ເຂື່ອນແມ່ນ້ຳຂອງ ເຣີ້ມສ້າງ ຜົລກະທົບ

ພູວົງສ໌
2019.11.01
F-Korean-Fishing ການຫາຢູ່ຫາກິນ ຂອງຊາວລາວ ຕາມລໍານໍ້າຂອງ
Korean-CSO

ນັບແຕ່ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ໄຊຍະບູຣີ ທີ່ສ້າງໃສ່ແມ່ນ້ຳຂອງ ໃນແຂວງໄຊຍະບູຣີ ເຣີ້ມມີການຕັນນ້ຳ ເປັນຕົ້ນມາ, ການຂຶ້ນລົງ ຂອງນ້ຳ ກໍຜິດປົກກະຕິໄປ ຈາກທັມມະຊາດ ແລະ ວິຖີຊິວິຕ ຂອງປະຊາຊົນ ລຸ່ມແມ່ນ້ຳຂອງຢູ່ເຂດທ້າຍເຂື່ອນ ໄຊຍະບູຣີ ກໍເຣີ້ມຄ່ອຍໆ ໄດ້ຮັບຜົລກະທົບ, ອີງຕາມຄວາມເວົ້າ ຂອງຊາວບ້ານໃນແຂວງເລີຍ ປະເທດໄທ.

ຫຼ້າສຸດນີ້, ເຂື່ອນໄຊຍະບູຣີ ກໍໄດ້ທຳການປັ່ນໄຟຟ້າຂາຍ ຢ່າງເປັນທາງການ ໃນມື້ວັນທີ 29 ຕຸລາ, ແຕ່ສິ່ງທີ່ເກີດຂຶ້ນ ຕໍ່ຊາວບ້ານໃນເຂດ ທ້າຍເຂື່ອນ ນັບທັງລາວ, ໄທ, ກັມພູຊາ ແລະ ວຽດນາມ ແລ້ວແມ່ນວ່າ ຊາວບ້ານໄດ້ພົບພໍ້ ກັບສະພາບນ້ຳຂຶ້ນລົງ ຢ່າງຜິດປົກກະຕິ ແລະ ສົ່ງຜົລກະທົບໂດຍຕຣົງຕໍ່ການກະເສຕ ຕາມແຄມຂອງ. ດັ່ງຊາວບ້ານໃນແຂວງເລີຍ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 29 ຕຸລາ ຜ່ານມາວ່າ:

“ມັນລຳບາກບ່ອນທີ່ວ່າ ເຮົາປູກຜັກປູກຂອງນຳ ຕາຝັ່ງນ້ຳນີ້ແຫຼະ. ຜົລກະທົບບາງເທື່ອ ມັນກໍຂຶ້ນມາຖ້ວມ ບາງເທື່ອມັນກໍແຫ້ງ ນ້ຳບໍ່ມີຫົດ, ແບບນໍ້າມັນເຂີນໄກ. ມັນຂຶ້ນບໍ່ຕາມປົກກະຕິ ມື້ສອງມື້ມັນກໍແຫ້ງ ມື້ສອງມື້ມັນກໍຂຶ້ນ, ຊີ້ແມ້. ມັນບໍ່ເປັນນ້ຳ ທຳມະຊາດ ຄືແຕ່ເກົ່າ. ນ້ຳ ທຳມະຊາດຄືແຕ່ເກົ່າ, ປົກກະຕິເດືອນຕຸລາ ເດືອນພຶສຈິກາ ມັນກະ ນ້ຳມັນຈະຂຶ້ນຢູ່ເທິງຕາຝັ່ງ ພຸ້ນແຫຼະ. ອາຈເປັນສົ່ງຜົລກະທົບ ຈາກ ເຂື່ອນ ນ້ຳມັນບໍ່ມາຈັ່ງຊີ້ໂອ້, ນ້ຳມັນບໍ່ມາຕາມທຳມະຊາດ."

