ຊ້າງທີ່ຍ່າງເຂົ້າມາລາວ ແມ່ນ ຊ້າງ ຈີນ

ຊ້າງ ທີ່ເຂົ້າມາ ບໍຣິເວນ ຊາຍແດນ ລາວ-ຈີນ ນັ້ນແມ່ນ ຊ້າງ ຂອງຈີນ.

ຊ້າງປ່າໂຕນີ້ ທາງການເວົ້າວ່າ ເປັນຊ້າງ ມາຈາກ ຈີນ Screen captured Xishuangbanna,video

ເຈົ້າໜ້າທີ່ຫ້ອງການກະສິກັມແລະປ່າໄມ້ ປະຈຳເມືອງສິງ ເວົ້າວ່າ ຊ້າງທີ່ຂ້າມມາ ທາງດ່ານຊາຍແດນ ລາວ-ຈີນ ນັ້ນແມ່ນຊ້າງປ່າ ທີ່ມາຈາກ ປະເທສຈີນ ຊຶ່ງແຕ່ລະປີ ປະກົດການ ທີ່ຊ້າງໄດ້ຂ້າມມາຊາຍແດນລາວ ມັກຈະມີໃນລະຫວ່າງ ເດືອນມົກກະຣາ ຫາ ເດືອນກຸມພາ, ໂດຍ ຊ້າງຈະຂ້າມມາຊາຍແດນລາວ ເພື່ອມາຊອກຫາອາຫານ ເປັນຕົ້ນແມ່ນ ເຄື່ອງປູກຝັງຂອງປະຊາຊົນ ອີກທັງເວລາດັ່ງກ່າວ ແມ່ນຣະຍະ ຕັດອ້ອຍ ຂອງປະຊາຊົນ, ດັ່ງເຈົ້າໜ້າທີ່ ຫ້ອງການກະສິກັມແລະປ່າໄມ້ ເມືອງສິງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 31 ມົກກະຣາ ນີ້ວ່າ:

“ແຕ່ລະປີ ມັນຈະມີຊ້າງປ່າຈີນ ທີ່ຂ້າມມາທາງລາວເຮົາ ມັນມີທຸກປີ ບາງປີມັນມີເປັນ 10 ເປັນ 20 ໂຕພຸ້ນ ມັນເຂົ້າມາຊອກກິນອາຫານ ມາກິນອ້ອຍກິນກ້ວຍ ທີ່ປະຊາຊົນອາສັຍ ຢູ່ລຽບຊາຍແດນເຂົາປູກ ປີນີ້ມັນມາບໍ່ຫຼາຍ ມີ 2 - 3 ໂຕ, ແຕ່ວ່າປະຊາຊົນ ເຂົາໄດ້ພາກັນ ໄລ່ກັບ.”

ທ່ານກ່າວຕື່ມວ່າ ຊ້າງປ່າ ດັ່ງກ່າວແມ່ນອາສັຍຢູ່ໃນເຂດປ່າສງວນ ລຽບຕາມຊາຍແດນຂອງຈີນ ແຕ່ລະປີມັນຈະຂ້າມໄປຂ້າມມາ ເພື່ອຊອກ ກິນອາຫານ ເນື່ອງຈາກຊາຍແດນ ລາວ-ຈີນ ເປັນເຂດທີ່ຕິດຈອດກັນເຮັດໃຫ້ຊ້າງປ່າ ຂ້າມໄປມາໄດ້ງ່າຍ. ຫຼາຍປີ ຜ່ານມາຊ້າງປ່າຈາກ ຈີນ ທີ່ຂ້າມມາລາວນັ້ນ ໄດ້ທຳຮ້າຍປະຊາຊົນຈົນເສັຍຊີວິດ 2 ຄົນ ໃນປີ 2008, ນອກຈາກຈະທຳຮ້າຍຊີວິດ ຂອງປະຊາຊົນລາວ ແລ້ວ ຊ້າງ ຍັງໄດ້ທໍາລາຍເຄື່ອງປູກຂອງຝັງ ຂອງປະຊາຊົນ ນຳອີກ. ຕໍໍ່ມາ ທາງຣັຖບານໄດ້ມີໂຄງການ ປ້ອງກັນ ແລະວິທີໄລ່ຊ້າງ ເພື່ອບໍ່ໃຫ້ເກີດ ອັນຕຣາຍ ແລະຫ້າມປະຊາຊົນ ບໍ່ໃຫ້ທຳຮ້າຍ ແລະຂ້າຊ້າງ ຢ່າງເດັດຂາດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org