ມ.ສຸຂຸມາ ຫຼັງຈາກພະຍຸ ໂຊນກາ

ລົມພະຍຸ ໂຊນກາ ທຳລ້າຍ ຣະບົບ ນ້ຳສະອາດ ທີ່ ເມືອງສຸຂຸມາ ແຂວງຈຳປາສັກ.

ສະພາບນໍ້າຖ້ວມ ໃນແຂວງຈໍາປາສັກ ໃນອາທິດທີ່ຜ່ານມາ RFA

ຣະບົບນ້ຳສະອາດ, ຣະບົບນ້ຳປະປາ ແລະຣະບົບນ້ຳລິນ ຢູ່ເມືອງສຸຂຸມາ ແຂວງຈຳປາສັກ ເປ່ເພ ຢ່າງຫນັກ ຍ້ອນນ້່ຳຖ້ວມ ໃນຫລາຍພື້ນທີ່ ຢ່າງແຮງ ຈາກລົມພະຍຸ ໂຊນກາ ເມື່ອອາທິດທີ່ຜ່ານມາ. ປັດຈຸບັນ ຫນ່ວຍງານກ່ຽວຂ້ອງ ກໍໄດ້ລົງໄປສຳຣວດ ຄວາມເສັຽຫາຍເພື່ອຕຣຽມ ການສ້ອມແປງ. ດັ່ງເຈົ້າຫນ້າທີ່ ເມືອງສຸຂຸມາ ທ່ານນຶ່ງເວົ້າວ່າ:

"ເພາະວ່າມັນຖ້ວມບ້ານ ຖ້ວມຫນັກ ປະມານສາມບ້ານ ພວກເຮົາກໍຍັງລົງສຳຣວດຕົວຈິງ ເສັຍຫາຍຫຼາຍຫນ້ອຍປານໃດ ຂອງຣັດເສັຽຫາຍ ຈັກຫນ່ວຍຈັກບໍ່ ກັບຂອງປະຊາຊົນມີຈັກບໍ່".

ທ່ານວ່າ ໃນປັດຈຸບັນ ພາກຣັດໄດ້ເອົານ້ຳສະອາດ ມາແຈກຢາຍໃຫ້ ປະຊາຊົນ ຜູ້ທີ່ບໍ່ມີນ້ຳ ກິນແລະໃຊ້ ຊົ່ວຄາວ ແຕ່ກໍຍັງບໍ່ພຽງພໍຕໍ່ຄວາມ ຕ້ອງການ ທ່ານກ່າວຕື່ມວ່າ ທາງເມືອງຈະເລັ່ງລັດ ສ້ອມແປງໃຫ້ແລ້ວ ເພື່ອໃຫ້ປະຊາຊົນໄດ້ໃຊ້. ນອກຈາກນັ້ນ ສາທາຣະນະສຸຂ ປະຈຳ ເມືອງ ຍັງໄດ້ປະກາດ ເຕືອນປະຊາຊົນ ກ່ຽວກັບ ໂຣຄຣະບາດ ທີ່ອາຈເກີດຂຶ້ນ ຫລັງຈາກນ້ຳຖ້ວມ ເປັນຕົ້ນ ໂຣຄຖອກທ້ອງ ແລະໄຂ້ປ່າ ຈາກຍຸງລາຍ:

"ຂຶ້ນແຜນແລ້ວເດ້ ເຮັດແຈ້ງການອອກແລ້ວ ຫລັງນ້ຳຖ້ວມ ກໍສິແມ່ນຖອກທ້ອງ ພວກພຍາດຕີນເປື່ອຍ ແມ່ນຫຍັງນີ້ແຫລະ ກັບຍຸງລາຍ".

ປັດຈຸບັນ ສະພາບນ້ຳຖວ້ມ ຢູ່ເມືອງສຸຂຸມາ ໄດ້ບົກລົງຫລາຍແລ້ວ ແຕ່ຍັງມີບາງບ່ອນ ຊຶ່ງເປັນພື້ນທີ່ຕ່ຳ ຍັງມີນ້ຳຖ້ວມຂັງຢູ່ ບາງເລັກນ້ອຍ ທາງເມືອງເປັນຫ່ວງ ກ່ຽວກັບໂຣຄຣະບາດ ໃນເຂດດັ່ງກ່າວ ຈຶ່ງໄດ້ປ່າວເຕືອນ ປະຊາຊົນ ໃຫ້ຣະວັງ ໃນການດື່ມ ແລະໃຊ້ນ້ຳ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org