ຂ.ຈຳປາສັກ ບັນຫາທີ່ດິນ, ເຄມີ ຖືກຂໍ ໃຫ້ແກ້ໄຂ

ມະນີຈັນ
2021.01.04
ຂ.ຈຳປາສັກ ບັນຫາທີ່ດິນ, ເຄມີ ຖືກຂໍ ໃຫ້ແກ້ໄຂ ໝາກຖົ່ວລຽນປາກຊ່ອງ ເປັນໝາກໄມ້ ທີ່ມີຊື່ສຽງ ຂອງເມືອງປາກຊ່ອງ ແຂວງຈຳປາສັກ ທີ່ຊາວບ້ານ ປູກແບບທັມຊາດ ປອດສານພິດ, ເຄມີ. ຖ່າຍຮູບເມື່ອ: ເດືອນກໍຣະກະດາ 2018.​ ໂດຍ: TS
RFA

ຍານາງ ອ່ອນຄໍາ ເວີ່ນພູຄໍາ, ສະມາຊິກສະພາປະຊາຊົນ ແຂວງຈໍາປາສັກ ເຂດເລືອກຕັ້ງ ເມືອງປາກຊ່ອງ ກ່າວຕໍ່ກອງປະຊຸມ ສມັຍສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງຈໍາປາສັກ ຊຸດທີ 1 ໃນມື້ວັນທີ 30 ທັນວາ ນີ້ຕອນນຶ່ງວ່າ ຂໍ້ຂັດແຍ່ງ ໃນເຣື່ອງທີ່ດິນ ທີ່ເປັນບັນຫາຜ່ານມາ ຄືເຣື່ອງຊື້-ຂາຍ ທີ່ດິນ.

ຂໍ້ຂັດແຍ່ງທີ່ດິນ ທີ່ເປັນບັນຫາຜ່ານມາ ມີສະພາບ ການຊື້-ຂາຍ ທີ່ດິນ ທີ່ເຫັນວ່າ ຍັງໄປບໍ່ຖືກ ຕາມຣະບຽບ ເຊັ່ນມີບາງນັກທຸຣະກິຈ ທັງພາຍໃນ ແລະ ຕ່າງປະເທດ ຊື້ດິນ ຈາກປະຊາຊົນ ແລະ ຫັນເອົາດິນດັ່ງກ່າວນັ້ນ ມາຖືເປັນກັມສິດ ສ່ວນບຸກຄົນໂດຍອອກຊື່ ຄົນລາວເປັນກັມສິດ.

ຍານາງກ່າວຕໍ່ໄປວ່າ ເມື່ອເປັນຄືແນວນັ້ນ ຈຶ່ງເຮັດໃຫ້ ປະຊາຊົນ ຂາດບ່ອນ ທໍາມາຫາກິນ ຫຼືບ່ອນທໍາການຜລິຕ  ອັນນໍາໄປສູ່ ການກະທໍາຄວາມຜິດ ເປັນຕົ້ນ ບຸກລຸກເຂດປ່າສງວນ. ດັ່ງນັ້ນ, ຈຶ່ງຢາກໃຫ້ ພາກສ່ວນທີ່ກ່ຽວຂ້ອງ  ເລັ່ງແກ້ໄຂ ບັນຫາດັ່ງກ່າວ.

ເວົ້າເຖິງບັນຫານີ້, ຊາວນະຄອນປາກເຊ ທ່ານນຶ່ງ ໄດ້ເວົ້າຕໍ່ RFA ໃນມື້ວັນທີ 31 ທັນວາ 2020 ນີ້ວ່າ ເມື່ອນາຍເຊັນໄປແລ້ວ ແນວໃດກໍຖືກໝົດ ປະຊາຊົນ ເວົ້າຫຍັງກໍບໍ່ໄດ້ ຖືກດິນໃຜ ກໍດຸດເອົາເລີຍ.

ນາຍເຊັນ ມັນກະຖືກຫັ້ນແຫຼະ ຂອງນາຍເຮັດ. ແມ່ນເຊັນໄປແຫຼະ ເຂົາກະເອົາ ຕາມຣະບຽບ ຫັ້ນແຫຼະ ປະຊາຊົນກະວ່າ ມັນບໍ່ຖືກດອກ ເຣື່ອງນາຍຫັ້ນກະຖືກ. ປະຊາຊົນ ກະບໍ່ຈັກຊິເວົ້າແຫຼະ ຂອງນາຍເຊັນ ຖືກດິນໃຜ ເຂົາກະດຸດເລີຍ ຊົດເຊີຍເລີຍ ຄັນຊິເວົ້າ ກະມີແຕ່ດິນຊາວບ້ານ, ຫັ້ນແຫຼະຫລາຍ.   

