ນ້ຳຖ້ວມຖນົນ ຢູ່ນະຄອນຫລວງ ຍັງເປັນບັນຫາ ຊຳເຮື້ອ

0:00 / 0:00

ນ້ຳ​ຖ້ວມ​ຂັງ​ຕາ​ມ​ຖ​ນົນ​ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ຫຼັງ​ຈາກ​ເກີດ​ຝົນ​ຕົກ​ໜັກ ເປັນ​ເວ​ລາຫຼາຍຊົ່ວ​ໂມງ ແລະ ​ປັດ​ຈຸ​ບັນ ກໍ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ ຈາກ​ພາກ​ສ່ວນ​ກ່ຽວ​ຂ້ອງ. ນ້ຳ​ຖ້ວມ​ຂັງ​ຢູ່​ເຂດ​ໂຕ​ເມືອງ ໃນ​ເວ​ລາ​ຝົນ​ຕົກ ເປັນ​ຜົ​ລ​ມາ​ຈາກ ຂາດ​ງົບ​ປ​ມານ ໃນ​ການ​ປັບ​ປຸງ ​ທໍ່​ລະ​ບາຍ​ນ້ຳ ທີ່ບໍ່​ພຽງ​ພໍ​ກັບ​ຂ​ນາດ ​ຂອງ​ເມືອງ ແລະ ເຮັດ​ໃຫ້​ນ້ຳ ​ບໍ່​ສາ​ມາດ​ລະ​ບາຍ​ໄດ້​ທັນ ​ໃນ​ເວ​ລາ​ຝົນ​ຕົກ​ໜັກ.

ເຈົ້າ​ໜ້າ​ທີ່​ ກົມ​ເຄ​ຫາ-ຜັງ​ເມືອງ ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ຕຳ​ແໜ່ງ ທ່ານ ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 3 ສິງ​ຫາ ວ່າ:

" ຫ້ອງ ການນີ້ ຕັ້ງ ຂຶ້ນ ມາ ແລ້ວ ມັນ ບໍ່ ມີ ງົບ ມານສ ນອງ ຂະ ເຈົ້າ ຂະ ເຈົ້າ ຢາກ ສ້າງ ໂຕ ເມືອງ ຢາກ ພັ ນາ ໂຕ ເມືອງ ອັນ ວຽກ ເຮົາ ມີ ຢູ່ ອັນ ເນີ ເພິ່ນ ຢູ່ ວ່າ ບ້ານ ເມືອງ ຕ້ອງ ພັ ນາ ແບບນີ້ ສອງ ມາ ແບບນີ້ນິ ທໍ່ ລະ ບາຍ ນ້ຳ ແນວນີ້ ນິ ແຕ່ ວ່າ ສ່ວນ ໃຫຍ່ ຂຶ້ນ ງົບ ໄປ ແຕ່ ວ່າ ເພິ່ນບໍ່ ສນອງ ໃຫ້ ທາງ ເຮົາ ກໍ ຈຳ ເປັນ ຕ້ອງ ໄດ້ ເຂົາ ຫັ້ນ ນ່າ ທຶນ ຈາກ ຕ່າງ ປະ ເທດ ເນາະ ອັນ ນຶ່ງ . ອັນ ທີ ສອງ ມາ ແມ່ນ ເປັນ ເຣື່ອງ ການ ເກັບ ຂີ້ ເຫຍື້ອ ບໍ່ ອີ່ ຫຍັງ ຂະ ເຈົ້າ ມີລາຍ ໄດ້ ສູງ ."

ທ່ານ ກ່າວ​ຕື່ມ​ວ່າ ພາກ​ສ່ວນ​ທີ່​ເຮັດ​ວຽກ ​ໃນ​ການ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ໄດ້​ຮັບ​ງົບ​ປ​ມານ ສ​ນັບ​ສ​ນູນ​ຈາ​ກ​ອົງ​ການ​ສາ​ກົນ ແລະ ຈາກ​ການ​ເຮັດ​ສັນ​ຍາ​ເກັບ​ຊື້ ​ຂີ້​ເຫຍື້ອ​ຈາກ​ປະ​ຊາ​ຊົນ ແຕ່​ທີ່​ຜ່ານ​ມາ ງົບ​ປ​ມານ​ດັ່ງ​ກ່າວນີ້ ບໍ່​ພຽງ​ພໍ​ກັບ​ຄວາມ​ຕ້ອງ​ການ ໃນ​ການ​ແກ້​ໄຂ​ບັນ​ຫານ້ຳ​ຖ້ວມ​ຂັງ ໃນ​ຂະ​​ທີ່ ຄອນ​ຫລວງວຽງ​ຈັນ ແລະ ທຸກ​ແຂວງ​ໃນ​ປະ​ເທດ​ລາວ ທີ່​ມີ​ການ​ຂ​ຍາຍ​ໂຕ ນັບ​ມື້​ນັບ​ເພີ່ມ​ຂຶ້ນ ເຖິງວ່າ ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ມີ​ແຜນ​ໃນ​ການ​ພັ​ທ​ນາ​ໂຕ​ເມືອງ ແຕ່ ບໍ່​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້ ຍ້ອນບໍ່​ມີ​ງົບ​ປ​ມານ.

