ຜົນກະທົບຈາກດິນຟ້າ ອາກາດ
ຄວາມເສັຽຫາຍ ຈາກ ພັຍພິບັດ ທັມມະຊາດ ຍ້ອນ ການປ່ຽນແປງ ຂອງ ດິນຟ້າອາກາດ ແລະ ຈາກ ມວລມະນຸດ ສ້າງຂຶ້ນ, ເຊັ່ນ ການຕັດໄມ້, ການສ້າງ ເຂື່ອນໄຟຟ້າ ຮວມທັງ ເຄື່ອງຍົນ ກົລໄກ ຕ່າງໆ ທີ່ປ່ອຍ ໄອເສັຽ ຂຶ້ນສູ່ ທ້ອງຟ້າ.
-
ຈໍາປາທອງ
2018-10-17 -
-
-
Your browser doesn’t support HTML5 audio
ພັຍພິບັດທໍາມະຊາດ ຮວມທັງພະຍຸຝົນ, ນໍ້າຖ້ວມ, ແຫ້ງແລ້ງ ທີ່ເກີດຈາກການປ່ຽນແປງ ຂອງສະພາບດິນຟ້າອາກາດ ແລະພັຍພິບັດ ທີ່ເກີດຈາກມະນຸດ ສ້າງຂຶ້ນ.
ຢູ່ ສປປລາວ ຄືເຊັ່ນ ເຂື່ອນໄຟຟ້າຮວມທັງ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ, ການຕັດໄມ້ທໍາລາຍປ່າ ຢ່າງຫລວງຫລາຍ ເປັນສ່ວນສໍາຄັນ ທີ່ສ້າງຄວາມເສັຍຫາຍ ອັນໜັກໜ່ວງ ໃຫ້ແກ່ຊີວິດ ແລະຊັພສິນຂອງປະຊາຊົນລາວ ໃນທົ່ວປະເທສ ແລະເປັນຜົລ ກະທົບໃຫຍ່ ທີ່ເຮັດໃຫ້ທັມຊາດ ມີການປ່ຽນແປງ. ຜົລກະທົບອັນນີ້ ມີແນວໂນ້ມໄປສູ່ ຄວາມສ່ຽງຕໍ່ການທີ່ຈະເກີດພັຍພິບັດ ເພິ່ມຂຶ້ນນໍາເລື້ອຍໆ ແບບທີ່ບໍ່ສາມາດຢຸດຍັ້ງໄດ້ ຖ້າບໍ່ມີມາຕການ ຍັບຍັ້ງຄັກແນ່.
ດາມາມ ຄາຣີນາ ອິມໂມເນັນ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ແລະຜູ້ຕາງໜ້າໂຄງການ ສະຫະປະຊາຊາດ ດ້ານການພັທນາກ່າວວ່າ ໃນຂນະທີ່ເສຖກິດ ໃນຂົງເຂດເອເຊັຍ-ປາຊິຟິກ ເຕີບໂຕຢ່າງໄວວາຢູ່ນີ້ ຄວາມສ່ຽງຈາກ ໄພພິບັດແມ່ນບໍ່ສາມາດ ຕ້ານທານໄດ້.
ມາດາມ ກ່າວຕື່ມອີກວ່າ ສຳລັບ ສປປລາວ ການເພີ້ມຄວາມສຳຄັນ ໃນການແກ້ໄຂຄວາມສ່ຽງ ຈາກໄພພິບັດ ເປັນສິ່ງສຳຄັນຍິ່ງ ເພື່ອທີ່ຈະ ສ້າງຄວາມຕ້ານທານ ກັບເຫດການສະພາບອາກາດ ປັ່ນປ່ວນຮຸນແຮງທີ່ສຸດ ໃນອະນາຄົດ.
