ຫລາຍເມືອງຢູ່ຈໍາປາສັກຖືກ ນໍ້າຖ້ວມ

ຈໍາປາທອງ
2014.08.06
F-flood-LP ສະພາບນໍ້າຖ້ວມ ຂົວຂາດ ຢູ່ເມືອງໂພນໄຊ ແຂວງຫລວງພຣະບາງ ໃນຕອນເຊົ້າ ຂອງວັນທີ 5 ສິງຫາ 2014
Tavanh Panya on facebook time line (citizen journalist)

 

ເຈົ້າໜ້າທີ່ ແຂວງ ຈໍາປາສັກ ເວົ້າວ່າ ຂນະນີ້ ນໍ້າຖ້ວມ ຫລາຍເມືອງ ຢູ່ແຂວງ ຈໍາປາສັກ ຍ້ອນຝົນ ຕົກໜັກ ຕິດຕໍ່ກັນ ເຮັດໃຫ້ ເນື້ອທີ່ ປູກຝັງ 7 ພັນ ກວ່າ ເຮັກຕາ ເສັຍຫາຍ ແລະ ປະຊາຊົນ ເດືອດຮ້ອນ 2 ພັນ ກວ່າຄອບຄົວ ຕ້ອງການ ຄວາມຊ່ວຍເຫຼືອ ຢ່າງຮີບດ່ວນ ເປັນຕົ້ນ ນໍ້າສະອາດ ແລະ ອາຫານແຫ້ງ:

"ສໍາລັບເນື້ອທີ່ ເສັຍຫາຍ ເນື້ອທີ່ ຖ້ວມຫັ້ນ ດຽວນີ້ ນໍ້າມັນບໍ່ ທັນບົກ ຫວິດ ເຮົາປະເມີນ ບ່ອນ ຄ່າເສັຍຫາຍ ບໍ່ທັນໄດ້ ໜັກແທ໊ໂອ້ ພວກ ເຮົາ ເອົາ ມີແຕ່ແກ້ໄຂ ສຸກເສີນ ມີແຕ່ນໍ້າ ກັບ ອາຫານແຫ້ງ ແກ້ສຸກເສີນ ກ່ອນ ປະຊາຊົນ ຈໍານວນນຶ່ງ ກໍຍ້າຍມາຢູ່ ຈຸດບ່ອນສູງ ແຫລະ ຈໍານວນນຶ່ງ ເຂົາກໍຢູ່ ເຮືອນ ແຕ່ສໍາຄັນ ກໍແມ່ນ ເຣຶ່ອງນໍ້າກິນ ກັບ ອາຫານ".

ທ່ານກ່າວ ຕໍ່ໄປວ່າ ຝົນຕົກໜັກ ຕິດຕໍ່ກັນ ໃນຊ່ວງເດືອນ ກໍຣະກະດາ 2014 ເຮັດໃຫ້ນໍ້າຂອງ ແລະ ນໍ້າເຊ ຍື່ງຂຶ້ນ ຈົນຖ້ວມ ຫລາຍເມືອງ ຕັ້ງແຕ່ ວັນທີ 29 ກໍຣະກະດາ ມາ ແລະຖ້ວມ ຫລາຍທີ່ສຸດ ແມ່ນ ໃນວັນທີ 31 ກໍຣະກະດາ. ຕໍ່ມາກໍຄ່ອຍໆ ລົດລົງ. ແຕ່ ປັດຈຸບັນ ຝົນ ກໍຍັງຕົກ ຢູ່ນໍາທຸກມື້ ນໍ້າຍັງຖ້ວມ ຫຼາຍບ້ານຢູ່.

ນໍ້າຖ້ວມ ຫລາຍທີ່ສຸດ ແມ່ນຢູ່ເມືອງ ຊະນະສົມບູນ ຄືຖ້ວມເນື້ອທີ່ ເຖິງ 1,600 ເຮັກຕາ ຮອງລົງມາ ກໍແມ່ນເມືອງ ປະທຸມພອນ ແລະ ເມືອງ ຈໍາປາສັ ນໍ້າຖ້ວມ ເມືອງ ລະ 1,400 ເຮັກຕາ. ສ່ວນວ່າ ເມືອງ ສຸຂຸມາ, ເມືອງ ມຸນລະປະໂມກ, ເມືອງ ປາກເຊ ນໍ້າກໍຖ້ວມ ແຕ່ບໍ່ຖ້ວມ ຫລາຍ.

ເຈົ້າໜ້າທີ່ ເວົ້າຕື່ມອີກວ່າ ປັດຈຸບັນ ປະຊາຊົນ ທີ່ ຖືກນໍ້າຖ້ວມ ພາກັນໄປ ຢູ່ແຄມທາງ ແລະ ໃນທີ່ສູງເພື່ອ ຄວາມປອດພັຍ, ພວກເຂົາເຈົ້າ ຕ້ອງການ ອາຫານ ແລະ ນໍ້າດື່ມ. ເມືອງ ຊະນະສົມບູນ ຖືວ່າເດືອດຮ້ອນ ທີ່ສຸດ, ປະຊາຊົນ 7 ບ້ານ ໄດ້ອົພຍົບ ໄປຢູ່ແຫ່ງອື່ນ ຊົ່ວຄາວ.

ນອກຈາກນັ້ນ ຍັງມີຣາຍງານ ຕື່ມອີກວ່າ ໃນວັນທີ 5 ສິງຫາ ນີ້ ເຂດ ເມືອງ ໂພນໄຊ ແຂວງ ຫຼວງພະບາງ ພາກເໜືອ ຂອງປະເທສ ກໍຖືກນໍ້າ ຖ້ວມ ຢ່າງ ໜັກໜ່ວງ ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.