ແຕ່​ລະ​ປີ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ຈະ​ປະ​ສົບ​ກັບ​ບັນ​ຫາ​ນ້ຳ​ຖ້ວມ​ຂັງ. ເຈົ້າ​ໜ້າ​ທີ່​​ຫ້ອງ​ການ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ເມືອງ​ສີ​ໂຄດ​ຕະ​ບອງ ນະ​ຄອນ​ຫລວງວຽງ​ຈັນ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 3 ສິງ​ຫາ ວ່າ:

" ເອີ ກໍ ມີ ຢູ່ ມີ ຢູ່ ໃດ ເອີ ມັນ ກໍ ເປັນ ທາງ ຫລວງນີ້ ແຫຼະ ທາງ ຢູ່ ໃນ ໂຕ ເມືອງ ຢູ່ ໃນ ນະ ຄອນ ຫລວງວຽງ ຈັນ ມັນ ກໍ ອັນ ພຽງ ພໍ ທໍ່ ລະ ບາຍ ນ້ຳ ບໍ່ ພຽງ ພໍ ກໍ ເລີຍ ເຮັດ ໃຫ້ ນ້ຳ ອັ່ງ ."

ກ່ຽວ​ກັບ​ເຣື່ອງນີ້ ເອ​ເຊັຽ​ເສ​ຣີ ໄດ້​ຕິດ​ຕໍ່​ໄປ​ຫາ​ຫ້ອງ​ການ​ຄຸ້ມ​ຄອງ ແລະ ບໍ​ຣິ​ຫານ ໂຕ​ເມືອງວຽງ​ຈັນ ເພື່ອ​ຖາມ​ກ່ຽວ​ກັບ​ແນວ​ທາງ​ໃນ​ການ​ແກ້​ໄຂ ບັນ​ຫາ​ນ້ຳ​ຖ້ວມ​ຂັງ​ຕາມ​ຖ​ນົນຫົນ​ທາງ ຢູ່ບ້ານ ແລະ ເມືອງ ຕ່າງໆ ພາຍ​ໃນ​ນະ​ຄອນ​ຫລວງວຽງ​ຈັນ ຍ້ອນ​ວ່າ ມັນ​ເປັນ​ບັນ​ຫາ ກະ​ທົບ​ຕໍ່​ຊີ​ວິຕ ​ການ​ເປັນ​ຢູ່​ຂອງ​ຊາວ​ບ້ານ ແຕ່ ເຈົ້າ​ໜ້າ​ທີ່​ ຮັບ​ຜິດ​ຊອບບໍ່​ສະ​ດວກ​ໃຫ້​ຂໍ້​ມູນ.

ຊາວ​ນະ​ຄອນ​ຫລວງວຽງ​ຈັນ ຈຳ​ນວນ​ນຶ່ງ​ກໍ​ຢາກ​ໃຫ້ ​ພາກ​ສ່ວນ​ກ່ຽວ​ຂ້ອງ ດຳ​ເນີນ​ການ​ແກ້​ໄຂ ​ບັນ​ຫາ​ດັ່ງ​ກ່າວ ຢ່າງ​ຈິງ​ຈັງ ຍ້ອນ​ວ່າ ມັນ​ເປັນ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ມາ​ດົນ​ແລ້ວ.

ຊາວ​ນະ​ຄອນ​ຫລວງວ​ຽງ​ຈັນ ທ່ານ​ນຶ່ງ ໄດ້ກ່າວ​ວ່າ:

