ບໍ່ແມ່ນໄມ້ແລວນໍ້າ ແຕ່ ເປັນໄມ້ ຕັດຈາກປ່າສງວນ ເຊປຽນ

0:00 / 0:00

ກໍ​ຣະ​ນີ​ທີ່​ມີ​ຣົ​ຖ​ບັນ​ທຸກ​ໄມ້​ທ່ອນ ​ນ້ຳ​ໜັກເກີນ ​ເຮັດ​ໃຫ້​ຂົວ ເຂດບ້ານ​ມິດ​ສຳ​ພັນ​ ເມືອງ ສ​ນາມ​ໄຊ ຫັກ ໃນ​ວັນ​ທີ 20 ມີ​ນາ 2023 ທີ່​ຜ່ານ​ມາ ແລະ ເຈົ້າ​ໜ້າ​ທີ່​ແຂວງ​ອັດ​ຕະ​ປື ໃຫ້​ສັມພາດ​ຕໍ່​ສື່ມວນ​ຊົນ​ວ່າ ໄມ້​ທ່ອນຢູ່​ໃນ​ຣົ​ຖ ​ນັ້ນ ເປັນ​ໄມ້​ແລວ​ນ້ຳ ທີ່​ຕັດ​ຢູ່​ເຂດ​ປ່າ​ໄມ້​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ​ຈາກ ເຂື່ອນ​ເຊ​ປຽນ ​ເຊ​ນ້ຳ​ນ້ອຍ​ແຕກ, ແຕ່ ມີຊາວ​ບ້ານຢ່າງ​ໜ້ອຍ 3 ຄົນ ໄດ້​ຢືນ​ຢັນ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ ໄມ້​ທ່ອນຢູ່​ນັ້ນ​ຣົ​ຖ​ນັ້ນ ເປັນ​ໄມ້​ທີ່​ຕັດ​ຈາກ​ປາ​ສງວນ​ເຊ​ປຽນ, ບໍ່​ແມ່ນ​ໄມ້​ທີ່​ຕັດ​ຈາກ​ແລວ​ນ້ຳ ຍ້ອນ​ວ່າ ໄມ້​ແລວ​ນ້ຳ ບໍ່​ມີ​ແລ້ວ.

ຊາວ​ບ້ານ ທ່ານ​ນຶ່ງ ຜູ້​ທີ່​ຢູ່​ໃກ້​ກັບ​ເຂດ​ທີ່​ມີ​ການ​ຕັດ​ໄມ້ ທີ່​ຂຶ້ນ​ກັບ​ເມືອງ​ຊານ​ໄຊ ແຂວງ​ອັດ​ຕະ​ປື ໄດ້​ກ່າວ​ວ່າ: “ເຂົ​​າ​ເວົ້າ​ວ່າຕັດ​ຢູ່​ແລວ​ນ້ຳ ຕັດ​ເທິງ​ພູ​ເທິງ​ຜາ ວ່າ ມັນ​ກາຍ​ແລວ​ນ້ຳ​ແລວ​ໃນ​ແລ້ວ ​ໄມ້​ຫັ້ນ​ນ່າ ບໍ່​ອຶດ​ບ່ອນ​ເຂົາ​ຕັດ ມັນ​ກາຍ​ແລວ​ນ້ຳ​ແລ້ວ ໂອ້ຍ ມັນ​ບໍ່​ແມ່ນ ໄມ້​ນຳ​ນຳ​ພູ ນຳ​ອີ່​ສັງ​ແລ້ວ ນຳ​ປ່າ​ນຳ​ດົງ ບ່ອນ​ໃດ​ມີ​ໄມ້​ເຂົາ​ຕັດ​ໝົດ​ດຽວນີ້ ໂຕ​ຂົວ​ຫັກ​ກະ​ບໍ່​ແມ່ນ​ໄມ້​ແລວ​ນ້ຳ​ດອກ ໄມ້​ແລວ​ນ້ຳ ມັນ​ຕາຍ​ໝົດ ມີ​ແຕ່​ໄມ້​ດີ​ດີ​ຢືນ​ຕົ້ນ​ຫັ້ນ​ແຫຼະ​ເຂົາ​ຕັດ.”