ການປະເມີນຜົລກະທົບທັງໝົດ ຂອງຣັຖບາລ ສປປລາວ ດໍາເນີນໄປດ້ວຍການ ຊ່ວຍເຫລືອຂອງອົງການສະຫະປະຊາດ, ທະນາຄານໂລກ ແລະສະຫະພາບຢູໂຣບ ເຮັດໃຫ້ມີຂໍ້ມູນກ່ຽວກັບ ຜົລເສັຍຫາຍ ຈາກພັຍນໍ້າຖ້ວມເລິກສົມຄວນ ອັນເປັນສິ່ງຈໍາເປັນ ໃນການຟື້ນຟູຜົລກະທົບນັ້ນ.
ເພື່ອຄວາມກະຈ່າງແຈ້ງກ່ຽວກັບການປ່ຽນແປງ ຂອງສະພາບດິນຟ້າອາກາດ, ພັຍພິບັດທໍາມະຊາດ ແລະພັຍພິບັດ ທີ່ເກີດຈາກສິ່ງທີ່ຄົນ ເປັນຜູ້ສ້າງຂຶ້ນຢູ່ລາວ ວິທຍຸ ເອເຊັຍເສຣີ ໄດ້ຕິດຕໍ່ຖາມໄປຍັງ ກະຊວງຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ສປປລາວ ຄື: ຫ້ອງການກະຊວງ, ກົມຄຸ້ມຄອງພັຍພິບັດ ແລະການປ່ຽນ ແປງຂອງດິນຟ້າອາກາດ, ຫ້ອງການກອງປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມແລະສັງຄົມ, ຫ້ອງການສະຖາບັນຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ຕລອດເຖິງ ກະຊວງ ແຜນການແລະການລົງທຶນ ໃນມື້ວັນທີ 15 ແລະ 16 ຕຸລານີ້. ແຕ່ບໍ່ສາມາດຕິດຕໍ່ໄດ້.
ພັຍນ້ຳຖ້ວມເກືອບທຸກແຂວງ ໃນທົ່ວປະເທສຜ່ານໄປ ບໍ່ພໍເທົ່າໃດ ກໍມີຂ່າວວ່າ ຫຼາຍບ້ານຢູ່ເມືອງແກ່ນທ້າວ ແຂວງໄຊຍະບູລີ ປະເຊີນກັບບັນຫາໄພແຫ້ງແລ້ງ ຍ້ອນວ່າປີນີ້ ຝົນຕົກຢູ່ແຂວງໄຊຍະບູລີ ບໍ່ຫຼາຍຄືກັນກັບ ແຂວງອື່ນໆ ເຮັດໃຫ້ ຊາວກະສິກອນ ກັງວົນນຳເຂົ້ານາປີໆນີ້ ຈະຕາຍກ່ອນຮອດຍາມເກັບກ່ຽວ ແລະຢາກໃຫ້ທາງການ ສປປລາວ ຊ່ອຍແກ້ໄຂບັນຫາ ການຂາດແຄນນ້ຳນີ້ ດັ່ງປະຊາຊົນ ບ້ານນາບອນ ເມືອງແກ່ນທ້າວ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 15 ຕຸລານີ້ວ່າ:
"ແຫ້ງແລ້ງປະຊາຊົນ ກໍ່ຈົ່ມວ່າບໍ່ມີນໍ້າເຂົ້ານາປີ ພວມສິອອກເຂົ້າບໍ່ມີນໍ້າໃສ່ດຽວນີ້ແຫ້ງແລ້ງ ຫຼາຍບໍ່ມີປີກາຍນີ້ ບໍ່ແຫ້ງ ປີກາຍນີ້ມີຝົນ ປີນີ້ບໍ່ມີຝົນອ່າງ ທີ່ເຄີຍໃຊ້ລໍ່ລ້ຽງເຮັດນາ ແກ່ຊາວນານີ້ກໍ່ ແຫ້ງແລ້ງ ເລີຍປີນີ້ ບໍ່ມີນໍ້າ."
