ບັນຫາສິ່ງແວດລ້ອມ ຂ.ຜົ້ງສາລີ ຫລຸດລົງ

ສິດນີ
2014.06.17
F-banana ສວນປູກກ້ວຍ ຂອງນັກລົງທຶນຈີນ ຢູ່ແຂວງ ຜົ້ງສາລີ. ຮູປຖ່າຍ 2012. ໃນເດືອນ ພຶສພາ ປີ 2013 ທາງການແຂວງ ອຸດົມໄຊ ກໍໄດ້ຢຸດ ອອກອະນຸຍາດ ໃຫ້ເຮັດ ສວນກ້ວຍ ລະຍະສອງປີ ເມື່ອພົບວ່າ ມັນທໍາລາຍ ສິ່ງແວດລ້ອມ.
laolandissues.org

 

ເຈົ້າຫນ້າທີ່ ກ່ຽວຂ້ອງ ເວົ້າວ່າ ບັນຫາ ຜົລກະທົບ ຕໍ່ ສິ່ງແວດລ້ອມ ຈາກ ໂຄງການ ໃຫຍ່ໆ ຂອງຈີນ ທີ່ແຂວງ ຜົ້ງສາລີ ດັ່ງການ ປູກຢາງ ພາລາ ທີ່ ໃຊ້ສານເຄມີ ແລະ ການໃຊ້ຢາ ຂ້າຫຍ້າ ໃນສວນກ້ວຍ ຮ່ວມທັງ ການຖີ້ມ ຖົງຢາງ ແບບຊະຊາຍ ຊຶ່ງຖືວ່າ ເປັນພັຍຕໍ່ ສີ່ງແວດລ້ອມ ໃນຣະຍະ ທີ່ຜ່ານມາ ແຕ່ໃນ ເວລານີ້ ບັນຫາ ດັ່ງກ່າວ ໄດ້ຫລຸດລົງ ແດ່ແລ້ວ:

"ຜ່ານມາ ກໍຢາງພາລາ ກັບປູກກ້ວຍ ເນາະ ເຮົາເຫັນ ບັນຫາ ຫັ້ນນະ ເວົ້າເຣື້ອງ ບັນຫາ ຢາຂ້າຫຍ້າ ແຕ່ດຽວນີ້ ກໍໂອເຄ ແລ້ວ ບໍ່ປານໃດ ແລ້ວ ຂະເຈົ້າ ຈະປູກກ້ວຍ ນີ້ ຄືກັນ ຕອນນັ້ນ ຖົງຢາງ ປລາສຕິກ ທີ່ ຂະເຈົ້າ ຫຸ້ມຫໍ່ກວ້ຍ ຫັ້ນນະ ມີບັນຫາ ຕ້ອງໄດ້ ເອີ້ນ ບໍຣິສັດ ມາໃຫ້ຂະເຈົ້າ ຝັງນະ".

ທ່ານກ່າວ ຕຶ່ມວ່າ ສອງສາມປີ ຜ່ານມາ  ມີຊາວບ້ານ ຈຳນວນນຶ່ງ ທີ່ຮັບຈ້າງ ພົ່ນ ສານເຄມີ ຢູ່ສວນຢາງ ຂອງຈີນ ມີອາການ ວິນຫົວ ເປັນຕຸ່ມ ຕາມຮ່າງກາຍ ຢູ່ ຕຣອດ ແຕ່ໃນ ປັດຈຸບັນ ບັນຫາ ດັ່ງກ່າວ ກໍບໍ່ມີອີກ ແລ້ວ ອາດເປັນ ເພາະວ່າ ໃນຊ່ວງນີ້ ຕົ້ນ ຢາງພາລາ ໃຫຍ່ແລ້ວ ເລີຍບໍ່ຈຳເປັນ ຕ້ອງໃຊ້ຢາ ຂ້າຫຍ້າ.

ສຳລັບ ບໍຣິສັດ ທີ່ເຂົ້າມາ ຂຸດຄຳ ແລະ ແຮ່ທາດ ຕ່າງໆ ໃນແຂວງ ນັ້ນ ກໍບໍ່ຄ່ອຍ ສົ່ງຜົລ ກະທົບ ຕໍ່ ສີ່ງແວດລ້ອມ ຫລາຍປານໃດ ເພາະຂະເຈົ້າ ຈະເຈາະ ອຸບມົງ ແລ້ວ ຈະຂຸດຄົ້ນ ໃນທີ່ນັ້ນ ກໍເລີຍ ບໍ່ສົ່ງຜົລ ກະທົບ ຕໍ່ ສິ່ງແວດລ້ອມ ຫລາຍ ປານໃດ ແຕ່ ເຈົ້າຫນ້າທີ່ ກ່ຽວຂ້ອງ ຍັງຕິດຕາມ ກວດກາ ຢູ່.

ທາງການລາວ ມີແຜນການ ຈະຍົກເລີກ ຂໍ້ຫ້າມ ການ ສຳປະທານ ທີ່ດິນ ໃນ ການປູກພືດ ເສຖກິດ ຊຶ່ງ ຈະເຮັດໃຫ້ ພາກສ່ວນ ກ່ຽວຂ້ອງ ມີການ ຣະວັງ ໃນການ ປົກປ້ອງ ສິ່ງແວດລ້ອມ ຫລາຍຂື້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.