ພະຍຸ ຄາຈິກິ ພັດເຂົ້າ ພາກໃຕ້ ຂອງລາວ
ພະຍຸ ຄາຈິກິ ພັດເຂົ້າ ແຂວງພາກໃຕ້ ນ້ຳຖ້ວມໜັກ ບ້ານໂພນສະອາດ ນະຄອນປາກເຊ, ເມືອງຄົງເຊໂດນ ແຂວງ ສາລະວັນ ແລະ ອັດຕະປື ເມືອງສນາມໄຊ ເຕືອນພັຍ ປະຊາຊົນ.
-
ໄຊຍາ
2019-09-04 -
-
-
Your browser doesn’t support HTML5 audio
ພະຍຸ ຄາຈິກິຫົວທີ 14 ພັດເຂົ້າທາງພາກໃຕ້ ຂອງລາວ ເຮັດໃຫ້ທັງ ແຂວງຈຳປາສັກ ແລະ ແຂວງສາລະວັນ ກຳລັງປະເຊີນກັບພັຍພິບັດ ນ້ຳຖ້ວມ ຢ່າງໜັກໜ່ວງ. ປັດຈຸບັນປະຊາຊົນ ເຂດທີ່ຖືກນ້ຳຖ້ວມ ຮຽກຮ້ອງມາຍັງທາງການ ໃຫ້ມາຊ່ອຍເຫຼືອເລັ່ງດ່ວນ ມີຫຼາຍຄອບຄົວ ຕິດຄ້າງໃນເຮືອນ ອອກມາບໍ່ໄດ້; ດັ່ງເຈົ້າໜ້າທີ່ຫ້ອງວ່າການປົກຄອງນະຄອນ ປາກເຊ ໄດ້ກ່າວຕໍ່ນັກຂ່າວ RFA ໃນວັນທີ 04 ກັນຍາ ວ່າ:
"ມັນຫຼາຍບ້ານເດີ້ ເຮົານີ້ບໍ່ມີເຮືອ ປະຊາຊົນນີ້ຮ້ອງມາ ຄ້າງຢູ່ນຳຫຍັງ ນ້ຳເຊນ້ຳຂອງ ກາຍື່ງຂຶ້ນຢູ່ໃນເຂດອັນຕາລາຍ ສິບສາມແມັດແລ້ວ."
ຄນະກຳມະການປ້ອງກັນ ແລະ ຄວບຄຸມພັຍພິບັດ ແຂວງຈຳປາສັກ ຣາຍງານຢ່າງບໍ່ເປັນທາງການ ເມື່ອວັນທີ 04 ກັນຍາ ວ່າຣະດັບນ້ຳ ຂອງ ຢູ່ນະຄອນປາກເຊ ຂຶ້ນກາຍເຂດ ອັນຕະຣາຍ ແລະ ນ້ຳເຊລະບຳ ຢູ່ເມືອງຊະນະສົມບູນ ກຳລັງໄຫລຫຼາກ ຢ່າງແຮງ ເຮັດໃຫ້ນ້ຳໄຫຼ ເຂົ້າຖ້ວມ ນະຄອນປາກເຊ ຫຼາຍພື້ນທີ່ ແຕ່ທີ່ຖືກນ້ຳຖ້ວມ ໜັກກ່ວາໝູ່ແມ່ນບ້ານໂພນສະອາດ ປະຊາຊົນຈຳນວນ 82 ຄອບຄົວ ຮວມ 426 ຄົນ ໄດ້ຮັບຜົນກະທົບ. ໃນນັ້ນ 6 ຄອບຄົວ ຈຳເປັນຕ້ອງໄດ້ໂຍກຍ້າຍ ໄປອາສັຍຢູ່ ໂຮງຮຽນ ມັທຍົມຕົ້ນ ແກ້ວສຳພັນຊົ່ວຄາວ.
ນອກຈາກນີ້ຍັງມີຫຼາຍພື້ນທີ່ ຂອງແຂວງຈຳປາສັກ ຖືກນ້ຳຖ້ວມ ເຊິ່ງທາງການໄດ້ ຣະບຸຕື່ມວ່າ ມີຈຳນວນ 22 ບ້ານໃນນະຄອນປາກເຊ ທີ່ໄດ້ຮັບຜົນກະທົບ. ປັດຈຸບັນປະຊາຊົນ ຕ້ອງການ ການຊ່ອຍເຫຼືອ ຢ່າງຮີບດ່ວນ.ໃນຂນະທີ່ ຜົນເສັຍຫາຍຍັງບໍ່ ສາມາດປະເມີນໄດ້ ປັດຈຸບັນ ນ້ຳຍັງຍື່ງຂຶ້ນ ບໍ່ມີທ່າທີວ່າຈະຫຼຸດລົງ.
