ໂຄງການພັທນາ ເມືອງພູວົງ ຈະເຮັດໃຫ້ປ່າໄມ້ເສັຽຫາຍ

ການຂຍາຍໂຄງການພັທນາ ເພື່ອປັບປຸງໂຄງຮ່າງເສຖກິຈໃຫ້ທັນສມັຍ ຢູ່ດ່ານພູເກືອ ຈະສົ່ງຜົລກະທົບຕໍ່ປ່າໄມ້ ແລະສິ່ງແວດລ້ອມ ໃນນັ້ນຍັງມີເຖິງຜົລກະທົບທີ່ຈະເກີດຂຶ້ນກັບຊາວບ້ານ ໂດຍສະເພາະເຣື່ອງທີ່ດິນທຳການກະເສຕ.

ດ່ານສາກົລພູເກືຶອ ແຂວງ ອັດຕະປີ ນັກຂ່າວ ພົລເມືອງ

ເຈົ້າໜ້າທີ່ ຂອງຣັຖ ແລະ ນັກສິ່ງແວດລ້ອມ ເຫັນວ່າ ໂຄງການພັທນາ ເຂດເສຖກິຈ ຕົວເມືອງທັນສມັຍ ຢູ່ດ່ານພູເກືອ ແຂວງອັດຕະປື ຈະສົ່ງຜົລກະທົບ ຕໍ່ປ່າໄມ້ ແລະ ສິ່ງແວດລ້ອມ ຢ່າງຫຼີກເວັ້ນບໍ່ໄດ້. ເຈົ້າໜ້າທີ່ກະສິກັມ ແລະ ປ່າໄມ້ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ຕຸລາ ນີ້ວ່າ:

“ຜົລກະທົບ ມັນກະແນ່ນອນແລ້ວ ເພາະວ່າ ບໍຣິສັດຂະເຈົ້າ ເອົາຫຸບໄປໝົດແລ້ວເດ້ ເພາະວ່າ ເພິ່ນເຊັນອີ່ຫຍັງມາແລ້ວ ກະມີແຕ່ເຣີ່ມເນາະ. ເບີກຂອບເຂດຮອບໝົດໄດ໋ບາດນິ່, ປ່າໄມ້ຕ້ອງກ້ຽງຫັ້ນແຫຼະ ຄືເຮົາເຄີຍເຫັນມາຫັ້ນແຫຼະ.”

ໂຄງການດັ່ງກ່າວ ກໍ່ໃຫ້ເກີດຄວາມກັງວົນ ເຣື່ອງສິ່ງແວດລ້ອມ, ສັດປ່າ ທີ່ຈະຖືກທຳລາຍ ຍ້ອນພື້ນທີ່ດັ່ງກ່າວ ມີຄວາມອຸດົມສົມບູນຫຼາຍ ມີແຕ່ຕົ້ນໄມ້ໃຫຍ່ໆ ລາຄາແພງ ແລະ ນອກຈາກນີ້ ຊາວບ້ານທີ່ເປັນຊົນເຜົ່າ ໃນເຂດຊາຍແດນ ຈະໄດ້ຮັບຜົລກະທົບ ເຣື່ອງທີ່ດິນທຳການກະເສຕ. ນັກອະນຸຮັກສິ່ງແວດລ້ອມ ແລະ ສັດປ່າ ຂອງລາວ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ຕຸລາ ນີ້ວ່າ:

“ຄືເຮົາຈະຮັກສາສິ່ງແວດລ້ອມເນາະ ຈະເປັນພວກສັດ ຫຼືວ່າເປັນພວກປ່າໄມ້ ແມ່ນຫຍັງຕ່າງໆ ຂະເຈົ້າກະມາສັມປະທານເອົາດິນ ນັກລົງທຶນຂະເຈົ້າມາລົງທຶນເນາະ. ສ່ວນຫຼາຍທາງໄທບ້ານ ໄທເມືອງ ຂະເຈົ້າກໍຈະບໍ່ມີ ທີ່ທຳມາຫາກິນ.”

ໃນມື້ວັນທີ 20 ຕຸລາ 2021 ທີ່ຜ່ານມາ, ກະຊວງແຜນການ ແລະ ການລົງທຶນ ເຊັນບົດບັນທຶກຄວາມເຂົ້າໃຈ MOU (Memorandum Of Understanding) ກັບບໍຣິສັດພັທນາອັດຕະປື ຄົບວົງຈອນ ທີ່ເປັນເອກະຊົນລາວ ເພື່ອສຶກສາ, ສຳຣວດ ແລະ ອອກແບບ ການພັທນາ ເຂດເສຖກິຈ ຕົວເມືອງທັນສມັຍ ຢູ່ດ່ານພູເກືອ, ເມືອງພູວົງ ແຂວງອັດຕະປື, ເຊິ່ງເປັນພື້ນທີ່ 3 ຫຼ່ຽມເສຖກິຈ ກັມພູຊາ-ລາວ-ຫວຽດນາມ ຫຼື CLV. ຕາງໜ້າບໍຣິສັດພັທນາອັດຕະປື ຄົບວົງຈອນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ຕຸລາ ນີ້ວ່າ:

“ໃນໂຄງການ ຂອງບໍຣິສັດເຮົານີ້ ເຊັນ MOU ນຳຣັຖບານເນາະ ຢູ່ 3 ຫຼ່ຽມລາວ, ຫວຽດນາມ, ແລ້ວກະກັມພູຊາເລີຍ. ດຽວນີ້ເຮົາເຊັນ MOU ຫາກໍ່ແລ້ວເນາະ ເຣີ່ມຈັດຕັ້ງປະຕິບັດ ໃນອາທິດໜ້ານີ້ ວ່າຊິເຣີ່ມໃຫ້ເຂົາ ລົງກວດສະພາບ ພື້ນທີ່ໂຕຈິງ.”

