ບໍຣິສັດວຽດນາມ ຂ.ຈໍາປາສັກ
2013.03.28
ທາງການ ແຂວງ ຈຳປາສັກ ຈະທຳການ ກວດກາ ບໍຣິສັດ ຂອງ ວຽດນາມ ໃນການຂາດ ປະສິດທິພາບ ແລະ ທຳລາຍ ສິ່ງແວດລ້ອມ.
ເຈົ້າຫນ້າທີ່ ແຂວງ ຈຳປາສັກ ທ່ານນຶ່ງ ເວົ້າວ່າ ທາງການແຂວງ ໄດ້ສເນີແຜນ ການກວດກາ ໂຄງການ ການລົງທຶນ ຈາກ ຕ່າງປະເທດ ໄປຍັງ ກະຊວງ ແຜນການ ແລະ ການລົງທຶນ ເພື່ອ ຂໍຄວາມເຫັນ ເຣື້ອງການ ກວດກາ ບໍຣິສັດ ວຽດນາມ ແລະ ບໍຣິສັດ ອຶ່ນໆອີກ ທີ່ສົ່ງ ຜົລກະທົບ ຕໍ່ ສິ່ງແວດລອ້ມ ແລະ ຂາດ ປະສິດທິພາບ ໃນການ ດຳເນີນງານ. ດ່ັງທ່ານກ່າວ ໃນຕອນນຶ່ງວ່າ:
"ໂດຍສະເພາະ ກໍຍັງມີ ບໍຣິສັດ ໄດ້ເນື້ອທີ່ແລ້ວ ກະບໍ່ເຮັດ ສອງມາ ກ່ຽວກັບ ການຜລິດ ມີບາງອັນ ພວກເຮົາ ຄຸມບໍ່ໄດ້ແລ້ວ ເຮັດໃຫ້ມັນ ແຕະຕ້ອງ ຕໍ່ ສິ່ງແວດລ້ອມ ໂດຍສະເພາະ ແມ່ນປ່າ ແຄມຫ້ວຍ ການບຸດເບີກ ມີຜົລສະທ້ອນ ແດ່ຫນ້ອຍນຶ່ງ ພື້ນຖານ ແລ້ວມັນມີ ບາງບໍຣິສັດ ໄດ້ພື້ນທີ່ແລ້ວ ກໍບໍ່ໄດ້ ລົງທຶນ ເລີຍ ຫລືເຮັດແລ້ວ ມັນບໍ່ໄດ້ ປະສິດທິພາບ".
ທ່ານວ່າ ສາເຫດ ທີ່ເຮັດໃຫ້ ແຂວງ ຈຳປາສັກ ຢາກມີການ ກວດກາ ກໍເພາະວ່າ ຈາກການ ກວດສອບ ຄັ້ງທີ່ຜ່ານມາ ພົບວ່າ ການລົງທຶນ ຂອງ ຕ່າງຊາດ ໃນແຂວງ ຈຳປາສັກ ນັ້ນມີຫລາຍ ໂຄງການ ຂາດ ປະສິດທິພາບ ໃນການ ດຳເນີນງານ ເຊັ່ນຕົວຢ່າງ ບໍ່ລົງທຶນ ດຳເນີນໂຄງການ ຢ່າງແທ້ຈິງ ມີ ເຈດຕະນາ ແນວອຶ່ນ, ເຊັ່ນຕ້ອງການ ຄອບຄອງ ພື້ນທີ່ ເພື່ອຂາຍຕໍ່ ໃຫ້ນັກລົງທຶນ ລາຍອຶ່ນ ນອກຈາກນັ້ນ ຫລາຍໂຄງການ ກໍບໍ່ ປະຕິບັດ ຕໍ່ ກົດຣະບຽບ ການປົກປ້ອງ ສິ່ງແວດລອ້ມ ທີ່ຕົນໄດ້ ສັນຍາໃວ້ ກັບ ຣັຖບານ.
ເຖິງຢ່າງໃດ ກໍຕາມ ເທົ່າເຖິງ ປັດຈຸບັນ ກໍຍັງບໍ່ມີ ຣາຍລະອຽດ ວ່າແຂວງ ຈຳປາສັກ ຈະດຳເນີນ ມາຕການ ການກວດກາ ນັ້ນເມື່ອໃດ ເນື່ອງຈາກວ່າ ບໍຣິສັດ ຕ່າງຊາດ ສ່ວນໃຫຍ່ ທີ່ມາລົງທຶນ ໃນແຂວງ ແມ່ນ ບໍຣິສັດ ວຽດນາມ ແລະ ສ່ວນໃຫຍ່ ກໍແຕະຕ້ອງ ບໍ່ໄດ້ ເພາະ ລາວແລະ ວຽດນາມ ມີຄວາມສຳພັນ ຖານພິເສດ ຣະຫວ່າງ ກັນ ແລະ ທາງການແຂວງ ກໍບໍ່ສາມາດ ແຕະຕ້ອງ ໄດ້.