ພົບສົບຜູ້ຊາຍແຄມນ້ຳຊັນ

ສິດນີ
2015.08.14
F-Body ເຈົ້າໜ້າທີ່ ກໍາລັງ ເກັບກູ້ ສົບ ທີ່ໄຫຼມາຄ້າງຢູ່ ແຄມນໍ້າຊັນ
Courtesy of Tholakhong

ເຈົ້າຫນ້າທີ່ ບໍຣິຄຳໄຊ ເວົ້າວ່າ, ໃນວັນທີ 13 ສິງຫາ ໄດ້ພົບ ສົບ ຜູ້ຊາຍ ນຶ່ງ ຄົນ ອາຍຸ ປະມານ 30 ປີ, ໄຫລ ມາຄ້າງຢູ່ ແຄມ ນໍ້າຊັນ ບໍຣິເວນ ບ້ານ ນາແຫນ ເມືອງ ບໍຣິຄັນ ແຂວງ ບໍຣິຄຳໄຊ. ເຈົ້າຫນ້າທີ່ ສັນນິຖານ ວ່າ ຄົງຈະບໍ່ ແມ່ນ ເສັຽຊິວິດ ຍ້ອນ ນ້ຳຖ້ວມ. ດັ່ງ ທ່ານກ່າວ ໃນຕອນ ນຶ່ງວ່າ:

"ຄົນ ເສັຽຊິວິດ ຈາກ ເຂດໃດ ໄຫລ ມາຄ້າງຢູ່ ແຄມນ້ຳຊັນ ຂອງ ເມືອງ ບໍຣິຄັນ ເຮົາ, ດຽວນີ້ ເຈົ້າຫນ້າທີ່ ກຳລັງ ສັລສູນ ກັບ ທາງແພດ ຢູ່ນະ ເສັຽຊິວິດ ຈາກ ນ້ຳຖ້ວມ ອາດ ຈະບໍ່ແມ່ນ ດອກ  ເຂົາກຳລັງ ເບິ່ງ ສັລສູດ ຕ່າງໆ, ວ່າ ອັນນັ້ນ ມັນແທ້ບໍ, ຜູ້ຊາຍ ອາຍຸ ປະມານ 30 ຫລື ວ່າ 31".

ທ່ານກ່າວ ຕື່ມວ່າ ຜູ້ ເສັຽຊິວິດ ຢູ່ໃນ ສະພາບ ນຸ່ງສົ້ງ ໂຕດຽວ, ສົບ ແຂງ, ຢູ່ ຕາມຮ່າງກາຍ ບໍ່ມີຮ່ອງຮອຍ ຖືກຂອງ ມີຄົມແທງ, ຄາດວ່າ ເສັຽຊິວິດ ໄດ້ ປະມານ 2 ຫາ 3 ມື້ແລ້ວ. ເຈົ້າຫນ້າທີ່ ໄດ້ ປະສານງານ ໄປຍັງເຂດ ຕ່າງໆ, ໃນເມືອງ ບໍຣິຄັນ ວ່າ ມີການ ແຈ້ງ ຄົນ ຫາຍສາບສູນ ຫລືບໍ ແລະ ໄດ້ ສອບຖາມ ໄປຍັງ ບໍຣິສັດ ຕ່າງໆ ເພາະ ຄົນ ທີ່ ເສັຽຊິວິດ ນັ້ນ, ເປັນຄົນ ມາຈາກ ແຂວງ ອື່ນ ບໍ່ແມ່ນ ຄົນ ທ້ອງຖິ່ນ.

ທ່ານວ່າ ເຖິງແມ່ນວ່າ ຜ່ານມາ ແຂວງ ບໍຣິຄຳໄຊ ຈະ ມີນ້ຳຖ້ວມ ກໍຕາມ, ແຕ່ ກໍບໍ່ມີ ຣາຍງານ ຄົນ ຫາຍສາບສູນ ຍ້ອນ ພັຍນ້ຳຖ້ວມ ເພາະ ກະແສນ້ຳ ບໍ່ແຮງ ປານໃດ. ດັ່ງນັ້ນ ຈຶ່ງ ເປັນໄປໄດ້ ວ່າ ຜູ້ ເສັຽຊີວິດ ອາດ ຍ້ອນ ສາເຫດ ອື່ນ.

ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ ໄປຍັງ ຫ້ອງການ ຕຳຣວດ ທີ່ ເມືອງ ປາກຊັນ, ເຈົ້າຫນ້າທີ່ ຜູ້ ບໍ່ປະສົງ ອອກຊື່ ເວົ້າວ່າ ກຳລັງ ເຮັດການ ສືບສວນ ຢູ່ ຍັງບໍ່ ສາມາດ ສລຸບໄດ້ ວ່າ ເສັຽຊິວິດ ຍ້ອນຫຍັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.