ຕ່າງປະເທດເຕືອນການ ເດີນທາງ
ສະຖານທູດ ຕ່າງປະເທດ ຢູ່ ສປປລາວ ແຈ້ງເຕືອນ ພົລເມືອງ ຕົນເອງ ໃນການ ເດີນທາງ ໄປເຂດ ທີ່ມີຄວາມສ່ຽງ ໃນລາວ.
-
ອຸ່ນແກ້ວ ສຸກສະຫວັນ
2017-02-24 -
-
-
Your browser doesn’t support HTML5 audio
ຈາກກໍຣະນີ ທີ່ເຈົ້າໜ້າທີ່ ທາງການລາວ ຣາຍງານວ່າ ມີເຫດການປືນລັ່ນໃສ່ ເຈົ້າໜ້າທີ່ ທະຫານ ທີ່ຮັກສາ ຄວາມປອດໄພ ຢູ່ເທິງ ຣົດໂດຍສານ ສາຍຫຼວງພຣະບາງ ນະຄອນຫຼວງ ວຽງຈັນ ຈົນເຮັດໃຫ້ ເຈົ້າໜ້າທີ່ ທະຫານ ຄົນນຶ່ງ ເສັຽຊີວິດ.
ຫລ້າສຸດສະຖານທູດ ຕ່າງປະເທດ ປະຈຳລາວ 5 ແຫ່ງ ໄດ້ອອກໜັງສື ແຈ້ງເຕືອນ ພົລເມືອງ ຂອງຕົນເອງ ໃນການເດີນທາງ ດ້ວຍຣົດໂດຍສານ ລະຫວ່າງ ແຂວງວຽງຈັນ ຫາ ແຂວງຫຼວງພຣະບາງ ມີສະຖານທູດ ຄານາດາ, ອັງກິດ, ສະຫະຣັຖ ແລະ ອອສເຕຣເລັຽ.
ເນື້ອໃນຂອງແຈ້ງເຕືອນ ຈາກ ສະຖານທູດ ອອສເຕຣເລັຽ ໄດ້ຂຽນວ່າ: ການເດີນທາງ ດ້ວຍຣົດ ຣະຫວ່າງ ແຂວງຫຼວງພຣະບາງ ແລະ ເມືອງວັງວຽງ ແຂວງວຽງຈັນ, ໃຫ້ພິຈາຣະນາ ເຖິງຄວາມຈຳເປັນ ທີ່ຈະ ເດີນທາງ, ຄິດໃຫ້ຮອບຄອບ ວ່າທ່ານມີ ຄວາມຈຳເປັນ ທີ່ຈະເດີນທາງ ຜ່ານເຂດ ດັ່ງກ່າວຫລືບໍ່ ຍ້ອນວ່າ ມີຄວາມສ່ຽງສູງ.
ຖ້າຈະເດີນທາງ, ທ່ານ ຈະຕ້ອງ ກວດສອບ ແລະ ປະຕິບັດ ການແຈ້ງເຕືອນ ເລື້ອງ ຄວາມປອດໄພ ໃຫ້ເປັນພິເສດ ລວມທັງ ໃຫ້ມີ ແຜນການ ສຸກເສີນໄວ້. ໃຫ້ກວດສອບ ປະກັນພັຍ ການເດີນທາງ ຂອງທ່ານນຳ.