"ແຕ່ ວ່າ ນ້ຳ ຖ້ວມ ຂັງ ມັນ ແລ້ວ ແຕ່ ໂຊນ ມັນ ແລ້ວ ແຕ່ ເຂດ ທີ່ ເຫັນ ລົງ ພາບ ອັນ ນ່າ ມັນ ຈະ ເປັນ ທີ່ ໄປ ທາງ ສີ ໄຄ ໄປ ພຸ້ນ ນ່າ . ເລີຍ ສີ ໄຄ ໄປ ອອກ ທາງ ດ່ວນ ໄປ ວັງ ວຽງ ບໍ່ ມັນ ກໍ ເປັນ ໄລ ຍະ ຄັນ ເຮົາ ຢູ່ ໃນ ຄອນ ຫລວງວຽງ ຈັນ ມັນ ກໍ ມີ ຫຼາຍ ເສັ້ນ ທາງ ໃຫ້ ເຮົາ ໄດ້ ແລ່ນ ໄດ້ ກໍ ຊິບໍ່ ທັນໄດ້ ມີ ອັນ ໄດ້ ຕ້ອງ ແກ້ ໄຂ ທີ່ ເລັ່ງ ດ່ວນດອກ ເພາະ ວ່າ ບັນ ຫາ ໂຕນີ້ ມັນ ກໍ ເກີດ ຂຶ້ນ ຢູ່ ຫຼາຍ ປີແລ້ວ ແຕ່ ລະ ປີ ມັນ ກໍ ຈະ ມີ ຝົນ ຕົກນ້ຳ ຂັງ ມັນ ກໍ ຈະ ລະ ບາຍບໍ່ ທັນ ."

ທີ່​ຜ່ານ​ມາ ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ ແກ້​ໄຂ​ບັນ​ຫາ​ສະ​ເພາະ​ຈຸດ​ເທົ່າ​ນັ້ນ ແຕ່ບໍ່​ແມ່ນ​ການ​ແກ້​ໄຂ​ບັນ​ຫາ​ໄລ​ຍະ​ຍາວ. ແມ່​ຄ້າ​ຂາຍ​ເຄື່ອງ ຢູ່​ຕ​ລາດ​ສີ​ໄຄ ເມືອງ​ສີ​ໂຄດ​ຕະ​ບອງ ໄດ້​ກ່າວ​ວ່າ:

"ປີ ຜ່ານ ມາ ກໍ ຖ້ວມ ກໍ ບຶດ ດຽວ ກໍ ລົດລົງ ຄື ເກົ່າ ເພາະ ວ່າ ມັນ ເປັນ ນຳ ທໍ່ ທໍ່ ທີ່ ວ່າ ລະ ບາຍ ນ້ຳ ທີ່ ມັນ ບໍ່ ທັນ ບໍ່ ເວ ລາ ຝົນ ມັນ ແຮງ ຫັ້ນ ນ່າ ຄັນ ນັ້ນ ແລ້ວ ຂະ ເຈົ້າ ກໍ ມາ ກວນ ມາ ຫຍັງ ແລ້ວ ມັນ ກໍ ລົງ ຄື ເກົ່າ ເພາະ ວ່າ ຂະ ເຈົ້າ ອັນ ນ່າ ກໍ ມາ ແກ້ ແຕ່ ລະ ຈຸດ ລະ ຈຸດ ."

ບັນ​ຫາ​ນ້ຳ​ຖ້ວມ​ຂັງ​​ ເກີດ​ຂຶ້ນ​ມາ​ຫຼາຍ​ປີແລ້ວ ຍ້ອ​ນ​ວ່າ ມີ​ການກໍ່​ສ້າງຫຼາຍ​ຂຶ້ນ ແລະ ບາງ​ຈຸດ​ກໍ​ເປັນ​ຕັນ​ທາງ​ນ້ຳ​ໄຫຼ.

ຊາວ​ບ້ານ​ໜອງ​ໜ້ຽວ ເມືອງ​ສີ​ໂຄດ​ຕະ​ບອງ ນະ​ຄອນ​ຫລວງວຽງ​ຈັນ ໄດ້​ກ່າວ​ວ່າ:

ເຣີ່ມ ຈະ ຖ້ວມ 2-3 ປີ ນີ້ ແຫຼະ ເພາະ ວ່າ ຂະ ເຈົ້າ ກໍ ສ້າງ ດິນ ກໍ ສ້າງ ໂກ ດັງ ແລ້ວ ຂະ ເຈົ້າ ບໍ່ ເຮັດ ຄອງ ລະ ບາຍ ນ້ຳ ມັນ ລະ ບາຍບໍ່ ທັນ ຕອນ ທີ່ ຝົນ ຕົກໜັກ ມັນ ຈະ ຂັງ 4-5 ມື້ ພຸ້ນ ແຫຼະ ແລ້ວ ໃຫ້ ມັນ ແຫ້ງ ໄປ ເອງ ທີ່ ນັ້ນ ມັນ ຈະ ເປັນ ຄອງ ນ້ຳ ເສັຽຢູ່ ແລ້ວ ແຕ່ ວ່າ ມັນ ກະ ທົບ ຕໍ່ ການ ສັນ ຈອນ ແຕ່ ວ່າ ຍຸງ ລາຍ ກໍ ໜ້າ ຈະ ກໍ ໜ້າ ຈະ ມີ ບັນ ຫາ ພໍ ສົມ ຄວນ ຫັ້ນ ແຫຼະ ເພາະ ວ່າ ໂຕ ນັ້ນ ມັນ ເປັນ ນ້ຳ ຂັງ ທີ່ ມັນ ຈະ ບໍ່ ລະ ບາຍ ໄດ້ .