ນາງກ່າວຕື່ມອີກວ່າ ບ້ານາບອນ ທີ່ເປັນບ້ານໃຫຍ່, ມີປະຊາຊົນ 300 ຄອບຄົວ ພາກັນຈົ່ມຫຼາຍວ່າ ປີນີ້ຝົນບໍ່ຕົກ ເຮັດໃຫ້ນໍ້າໃນອ່າງເກັບນໍ້າ ຢູ່ບ້ານບົກລົງຫລາຍ ຈົນບໍ່ສາມາດປ່ອຍນໍ້າລົງໃສ່ ຄອງຊົລປະທານໄດ້ ແລະເຫັນວ່າ ບັນຫາພັຍແລ້ງປີນີ້ເກີດຂຶ້ນ ໄວຜິດປົກກະຕິ ຈົນເຮັດໃຫ້ປະຊາຊົນຫຼາຍຄອບຄົວ ທໍ້ແທ້ໃຈຈົນ ບໍ່ຢາກເຮັດນາແຊງ.
ແຕກຕ່າງໄປຈາກແຂວງອັດຕະປື ທີ່ຝັນຕົກໜັກ, ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກເມື່ອວັນທີ 23 ກໍຣະກະດາ ທີ່ຫາກໍຜ່ານມານີ້ ເຮັດໃຫ້ນໍ້າໃຫຼລົງມາຖ້ວມ 13 ບ້ານຂອງເມືອງສນາມໄຊ, ປະຊາຊົນ 13,000 ປາຍຄົນໃນຈໍານວນທັງໝົດ 36,000 ປາຍຄົນ ໄດ້ຮັບຜົລກະທົບຢ່າງໜັກໜ່ວງ, ມີຜູ້ເສັຍຊີວິດ ແລະຫາຍສາບສູນ 1,000 ປາຍຄົນ.
ເຂດທີ່ປະຊາຊົນໄດ້ຮັບຜົລກະທົບໜັກໜ່ວງທີ່ສຸດ ຄືປະຊາຊົນ 6 ບ້ານ: ບ້ານ ຫີນລາດ, ບ້ານສະໜອງໃຕ້, ບ້ານທ່າຫີນ, ບ້ານໃໝ່, ບ້ານທ່າແສງຈັນ ແລະ ບ້ານໃຫຍ່ແທ ທີ່ມີປະຊາຊົນອາສັຍຢູ່ 7,000 ປາຍຄົນໄດ້ຮັບ ຄວາມເສັຍຫາຍທັງໝົດ ແລະ ຈໍາຕ້ອງໄດ້ອົພຍົບ ໄປອາສັຍ ຢູ່ 6 ຈຸດ ໃນເມືອງສນາມໄຊ ແລະມີຊີວິດຢູ່ໃນຕູບຜ້າ, ຢູ່ແບບລໍາບາກ, ອາຫານການກິນບໍ່ພຽງພໍ, ເກີດພຍາດບາດເຍົາ ເປັນຕົ້ນແມ່ນເດັກນ້ອຍ ອາຍຸແຕ່ 6 ເດືອນຫາ 1 ປີ. ຈາກການກວດສຸຂພາບ ເດັກນ້ອຍ 500 ປາຍຄົນ ທີ່ສູນພັກຊົ່ວຄາວພົບວ່າ ມີຫລາຍກວ່າເຄິ່ງນຶ່ງຄື 275 ຄົນ ທີ່ຂາດສານອາຫານ ຮຸນແຮງ.
ທ່່ານ ບຸນກອງ ສີຫາວົງ ຣັຖມົນຕຣີ ກະຊວງສາທາຣະນະສຸຂ ເວົ້າວ່າ ອັນທີ່ໜ້າເປັນຫ່ວງຕໍ່ໄປນີ້ແມ່ນ ເຣຶ່ອງການຄວບຄຸມ ພຍາດຍາດຕິດຕໍ່ ແລະວ່າໄດ້ຂໍການ ຊ່ວຍເຫລືອ ຈາກເກົາຫລີໃຕ້, ຈາກອົງການ ອະນາມັຍໂລກ, ໂຄງການສະຫະປະຊາຊາດ ດ້ານການພັທນາ ແລະຈາກ UNICEF ໃນເຣຶ່ອງວັກຊິນກັນພຍາດ ເປັນຕົ້ນພຍາດຖອກທ້ອງ.
