ຖນົນ ມ.ສິງ ຫາບ້ານມອມ ເປ່ເພ

ເສັ້ນທາງ ຈາກ ເມືອງສິງ ຫາ ບ້ານມອມ ທີ່ຕິດກັບ ຊາຍແດນຈີນ ຍັງບໍ່ທັນໄດ້ ຮັບການສ້ອມແປງ.

ສະພາບຂອງເສັ້ນທາງ ໃນເມືອງສິງ ໄປຫາ ບ້ານມອມ ຕໍ່ໄປຊາຍແດນຈີນ RFA/VD

ມາເຖິງປັດຈຸບັນ ເສັ້ນທາງຜ່ານຫລາຍບ້ານ ຈາກບ້ານມອມ ທີ່ຕິດກັບຊາຍແດນຈີນ ໄປຫາຕົວເມືອງສິງ ກໍຍັງບໍ່ທັນ ໄດ້ຮັບການສ້ອມແປງ ໃຫ້ດີ ເຮັດໃຫ້ ປະຊາຊົນ ທີ່ເດີນທາງ ໄປ-ມາ ແລະການຂົນສົ່ງ ສິນຄ້າ ໄດ້ຮັບຄວາມ ເດືອດຮ້ອນຫລາຍ. ດັ່ງນັ້ນ ຈຶ່ງຢາກໃຫ້ພາກສ່ວນ ກ່ຽວຂ້ອງ ຂອງທາງການລາວ ຊ່ວຍແກ້ໄຂ ພໍໃຫ້ສາມາດໄປ-ມາ ໄດ້ສະດວກ. ດັ່ງ ປະຊາຊົນ ໃນເຂດນັ້ນ ໄດ້ກ່າວຕໍ່ ວິທຍຸເອເຊັຽເສລີ ວ່າ:

"ແກ້ໄຂພໍໄປໄດ້ ໃນຊ່ວງຝົນນີ້ ກະບໍ່ວ່າຫຍັງແລ້ວໜ່າ ເຫຼືອແຮງ ຈ້າງລົດຕັກ ເຂົາມາລາກເທື່ອໃດ ແສນນື່ງແສນນື່ງ ເພື່ອຊິຮອດບ່ອນ ບາງເທື່ອຈ້າງລົດລາກ ຮອດ 3 ເທື່ອ ກະມີ ມີຫລາຍຄົນ ເຂົາບໍ່ຢາກພໍໃຈ”.

ເສັ້ນທາງສາຍດັ່ງກ່າວ ໃຊ້ເດີນທາງໄປ-ມາ ລຳບາກຫຼາຍ ເປັນຕົ້ນແມ່ນໃນລະດູຝົນ ລົດບັນທຸກສິນຄ້າ ທີ່ຈະໄປຊາຍແດນຈີນ ຕ້ອງໄດ້ໃຊ້ ເວລາເຖິງ 3 ມື້ ໃນໄລຍະທາງພຽງ 20 ປາຍຫຼັກ ຍ້ອນທາງເປັນຕົມ ແລະມັກເກີດອຸບັດຕິເຫດ ຢູ່ເລື້ອຍ.

ເສັ້ນທາງສາຍນີ້ ນອກຈາກປະຊາຊົນ 10 ປາຍບ້ານ ທີ່ໃຊ້ເດີນທາງໄປມາແລ້ວ ກໍຍັງເປັນເສັ້ນທາງຂົນສົ່ງສິນຄ້າ ໄປຊາຍແດນຈີນນຳອີກ ດ້ວຍ. ບໍຣິສັດຈີນ ໄດ້ຮັບສຳປະທານ ປັບປຸງເສັ້ນທາງ ສາຍນີ້ ຄືແຕ່ເມືອງສິງ ຫາບ້ານມອມ ໃນຕົ້ນປີ 2017 ໂດຍເກັບຄ່າຜ່ານທາງ ໃນ ຣະຍະເວລາ 5 ປີ ຄື ແຕ່ປີ 2017 ເຖິງປີ 2022, ຣົດ 6 ລໍ້ເກັບ 30 ພັນກີບ ຕໍ່ຄັ້ງ, ຣົດ 10 ລໍ້ຂຶ້ນໄປ ເກັບ 1 ແສນກີບ.

ສ່ວນວ່າຣົດນ້ອຍທັມມະດາບໍ່ເກັບ ແຕ່ຖືກເຈົ້າແຂວງ ແຂວງຫຼວງນໍ້າທາ ສັ່ງບໍລິສັດ ທີ່ໄດ້ຮັບ ສຳປະທານນັ້ນ ໂຈະການເກັບຄ່າ ຜ່ານທາງ ໂດຍບໍ່ຮູ້ສາເຫດ ໃນຕົ້ນເດືອນ ສິງຫາ 2017 ນີ້. ຫລັງຈາກນັ້ນ ເສັ້ນທາງສາຍນີ້ ບໍ່ໄດ້ຮັບ ການປົວແປງ ເຮັດໃຫ້ມັນ ເປ່ເພຫລາຍຂື້ນ ຊຶ່ງ ເຈົ້າໜ້າທີ່ ໂຍທາທິການ ແລະຂົນສົ່ງ ເມືອງສິງ ຜູ້ຂໍສງວນຊື່ ແລະສຽງ ເວົ້າວ່າ ປະຈຸບັນ ໄດ້ສົ່ງ ນັກວິຊາການ ຂົວທາງ ໄປສຳຫຣວດ ເກັບກຳຂໍ້ມູນ ແລ້ວວ່າ ຈະໄດ້ໃຊ້ທືນ ໃນການແກ້ໄຂບັນຫານີ້ ເທົ່າໃດ ຂະນະທີ່ມີ ບໍຣິສັດຈີນ ໃໝ່ ເຂົ້າມາສເນີ ຢາກໃຫ້ເຮັດ ເປັນທາງ ປູຢາງ. ແຕ່ກໍຍັງຄາ ບໍຣິສັດເກົ່າ ທີ່ເຂົາເຈົ້າໄດ້ ເຮັດມາກ່ອນ.

ເຖີງຢ່າງໃດກໍ່ຕາມ ປະຊາຊົນຈຳນວນຫລວງຫລາຍ ກໍພາກັນຮຽກຮ້ອງ ໃຫ້ທາງການລາວ ປັບປຸງເສັ້ນທາງ ສາຍດັ່ງກ່າວ ເພື່ອໃຫ້ສາມາດ ເດີນທາງ ໄປ-ມາ ສະດວກ, ແຕ່ທາງການ ຍັງບໍ່ທັນມີ ງົບປະມານ ແກ້ໄຂບັນຫາ ນີ້ໄດ້ເທື່ອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org