ທາງການວ່າຂັ້ນບໍຣິສັດ ຈຶ່ງໃຊ້ ສານເຄມີ ໄດ້
ວຽກງານ ການກະເສດ ໃນຂັ້ນເປັນ ບໍຣິສັດ ຢູ່ແຂວງ ສະຫວັນນະເຂດ ຍັງຕ້ອງໄດ້ ອະນຸຍາດ ໃຫ້ໃຊ້ ຢາຂ້າຫຍ້າ ແລະ ສັດຕຣູພືດ.
-
ມະນີຈັນ
2016-10-24 -
-
-
Your browser doesn’t support HTML5 audio
ວຽກງານການກະເສດ ເພື່ອປ້ອນໂຮງງານ ອຸດສາຫະກັມ ຮວມທັງ ໂຮງງານນໍ້າຕານ ຢູ່ ແຂວງ ສະຫວັນນະເຂດ ບໍ່ສາມາດ ທີ່ ຈະຈໍາກັດ ການໃຊ້ ສານເຄມີ ໄດ້ ເຊັ່ນ; ຢາຂ້າຫຍ້າ ໃນສວນອ້ອຍ ເປັນຕົ້ນ ທີ່ໃຊ້ ສານເຄມີ ນີ້ ຫຼາຍກວ່າໝູ່ ຕາມການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ຂແນງ ສິ່ງແວດລ້ອມ ແຂວງ ສະຫວັນນະເຂດ ຕໍ່ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 21 ຕຸລາ ນີ້:
"ເອີມັນກະໃຊ້ຫຼາຍກໍ ໃນເຂົາເຈົ້າ ທໍາການຜລິດຫັ້ນແລະ ເພາະວ່າ ມັນຂະເຈົ້າ ກໍວ່ານີ້ ມັນມີ ຄວາມຈໍາເປັນ ກໍຕ້ອງໃຊ້ ສານຂ້າຫຍ້າ ນີ້ນະ ເພິ່ນກໍວ່າ ບໍ່ສາມາດ ເສັຽໄດ້ ບໍ່ສາມາດ ຈະກໍາຈັດໄດ້ ຖ້າບໍ່ໃຊ້ ສານ ຂ້າຫຍ້ານີ້".
ທີ່ຜ່ານມາການໃຊ້ ສານເຄມີ ຢູ່ໃນສວນອ້ອຍ ໄດ້ ສ້າງບັນຫາ ດ້ານສຸຂພາບ ໃຫ້ແກ່ ປະຊາຊົນ ທີ່ເຮັດວຽກ ໃນສວນນັ້ນ ເປັນຕົ້ນວ່າ ມີອາການ ອ່ອນເພັຽ, ວິນຫົວ ເມື່ອຍງ່າຍ ເພາະ ພວກເຂົາເຈົ້າ ບໍ່ຮູ້ວິທີ ໃຊ້ ສານເຄມີ ຢ່າງຖືກຕ້ອງ ບໍ່ມີເຄື່ອງ ປ້ອງກັນ. ແຕ່ ສໍາລັບ ການຜລິດ ຂອງປະຊາຊົນ ທ່ານເວົ້າວ່າ ຈະບໍ່ໃຊ້ ສານເຄມີ ເພາະທາງການ ບໍ່ອະນຸຍາດ ໃຫ້ໃຊ້ ມີແຕ່ ທາງໂຮງງານ ຫລື ບໍຣິສັດ ທີ່ ເຂົ້າມາລົງທຶນ ເທົ່ານັ້ນ ຈຶ່ງ ອະນຸຍາດ ນໍາເຂົ້າ ແລະ ໃຊ້ ສານເຄມີ ເຫຼົ່ານີ້ໄດ້.
"ເຂົາບໍ່ໃຊ້ ຢານີ້ ສິບໍ່ແມ່ນ ນໍາເອົາເຂົ້າມາງ່າຍໆ ມັນບໍ່ແມ່ນ ມັນສິມີຂາຍ ຕາມທ້ອງຕລາດ ນອກຈາກ ຣະດັບ ບໍຣິສັດ ພຸ້ນ ທີ່ເອົາເຂົ້າມາ ໄດ້ຫັ້ນນະ ເຣື່ອງ ປະຊາຊົນ ນີ້ ເຂົາເຈົ້າ ບໍ່ຊົມໃຊ້ ໄດ້ເລີຍ ເຂົາບໍ່ຮູ້ ການນໍາເຂົ້າ ມາເລີຍ ຢາຂ້າຫຍ້າ ນີ້ ເຂົາມີແຕ່ ໃຊ້ແຮງງານ ເຂົາເຈົ້າ ເສັຽເອົາ".
ທີ່ຜ່ານມາ ແຂວງ ສະຫວັນນະເຂດ ມີບໍຣິສັດ ນໍ້າຕານ ມິດລາວ ເຂົ້າມາ ສັມປະທານ ທີ່ດິນນໍາຣັຖ ແລະ ເຊົ່າທີ່ດິນ ນໍາປະຊາຊົນ ເພື່ອ ປູກອ້ອຍ ຈໍານວນ ຫຼາຍພັນ ເຮັກຕາ ໃນຫຼາຍເມືອງ ທົ່ວແຂວງ ແລະ ໄດ້ສ້າງ ຜົລກະທົບ ທາງດ້ານ ສຸຂພາບ ໃຫ້ແກ່ ປະຊາຊົນ ທີ່ເຮັດວຽກ ໃນສວນ ຂອງ ບໍຣິສັດ ດັ່ງກ່າວ.