ແລະເຈົ້າໜ້າທີ່ອົງການ UNICEF ປະຈໍາລາວ ກໍເວົ້າວ່າ ຈາກການກວດສຸຂພາບຂອງຜູ້ປະສົບໄພນໍ້າຖ້ວມ ຍ້ອນເຂື່ອນໄຟຟ້າ ເຊປຽນ- ເຊນໍ້ານ້ອຍ ແຕກນັ້ນ ບັນຫາສ່ວນໃຫຍ່ທີ່ພົບ ແມ່ນພຍາດກ່ຽວກັບຣະບົບຫາຍໃຈ ແລະພຍາດຖອກທ້ອງ.
ພາຍຫລັງ ເຂື່ອນແຕກ ມາເຖິງທ້າຍເດືອນກັນຍາ ເວລາກໍຜ່ານໄປ 2 ເດືອນປາຍແລ້ວ ແຕ່ທາງການ ສປປລາວ ທີ່ວ່າຈະສ້າງເຮືອນພັກ ຊົ່ວຄາວ ໃຫ້ປະຊາຊົນ 1,600 ປາຍຄອບຄົວ ຢູ່ນັ້ນ ສ້າງໄດ້ພຽງແຕ່ໃຫ້ 140 ຄອບຄົວ ທີ່ໂຮງຮຽນບ້ານ ຫາດຍາວ ແລະໃນມື້ວັນທີ 15 ຕຸລານີ້ ຄນະກັມການສະເພາະກິດ ແກ້ໄຂໄພພິບັດ ຣະດັບຊາດ ກໍປະກາດວ່າ ປັດຈຸບັນ ໄດ້ສ້າງເຮືອນພັກຊົ່ວຄາວ ຈໍານວນ 400 ປາຍຫ້ອງ ເທົ່ານັ້ນ.
ຖ້າເວົ້າເຖິງຄວາມເສັຍຫາຍ ຈາກໄພນ້ຳຖ້ວມໃນທົ່ວປະເທສ, ຕາມຣາຍງານຂອງຄນະກັມການສະເພາະກິດ ແກ້ໄຂໄພພິບັດ ຣະດັບຊາດ ເມື່ອກາງເດືອນກັນຍາ ທີ່ຜ່ານມາ ແລ້ວແມ່ນວ່າ ນັບແຕ່ກາງເດືອນ ກໍຣະກະດາ ຫາຕົ້ນເດືອນກັນຍາປີນີ້ ພະຍຸຝົນ ເຂດຮ້ອນສອງລູກ: ເຊີນຕີນ ແລະ ເບປິນກາ ເຂົ້າປະເທສລາວ, ຝົນຕົກໜັກຕິດຕໍ່ກັນ ຫລາຍມື້ ເຮັດໃຫ້ນໍ້າຖ້ວມ, ເຂື່ອນໄຟຟ້າຫລາຍແຫ່ງ ປ່ອຍນໍ້າລົງມາຖ້ວມຕື່ມ ຮວມທັງເຂື່ອນເຊປ່ຽນ-ເຊນໍ້ານ້ອຍ ແຕກ ແລະດິນເຈື່ອນ ສົ່ງຜົລກະທົບຕໍ່ ປະຊາຊົນ ປະມານ 650,000 ຄົນ ໃນທົ່ວປະເທສຄື 17 ແຂວງ ແລະນະຄອນຫລວງວຽງຈັນ ທີ່ກວມເອົາທັງໝົດ 116 ເມືອງ, ເສັຍຊີວິດ 65 ຄົນ-ຕາມຕົວເລກ ຂອງທາງການ ສປປລາວ.