ສ່ວນແຂວງສາລະວັນ ນ້ຳຖ້ວມໜັກໜ່ວງກວ່າ ແຂວງຈຳປາສັກ ປະຊາຊົນ ຫຼາຍຮ້ອຍ ຄອບຄົວຕ້ອງໄດ້ ໂຍກຍ້າຍໄປຢູ່ຈຸດ ປອດພັຍ ແລະ ຍັງມີອີກຫຼາຍຄອບຄົວ ຍັງຕິດຄ້າງຢູ່ ໃນເຮືອນຂອງຕົນ ອອກມາບໍ່ໄດ້ ເນື່ອງຈາກຣະດັບນ້ຳເພີ່ມຂື້ນເລື້ອຍໆ. ປັດຈຸບັນ ປະຊາຊົນຕ້ອງການ ການຊ່ອຍເຫຼືອເລັ່ງດ່ວນ, ດັ່ງ ເຈົ້າເມືອງ ແຂວງສາລະວັນ ທ່ານ ທຶງ ຈອມມະນີ ໄດ້ກ່າວຕໍ່ນັກຂ່າວ RFA ໃນວັນທີ 4 ວ່າປັດຈຸບັນ ຕ້ອງການເຮືອ ຈຳນວນຫຼາຍເພື່ອມາຂົນ ປະຊາຊົນທີ່ຕິດຄ້າງຢູ່ ໃນເຮືອນອອກມາພັກຢູ່ຈຸດ ປອດພັຍ.
"ສ່ວນຫຼາຍເຮືອໄມ້ມັນໃຊ້ ຍາກກາຍັງຖ້ວມຢູ່ໂຕ ເມືອງສາລະວັນ ມັນຍັງຖ້ວມໝົດ 75 ບ້ານທາງການເພີ່ນກາສົ່ງໃຫ້."
ອີງຕາມການຣາຍງານຂອງ ຄນະກຳມະການປ້ອງກັນພັຍພິບັດຂັ້ນແຂວງ ເມື່ອວັນທີ 03 ກັນຍາ ຜ່ານມາ ໃນເບື້ອງຕົ້ນ ສະຖານະການ ນ້ຳໃນແຂວງສາລະວັນ ນັ້ນ ຣະດັບນ້ຳເຊໂດນເພີ່ມຂຶ້ນຢ່າງໄວວາ ເມື່ອວັນທີ 02 ກັນຍາ ຜ່ານມາເຖີງ 12.82 ແມັດ ແຜ່ຂຍາຍອອກເປັນ ບໍຣິເວັນກວ້າງ ເຮັດໃຫ້ເກີດນ້ຳຖ້ວມ ຢ່າງໜັກ ກວມເອົາເນື້ອທີ 6.328 ເຮັກຕ້າ ມີ 7 ກຸ່ມ 63 ບ້ານໃນທົ່ວ ເມືອງຄົງເຊໂດນ ຮວມມີ 4.670 ຄອບຄົວ ມີໂຮງຮຽນ ທີ່ຖືກນ້ຳຖ້ວມ 9 ແຫ່ງ, ໜອງປາຖືກຖ້ວມ 418 ໜອງ ແລະ ສາຍໄຟຟ້າຂ້າມ ນ້ຳເຊໂດນຖືກຕັດຂາດ ບາງເສັນທາງຄົມມະນາຄົມ ຖືກຕັດຂາດ ການສັນຈອນໄປ, ມາຂອງປະຊາຊົນພົບກັບ ຄວາມຫຍຸ້ງຍາກ.
ປັດຈຸບັນ ທີມງານປ້ອງກັນພັຍພິບັດຂັ້ນເມືອງ ພ້ອມດ້ວຍກຳລັງທະຫານ ຂັ້ນເມືອງ ໄດ້ລົງພື້ນທີ່ທີ່ມີຄວາມສ່ຽງ ຢູ່ທີ່ກູ່ມແກ້ງຫວດ ແລະ ກຸ່ມແກ້ງໂຄນເພື່ອໄປຊ່ອຍເຫຼືອ ເຄື່ອນຍ້າຍປະຊາຊົນ ໄປຢູ່ທີ່ປອດພັຍ.
ສ່ວນແຂວງອັດຕະປື ກໍ່ເປັນອີກແຂວງນຶ່ງ ທີ່ມີຄວາມຊ່ຽງສູງ ທາງກົມອຸຕຸນິຍົມວິທຍາ ແລະ ອຸທົກກະສາດ ໄດ້ແຈ້ງວ່າ ເມືອງສນາມໄຊ, ເມືອງພູວົງ ແລະ ເຂດລຽບຕາມລຳ ນ້ຳເຊກອງ ແມ່ນ້ຳຂື້ນເຖີງຈຸດອັນຕະລາຍ ດັ່ງນັ້ນ ວັນທີ 03 ກັນຍາ ຜ່ານມາ ທາງແຂວງ ອັດຕະປື ໄດ້ປະກາດເຕືອນພັຍປະຊາຊົນໃນເຂດ 16 ບ້ານ ຂອງ ເມືອງສນາມໄຊ, 3 ບ້ານ ຂອງເມືອງສາມັກຄີໄຊ, 5 ບ້ານ ເມືອງໄຊເຊດສາ ກຽມພ້ອມໂຍກຍ້າຍໄປຢຸ່ຈຸດປອດພັຍ.