ທາງການເຕືອນໃຫ້ເວັ້ນ ເສັ້ນທາງ ກາສີ - ມ.ນານ

ທາງການ ແຈ້ງເຕືອນ ໃຫ້ຫລີກລ້ຽງ ການໃຊ້ ເສັ້ນທາງ ກາສີ-ເມືອງນານ ຍ້ອນເຫັນວ່າ ມີຄວາມສ່ຽງຕໍ່ ອັນຕະລາຍ.

ການກໍ່ສ້າງເສັ້ນທາງ ເມືອງກາສີ ຫາ ເມືອງນານ ເມື່ອປີ 2018 ຊຶ່ງທາງການທ້ອງຖິ່ນ ກໍໄດ້ອອກແຈ້ງເຕືອນມາຕລອດ ໃນເຣື້ອງຄວາມ ປອດພັຍ (ຮູບຈາກແຟ້ມ) RFA/MS

ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ຫລື ປກສ ແຂວງຫລວງພຣະບາງ ເຕືອນຣົດນັກທ່ອງທ່ຽວ ແລະ ຣົດບັນທຸກຕ່າງໆ ບໍ່ໃຫ້ເດີນທາງຜ່ານ ເສັ້ນທາງ ກາສີ-ເມືອງນານ ໃນຊ້ວງລະດູຝົນນີ້ ຍ້ອນວ່າ ມີຄວາມສ່ຽງ ທີ່ຈະເກີດອຸບັດຕິເຫດ, ດັ່ງທ່ານກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 22 ສິງຫາ ວ່າ:

"ໂດຍສະເພາະຣົດເມ ຣົດຫຍັງ ຣົດໂດຍສານ ບໍ່ໃຫ້ມາທາງນີ້ ຣົດບັນທຸກໜັກ ຄັນຣົດເບົາ ຣົດບຸກຄົນທີ່ມີວິນ ກໍຖືວ່າໃຊ້ສຸກເສີນໄດ້ຢູ່ ຄວາມໝາຍຣົດມີວິນ ເປັນຣົດເບົາ ປະເພດຣົດວີໂກ້ ຣົດກະບະ ລະວ່າ ມັນຕ້ອງແລ່ນ 4 ລໍ້ ມັນມີວິນ ແບບມັນຊ່ວຍ ຣົດປີ້ນໄດ້ຫັ້ນນ່າ."

ເສັ້ນທາງຕັດໃໝ່ ກາສີ-ເມືອງນານ ໂດຍສະເພາະເຂດພູ 9 ຫລັກເປັນເສັ້ນທາງທີ່ມີຄວາມສູງຊັນ ແລະ ສ້າງບໍ່ໄດ້ມາຕຖານ ຈຶ່ງມີ ອຸບັດຕິເຫດ ເກີດຂຶ້ນຫລາຍຄັ້ງ. ເຈົ້າໜ້າທີ່ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫລວງພຣະບາງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 22 ສິງຫາ ວ່າ:

"ທາງບໍ່ໄດ້ມາຕຖານເພາະສູງ ຄວາມເນີນແມ່ນຫຍັງ ມັນສູງຊັນຢູ່ຫັ້ນນ່າ ບາງບ່ອນມື່ນ ເພາະຝົນມັນຕະຕົກ ມັນຈະມື່ນ ມັນຈະປຽກ ຂຶ້ນເລື້ອຍໆ ທາງເສັ້ນນັ້ນຫັ້ນເນາະ ສະນັ້ນການໄປມາ ຖືວ່າ ຣົດບັນທຸກໜັກ ຣົດໂດຍສານກໍຢ່າ ຫ້າມບໍ່ໃຫ້ໄປ ມີແຕ່ຣົດ ສ່ວນຕົວຫັ້ນ ຜູ່ໃດໄດ້ມາດຕະຖານ ເຕັກນິກ ກໍໄປໄດ້."

ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ທ່ານນີ້, ເສັ້ນທາງກາສີ-ເມືອງນານ ຖືກສ້າງຂຶ້ນ ເປັນເສັ້ນທາງຍຸທສາດ ທາງທະຫານ ມາໄດ້ປະມານ 5 ປີ ຊຶ່ງມີມູນຄ່າການກໍ່ສ້າງ ຫລາຍກວ່າ 600 ຕື້ກີບ, ແຕ່ຕໍ່ມາ ຜູ້ຂັບຂີ່ລົດທົ່ວໄປ ເລີ້ມໃຊ້ເສັ້ນທາງນີ້ ຫລາຍຂຶ້ນ ເພາະ ຈະປະຢັດເວລາໄດ້ ປະມານ 3-4 ຊົ່ວໂມງ ໂດຍສະເພາະການເດີນທາງແຕ່ ນະຄອນຫລວງວຽງຈັນ ໄປຫາ ແຂວງຫລວງພະບາງ.

ຈຳນວນການເກີດອຸບັດຕິເຫດ ທີ່ຜ່ານມາລວມມີ: ໃນວັນທີ 19 ສິງຫາ ປີ 2019, ລົດຂົນສົ່ງນັກທ່ອງທ່ຽວ ຈາກປະເທດຈີນ ເກີດ ອຸບັດຕິເຫດ ເສັຽຫລັກ ຕົກເຫວ ຢູ່ເສັນທາງກາສີ-ເມືອງນານ ເຮັດໃຫ້ນັກທ່ອງທ່ຽວ ຊາວຈີນເສັຽຊີວິດ 13 ຄົນ ແລະ ບາດເຈັບ ຈຳນວນນຶ່ງ.

ໃນເດືອນມີນາ ປີ 2019, ມີລົດນັກທ່ອງທ່ຽວຊາວໄທ ເກີດອຸບັດຕິເຫວຕົກເຫວ ຢູ່ເສັ້ນທາງກາສີ-ເມືອງນານ ເຮັດໃຫ້ມີຜູ່ເສັຽຊີວິດ 5 ຄົນ.

ໃນເດືອນ ກຸມພາ ປີ 2018, ລົດເມສອງຊັ້ນ ສາຍ ວຽງຈັນ-ຜົ້ງສາລີ ໄດ້ເກີດອຸບັດຕິເຫດ ຢູ່ເສັ້ນທາງ ກາສີ-ເມືອງນານ ເຮັດໃຫ້ມີຜູ້ ເສັຽຊີວິດ 7 ຄົນ ແລະ ບາດເຈັບ 20 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org