ນັກຂ່າວລຸ່ມແມ່ນໍ້າຂອງ ຫາລື ຜົລກະທົບ
2018.05.08

ນັກຂ່າວສິ່ງແວດລ້ອມ ຈາກປະເທດລຸ່ມແມ່ນໍ້າຂອງຮວມມີ ລາວ, ໄທ, ພະມ້າ, ວຽດນາມແລະກັມພູຊາ ປະຊຸມປຶກສາຫາລື ການນໍາສເນີ ຂ່າວໃນບັນຫາ ຜົລກະທົບ ຈາກໂຄງການພັທນາຂອງຈີນ ຢູ່ເຂດລຸ່ມແມ່ນໍ້າຂອງ ເມື່ອວັນທີ 5 ຫາ 6 ພຶສພາ ຜ່ານມາ ທີ່ເມືອງຊຽງຂອງ ແຂວງຊຽງຮາຍ.
ກອງປະຊຸມເນັ້ນໃສ່ ການປະສານງານຮ່ວມມືກັນ ໃນການຣາຍງານຂ່າວ ຂອງນັກຂ່າວ ລຸ່ມແມ່ນໍ້າຂອງ ທີ່ສົ່ງຜົລກະທົບ ໂດຍກົງ ຕໍ່ປະຊາຊົນ ໂດຍສະເພາະ ໂຄງການສ້າງເຂື່ອນ ຂອງຈີນ ຢູ່ເຂດແມ່ນໍ້າຂອງ. ທ່ານ ພັສກອນ ຈຳລອງຣາດ, ທີ່ປຶກສາ ສຳນັກຂ່າວ ຄົນຊາຍຂອບ ຜູ້ຈັດກອງປະຊຸມ, ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 06 ພຶສພາ ວ່າ:
"ກໍຢາກໃຫ້ເກີດ ການເຊື່ອມຮອຍ (ເຊື່ອມໂຍງ) ຣະຫວ່າງ ນັກຂ່າວລຸ່ມແມ່ນໍ້າຂອງ ດ້ວຍກັນ ໃຫ້ເກີດພລັງ ໃນການສື່ສານ ໃນການ ປ່ຽນແປງ ໃນປະເດັນ ຕ່າງໆ ທີ່ສົ່ງຜົລກະທົບ ກັບປະຊາຊົນ ເພາະທີ່ຜ່ານມາ ສື່ມວນຊົນ ກໍເຮັດໜ້າທີ່ ຂອງຕົນຢູ່ປະເທດ ນັ້ນໆ ທັງທີ່ບາງເທື່ອ ເຣື່ອງຂອງ ແມ່ນໍ້າຂອງ ມັນເປັນປະເດັນຫລາຍໆ ປະເທດຈະຕ້ອງສົ່ງສຽງ ພ້ອມກັນ ມັນຈຶ່ງຈະມີພລັງ."
ຫຼາຍປີຜ່ານມາ ຈີນ ເຂົ້າມາປັບປຸງ ການເດີນເຮືອ ຢູ່ແມ່ນໍ້າຂອງ ລາວ-ໄທ ດ້ວຍການຣະເບີດແກ້ງ, ສ້າງເຂື່ອນ ຢູ່ແມ່ນໍ້າຂອງ ຕອນເທິງ ຂອງຈີນ. ເຊິ່ງຈະສົ່ງຜົລກະທົບ ຕໍ່ຣະບົບຊີວະນາໆ, ພັນປາແມ່ນໍ້າຂອງ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ. ໃນຂນະທີ່ ເຈົ້າໜ້າທີ່ ທາງການລາວ ຢືນຢັນ ການກໍ່ສ້າງເຂື່ອນ ຢູ່ເຂດແມ່ນໍ້າຂອງ ໃນປະເທດລາວ ຈະບໍ່ສົ່ງຜົລກະທົບ ຂ້າມຊາຍແດນ ໄປປະເທດເພື່ອນບ້ານ ແລະ ການສ້າງເຂື່ອນ ເຮັດໃຫ້ເສຖກິຈ ຂອງລາວ ຂຍາຍຕົວ.
ທ່ານ ພັສກອນ ກ່າວຕື່ມວ່າ ຣັຖບານ ໃນເຂດລຸ່ມແມ່ນໍ້າຂອງ ຕົກຢູ່ໃຕ້ອິດທິພົນຂອງຈີນ ເພາະສະນັ້ນ ຖ້າປະຊາຊົນ ບໍ່ຮ່ວມພລັງກັນ ຮ້ອງສຽງດັງໆ ມັນກໍລຳບາກ ຊິ່ງສື່ມວນຊົນ ມີໜ້າທີ່ສຳຄັນ ຊ່ອຍເຫລືອ ຣາຍງານຂ່າວ.
ທ່ານ ນໍດີນ ຫົວໜ້າບັນນາທິການ ສຳນັກຂ່າວອອນລາຍ ຈາກປະເທດພະມ້າ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 6 ພຶສພາ ວ່າ ການທີ່ ຈີນ ເຂົ້າມາມີບົດບາດ ໃນເຂດແມ່ຂອງ ບໍ່ພຽງແຕ່ ຈະມີການສ້າງເຂື່ອນ ເທົ່ານັ້ນ ແຕ່ວ່າ ຕ້ອງການ ຢາກຄວບຄຸມ ຣະບົບພລັງງານ ໃນ ຂົງເຂດແມ່ນໍ້າຂອງ.
ປີຜ່ານມາ ລາວໄດ້ເຊັນບົດບັນທຶກ ຄວາມຊົງຈຳ ຫລື MOU ເພື່ອຂາຍໄຟຟ້າ ໃຫ້ປະເທດໄທ ຈຳນວນ 9000 ເມກາວັດ ແລະ ເຊັນສັນຍາ ຂາຍໄຟຟ້າ ໃຫ້ວຽດນາມ ຈົນຮອດ ປີ 2025 ຈຳນວນ 3,000 ເມກາວັດ, ອີງຕາມຂໍ້ມູນ ຈາກທາງການລາວ.