ຊາວສວນໃນແຂວງ ຜົ້ງສາລີ
2013.05.07
ຊາວນາ ຊາວສວນ ຢູ່ແຂວງ ຜົ້ງສາລີ ຍັງໃຊ້ ສານເຄມີ ຫລາຍໃນການ ປູກຝັງ ເພື່ອເພີ້ມພູນ ຜລິດຜົນ.
ຊາວກະສິກອນ ລາວ ມັກໃຊ້ ປຸຍເຄມີ ສີດຢາຂ້າຫຍ້າ ແລະ ຂ້າແມງໄມ້ ໂດຍ ບໍ່ຄຳນຶງ ເຖິງໄພ ອັນຕະຣາຍ ຈະເກີດຂື້ນ ຕໍ່ສຸຂພາບ ແລະ ສິ່ງແວດລ້ອມ ຂອງຕົນ. ຜ່ານມາ ເຈົ້າໜ້າທີ່ ໄດ້ພຍາຍາມ ອະທິບາຍ ໃຫ້ ປະຊາຊົນ ຢຸດ ເຊົາການໃຊ້ ສານເຄມີ ແຕ່ບໍ່ໄດ້ ຜົນ. ເຈົ້າໜ້າທີ່ ຜແນກ ຊັພຍາກອນ້ຳ ແລະ ສິ່ງແວດລ້ອມ ທ່ານນຶ່ງ ໃນແຂວງ ຜົ້ງສາລີ ເວົ້າວ່າ:
“ເຮົາເວົ້າ ກັບ ປະຊາຊົນ ມັນກໍ ເວົ້າຍາກ ກ່ອນທີ່ຈະໃຫ້ ຂະເຈົ້າ ເຂົ້າໃຈ ຖ້າວ່າຂະເຈົ້າ ບໍ່ເຈີດ້ວຍຕົນ ເຂົາເອງ ເຂົາຈະບໍ່ຢຸດ ດອກ ເຮົາກໍ ຈະພະຍາຍາມ ແບບເອົາພາບ ທີ່ວ່າເຮົາ ເຫັນເນາະ ອັນຕະຣາຍ ຈັງໃດ ຈະມີຮູບ ພາບໃຫ້ ຂະເຈົ້າເບິ່ງ.”
ເຈົ້າໜ້າທີ່ ແຂວງ ຜົ້ງ ສາລີ ຜູ້ນີ້ ເວົ້າອີກວ່າ ບໍ່ພຽງແຕ່ຊາວລາວ ເທົ່ານັ້ນ ຊາວຈີນ ທີ່ ເຂົ້າມາລົງທຶນ ຢູ່ແຂວງ ຜົ້ງສາລີ ກໍໃຊ້ ສານເຄມີ ຫລາຍເຊັ່ນກັນ ຕົວຢ່າງ ຊາວຈີນ ທີ່ລົງທຶນ ປູກກ້ວຍ ແລະອ້ອຍ 4,000 ເຮັກຕາຣ໌ ຢູ່ຜົ້ງສາລີ ຍັງໃຊ້ ສານເຄມີ ຫລາຍ ບໍ່ຍອມຮັບ ຟັງຄຳ ຕັກເຕືອນ ຂອງເຈົ້າໜ້າ ທີ່ເລີຍ. ຄວາມຈິງ ທາງການ ແຂວງ ປະກາດຫ້າມ ໃຊ້ສານເຄມີ ຫລາຍປີແລ້ວ ແຕ່ໃນພາກ ປະຕິບັດ ຕົວຈິງ ທັງຊາວ ລາວແລະຈີນ ກໍຍັງໃຊ້ ສານເຄມີ ທີ່ອັນ ຕະຣາຍ ນັ້ນ ຫລາຍຢູ່. ຜ່ານມາ ປະຊາຊົນ ໄດ້ຮັບຜົນ ກະທົບແລ້ວ ຕົວຢ່າງ ເມື່ອປີ 2011 ຊົນເຜົ່າ ສ່ວນນ້ອຍ ຫລາຍຄົນພາກັນເປັນໂຣກຣະບົບຫັນໃຈ.