ຕາງໜ້າບໍຣິສັດ ຜູ້ພັທນາ ຍັງກ່າວອີກວ່າ ພື້ນທີ່ 3 ຫຼ່ຽມເສຖກິຈ 3 ປະເທດ ຖືເປັນຈຸດຍຸທສາຕ ທີ່ສຳຄັນຫຼາຍ ແລະ ເໝາະສົມ ໃນການພັທນາ, ເຊິ່ງບໍຣິສັດ ມີແຜນຈະພັທນາ ພື້ນທີ່ທັງໝົດ 150 ເຮັກຕ້າຣ ທັງໝົດ 24 ໂຄງການ ເປັນຕົ້ນ ໂຮງແຮມຫຼູ, ສູນການຄ້າ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ອີກຫຼາກຫຼາຍ.

ໃນຕົ້ນເດືອນພຶສຈິກາ 2021 ນີ້, ບໍຣິສັດຜູ້ພັທນາໂຄງການ ຈະດຳເນີນການ ໄປສຶກສາສຳຣວດ ແລະ ອອກແບບໂຄງການ ເພື່ອສ້າງບົດວິພາກ ເສຖກິຈ-ເຕັກນິກ,​ ບົດປະເມີນຜົລກະທົບ ທາງດ້ານສິ່ງແວດລ້ອມ ແລະ ແຜນຄຸ້ມຄອງ ຕິດຕາມ-ກວດກາສິ່ງແວດລ້ອມ ເພື່ອສເນີໃຫ້ທາງການລາວ ພິຈາຣະນາ ຮັບຮອງໂຄງການ.

ເນື່ອງຈາກທີ່ຕັ້ງ ຂອງໂຄງການດັ່ງກ່າວ ເປັນໂຄງການລົງທຶນຂນາດໃຫຍ່, ໂດຍພື້ນທີ່ເກືອບທັງໝົດ ແມ່ນເປັນພື້ນທີ່ປ່າ ແລະ ມີກຸ່ມຊາວບ້ານ ທີ່ເປັນຊົນເຜົ່າ ຈຳນວນນຶ່ງ ອາສັຍຢູ່ ແລະ ຫາກວ່າ ມີຊາວບ້ານ ໄດ້ຮັບຜົລກະທົບ ຈາກໂຄງການດັ່ງກ່າວ ກໍຄວນຈະໄດ້ຮັບການທົດແທນ ຢ່າງເໝາະສົມ. ເຈົ້າໜ້າທີ່ຜແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ຕຸລາ ນີ້ວ່າ:

“ເຫັນຂະເຈົ້າສເນີມາຢູ່,​ ແຕ່ວ່າ ມັນໂຄງການໃຫຍ່ ແຂວງເຮົາບໍ່ສາມາດອອກອະນຸຍາດໄດ້,​ ຫັ້ນນ່າ. ຫຼັກໆກະຊິແມ່ນທັມຊາດ ວ່າຊັ້ນສາ ເພາະວ່າ ມັນເປັນພື້ນທີ່ ເຂດຊົນເຜົ່າ.”

ແນວໃດກໍຕາມ, ບໍຣິສັດພັທນາອັດຕະປື ຄົບວົງຈອນ ໄດ້ລະບຸວ່າ ຖ້າໂຄງການດັ່ງກ່າວ ໄດ້ຮັບການພັທນາ ໃນອະນາຄົດ, ເມືອງພູວົງ ແຂວງອັດຕະປື ຈະກາຍເປັນຈຸດຍຸທສາຕ ອັນສຳຄັນ ໃນການຂັບເຄື່ອນ ການຂຍາຍໂຕ ຂອງເສຖກິຈ ພາຍໃນແຂວງອັດຕະປື ເປັນເມືອງເສຖກິຈໃໝ່, ມີດ່ານການຄ້າສາກົລ ທີ່ທັນສມັຍ ໃຫ້ເປັນປະຕູການຄ້າ ແລະ ທ່ອງທ່ຽວ ແບບປະສົມປະສານ ກັບວັທນະທັມທ້ອງຖິ່ນ,​ ທັມຊາດ ແລະ ການກະເສຕ.

ເມື່ອທ້າຍເດືອນສິງຫາ ທີ່ຜ່ານມາ ທາງການແຂວງຜົ້ງສາລີ ກໍໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈ ເພື່ອສຳຣວດ ແລະ ອອກແບບ ຄວາມເປັນໄປໄດ້ ໃນການພັທນາ ແລະ ກໍ່ສ້າງເຂດເສຖກິຈພິເສດ ຢູ່ເຂດ 3 ແຈ ປະເທດລາວ-ຈີນ-ຫວຽດນາມ ລະຫວ່າງ ແຂວງຜົ້ງສາລີ ກັບກຸ່ມບໍຣິສັດ ຍູເຈີງ ລົງທຶນ ຂອງນັກລົງທຶນຈີນ.

ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ຜູ້ທີ່ເຮັດວຽກ ຢູ່ດ່ານພູເກືອ ເວົ້າວ່າ ພື້ນທີ່ດັ່ງກ່າວ ຍັງມີບັນຫາເຂດແດນ  ຢູ່ດ່ານພູເກືອ ແຂວງອັດຕະປື ກັບຝ່າຍຫວຽດນາມ ຢູ່ບາງຈຸດ ເພາະຍັງບໍ່ທັນສາມາດ ຕົກລົງກັນໄດ້ ແລະ ທີ່ຜ່ານມາ ເຈົ້າໜ້າທີ່ ຂອງທັງ 2 ຝ່າຍ ກໍມີການປຶກສາຫາລື ບັນຫານີ້ນຳກັນຢູ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org