ຕາມລາຍງານຂອງຫນັງສືພິມລາວພັທນາ ສະບັບວັນທີ 10 ຕຸລາ ທີ່ວ່າປັດຈຸບັນ ການກໍ່ສ້າງຖນົນເຂົ້າບ້ານໃນຫລາຍຫມູ່ບ້ານໃນລາວ ທາງ ການລາວອະນຸຍາດໃຫ້ປະຊາຊົນມີສ່ວນຮ່ວມໃນການລົງທຶນເພາະຕ້ອງການຢາກໃຫ້ການກໍ່ສ້າງ ມີຄວາມວ່ອງໄວແລະທັນໃຈແຕ່ການລົງທຶນ ຂອງຊາວບ້ານ ທາງການບໍ່ອະນຸຍາດໃຫ້ມີສ່ວນພົວພັນໃນການກວດກາຄຸນນະພາບຂອງທາງ ຣັຖເປັນຜູ້ກວດກາເອງ. ດັ່ງຊາວບ້ານຄົນນື່ງ ເວົ້າວ່າ:
"ສ່ວນຫລາຍກໍແມ່ນປະຊາຊົນຣະດົມກັນແມ່ນບ້ານນີ້ແຫລະ ຣະດົມປະຊາຊົນເຣື້ອງກວດການີ້ບໍ່ໄດ້ກວດກາ ເພາະວ່າມີບໍຣິສັດລົງເຮັດເອງ ທາງບໍຣິສັດຮັບຜິດຊອບເມືອງຮັບຜິດຊອບຕົວນີ້ ມີແຕ່ວ່າແມ່ນ ເຊັນຢູ່ເທີງຫມົດ ແຕ່ທາງບ້ານ ລົງໄກ່ເກັ່ຽໃຫ້ນຳ ພວກເມືອງຕິດຖນົນຫັ້ນ".
ທ່ານກ່າວຕື່ມວ່າ ຊາວບ້ານຈະມີສ່ວນຮ່ວມໃນການກວດກາການກໍ່ສ້າງກໍມີສະເພາະແຕ່ການສ້າງຮ່ອມເຂົ້າບ້ານ ຂນາດນ້ອຍເທົ່ານັ້ນ ຍ້ອນວ່າ ປະຊາຊົນເປັນຜູ້ສ້າງເອງ ແຕ່ການສ້າງທາງຂນາດໃຫຍ່ເຂົ້າບ້ານຮ່ວມກັບຣັຖບານນັ້ນປະຊາຊົນ ບໍ່ມີສິດໃນການກວດກາ ແລະວິພາກວິຈານ.
ໃນຂນະດຽວກັນ ຊາວບ້ານທີ່ເມືອງຈັນທະບູຣີ ອີກທ່ານນື່ງກໍເວົ້າວ່າ ຖນົນທີ່ຊາວບ້ານຮ່ວມສ້າງກັບຣັຖບານນັ້ນຫລາຍເສັ້ນກໍບໍ່ໄດ້ມາຕຖານ ຂາດ ຄຸນນະພາບແລະເປ່ເພໂດຍໄວ ຍ້ອນຂາດການກວດກາ. ທ່ານກ່າວວ່າ:
"ປະຊາຊົນຣະດົມກັນເຮັດໂດຍການຊີ້ນໍາຂອງໂຍທາ ເມືອງນັ້ນ ມີທຶນຈາກຣັຖບານຊ່ອຍ ນໍາແຕ່ວ່າມັນເປັນຍາມຝົນກໍບໍ່ວ່າແຕ່ບ້ານເຮົາດອກ ບ້ານອື່ນກໍເປ່ເພຄືກັນ ຊ່ວງຍາມຝົນການສັນຈອນ ຣົຖມັນ ກໍຫລາຍ ຈາກຂຸມນ້ອຍໆຊໍ່າກໍ່າປັ້ນ ຕໍ່ມາມັນກໍໃຫຍ່ອອກ ໃຫຍ່ອອກ".
ທ່ານໃຫ້ຄວາມເຫັນວ່າໂຄງການກໍ່ສ້າງໂຄງຮ່າງພື້ນຖານທີ່ມີປະຊາຊົນຮ່ວມໃນການກໍ່ສ້າງແລະເປັນເຈົ້າຂອງພື້ນທີ່ນັ້ນຄວນໃຫ້ຂະເຈົ້າ ມີສ່ວນ ຮ່ວມໃນ ການກວດກາຄຸນນະພາບຂອງໂຄງການ.