປະກາດ ຕົນ ໃຫ້ຂົງເຂດ ອາຊຽນ ໄດ້ຮັບຮູ້ວ່າ ປະເທດລາວ ມີພັນທະສັນຍາ ໃນການ ປົກປັກຮັກສາ ສິ່ງແວດລ້ອມ ຄຽງຄູ່ກັບ ການພັທນາ ແບບຍືນຍົງ.