ການຣະບາດຂອງບົ້ງຝູງ ໃນປີນີ້
2019.08.15

ມາເຖິງປະຈຸບັນ, ການຣະບາດຂອງບົ້ງຝູງ ຫຼື ມີຊື່ທາງວິທຍາສາຕວ່າ Spodoptera frugiperda ຫຼື Fall Armyworm ພວມຣະບາດ ຢູ່ໃນຫຼາຍແຂວງຂອງປະເທສລາວ ແລະ ຍັງບໍ່ມີທ່າທີວ່າຈະຫຼຸດລົງເທື່ອ ເຮັດໃຫ້ເນື້ອທີ່ການກະເສຕ ຂອງຊາວບ້ານ, ໂດຍສະເພາະເນື້ອທີ່ ການປູກໝາກສາລີ ໄດ້ຮັບຄວາມເສັຽຫາຍ ຢ່າງໜັກທີ່ສຸດ.
ມາເຖິງປະຈຸບັນ, ມີ 12 ແຂວງແລ້ວ ທີ່ມີການຣະບາດຂອງບົ້ງຝູງ ອັນປະກອບດ້ວຍ, ໄຊຍະບູຣີ, ອຸດົມໄຊ, ຊຽງຂວາງ, ຫົວພັນ, ຜົ້ງສາລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍຣິຄຳໄຊ, ສວັນນະເຂດ, ສາຣະວັນ, ຫຼວງພຣະບາງ ແລະ ບໍ່ແກ້ວ ເຮັດໃຫ້ເນື້ອທີ່ ການປູກສາລີເສັຽຫາຍ ຫຼາຍເຖິງ 1 ແສນປາຍເຮັກຕ້າຣ ໃນຂອບເຂດ 57 ເມືອງ 432 ບ້ານ. ໃນນັ້ນ, ໜັກກວ່າໝູ່ແມ່ນແຂວງອຸດົມໄຊ ແລະ ແຂວງໄຊບູຣີ, ອີງ ຕາມຂໍ້ມູນຫຼ້າສຸດ ໃນເດືອນສິງຫາ ຈາກກະຊວງກະສິກັມ ແລະ ປ່າໄມ້ຂອງລາວ.
ຊາວບ້ານທີ່ເປັນຊາວສວນປູກສາລີ ໃນແຂວງໄຊຍະບູຣີ ທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ໃນເຂດບ້ານຂອງ ທ່ານ ບົ້ງຝູງໄດ້ຣະບາດ ຢ່າງຮຸນແຮງ ເຮັດໃຫ້ເນື້ອທີ່ປູກສາລີ ສ່ວນໃຫຍ່ ໄດ້ຮັບຄວາມເສັຽຫາຍ ແລະບວກກັບ ສະພາບແຫ້ງແລ້ງຍິ່ງເຮັດ ໃຫ້ເສັຽຫາຍໜັກ.
“ຊາວບ້ານໃນແຂວງໄຊຍະບູຣີ ເວົ້າເຖິງການຣະບາດ ຂອງບົ້ງຝູງ ທີ່ມາກິນສາລີ ເສັຽຫາຍຢ່າງໜັກ.”
ຂນະດຽວກັນ, ເຈົ້າໜ້າທີ່ຂແນງປູກຝັງແຂວງໄຊຍະບູຣີ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ວ່າ ມາເຖິງປະຈຸບັນ ບົ້ງຝູງຍັງຣະບາດ ໃນ ທົ່ວແຂວງໄຊຍະບູຣີ ແລະ ຄາດວ່າຜົລຜລິຕຈະໄດ້ໜ້ອຍ.
“ເຈົ້າໜ້າທີ່ຂແນງປູກຝັງ ແຂວງໄຊຍະບູຣີ ເວົ້າເຖິງການຣະບາດຂອງບົ້ງຝູງ.”
ເຊັ່ນດຽວກັບ ເຈົ້າໜ້າທີ່ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງຮຸນ ແຂວງອຸດົມໄຊ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ ເຊັ່ນກັນວ່າ ໃນເຂດເມືອງຂອງທ່ານ ແລະ ແຂວງອຸດົມໄຊ ກໍໄດ້ຮັບຄວາມເສັຽຫາຍໜັກເຖິງ 90% ບາງຄອບຄົວ ຖືວ່າເສັຽຫາຍຈົນໝົດ ຫຼືຕ້ອງໄດ້ຖິ້ມໄປເລີຍ.
“ເຈົ້າໜ້າທີ່ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງຮຸນ ແຂວງອຸດົມໄຊ ເວົ້າເຖິງການຣະບາດຂອງບົ້ງຝູງ.”
