ໂຮງງານເຫລັກຂອງຈີນສ້າງ ມົລພິດ

ຈໍາປາທອງ
2014.05.07
F-Borikhamxay ຊີວິດ ຂອງຊາວບ້ານ ທັມມະດາ ໃນແຂວງ ບໍຣິຄໍາໄຊ
Wikipedia

 

ຊາວ ທ່າພະບາດ ຜູ້ນຶ່ງ ໄດ້ແຈ້ງ ໃຫ້ຮູ້ວ່າ ປັດຈຸບັນ ໝູ່ບ້ານ ທີ່ ຢູ່ໃກ້ກັບໂຮງງານ ຫລອມເຫລັກ ຂອງຈີນ ຊຶ່ງ ຕັ້ງຢູ່ແຄມ ຖນົນ ຫລວງ ເລກ 13 ເມືອງ ທ່າພະບາດ ແຂວງ ບໍຣິຄໍາໄຊ ຂອງລາວ ຍັງໄດ້ຮັບ ຜົລກະທົບ ຍ້ອນ ຄວັນດໍາ ຈາກ ໂຮງງານ ນັ້ນຢູ່ ຕລອດມາ ເຖິງ ແມ່ນວ່າ ເຈົ້າໜ້າທີ່ ສິ່ງແວດລ້ອມ ກໍໄດ້ ຕັກເຕືອນ ໃຫ້ ໂຮງງານ ປັບປຸງ ແກ້ໄຂ ບັນຫາ ນີ້ ມາແລ້ວ ກໍຕາມ:

"ສິ່ງແວດລ້ອມ ຂະເຈົ້າ ກໍລົງ ມາກວດ ທຸກມື້ນີ້ ເຂົາກໍໃສ່ ທໍ່ ມັນກໍຂຶ້ນ ເທິງ ບາງທີ ກໍມີລົມ ມີຫຍັງ ມັນກໍພັດ ມາຫາ ບ້ານແດ່ ໃນຣະຍະ ນຶ່ງ ກໍມີ ນໍ້າມັນດໍາ ຕົກມາ ໃສ່ນາ ຂະເຈົ້າ".

ທ່ານເວົ້າ ຕໍ່ໄປວ່າ ໂຮງງານ ຫລອມເຫລັກ ແຫ່ງນີ້ ສ້າງຂຶ້ນ ມາໄດ້ 8 ປີແລ້ວ ແລະ ສ້າງ ມົລພິດ ປ່ອຍຄວັນດໍາ ໄປ ໃນອາກາດ ປ່ອຍນໍ້າເສັຍ ໃສ່ດິນນາ ຂອງ ປະຊາຊົນ ທີ່ຢູ່ໃກ້ຄຽງ.

ໃນເດືອນ ກຸມພາ ປີ 2014 ນີ້ ເຈົ້າໜ້າທີ່ ຜແນກ ຊັພຍາກອນ ແລະ ສິ່ງແວດລ້ອມ ກໍໄດ້ໄປ ກວດກາ ແລະ ມີຄໍາສັ່ງ ໃຫ້ ໂຮງງານ ປັບປຸງ ແກ້ໄຂ ບັນຫາ ດັ່ງກ່າວ ຄື:

1. ບັນຫາ ຄວັນດໍາ, 2. ປັບປຸງ ອຸປກອນ ປ້ອງກັນ ຄວາມ ປອດພັຍ ໃຫ້ດີຂຶ້ນ, 3. ຈັດການ ກັບ ສິ່ງເສດເຫລືອ ຈາກ ການຜລິດ ໃຫ້ ດີ ກວ່າເກົ່າ ແລະ 4. ປັບປຸງ ເຣື່ອງ ການຈູດ ການກັ່ນ ນໍ້າມັນເກົ່າ ທັງໝົດ. ແຕ່ ທາງ ໂຮງງານ ໄດ້ ແກ້ໄຂ ພຽງ ບາງສ່ວນ ເທົ່ານັ້ນ.

ຊາວບ້ານ ຈຶ່ງຢາກໃຫ້ ເຈົ້າໜ້າທີ່ ທາງການ ໄປ ກວດກາ ແລະ ຄວບຄຸມ ໂຮງງານ ຫລອມເຫລັກ ແຫ່ງນີ້ ອີກຕື່ມ ແລະ ໃຫ້ ເດັດຂາດ ເພື່ອ ສຸຂພາບ ຂອງ ປະຊາຊົນ ແລະ ສິ່ງແວດລ້ອມ ໃນ ຂົງເຂດ ບໍຣິເວນ ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.