ອີກຜົລກະທົບຢ່າງນຶ່ງ ຈາກ ເຂື່ອນໄຊຍະບູຣີ ທີ່ສົ່ງຜົລກະທົບ ຕໍ່ຊາວບ້ານໃນເຂດລຸ່ມແມ່ນ້ຳຂອງ ທ້າຍເຂື່ອນ ຢ່າງແນ່ນອນແລ້ວ ກໍແມ່ນວິຖີຊີວິຕ ຂອງຄົນຫາປາ. ຊາວບ້ານທີ່ຍຶດອາຊີພ ຫາປາຕາມແຄມຂອງ, ເມືອງປາກຊົມ ແຂວງເລີຍ, ປະເທດໄທ ນາງນຶ່ງ ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ຜົລກະທົບທີ່ເກີດຂຶ້ນ ກັບພວກເຂົາເຈົ້າ ໃນປະຈຸບັນນີ້, ກໍແມ່ນການ ຫາປາໄດ້ໜ້ອຍລົງ ແລະ ເກີດດິນເຈື່ອນເລື້ອຍໆ.

“ຫາປາບາງມື້ກະບໍ່ໄດ້ ບາງມື້ກະໄດ້ ນະປະຈຸບັນນີ້ນ່າ. ບາດນີ້ ການຜົລກະທົບກະຄືຫາປາບໍ່ໄດ້ຄືເກົ່າ. ອາຊີພປະຈຳວັນເຮົາຄືເຮັດຫຍັງແນ່? ເຮົາບໍ່ຫາກະບໍ່ໄດ້ ເພາະວ່າມັນເຄີຍຫາຢູ່ແລ້ວ. ລະກະຕົ້ນທຶນກະສູງ, ນ້ຳກະຂຶ້ນໆລົງໆ. ການຜົລກະທົບກະ 1, ດິນເຈື່ອນ ເວລາລວງມອງ ເຮົາຜູກ ລວງມອງຕອນຝົນຕົກ. ນ້ຳບົກໄວ ດິນກໍເຈື່ອນລົງມາ ມອງເຮົາກະຫຼຸດໄປນຳດິນເຈື່ອນ.”

ໃນຂນະດຽວກັນ, ກ່ອນໜ້ານີ້ ນັກວິຊາການຕ່າງປະເທດຫຼາຍຂແນງການ ກໍໄດ້ສະແດງຄວາມເປັນຫ່ວງເລື້ອຍໆມາ ກ່ຽວກັບຄວາມບໍ່ລົດລະ ຂອງຣັຖບານລາວ ຮ່ວມກັບນາຍທຶນເຂດພາກພື້ນ ໃນການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ທີ່ພອຍແຕ່ຈະສົ່ງ ຜົລກະທົບ ຫຼາຍດ້ານຕໍ່ວິຖີຊິວິຕ ແລະ ຣະບົບນິເວດໃນແມ່ນ້ຳຂອງ ຫຼາຍກວ່າທີ່ຈະໄດ້ຮັບຜົລປໂຍດ.

ທ່ານ ມົນຕຣີ ຈັນທະວົງສ໌, ນັກວິຊາການໄທ ກໍໄດ້ໃຫ້ສັມພາດແກ່ຜູ້ສື່ຂ່າວພວກເຮົາ ເມື່ອເດືອນ ມິຖຸນາ ທີ່ຜ່ານມາວ່າ ຜົລກະທົບ ທີ່ ປະຈັກຕາທີ່ສຸດໃນການເດີນໜ້າ ສ້າງເຂື່ອນອີກຫຼາຍແຫ່ງ ໃນແມ່ນ້ຳຂອງນັ້ນ, ກໍແມ່ນຄວາມສ່ຽງ ທີ່ຈະສູນເສັຽພັນປາ ໃນແມ່ນ້ຳຂອງ ເພາະວົງຈອນຊີວິຕ ຂອງປາຈະຖືກທຳຣາຍ.

“ຖ້າຫາກວ່າມີເຂື່ອນແບບນີ້ ຊ້ອນກັນໄປເລື້ອຍໆນີ້ ຈະອອກແບບທາງ ປາຜ່ານ ໃຫ້ດີສໍ່າໃດກໍຕາມ, ປາກໍຈະໄປບໍ່ໄດ້. ສະນັ້ນ, ຄວາມ ເສັຽຫາຍທີ່ເກີດຂຶ້ນນີ້, ອັນທຳອິດ ກໍແມ່ນພັນປາຈະຫາຍໄປທັນທີ ປາຈະຂຶ້ນລົງບໍ່ໄດ້ ແລ້ວອ່າງເກັບນ້ຳ ກໍຈະທຳຣາຍ ພື້ນທີ່ປະສົມພັນ, ວາງໄຂ່ ແລະ ເປັນພື້ນທີ່ອະນຸບານ ໂຕອ່ອນຂອງປາໂຕນ້ອຍໆ ໃນຣະດູຝົນ. ມັນຈະມີປາອີກຊະນິດນຶ່ງ ທີ່ເຕີບໃຫຍ່ ໄດ້ໃນນ້ຳນິ້ງ ໃນແບບເຂື່ອນ, ແຕ່ປາທີ່ຈະອົພຍົບ ຂຶ້ນລົງນີ້ ປາພວກນີ້ຈະສູນພັນໄປ.”

