ຊາວດອນສະໂຮງຢາກຝຶກ ອາຊີພ
ຊາວບ້ານ ໃນເຂດ ພື້ນທີ່ ກໍ່ສ້າງ ເຂື່ອນ ດອນສະໂຮງ ທີ່ຕ້ອງ ໂຍກຍ້າຍ ຢາກຮ້ອງຂໍ ໃຫ້ ທາງການ ຝຶກອົບໂຮມ ວິຊາຊີພ.
-
ສິດນີ
2014-03-11 -
-
-
Your browser doesn’t support HTML5 audio
ທີ່ແຂວງ ຈຳປາສັກ ໃນວັນທີ 11 ມິນາ ຜ່ານມາ ໂຄງການ ກໍ່ສ້າງ ເຂື່ອນ ໄຟຟ້າ ດອນສະໂຮງ ໄດ້ເຊື້ອເຊີນ ສື່ມວນຊົນ ໄປ ທັສນະ ສຶກສາ ບ່ອນທີ່ ຈະສ້າງ ເຂື່ອນ ຕົວຈິງ ແລະ ໂອ້ລົມ ກັບຊາວ ບ້ານ ກ່ຽວກັບ ຄວາມຄິດ ຄວາມເຫັນ ໃນການ ສ້າງເຂື່ອນ ຊື່ງ ຊາວບ້ານ ໄດ້ເປີດເຜີຍ ຕໍ່ ສື່ມວນຊົນ ວ່າ ພວກ ຂະເຈົ້າ ບໍ່ຄັດ ຄ້ານ ໃນການ ສ້າງ ເຂື່ອນ ແຕ່ຢາກ ໃຫ້ໂຄງການ ຊ່ອຍ ສົ່ງເສີມ ອາຊີບ ແທນ ການຫາປາ. ດັ່ງຊາວບ້ານ ເວົ້າວ່າ:
"ຄັນວ່າ ບໍ່ມີທາງ ເສີມອາຊີບ ມາເສີມສ້າງ ໃຫ້ຊາວບ້ານ ນີ້ ກໍຖື ວ່າ ເກືອບວ່າ ຢາກຂັດ ແຫລ້ວ ສ້ອມອາຊີບ ເສີມສ້າງ ມັນຊີ່ໄດ້ ເນາະຫົວ ຫນ້າເນາະ".
ທ່ານກ່າວ ຕື່ມວ່າ ການມີ ໂຄງການ ພັທນາ ຊາວບ້ານ ກໍເຫັນດີ ກັບ ຣັຖບານ ແຕ່ໂຄງການ ຕ້ອງຊ່ອຍເຫລືອ ຊາວບ້ານ ໂດຍການ ສົ່ງເສີມ ອາຊີບ ບໍ່ວ່າຊີ່ ເປັນອາຊີບ ຫຍັງ ກໍແລ້ວແຕ່ ຈະສົ່ງເສີມ ເປັນອາຊີບ ທ່ອງທ່ຽວ ຫລື ອາຊີບ ອື່ນໆ ກໍໄດ້ ຂໍພຽງແຕ່ ມີອາ ຊີບເສີມ ໃຫ້.
ໃນຂນະ ດຽວກັນ ຊາວບ້ານ ອີກຜູ້ນຶ່ງ ກໍເວົ້າວ່າ ເຈົ້າຫນ້າທີ່ ໃນໂຄງການ ກໍ່ສ້າງ ເຂື່ອນ ດອນສະໂຮງ ເຄີຍເວົ້າ ກັບ ຊາວບ້ານວ່າ ໃນ ອະນາຄົດ ຈະນຳ ອາຊີບ ຕ່າງໆ ມາຝຶກ ອົບໂຮມ ໃຫ້ ຊາວບ້ານ ດັ່ງລາວ ເວົ້າວ່າ:
"ເດືອນທີນື່ງ ວັນທີ 27 ເພີ່ນກໍໄດ້ ລົງມາ ປະຊຸມ ເພື່ອຖາມ ຂໍ້ມູນ ໃຫ້ ປະຊາຊົນ ເພີ່ນຊີ່ ມີທືນ ຕົວໃດ ຕົວນື່ງ ຊີ່ ປະກອບໃຫ້ ເພີ່ນວ່າ ເຈົ້າມັກ ລ້ຽງສັດບໍ ລ້ຽງປາບໍ ເຈົ້າມັກ ອີ່ຫຍັງ ປູກຝົງບໍ".
ຊາວບ້ານ ທ່ານນີ້ ຍັງເວົ້າ ຕື່ມວ່າ ບໍ່ສາມາດ ຫາປາໄດ້ ຄືເກົ່າແລ້ວ ຈື່ງຢາກ ໃຫ້ໂຄງການ ສົ່ງເສີມ ອາຊີບ ຕາມທີ່ໄດ້ ປະຊຸມກັນ ທາງ ການ ເຄີຍເວົ້າວ່າ ຈະສົ່ງເສີມ ການລ້ຽງປາ ກະຊັງ ກໍຢາກໃຫ້ ທາງການ ສົ່ງເສີມ ເຣື້ອງນີ້ ໃນ ອະນາຄົດ.
ເຂື່ອນ ດອນສະໂຮງ ຈະມີການ ໂຍກຍ້າຍ 41 ຫລງັຄາ ເຮືອນ ແຕ່ບໍ່ຮູ້ ຈຳນວນ ປະຊາຊົນ ໂຮງຮຽນ ປະຖົມ ມັທຍົມ ກາງ ຈະຍ້າຍໄປ ສ້າງ ບ່ອນໃຫມ່ ເນື້ອທີ່ ປະມານ 125 ເຮັກຕາ ຈະຖືກ ນ້ຳຖ້ວມ ໃນນັ້ນ ມີດິນ ປະຊາຊົນ ປະມານ 16 ເຮັກຕາ. ຈະເລີ້ມສ້າງ ໃນໄວໆນີ້ ຖ້າບໍ່ມີ ບັນຫາ.