ພ້ອມກັນນັ້ນ, ຍານາງ ອ່ອນຄໍາ ເວີ່ນພູຄໍາ, ສະມາຊິກສະພາປະຊາຊົນ ແຂວງຈໍາປາສັກ ຍັງໄດ້ຮຽກຮ້ອງ ໃຫ້ທາງການລາວ ກວດກາເຣື່ອງ ການນໍາໃຊ້ ສານເຄມີ ຂອງບໍຣິສັດຕ່າງໆ ເປັນຕົ້ນ ຢາປາບສັດຕຣູພືດ ໃນການເຮັດສວນ, ເຊິ່ງມາຮອດ ປັດຈຸບັນ ບາງບໍຣິສັດ ກໍຍັງສືບຕໍ່ ນໍາໃຊ້ຢູ່. ຍານາງເວົ້າວ່າ ຢາກສອບຖາມ ໄປຍັງທາງການ ທີ່ກ່ຽວຂ້ອງວ່າ ຈະມີມາຕການແນວໃດ ເພື່ອເຮັດໃຫ້ ບໍຣິສັດ ໃຊ້ສານເຄມີນັ້ນ ຢ່າງຣະມັດຣະວັງ.

ບັນຫາຕໍ່ການຄຸ້ມຄອງ ນໍາໃຊ້ ຢາປາບສັດຕູພືດ ຢູ່ໃນເຂດເມືອງປາກຊ່ອງ ມາຮອດປັດຈຸບັນນີ້ ຍັງເຫັນມີການ ສືບຕໍ່ນໍາໃຊ້ ຂອງບັນດາ ບາງບໍຣິສັດ ກໍຢາກມີ ຂໍ້ຊັກຖາມວ່າ ຈະມີມາຕການ ຄຸ້ມຄອງຄືແນວໃດ ເພື່ອເຮັດໃຫ້ ບໍຣິສັດ ນໍາໃຊ້ຢ່າງຣະມັດຣະວັງ.

ກ່ຽວກັບບັນຫາ ການໃຊ້ຢາ ປາບສັດຕຣູພືດ ຢູ່ເມືອງປາກຊ່ອງນີ້, ຫົວໜ້າຜແນກ ກະສິກັມ ແລະ ປ່າໄມ້ ແຂວງຈໍາປາສັກ ກໍໄດ້ກ່າວ ຕໍ່ກອງປະຊຸມ ສມັຍສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງຈຳປາສັກ ໃນມື້ວັນທີ 30 ທັນວາ 2020 ວ່າ ສ່ວນຫຼາຍ ທີ່ບາງບໍຣິສັດ ໃຊ້ນັ້ນ ບໍ່ແມ່ນເປັນສານເຄມີ ທີ່ຕ້ອງຫ້າມ, ແຕ່ເປັນການໃຊ້ ເກີນກໍານົດ ເຮັດໃຫ້ມີ ສານເຄມີຕົກຄ້າງ, ເຊິ່ງໃນປັດຈຸບັນນີ້ ທາງອໍານາດ ການປົກຄອງແຂວງ ກໍມີທິດ ຊີ້ນໍາວ່າ ອາຈມີການ ຫ້າມໃຊ້ສານເຄມີ ໃນການປູກພືດ ຢູ່ແຂວງຈໍາປາສັກ, ດັ່ງທີ່ທ່ານກ່າວ ຕອນນຶ່ງວ່າ:

ການໃຊ້ສານເຄມີ ແຂວງຈໍາປາສັກເຮົາ ເຄີຍໄດ້ມີແຈ້ງການ ໃນຣະດັບ ການປົກຄອງວ່າ ບໍ່ໃຫ້ໃຊ້ສານເຄມີ. ຍົກຕົວຢ່າງ ນັກທຸຣະກິຈ ຈາກແຂວງ 12 ພັນນາ ສານທີ່ເຂົາມາໃຊ້ ບໍ່ແມ່ນເປັນສານຕ້ອງຫ້າມ, ແຕ່ວ່າການໃຊ້ ມັນເກີນມາຕຖານ. ນະໂຍບາຍ ໃນການນໍາໃຊ້ນີ້, ທາງແຂວງ ແລະ ການປົກຄອງແຂວງ ຊີ້ນໍາແລ້ວວ່າ ໄດ້ເຫັນດີ  ຖ້າຫາກວ່າ ແຂວງຈໍາປາສັກ ຈະໃຫ້ຢຸດໃຊ້ ສານເຄມີຕ່າງໆ, ຢູ່ເມືອງປາກຊ່ອງ ກໍຍອດນໍ້າເນາະ.

ເມືອງປາກຊ່ອງ ແຂວງຈໍາປາສັກ ເປັນເມືອງນຶ່ງ ໃນຈໍານວນຫຼາຍເມືອງ ຂອງລາວ ທີ່ມີການ ປູກກາເຟຫຼາຍ, ເຊິ່ງສວນກາເຟ ຢູ່ແຂວງຈໍາປາສັກ ມີເນື້ອທີ່ 50 ພັນເຮັກຕ້າຣ, ໃນຈໍານວນ ເນື້ອທີ່ທັງໝົດ 90 ພັນເຮັກຕ້າຣ ຢູ່ທົ່ວປະເທດ.

ນອກຈາກນີ້, ຍັງມີພື້ນທີ່ ສັມປະທານປູກພືດ ອຸດສາຫະກັມ ຂອງບໍຣິສັດຕ່າງໆ ອີກຫຼາຍ 1,000 ເຮັກຕ້າຣ ທີ່ກວມເອົາດິນ ຂອງປະຊາຊົນ, ອີງຕາມຂໍ້ມູນ ຈາກປະຊາຊົນ ເມືອງປາກຊ່ອງ ຜູ້ເສັຽທີ່ດິນ ໃຫ້ບໍຣິສັດ ທີ່ສັມປະທານດິນນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.