ຜົນໄດ້ຜົນເສັຽຂອງບໍ່ຖ່ານຫີນ
ໂຄງການ ບໍ່ຖ່ານຫີນ ທີ່ ເມືອງ ຊຳເຫນືອ ສ້າງຣາຍໄດ້ ໃຫ້ແກ່ ປະຊາຊົນ ທ້ອງຖິ່ນ ແຕ່ ສົ່ງ ຜົລກະທົບ ຕໍ່ ສິ່ງແວດລ້ອມ.
-
ສິດນີ
2016-04-17 -
-
-
Your browser doesn’t support HTML5 audio
ໂຄງການ ບໍ່ຖ່ານຫີນ ທີ່ ເມືອງ ຊຳເຫນືອ ແຂວງ ຫົວພົນ ສ້າງຣາຍໄດ້ ໃຫ້ແກ່ ປະຊາຊົນ ທ້ອງຖິ່ນ ແຕ່ກັບ ສົ່ງຜົລກະທົບ ຕໍ່ ສິ່ງແວດ ລ້ອມ. ຊາວບ້ານ ທ່ານນຶ່ງ ຜູ້ທີ່ຢູ່ໃກ້ ບໍຣິເວນ ສຳຣວດ ບໍ່ຖ່ານຫີນ ກ່າວວ່າ ຊາວບ້ານ ຫຼາຍຄົນ ກໍໄດ້ ເຮັດວຽກ ໃນໂຄງການ ດັ່ງກ່າວ ເລີ້ມແຕ່ ມີການສຳຣວດ ເປັນຕົ້ນມາ ແລະ ໄດ້ຄ່າຈ້າງ ວັນລະ 60 ພັນກີບ, ແຕ່ຍັງ ກັງວົນນຳ ຜົລກະທົບ ຕໍ່ສັດລ້ຽງ ຂອງ ພວກຂະເຈົ້າ. ດັ່ງທ່ານກ່າວ ຕໍ່ເອເຊັຽ ເສຣີ ໃນ ວັນທີ 15 ເມສາ ນີ້ວ່າ:
"ຄັນວ່າເຂົາ ມາຂຸດຄົ້ນ ບໍ່ແຮ່ ນັ້ນເນາະ ກໍແນ່ນອນ ເຂົາ ກໍຕ້ອງການ ແຮງງານຄົນ ໄປເຮັດວຽກ ນຳເຂົາ ປະຊາຊົນ ກໍມັກຢູ່ ເພາະວ່າ ມັນມີເງິນ ເດເນາະ ມັນມີ ຣາຍໄດ້ຢູ່ ເວລາເຂົາມາ ສຳຣວດ ຫັ້ນນະ ມີບາງມື້ ເຂົາ ກໍມາຊວນ ປະຊາຊົນ ໄປຖາງ ຄືວ່າເວົ້າລວມ ມັນດ້ານ ສິ່ງແວດລ້ອມ ຕົ້ນຕໍ່ ຫັ້ນນະ ຄັນເຂົາ ມາຂຸດແລ້ວ ເປັນຊັພສິນ ງົວຄວາຍ ຈັ່ງຊັ້ນ ກີນຖືກ ທາດນັ້ນ ທາດນີ້ ກໍຕາຍໄປ ຫັ້ນນະ".
ທ່ານກ່າວ ຕື່ມວ່າ ເຈົ້າຂອງ ໂຄງການ ໄດ້ ໂຄສະນາ ກັບຊາວບ້ານ ໃນ ພື້ນທີ່ວ່າ ຈະເປີດ ຮັບສມັກ ພະນັກງານ ເຮັດວຽກ ຢູ່ບໍ່ຖ່ານຫີນ ໂດຍສະເພາະ ວຽກຂັບຣົດ ບັນທຸກ ແລະ ຄວບຄຸມ ເຄື່ອງຈັກ ຖ້າມີ ການຂຸດຄົ້ນ ເກີດຂຶ້ນ. ໂຄງການ ບໍ່ຖ່ານຫີນ ຈະສົ່ງ ຜົລກະທົບ ໃຫ້ແກ່ 4 ບ້ານ ຊຶ່ງໃນ ປັດຈຸບັນ ທາງໂຄງການ ກຳລັງ ໂອ້ລົມ ກັບ ປະຊາຊົນ ກ່ຽວກັບ ຄ່າຊົດເຊີຍ ວ່າຈະເອົາ ເປັນເງິນ ຫລື ເປັນນາ ແຕ່ຊາວບ້ານ ຍັງບໍ່ຮູ້ວ່າ ຖ້າຈະເອົາ ເປັນເງິນນັ້ນ ຈະຈຳນວນ ເທົ່າໃດ ແລະ ຖ້າຈະເອົາ ເປັນນາ ຈະຫຼາຍ ປານໃດ.
ໂຄງການ ບໍ່ຖ່ານຫິນ ແຫ່ງນີ້ ເຈົ້າຂອງ ເປັນຄົນຈີນ ເລີ້ມດຳເນີນ ການສຳຣວດ ມາແຕ່ປີ 2011 ເທົ່າ ເຖິງ ປັດຈຸບັນ ຍັງບໍ່ທັນ ໄດ້ຂຸດຄົ້ນ ເທື່ອ ຍັງລໍຖ້າ ການ ອະນຸຍາດ ຈາກ ຣັຖບານ ລາວ ຢູ່.