ບັນ​ຫາ​ນ້ຳ​ຖ້ວມ​ສ່ວນ​ນຶ່ງ ເກີດ​ມາ​ຈາກ​ຂີ້​ເຫຍື້ອ ​ຢູ່​ນະ​ຄອນ​ຫລວງວຽງ​ຈັນ ໄປ​ອຸດ​ຕັນ​ທໍ່​ລະ​ບາຍ​ນ້ຳ ແລະ ບໍ່​ມີ​ການ​ເກັບ​ມ້ຽນ ​ຂີ້​ເຫຍື້ອເປັນ​ລະ​ບົບ.

ເມື່ອບໍ່​ດົນ​ຜ່ານ​ມາ, ທ່ານ ບຸນ​ຈັນ ແກ້ວ​ສີ​ທຳ​ມະ (ແກ້ວສີທັມມະ) ຫົວ​ໜ້າ​ຫ້ອງ​ການ​ຄຸ້ມ​ຄອງ ແລະ ບໍ​ຣິ​ຫານ​ໂຕ​ເມືອງວຽງ​ຈັນ ກ່າວ​ວ່າ ກາ​ນ​ຈັດ​ຕັ້ງ​ປະ​ຕິ​ບັດ ​ກ່ຽວ​ກັບ​ການ​ເກັບ​ມ້ຽນ​ ຂີ້​ເຫຍື້ອ​ໃນ​ນະ​ຄອນ​ຫລວງວຽງ​ຈັນ ຍັງ​ພົບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ ຍ້ອນ​ວ່າ ຍັງ​ມີ​ປະ​ຊາ​ຊົນ ​ຈຳ​ນວນ​ນຶ່ງ ບໍ່​ເຮັດ​ສັນ​ຍາ ​ເກັບ​ມ້ຽນ​ຂີ້​ເຫຍື້ອ ເນື່ອງ​ຈາກບໍ່​ຢາກ​ຈ່າຍ​ເງິນ ເຮັດ​ໃຫ້​ເກີດ​ມີ​ການ​ລັກ​ເອົາ ​ຂີ້​ເຫຍື້ອ​ໄປ​ຖິ້ມ​ໃສ່​ ເນື້ອ​ທີ່​ດິນ​ເປົ່າ​ວ່າງ​ຕ່າງໆ ຂະ​ນະ​ດຽວ​ກັນ ກໍ​ມີ​ຄົນ​ຂັບ​ຣົ​ຖ ແລະ ແອັດ​ຣົ​ຖເກັບ​ມ້ຽນ​ຂີ້​ເຫຍື້ອ​ຈຳ​ນວນ​ນຶ່ງ ສວຍ​ໃຊ້​ຊ່ອງວ່າງ ຫາ​ຜົ​ລ​ປ​ໂຍດ​ສ່ວນ​ໂຕ ດ້ວຍ​ການ​ລັກ​ເຮັດ​ສັນ​ຍາ ​ເກັບ​ມ້ຽນ​ຂີ້​ເຫຍື້ອ​ກັບ​ປະ​ຊາ​ຊົນ.

ຫຼ້າ​ສຸດ, ຫຼັ​ງ​ເກີດ​ຝົນ​ຕົກ​ໜັກ​ ໃນ​ເວ​ລາ​ປະ​ມານ 14 ໂມງ ຂອງວັນ​ທີ 2 ສິງ​ຫາ ເຮັດ​ໃຫ້​ເກີດ​ນ້ຳ​ຖ້ວມ​ຂັງ 2 ຈຸດ ບໍ​ຣິ​ເວນ​ເສັ້ນ​ທາງ ໂຮງ​ໝໍ ​ປົວ​ຕາ​ທົ່ງ​ໂປ່ງ ແລະ ຈຸດ​ຕ​ລາດ​ໂອ​ຊີ ນະ​ຄອນ​ຫລວງວຽ​ງ​ຈັນ ເຮັດ​ໃຫ້​ການ​ເດີນ​ທາງ​ ສັນ​ຈອນ ​ໄປ​ມາ ​ຂອງ ພໍ່​ແມ່​ປະ​ຊາ​ຊົນ ໃນ​ພື້ນ​ທີ່ປະ​ສົບ ​ຄວາມ​ຫຍຸ້ງ​ຍາກ.