ຕໍ່ສະພາບການດັ່ງກ່າວ, ຈົນມາຮອດປະຈຸບັນ ທາງການກໍຍັງບໍ່ສາມາດແກ້ໄຂບັນຫາ ໃຫ້ໝົດໄປໄດ້ ແລະ ຕ້ອງປ່ອຍໃຫ້ເປັນໄປຕາມ ທຳມະຊາດ. ມາຕການຕອບໂຕ້ໃນເບື້ອງຕົ້ນ ແມ່ນພາກສ່ວນກ່ຽວຂ້ອງ ໄດ້ຈັດຫາຢາຂ້າບົ້ງຝູງ ແລະ ອຸປກອນ ຈຳນວນນຶ່ງ ໃນການປາບ ແລະ ສະກັດກັ້ນ ໃນເຂດບ້ານ ແລະ ເມືອງ ທີ່ມີການຣະບາດ ເພື່ອແກ້ບັນຫາສະເພາະໜ້າໄປກ່ອນ. ດັ່ງເຈົ້າໜ້າທີ່ຂແນງປູກຝັງ ແຂວງ ໄຊຍະບູຣີ ໄດ້ກ່າວວ່າ:
“ເຈົ້າໜ້າທີ່ຂແນງປູກຝັງ ແຂວງໄຊຍະບູຣີ ເວົ້າເຖິງມາຕການ ໃນເບື້ອງຕົ້ນໃນການປາບ ແລະ ສະກັດກັ້ນການຣະບາດຂອງບົ້ງຝູງ.”
ຢ່າງໃດກໍຕາມ, ຊາວບ້ານໃນແຂວງໄຊຍະບູຣີ ກໍຢືນຢັນວ່າ ເຖິງວ່າພາກສ່ວນກ່ຽວຂ້ອງ ຈະເອົາຢາມາໃຫ້ຊາວບ້ານສີດ ເພື່ອປາບບົ້ງຝູງ ແລ້ວກໍຕາມ, ແຕ່ກໍບໍ່ໄດ້ຜົລເທົ່າທີ່ຄວນ ເພາະສີດແລ້ວ ບົ້ງຝູງກໍຍັງຣະບາດຢູ່.
“ຊາວບ້ານໃນແຂວງໄຊຍະບູຣີ ເວົ້າເຖິງວ່າທາງການລົງມາຊ່ອຍເຫຼືອຊາວບ້ານ ໃນການປາບ ແລະ ສະກັດກັ້ນການຣະບາດຂອງບົ້ງຝູງ ທີ່ມາກິນສາລີ.”
ປະຈຸບັນ, ຍັງບໍ່ເປັນທີ່ຈະແຈ້ງວ່າ ການຣະບາດບົ້ງຝູງ ມີສາເຫຕມາຈາກອັນໃດ, ແຕ່ນັກວິຊາການຫຼາຍທ່ານ ກໍເຊື່ອວ່າ ສາເຫຕຕົ້ນຕໍ ອາຈເກີດມາຈາກຣະບົບນິເວດ ໃນທ້ອງຖິ່ນ ຖືກທຳຣາຍ ເປັນຕົ້ນວ່າການຕັດໄມ້ທຳຣາຍປ່າ ທີ່ເປັນບ່ອນຢູ່ອາໃສຫຼັກ ຂອງພວກນົກ, ໜູ ແລະ ແມງໄມ້ທີ່ກິນບົ້ງເປັນອາຫານ ທີ່ປະຈຸບັນ ສັດຈຳພວກນີ້ ເຣີ້ມນັບມື້ນັບຫຼຸດໜ້ອຍຖອຍລົງ ຍ້ອນທີ່ຢູ່ອາໃສຕາມທຳມະຊາດບໍ່ມີ. ເມື່ອບໍ່ມີສັດທີ່ກິນບົ້ງ ກໍເຮັດໃຫ້ບົ້ງຣະບາດໄດ້ໄວ.
ໃນອີກດ້ານນຶ່ງ, ນັກວິຊາການອາວຸໂສ ທີ່ເຮັດວຽກກ່ຽວກັບການອະນຸຣັກຊີວະນາໆພັນ ໃນລາວ ໄດ້ກ່າວຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ການຣະບາດຂອງບົ້ງຝູງໃນລາວປີນີ້ ອາຈເປັນຍ້ອນການປ່ຽນແປງສະພາບດິນຟ້າອາກາດຂອງໂລກ ຈະໂທສແຕ່ ຣະບົບນິເວດໃນລາວ ຖືກທຳຣາຍໃນລາວກໍຄົງບໍ່ສົມເຫຕສົມຜົລ.
“ນັກວິຊາການອາວຸໂສ ກ່າວວ່າ ການຣະບາດຂອງບົ້ງຝູງ ຖືເປັນພັຍທີ່ເກີດມາຈາກສະພາບ ການປ່ຽນແປງດິນຟ້າອາກາດ ຂອງໂລກ ເຮັດໃຫ້ຣະບົບນິເວດ ຖືກທຳຣາຍ ບໍ່ສະເພາະໃນລາວເທົ່ານັ້ນ.”
ທັງໝົດນັ້ນ, ແມ່ນສະພາບການຣະບາດຂອງບົ້ງ ຝູງໃນຫຼາຍແຂວງຂອງລາວ ທີ່ຍັງບໍ່ມີທ່າທີວ່າຈະຖືກແກ້ໄຂ ໄດ້ຢ່າງງ່າຍດາຍ, ແຕ່ ຊາວບ້ານຫຼາຍຄົນ ທີ່ໄດ້ຮັບຜົລກະທົບ ຈາກພັຍພິບັດໃນເທື່ອນີ້ ຕ່າງກໍຫວັງວ່າ ພາກສ່ວນກ່ຽວຂ້ອງ ຈະມີມາຕການ ໃນການຊ່ອຍເຫຼືອ ຊາວບ້ານ ພາຍຫຼັງທີ່ສາມາດກະກັດກັ້ນ ການຣະບາດໄດ້ ຫຼືກ່ອນຣະດູການປູກຝັງຄັ້ງໃໝ່ ຈະມາເຖິງ.