ເສັ້ນທາງນະຄອນຫຼວງ ເປ່ເພໜັກ

ໄມຊູລີ
2020.03.10
F-road ເສັ້ນທາງໃນເຂດເທສບານ ນະຄອນຫຼວງວຽງຈັນ
RFA/PN

ປັດຈຸບັນ ປະຊາຊົນເມືອງເຟືອງ ແຂວງວຽງຈັນ ຈົ່ມວ່າກ່ຽວກັບສະພາບເສັ້ນທາງເຂົ້າເມືອງ ເປັນດິນແດງເປ່ເພ, ເປັນຕົມ ເປັນໄລຍະທາງ 4 ກິໂລແມັດ ເຮັດໃຫ້ການເດີນທາງຂອງເຂົາເຈົ້າມີຄວາມຫຍຸ້ງຍາກ. ຊາວເມືອງເຟືອງ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽ ເສຣີ ໃນວັນທີ 6 ມີນາ ວ່າ:

”ແມ່ນໄປຍາກນະ ເພາະວ່າ ມັນເປັນດິນໜຽວດິນດາກ ແມ່ນຫຍັງເຂົາມາຖົມໃໝ່ຫັ້ນນະ ໂອຄັບໃຈ ຢາກເຫັນແຫຼະເນາະທຽວໄປທຽວມາ ມັນຍາກນະຍາມຝົນຈັ່ງຊີ້ ຝົນຕົກແບບນີ້ ມັນກະຫຼາຍຊົ່ວໂມງເຕີບຫັ້ນແຫຼະ ສອງ ສາມ ຊົ່ວໂມງພຸ້ນແຫຼະເປ່ເພຫຼາຍ ເປັນຂີ້ຕົມຫັ້ນແຫລະ”.

ທ່ານກ່າວວ່າ ສະພາບເສັ້ນທາງນັ້ນເປ່ເພມາ ເປັນເວລາຫລາຍກວ່າ 10 ປີແລ້ວຍ້ອນວ່າ ພາກສ່ວນກ່ຽວຂ້ອງຍັງບໍ່ໄດ້ມາປັບປຸງເສັ້ນທາງ ໃຫ້ເປັນເສັ້ນທາງປູຢາງ ເພື່ອໃຫ້ໄດ້ມາຕຖານດີຂຶ້ນ ດັ່ງນັ້ນ ປະຊາຊົນຕ້ອງອົດທົນກັບ ສະພາບເສັ້ນທາງທີ່ເປ່ເພ.

ເສັ້ນທາງທີເປ່ເພ ເປັນເສັ້ນທາງຈາກເມືອງເຟືອງ ໄປຫາ ເມືອງໝື່ນ ເຮັດໃຫ້ການສັນຈອນໄປມາລຳບາກ, ເຈົ້າໜ້າທີ່ແຂງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ມີແຕ່ເມືອງເຟືອງ ໄປຫາ ເມືອງໝື່ນ ບໍ່ຢາກດີປານໃດ ໄປຫາເມືອງໝື່ນທາງຫັ້ນຍາກ ຍາກຢູ່ ຢູ່ທາງນີ້ຂະເຈົ້າຂຍາຍອອກ ມັນກວ້າງແລ້ວ ເສັ້ນທາງນີ້ ແຕ່ແຂວງໄປຫາເມືອງເຟືອງນີ້ ທາງນີ້ດີຢູ່ ຂະເຈົ້າແປງແລ້ວ."

ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຜແນກໂຍທາທິການ ແລະຂົນສົ່ງ ແຂວງວຽງຈັນ ເພື່ອຖາມກ່ຽວກັບແຜນການສ້ອມແປງເສັ້ນທາງ ແຕ່ເຈົ້າໜ້າທີ່ ບໍ່ສະດວກໃຫ້ຄຳເຫັນ.

ນອກຈາກນີ້ ສະພາບເສັ້ນທາງ ຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ມີສະພາບເປ່ເພ ແລະ ເປັນຂີ້ຕົມ ຍ້ອນຣົດບັນທຸກໜັກ ໂຄງການ ທາງລົດໄຟ ລາວ-ຈີນ ແລ່ນຜ່ານ ເຮັດໃຫ້ທາງເປ່ເພ ແລະ ບໍ່ມີການສ້ອມແປງ. ປະຊາຊົນເມືອງໄຊທານີ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

"ກະຍັງຄືເກົ່າຍັງຄືເກົ່າ ຍັງບໍ່ມີຫຍັງມີແຕ່ແປງນ້ຳປະປາ ເພາະມັນໄຫລໃສ່ທາງເພິ່ນຍັງບໍ່ໄດ້ແປງດອກ ເປັນມີແຕ່ແປງນ້ຳປະປາຫັ້ນ ແຕ່ວ່າ ຖົມທາງອີ່ຫຍັງ ບໍ່ໄດ້ແປງຄືເກົ່າ."

ນາງກ່າວຕື່ມອີກວ່າ ຖ້າພາກສ່ວນກ່ຽວຂ້ອງບໍ່ລົງມາແກ້ໄຂ ໃນລະດູຝົນທີ່ຈະມາເຖິງນີ້ ເສັ້ນທາງຈະເປັນຂີ້ຕົມ ເຮັດໃຫ້ການສັນຈອນ ມີ ຄວາມຫຍຸ້ງຍາກ.
ເຖີງຢ່າງໃດກໍຕາມ, ເຈົ້າໜ້າທີ່ຜູ້ຮັບຜິດຊອບການກໍ່ສ້າງທາງລົດໄຟ ບໍ່ສະດວກໃຫ້ສຳພາດ ທາງໂທຣະສັບ ຕໍ່ເອເຊັຽເສຣີ ກ່ຽວກັບເລື້ອງ ເສັ້ນທາງເມືອງໄຊທານີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.