ນອກຈາກນີ້, ດຣ. ອ່ຽນ ແບຣ໌, ສາສດາຈານ ປະຈຳມຫາວິທຍາລັຍວິສຄອນຊິ້ນ ເມດີສັນ ແລະ ເປັນຊ່ຽວຊານດ້ານການສ້າງເຂື່ອນ ກໍໄດ້ໃຫ້ສຳພາດ ແກ່ຜູ້ສື່ຂ່າວພວກເຮົາ ເມື່ອເດືອນມິຖຸນາ ຜ່ານມາວ່າ ຜົລກະທົບ ທີ່ເກີດຂຶ້ນຈາກການສ້າງເຂື່ອນ ໃສ່ ແມ່ນ້ຳຂອງ ອີກຢ່າງນຶ່ງ ກໍແມ່ນຄວາມເສັຽຫາຍ ຂອງຕາຝັ່ງແມ່ນ້ຳຂອງ ຖືກເຊາະເຈື່ອນ ຈາກການປ່ອຍນ້ຳຈາກ ເຂື່ອນ ເຮັດໃຫ້ການກະເສຕ ແລະ ວິຖີຊິວິຕຕາມແຄມຂອງ ຄ່ອຍໆຖືກທຳຣາຍ.

“ຍົກໂຕຢ່າງນີ້ນ່າ ເຂື່ອນໄຊຍະບູຣີ ນີ້ເນາະ ເວລາເຂົາເຈົ້າປ່ອຍນ້ຳອອກມາຈາກ ເຂື່ອນນີ້ເນາະ, ນ້ຳມັນຊິໃສ. ແລ້ວເວລານ້ຳມັນໃສ ມັນຊິເຮັດໃຫ້ຕາຝັ່ງເຈື່ອນ ເພາະວ່າມັນຊິເກັບດິນຕົມ ຈາກຕາຝັ່ງ ເພາະວ່າມັນບໍ່ມີຫຍັງຢູ່ໃນນ້ຳນີ້ນ່າ, ແລ້ວມັນຊິເຮັດ ໃຫ້ເຊາະເຈື່ອນນີ້ນ່າ. ຄືດຽວນີ້ເຫັນຢູ່ວຽງຈັນ ຫຼືວ່າຫຼາຍບ່ອນມີບັນຫາເຊາະເຈື່ອນນີ້ນ່າ, ໂຕນີ້ມັນກໍຕ້ອງກ່ຽວຂ້ອງກັບເຂື່ອນຄືກັນ. ລະກະດຽວນີ້ຣັຖບານລາວ ລົງທຶນ ບໍ່ແມ່ນໜ້ອຍ ໃນການທີ່ຊິສ້າງກັນເຈື່ອນນີ້ນ່າ. ອັນນີ້ຖືວ່າມັນເປັນຜົລກະທົບ ທີ່ເກີດ ມາຈາກເຂື່ອນ, ແຕ່ເຂົາເຈົ້າບໍ່ເວົ້າ ຫຼືບາງທີ ເຂົາເຈົ້າບໍ່ເຂົ້າໃຈ ກໍບໍ່ຮູ້ນ່າ. ແຕ່ວ່າແທ້ຈິງນີ້, ບັນຫາໂຕນີ້ ມັນເປັນບັນຫາ ທີ່ມາຈາກເຂື່ອນຢູ່ແລ້ວ. ອັນນີ້ເຫັນໃນຫຼາຍໆ ປະເທດຜ່ານມາ ນີ້ນ່າ, ເຂົາເຈົ້າເຄີຍມີບັນຫາ ແບບນີ້ ເຂົາເຈົ້າເອີ້ນວ່ານ້ຳມັນຫິວ ໝາຍຄວາມວ່ານ້ຳມັນ ບໍ່ມີດິນຕົມ ນ້ຳມັນບໍ່ມີຫຍັງ ຢູ່ໃນນ້ຳນີ້ນ່າ. ແລ້ວມັນຊິຊອກຫາເອົາດິນຊາຍ ຫຼືວ່າດິນຢູ່ທາງຂ້າງນີ້ນ່າ ລັກສນະວ່າ ມັນຢາກກິນ ແລ້ວມັນຊິເຮັດໃຫ້ເຈື່ອນລົງນີ້ນ່າ.”

