ເຂື່ອນປາກແບງຖືກຄັດຄ້ານ
2017.02.07
ກຸ່ມອະນຸຮັກ ສິ່ງແວດລ້ອມ ກໍາພູຊາ ວ່າ ພວກຕົນ ຈະຮຽກຮ້ອງ ເຖິງຣັຖບານ ແລະ ບັນດາ ຜູ້ຖື ຜົນປະໂຫຍດ ໃຫ້ເລີກລົ້ມ ໂຄງການ ສ້າງເຂື່ອນ ປາກແບງ ທີ່ສ້າງໃສ່ ແມ່ນໍ້າຂອງ ເພາະເຫັນວ່າ ມັນຈະສົ່ງ ຜົນກະທົບ ຕໍ່ການຫາປາ ແລະ ການໄຫລ ຂອງຝຸ່່ນຕົມ. ຕາມ ຣາຍງານ ວິທຍຸ ວີໂອເອ ຜແນກ ພາສາຂະເໝນ.
ທ່ານ ເຕັກ ວັນນາຣາ ຫົວໜ້າ ກຸ່ມອົງການບໍ່ຂຶ້ນ ກັບຣັຖບານ ໃຫ້ສັມພາດ ຕໍ່ວິທຍຸ ວີໂອເອ ຜແນກພາສາຂະເໝນ ວ່າ ໃນກອງປະຊຸມ ຂັ້ນຕອນ ການປືກສາ ຫາລື ລ່ວງໜ້າ ທີ່ ກັມມາທິການ ແມ່ນໍ້າຂອງ ເປັນເຈົ້າພາບ ຈັດຂຶ້ນ ທີ່ ເມືອງຫຼວງພຣະບາງ ໃນວັນທີ 22-23 ກຸມພາ ນີ້ ພວກຕົນ ທີ່ປະກອບດ້ວຍ ຫຼາຍໆອົງການ ບໍ່ຂຶ້ນກັບ ຣັຖບານ ຈະຄັດຄ້ານ ການສ້າງເຂື່ອນນີ້.
ກອງປະຊຸມດັ່ງກ່າວ ແມ່ນເພື່ອ ເປີດໂອກາດໃຫ້ປະເທດ ສະມາຊິກ ລຸ່ມ ແມ່ນໍ້າຂອງ ແລະ ຜູ້ຖືຜົນປະໂຫຍດ ແລກປ່ຽນ ຂໍ້ມູນກ່ຽວກັບ ຜົນກະທົບ ທີ່ແຕ່ລະປະເທດ ອາຈໄດ້ຮັບ ຈາກໂຄງການ ສ້າງເຂື່ອນນີ້.
ທ່ານ ເຕັກ ກ່າວວ່າ ພວກທ່ານ ຊາວກໍາພູຊາ ບໍ່ສນັບສນູນ ການສ້າງເຂື່ອນ ປາກແບງ ແລະການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ເພາະວ່າ ແມ່ນໍ້າຂອງ ຈະບໍ່ກາຍເປັນ ແມ່ນໍ້າ ທີ່ມີຄວາມ ວັທນາຖາວອນ ຕໍ່ໄປແລ້ວ ແຕ່ມັນຈະກາຍເປັນ ແມ່ນໍ້າ ແຫ່ງຂໍ້ຂັດແຍ້ງ.
ໂຄງການເຂື່ອນປາກແບງ ມີຄວາມສາມາດ ຜລິດໄຟຟ້າໄດ້ 900 ກວ່າເມກາວັດ, ມູນຄ່າ ການກໍ່ສ້າງ ເກືອບ 1,900 ລ້ານໂດລາ ຫ່າງຈາກ ຊາຍແດນ ປະເທດ ກໍາພູຊາ 1,540 ກິໂລແມັດ, ສ່ວນເຂື່ອນ ທີ່ຢູ່ໃກ້ທີ່ສຸດ ແມ່ນ ເຂື່ອນ ດອນສະໂຮງ ທີ່ກໍາລັງ ຢູ່ໃນ ລະຍະກໍ່ສ້າງ.
ຕາມຂໍ້ຕົກລົງ ແມ່ນໍ້າຂອງປີ 1995 ນັ້ນ ປະເທດ ທີ່ມີແຜນສ້າງ ເຂື່ອນ ໃສ່ແມ່ນໍ້າຂອງ ຈະຕ້ອງແຈ້ງ ໃຫ້ປະເທດ ສະມາຊິກ ຊາບ ແລະປືກສາ ຫາລື ກັນລ່ວງໜ້າ ກ່ອນຈະມີ ການຕັດສີນໃຈ ສ້າງ.
ຕາມຂໍ້ມູນຂອງ ອົງການແມ່ນໍ້າສາກົນນັ້ນ ເຂື່ອນປາກແບງ ຈະສົ່ງຜົນ ກະທົບຕໍ່ 25 ບ້ານ ໃນລາວ ແລະ 2 ບ້ານ ໃນປະເທດໄທ ແລະຈະມີການ ໂຍກຍ້າຍ ຄົນປະມານ 6,700 ຄົນ. ທາງການລາວ ເຄີຍເວົ້າວ່າ ຄົງມີພຽງ ບໍ່ເຖິງ 10 ບ້ານ ທີ່ໄດ້ຮັບ ຜົນກະທົບ ໂດຍກົງ, ແຕ່ໄດ້ມອບໃຫ້ ແຂວງອຸດົມໄຊ ກັບແຂວງ ໄຊຍະບູຣີ ຕຽມຮັບມືໄວ້ແລ້ວ.