ຄົນຮ້າຍລັກເດັກນ້ອຍ ຍັງ ຫຼົບລີ້ ຢູ່

ຄົນຮ້າຍ ສອງຄົນ ທີ່ ກໍ່ເຫດການ ລັກ ເດັກນ້ອຍ ທີ່ ແຂວງ ສາຣະວັນ ຍັງບໍ່ຖືກ ຈັບໄດ້ ເທຶ່ອ.

ເສັ້ນທາງຫລັກ ເຂົ້າສູ່ ແຂວງລະຣະວັນ Wikipedia

 

ເຈົ້າເມືອງ ສາຣະວັນ ເວົ້າວ່າ ຄົນຮ້າຍ ສອງຄົນ ທີ່ ກໍ່ເຫດ ລັກ ເດັກນ້ອຍ ຜູ້ຊາຍ ອາຍຸ 13 ປີ ຈາກໂຮງຮຽນ ບ້ານດອນ ຕະລາດ ເມືອງ ສາຣະວັນ ແລ້ວປ່ອຍ ເດັກນ້ອຍ ໄວ້ກາງ ຖນົນ ໃນວັນທີ 13 ພຶສພາ ຜ່ານມາ ນັ້ນ ປັດຈຸບັນ ຍັງບໍ່ຖືກ ຈັບໄດ້ ເທຶ່ອ ເຈົ້າຫນ້າທີ່ ຮັກສາ ຄວາມສງົບ ຍັງຕິດຕາມ ລ້າຕົວ ມາດຳເນີນ ຄະດີ ຢູ່. ທ່ານກ່າວວ່າ:

"ມັນລັກສນະ ເປັນຄົນສູງ ຫົ່ມເສື້ອ ສີແດງ ມີຜົມຍາວ ແບບຜົມປອມ ສອງຄົນ ມີລັກເດັກ ໄປຜູ້ດຽວ ແຕ່ວ່າມັນ ເອົາໄປ ປະມານ 30 ແມັດ ມັນກໍເອົາ ໄປບໍ່ໄດ້ ເພາະວ່າ ພວກນີ້ ມັນຕ້ານ ເຂົາຈື່ງ ປະຄືນ ເຮົາກໍຕາມ ຫັ້ນແຫລ້ວ ແຕ່ວ່າດຽວນີ້ ມັນກໍ ບໍ່ມີນະ".

ທ່ານກ່າວ ຕຶ່ມວ່າ ຄົນຮ້າຍ ສອງຄົນນີ້ ອາດເປັນ ຄົນລາວ ແຕ່ເປັນຄົນ ຕ່າງຖິ່ນ ບໍ່ຮູ້ວ່າ ຜູ້ກ່ຽວ ໂຕນຫນີໄປ ຢູ່ໃສ ຊຶ່ງຫລັງຈາກ ເກີດເຫດ ຊາວບ້ານ ກໍພາກັນ ເວນຍາມ ຕາມ ໂຮງຮຽນ ຕ່າງໆ. ທາງການ ແຂວງ ໄດ້ແຈ້ງເຕືອນ ໃຫ້ ພໍ່ແມ່ ປະຊາຊົນ ໃຫ້ຣະມັດ ຣະວັງ ເບິ່ງແຍງ ລູກຫລານ ຂອງຕົນ ຫລາຍຂຶ້ນ ແຕ່ເຖິງ ຢ່າງໃດ ກໍຕາມ ຍັງບໍ່ມີ ໃຜຮູ້ວ່າ ຂະເຈົ້າ ຈະລັກ ເດັກນ້ອຍ ໄປເຮັດຫຍັງ.

ໃນສັປດາ ທີ່ ຜ່ານມາ ມີຂ່າວລື ໃນ ສື່ສັງຄົມ ອອນລາຍ ໃນລາວ ວ່າ ມີກຸ່ມ ຄົນຮ້າຍ ຈາກປະເທດ ເພຶ່ອນບ້ານ ປະມານ 70 ຄົນ ເຂົ້າມາລັກ ເດັກນ້ອຍ ແລະ ແມ່ຍິງ ຢູ່ແຂວງ ສາຣະວັນ ເພຶ່ອຕັດເອົາ ອະໄວຍະວະ ຕ່າງໆ ໄປຂາຍ ຊຶ່ງຂ່າວລື ດັ່ງກ່າວ ກໍຖືກ ປະຕິເສດ ຈາກ ເຈົ້າເມືອງ ສາຣະວັນ ໄປແລ້ວ ວ່າບໍ່ເປັນ ຄວາມຈິງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org