ທ່ານ ບຣຸສ ຊູ໋ເມັກເກີ (Bruce Shoemaker), ນັກວິຊາການອິສຣະ ດ້ານການສ້າງເຂື່ອນ, ກໍໄດ້ໃຫ້ສຳພາດ ແກ່ຜູ້ສື່ຂ່າວວິທຍຸເອເຊັຽຣີ ເມື່ອວັນທີ 16 ຕຸລາ ກ່ຽວກັບການສ້າງເຂື່ອນ ໃສ່ແມ່ນ້ຳຂອງວ່າ ຄວາມພຍາຍາມຂອງ ຣັຖບານລາວໃນການສ້າງ ເຂື່ອນໃສ່ແມ່ນ້ຳຂອງ ອີກຫຼາຍແຫ່ງນັ້ນ, ຈະເຮັດໃຫ້ແຕ່ກຸ່ມນາຍທຶນໄດ້ປໂຍດ, ແຕ່ຊາວບ້ານ ພັດຕ້ອງຢູ່ກັບຄວາມສ່ຽງ.

“But to me, the problem is that the people that will get benefit are different from the people who take the risk. You know, it is the local villagers, up and down the Mekong, who take the risk. Maybe it will be ok, but maybe not. But they are not the one who will get the benefit.” "ສຳລັບຂ້າພະເຈົ້າແລ້ວ, ບັນຫາກໍແມ່ນວ່າ ຜູ້ຈະໄດ້ຮັບປໂຍດ ຈາກການສ້າງເຂື່ອນ ຈະຕ່າງຈາກຜູ້ທີ່ຮັບຄວາມສ່ຽງ ຈາກການສ້າງເຂື່ອນ. ຄວາມຈິງກໍຄືວ່າ ຊາວບ້ານ ທີ່ອາໃສ ຢູ່ເທິງ ແລະ ລຸ່ມແມ່ນ້ຳຂອງນັ້ນ, ແມ່ນຜູ້ທີ່ຈະຮັບຄວາມສ່ຽງ. ມັນອາຈບໍ່ເກີດຫຍັງຂຶ້ນ ເລີຍກໍເປັນໄດ້, ແຕ່ກໍບໍ່ແນ່. ແຕ່ພວກເຂົາຈະບໍ່ແມ່ນກຸ່ມຄົນ ທີ່ໄດ້ຮັບຜົລປໂຍດຈາກການສ້າງເຂື່ອນ."

ປະຈຸບັນ, ການກໍ່ສ້າງເຂື່ອນໃສ່ແມ່ນ້ຳຂອງໃນລາວ ສຳເຣັຈແລ້ວ 2 ແຫ່ງ ອັນໄດ້ແກ່ການສ້າງເຂື່ອນໄຊຍະບູຣີ ແລະ ເຂື່ອນດອນສະໂຮງ, ເຊິ່ງຫຼາຍຝ່າຍກໍສະແດງ ຄວາມເປັນຫ່ວງອອກມາເລື້ອຍໆວ່າ ພຽງ 2 ເຂື່ອນ ທີ່ຖືກສ້າງຂຶ້ນມາ ກໍເຮັດໃຫ້ເກີດ ຜົລກະທົບເຊັ່ນນີ້ແລ້ວ. ຖ້າຫາກເຂື່ອນປາກແບງ, ເຂື່ອນປາກລາຍ, ເຂື່ອນຫຼວງພຣະບາງ ແລະ ອີກຫຼາຍເຂື່ອນ ທີ່ມີແຜນຈະສ້າງໃສ່ແມ່ນ້ຳຂອງ ໃນອະນາຄົດ ຜົລກະທົບຈະຮ້າຍແຮງອີກສ່ຳໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.