ນອກນັ້ນຍັງມີຜູ້ບາດເຈັບ ແລະຫາຍສາບສູນໄປ ເປັນຈໍານວນຫຼວງຫຼາຍ, ບ້ານເຮືອນປະຊາຊົນເພພັງ, ຕ້ອງໄດ້ອົພຍົບ ໄປຢູ່ທີ່ພັກຊົ່ວຄາວ ຫຼາຍກວ່າ 20,000 ຄົນ, ເນື້ອທີ່ກະສິກໍາເກືອບ 150,000 ເຮັກຕາ ແລະອື່ນໆອີກຫລາຍຢ່າງ ຖືກນໍ້າຖ້ວມ ເສັຍຫາຍ.
ສຳລັບ ສປປລາວ ປີນີ້ ເກີດໄພພິບັດໜັກໜ່ວງ. ນ້ຳຖ້ວມແຮງ ແລະເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ສ້າງຄວາມເສັຍຫາຍ ຢ່າງໜັກໜ່ວງ ແລ້ວບໍ່ແລ້ວ ຍັງເກີດໄພແຫ້ງແລ້ງໄວຂຶ້ນຕື່ມອີກ. ນອກຈາກບ້ານນາບອນ ຄືທີ່ໄດ້ເວົ້າມານັ້ນແລ້ວ ກໍຍັງມີບ້ານຫາດແດງ, ບ້ານປົ່ງແດງ ແລະ ອີກຫຼາຍບ້ານ ຢູ່ເມືອງແກ່ນທ້າວ ແຂວງໄຊຍະບູລີ ທີ່ປະເຊີນກັບ ການຂາດແຄນນໍ້າ ທີ່ຈະເຮັດນາແຊງ ດັ່ງປະຊາ ຊົນບ້ານນາບອນ ກ່າວໃນມື້ວັນທີ 15 ຕຸລານີ້ວ່າ:
"ປີນີ້ແລ້ວຄັນເວົ້າແທ້ນໍ້າບໍ່ຢາກພໍເນາະ ເຮັດນາກໍ່ນໍ້າຝົນບໍ່ຫຼາຍ ຝາຍກໍ່ ບໍ່ພໍແຫ້ງ ບໍ່ມີນໍ້າຖ້າເຮົາໄປເຮັດນາແຊງ ແຮງແຫ້ງໄປເຕັກ."
ໃນຂນະທີ່ ເຈົ້າໜ້າທີ່ຂແນງປູກຝັງ ຜແນກກະສິກັມ ແລະປ່າໄມ້ ແຂວງໄຊຍະບູລີ ກໍກ່າວໃນມື້ດຽວກັນນັ້ນວ່າ ນອກຈາກ ຈະປະເຊີນກັບ ພັຍແລ້ງນີ້ແລ້ວ ກໍຍັງມີອີກບັນຫານຶ່ງ ຄືຊົລປະທານເປ່ເພ, ບໍ່ສາມາດສົ່ງນໍ້າໄປ ໃຫ້ພື້ນທີ່ຫ່າງໄກໄດ້. ເບິ່ງລວມແລ້ວ ເຫັນວ່າ ສະພາບດິນຟ້າອາກາດ ປີນີ້ປັ່ນປ່ວນ ປ່ຽນແປງໄປຫຼາຍ, ເຮັດໃຫ້ເກີດໄພພິບັດ ສ້າງຄວາມເສັຍຫາຍ ໃຫ້ປະຊາຊົນໜັກໜ່ວງ ຊຶ່ງໃນປີນີ້ ຮວມມູນຄ່າເສັຍຫາຍ ທັງໝົດປະມານ 62 ລ້ານໂດລາສະຫະຣັຖ ແລະຜົລເສັຍຫາຍນັ້ນ ມີແນວໂນ້ມ ຮຸນແຮງຂຶ້ນນໍາເລື້ອຍໆ ຢູ່ ສປປລາວ ທີ່ມີການຕັດໄມ້ທຳລາຍປ່າ ຢ່າງຫຼວງຫຼາຍ ເມື່ອຝົນຕົກແຮງ ກໍເກີດໄພນໍ້າຖ້ວມ, ດິນເຈື່ອນ ແລະໄພແຫ້ງແລ້ງໄວ ແບບບໍ່ເຄີຍມາກ່ອນ.