ໂຄງການສ້າງໂຮງຮຽນຢູ່ດອນ ສະໂຮງ ຖືກຢຸດ

ສິດນີ
2014.04.21
F-DS-school ໂຮງຮຽນໃນໝູ່ບ້ານ ດອນສະຫົງ ທີ່ຈະຖືກມ້າງຖີ້ມ ໃນໂຄງການສ້າງເຂື່ອນ (ຮູປຖ່າຍ ກັນຍາ 5 2010)
RFA

 

ຊາວບ້ານ ຢູ່ໃນເຂດ ໃກ້ພື້ນທີ່ ສ້າງ ເຂື່ອນ ດອນສະໂຮງ ທ່ານນຶ່ງ ເວົ້າວ່າ ເດັກນ້ອຍ ນັກຮຽນ ໃນເຂດ ດອນສະດຳ ເສັຽໂອກາດ ທີ່ຈະໄດ້ ໂຮງຮຽນ ຫລັງໃຫມ່ ຫລັງຈາກ ທີ່ອົງການ ຊ່ອຍເຫລືອ ຈາກ ປະເທດ ຝຣັ່ງເສສ ເຊົາການ ຊ່ອຍເຫລືອ ດັ່ງກ່າວ ຍ້ອນ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ຍັງບໍ່ ສາມາດ ສລຸບ ແຜນການ ກໍ່ສ້າງໄດ້.

"ປະເທດ ຝຣັ່ງ ມູນນິທິ ເຂົາວ່າຊີ່ ມາສ້າງໃຫ້ ເຂົາກໍເອົາ ເຄື່ອງອີ່ຫຍັງ ມາຄົບຫມົດ ແລ້ວ ກໍຊື້ຈັກ ໃຫ້ຫນ່ວຍນຶ່ງ ບາດນີ້ ມາປີ 2 ມາກໍ ພໍດີ ໂຄງການ ເມກາເຟີສ ຄືບຫນ້າໄປ ແທກດິນ ບ່ອນຫັ້ນແລ້ວ ວ່າຖືກ ໂຄງການ ບັດນີ້ ແທກຕົວ ໃໝ່ ຄັນແທກ ຕົວໃຫມ່ ຈັກວ່າ ທາງເທີງ ຊີ່ວ່າຈັ່ງໃດ ທາງໂຄງການ ຊີ່ສ້າງຈັ່ງໃດ ແທກມາແລ້ວ ສ້າງກັນຫັ້ນ ເຫມາະສົມ ຢູ່ດິນ ກໍໄປເບີ່ງກັນ ແຕ່ກໍບໍ່ເຫັນ ເພີ່ນວ່າ ຈັ່ງໃດ ແທກຊື່ໆ ສເນີໃຫ້ ທີ່ປືກສາ ຂອງ ໂຄງການ".

ທ່ານກ່າວ ຕື່ມວ່າ ໂຮງຮຽນ ຫລັງເກົ່າ ເປັນໂຮງຮຽນ ແບບ ຊົ່ວຄາວ ສ້າງດ້ວຍ ໄມ້ໄຜ່ ບໍ່ຖາວອນ ປານໃດ ແລະ ຊຸດໂຊມ ຫລາຍແລ້ວ ໂຄງການ ຈາກປະເທດ ຝຣັ່ງເສສ ເລີຍເຂົ້າມາ ວ່າຊີ່ສ້າງ ໃຫ້ໃຫມ່ ແຕ່ໂຄງການ ເຂື່ອນ ດອນສະໂຮງ ຍັງບໍ່ ສາມາດ ບອກໄດ້ວ່າ ຈະໃຫ້ ມ້າງ ໂຮງຮຽນ ຫລັງເກົ່ານັ້ນ ເມື່ອໃດ. ຈະຊື້ດິນ ບ່ອນໃຫມ່ ໃຫ້ ຊາວບ້ານ ຫລືບໍ ຈື່ງເຮັດໃຫ້ ການສ້າງ ໂຮງຮຽນ ມີການ ຫລ້າຊ້າ ຊື່ງໃນ ປັດຈຸບັນ ອົງການ ຈາກ ປະເທດ ຝຣັ່ງເສສ ໄດ້ຫັນໄປ ຊ່ອຍເຫລືອ ແຂວງອື່ນ ແລ້ວ.

ໃນປີ 2013 ເຈົ້າຫນ້າທີ່ ຈາກ ໂຄງການ ເຂື່ອນ ດອນສະໂຮງ ໄດ້ບອກ ກັບ ຊາວບ້ານວ່າ ໂຄງການ ເຂື່ອນ ດອນສະໂຮງ ຈະກວມ ເອົາດິນ ຊາວບ້ານ ປະມານ 6.5 ເຮັກຕາ ຮ່ວມດ້ວຍ ໂຮງຮຽນ ມັທຍົມຕົ້ນ ທີ່ ດອນສະດຳ ຈະມີການ ມ້າງ ແລະ ຫາທີ່ດິນ ບ່ອນໃຫມ່ ເພື່ອ ສ້າງ ໂຮງຮຽນ ແລະ ຄ່າຊົດເຊີຍ ແກ່ຊາວບ້ານ ແຕ່ເທົ່າ ເຖິງ ປັດຈຸບັນ ຍັງບໍ່ມີ ການປຸກເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.