ໂຮງຮຽນ ມ.ບຸນໃຕ້ຍັງແປງ ບໍ່ແລ້ວ

ໂຮງຮຽນ ໃນຊົນນະບົດ ສປປ ລາວ
ໂຮງຮຽນ ໃນຊົນນະບົດ ສປປ ລາວ (RFA/NY)

0:00 / 0:00

ນັກຮຽນ ຊັ້ນປະຖົມ ຢູ່ບ້ານຕຶກກາ ເມືອງບຸນໃຕ້ ແຂວງ ຜົ້ງສາລີ ກວ່າ 2 ຮ້ອຍຄົນ ຍັງບໍ່ມີ ຫ້ອງຮຽນ ຍ້ອນວ່າ ໂຮງຮຽນ ຖືກລົມ ພະຍຸ ເມື່ອເດືອນ ສິງຫາ ຜ່ານມາ ແລະ ເຈົ້າຫນ້າທີ່ ຜແນກ ສຶກສາ ກໍຍັງບໍ່ມີ ໄມ້ ມາສ້ອມແປງ ໄດ້ເທື່ອ. ດັ່ງ ເຈົ້າຫນ້າທີ່ ສຶກສາ ທິການ ຂອງທ້ອງຖິ່ນ ທ່ານນຶ່ງ ກ່າວ ໃນວັນທີ 30 ກັນຍາ ນີ້ວ່າ:

"ຍັງເປີດຮຽນ ບໍ່ທັນໄດ້ ຄືກຳລັງ ຊອກຫາໄມ້ຢູ່ ເອີມີຢູ່ 5 ແຫ່ງ ແຕ່ 4ແຫ່ງນີ້ ຮຽນແລ້ວ ເອົາໄມ້ ມາຕັ້ງ ເສັດແລ້ວ ໄດ້ຮຽນແລ້ວ ຍັງມີ ແຫ່ງນື່ງ ບໍ່ທັນ ໄດ້ຮຽນເທື່ອ ບ້ານຕຶກກາ ແຕ່ຄາດວ່າ ອາທິດຫນ້າ ນີ້ແຫຼະ ອາທິດຫນ້າ ສິໄດ້ເຂົ້າຮຽນ ມັນສ້າງ ບໍ່ໄດ້ເທື່ອ ນະ ມັນບໍ່ມີໄມ້ ເລີຍນະ ມັນຊອກໄມ້ ຍາກ ມັນຢູ່ເທີງພູ ນີ້ມັນ ຊອກໄມ້ຍາກ ໄປເອົາບ່ອນອື່ນ ມັນໄກ".

ທ່ານກ່າວ ຕື່ມວ່າ ເມື່ອເດືອນ ສິງຫາ ຜ່ານມາ ເກີດລົມ ພະຍຸແຮງ ເຮັດໃຫ້ ໂຮງຮຽນ ປະຖົມ 5 ຫຼັງ ເພພັງ ເສັຽຫາຍ ຈົນ ບໍ່ສາມາດ ເປີດຮຽນ ໄດ້ທັນເວລາ ຊຶ່ງ ປັດຈຸບັນ ສາມາດ ສ້ອມແປງໄດ້ 4 ແຫ່ງແລ້ວ ຍັງເຫຼືອ ແຕ່ແຫ່ງດຽວ ທີ່ ບ້ານຕຶກກາ ຍັງແປງ ບໍ່ແລ້ວ ຍ້ອນ ບໍ່ມີໄມ້. ເຈົ້າຫນ້າທີ່ ສຶກສາທິການ ເມືອງບຸນໃຕ້ ເວົ້າວ່າ ປັດຈຸບັນ ນັກຮຽນ ທີ່ ບ້ານຕຶກກາ ປະມານ 2 ຮ້ອຍຄົນ ໄດ້ໃຊ້ ສະໂມສອນ ບ້ານ ເປັນບ່ອນ ຮຽນຊົ່ວຄາວ ເພື່ອໃຫ້ ນັກຮຽນ ໄດ້ຮຽນ ທັນ ໂຮງຮຽນອື່ນ ທີ່ ໄດ້ເປີດຮຽນ ມາໄດ້ນຶ່ງ ອາທິດ ແລ້ວ.

"ເປີດເທີມແລ້ວ ຂະເຈົ້າ ກໍເປີດແລ້ວ ເປີດຢູ່ ສະໂມສອນ ບ້ານ ປ່ຽນກັນເຂົ້າຮຽນ ນັກຮຽນຫຼາຍ ເອີ່ຮຽນ ຢູ່ນີ້ກ່ອນ ສະຖານທີ່ ນັ້ນຍັງ ບໍ່ທັນ ສຳເຣັດ ດຽວນີ້ ສ້ອມແປງ ມັນຕັ້ງຂຶ້ນ ແລ້ວເດ ຕຽມຕັ້ງຄືນ".

ທາງການລາວ ໄດ້ກຳນົດ ເປີດສົກ ສຶກສາ ປີ 2016 ໃສ່ວັນທີ 5 ກັນຍາ ຜ່ານມາ ແຕ່ເຫດ ພັຍພິບັດ ທັມມະຊາດ ເປັນຕົ້ນ ນ້ຳຖ້ວມ ລົມພະຍຸ ນ້ຳປ່າ ໄຫຼແຮງ ແລະ ດິນເຈື່ອນ ໃນ ຫຼາຍພື້ນທີ່ ເຮັດໃຫ້ ໂຮງຮຽນ ປະຖົມ ໃນ ຫຼາຍແຂວງ ບໍ່ສາມາດ ເປີດຮຽນໄດ້ ຕາມກຳນົດ ເວລາໄດ້ ຍ້ອນໂຮງຮຽນ ເປ່ເພເສັຽຫາຍ ຢ່າງຫນັກ.