ທາງ ຕານມີໄຊ-ໜອງບຶກ ເປ່ເພ
ຊາວບ້ານຈົ່ມວ່າ ເສັ້ນທາງ 4 ແຍກ ຕານມີໄຊ ໄປຫາ 3 ແຍກ ໜອງບຶກ ໜອງພະຍາ ເປ່ເພ}າຍ ໄປມາ ລຳບາກ.
-
ຈໍາປາທອງ
2016-06-09 -
-
-
Your browser doesn’t support HTML5 audio
ເສັ້ນທາງ ແຕ່ 4 ແຍກ ຕານມີໄຊ ໄປຫາ 3 ແຍກ ໜອງບຶກ-ໜອງພະຍາ ເປ່ເພເສັຽຫາຍ ຫຼາຍ ເປັນຂຸມກວ້າງ 5-6 ແມັດ ພາຍຫຼັງ ທີ່ຝົນຕົກ ໜັກ ເມື່ອສັປດາ ຜ່ານມາ, ເຮັດໃຫ້ ຜູ້ໃຊ້ຣົດໃຊ້ຖນົນ ໄປມາ ໄດ້ຮັບ ຄວາມລຳບາກ. ນັກສຶກສາ ໃຊ້ເສັ້ນທາງນີ້ ທຽວໄປ ມະຫາວິທຍາລັຍ ແຫ່ງຊາດ ລາວ ໃນເຂດ ດົງໂດກ, ມັກເກີດເຫຕ ຣົດລົ້ມ-ຣົດເຈືອກ ຢູ່ເລື້ອຍ. ຊາວບ້ານ ໜອງພະຍາ ໄດ້ກ່າວຕໍ່ ເອເຊັຽເສຣີ ເມື່ອ ວັນທີ 7 ມິຖຸນາ 2016 ນີ້ວ່າ:
"ເຫັນນັກສຶກສາ ບາງຄົນ ຂີ່ຣົດໄປ ກະຣົດລົ້ມ ຣົດເຈືອກ ຊີ້ນ່າ ເພາະວ່າ ທາງມັນ ບໍ່ດີເດ. ບາງຄົນ ຂີ່ຣົດໃຫ່ຽ ມາບໍ່ເບິ່ງ ທາງຣົດຈັກ ກະຢຽບຂີ້ຕົມ ອີ່ຫຍັງໃສ່. ເອີ້ກະເຫັນເນາະ ເພາະວ່າ ອຸບັດຕິເຫຕ ກະເຫັນມີ 1 ຣົດລົ້ມ 2 ຣົດເຈືອກ".
ທ່ານເວົ້າ ຕື່ມວ່າ ເສັ້ນທາງ ດັ່ງກ່າວ ເປັນທາງສາຍຫຼັກ ຈາກຖນົນ ເລກທີ 13 ໃຕ້ ຜ່ານທາງ ດົງໂດກ ໜອງພະຍາ ໜອງບຶກ ໄປ 3 ແຍກ ສີເກີດ ແລ້ວຕໍ່ໃສ່ ຖນົນເລກທີ 13 ເໜືອ ຈຶ່ງເຮັດໃຫ້ ມີຣົດບັນທຸກ ໜັກ ຜ່ານຫຼາຍ ໃນແຕ່ຣະມື້. ແລະວ່າ ຖ້າຫາກ ເປັນໄປໄດ້ ກໍ່ຢາກໃຫ້ ພາກສ່ວນ ກ່ຽວຂ້ອງ ແກ້ໄຂ:
"ຄັນເປັນໄປໄດ້ ກະຢາກໃຫ້ ພາກສ່ວນ ກ່ຽວຂ້ອງ ລົງມາເບິ່ງວ່າ ນັກສຶກສາ ຫຼືວ່າ ປະຊາຊົນ ທຳມະດາ ເຂົາທຽວໄປມາ ກະມີ ຄວາມ ລຳບາກ. ແຕ່ກ່ອນ ເພິ່ນກະລົງ ມາເບິ່ງ ລະກະ ຖົມດິນຊື່ໆ ຫັ້ນແຫຼະ ກະແລ້ວໄປ".
ຕໍ່ບັນຫານີ້ ເອເຊັຽເສຣີ ໄດ້ຕິດຕໍ່ ໄປຜແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງ ວຽງຈັນ ເມື່ອວັນທີ 7 ມິຖຸນາ 2016, ເຈົ້າໜ້າທີ່ ໄດ້ຊີ້ແຈງວ່າ ທາງພາກສ່ວນ ກ່ຽວຂ້ອງ ກຳລັງ ກະກຽມ ມາຕການ ໃນການ ແກ້ໄຂຢູ່, ແຕ່ຍັງຄາ ເຣື່ອງ ທຶນຮອນ:
"ກຽມແລ້ວ ກະຊວງ ເພິ່ນກຽມແລ້ວ. ກຽມ ຢູ່ດອກເດີ້ ເພິ່ນຂັ້ນເທິງ ເພິ່ນກຳລັງ ພິຈາຣະນາ ເຣື້ອງທຶນ ເຣື້ອງຮອນ ຢູ່ນີ້ແຫຼະ".
ກ່ອນໜ້ານີ້, ກໍ່ມີຣາຍງານວ່າ ທາງການລາວ ຈະກໍ່ສ້າງ ເສັ້ນທາງ ຈາກ 4 ແຍກ ຕານມີໄຊ ໄປຫາ 3 ແຍກ ສີເກີດ ໃຫ້ແລ້ວໄວ ເທົ່າທີ່ ຈະເປັນໄປໄດ້ ພາຍຫຼັງທີ່ ສຳເຣັດ ການກໍ່ສ້າງ ເສັ້ນທາງ ແຕ່ 4 ແຍກ ດົງໂດກ ມາຮອດໜ້າ ມະຫາວິທຍາລັຍ ແຫ່ງຊາດ. ແຕ່ຫຼ້າສຸດ ການກໍ່ສ້າງ ເສັ້ນທາງ ແຕ່ 4 ແຍກ ຕານມີໄຊ ໄປຫາ 3 ແຍກ ສີເກີດ ນັ້ນ ແມ່ນ ຍັງບໍ່ທັນ ໄດ້ລົງມື ເພາະ ພາກສ່ວນ ກ່ຽວຂ້ອງ ຍັງບໍ່ ສາມາດ ຕົກລົງ ຣາຍຣະອຽດ ກັບ ຜູ້ຮັບເໝົາ ກໍ່ສ້າງ ໄດ້.