ການ​ຕັດ​ໄມ້ ​ຢູ່​ປ່າ​ສງວນ ​ກະ​ມີ ນັບ​ຕັ້ງ​ແຕ່​ພູ​ທ່າ​ແສງ​ຈັນ ບ້ານ​ທ່າ​ແສງ​ຈັນ ຈົນ​ຮອດ ບ້ານ​ໜອງ​ຫີນ​ ເຂົາ​ເຈົ້າ​ຕັດ​ທຸກມື້.

ມີ​ການ​ກ່າວ​ອ້າງວ່າ ຕັດ​ໄມ້​ຢູ່​ແລວ​ນ້ຳ ແຕ່ ໃນ​ຄວາມ​ເປັນ​ຈິງ ໄມ້​ຢູ່​ແລວ​ນ້ຳບໍ່​ມີ​ໃຫ້​ຕັດ​ແລ້ວ. ຊາວ​ບ້ານ​ທ່ານນີ້ ໄດ້​ກ່າວ​ຕື່ມ​ອີກວ່າ:

“ແຕ່​ເຂົາ​ວ່າ​ຫັ້ນ​ຕັດ​ໄມ້​ແລວ​ນ້ຳ ແຕ່​ວ່າ​ພວກ​ຕັດ​ບໍ່​ໄດ້​ຕັດ​ຢູ່​ແລວ​ນ້ຳ ພຽງ​ແຕ່​ມັນ​ມີ​ໄມ້​ວ່າ​ຊັ້ນ​ຊາ ຢູ່​ບ່ອນ​ໃດ​ເຂົາ​ກະ​ເອົາ​ໃຫ້​ໝົດ ນ້ຳ​ອີ່​ຫຼີບໍ່​ມີ​ໄມ້​ດອກ ເຂົາ​ກະ​ບໍ່​ໃຫ້​ຕັດ ໄມ້​ໂຕ​ມັນ​ຕາຍ​ຢືນ​ເຂົາ​ກະ​ບໍ່​ຕັດ ເຂົາ​ຕັດ​ແຕ່​ໄມ້​ຢືນ​ຕົ້ນ​ດີ​ດີ ນີ້​ແຫຼະ.”

ຢູ່​ເຂດ​ພື້ນ​ທີ່​ປ່າ​ສງວນ ໄດ້​ມີ​ການ​ບຸກ​ເບີກ​ເສັ້ນ​ທາງ ແລະ ຖ​ນົນ​ເຂົ້າ​ໄປ ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ແກ່​ໄມ້​ຈາກ​ສ​ນາ​ມ​ນຶ່ງ ອອກ​ມາ​ໄວ້​ສ​ນາມ​ສອງ.

ຊາ​ວ້​ບານ ທ່ານນີ້ ກ່າວ​ວ່າ:

“ຄັນ​ມາ​ກວດ​ກາ​ເບິ່ງ​ໂຕ​ຈິງ​ຫັ້ນ ຊິ​ເຫັນ​ຢູ່ດອກ ທາງ​ຣົ​ຖ​ຊະ​ແລວ​ມັນ​ຂຶ້ນ​ຮອດ​ອີ່​ສັງ ບ່ອນ​ໃດ​ມັນ​ມີ​ໄມ້ ມັນ​ເຮັດ​ທາງ​ຂຶ້ນ​ໄປ​ໝົດ ທາງ​ຂຶ້ນ​ໄປ​ໝົດ ຣົ​ຖ​ຈົກ​ຣົ​ຖ​ດຸດ​ເຂົາ​ເຮັດ​ຂຶ້ນ ຂັ້ນ​ວ່າ ມາ​ກວດ​ມາ​ເບິ່ງ​ຫັ້ນ​ເຫັນ​ໂລດ ໄປ​ບ່ອນ​ໃດ​ກະ​ເຫັນ​ກ້ອງ​ທີບ​ໂລດ ໄປ​ນຳ​ຫົນ​ທາງ​ກະ​ເຫັນ ບໍ່​ອຶດ​ແຕ່​ໄມ້​ເຂົາ.”

ທີ່​ຜ່ານ ປະ​ຊາ​ຊົນຢູ່​ທ້ອງ​ຖິ່ນ ເຄີຍ​ເຂົ້າ​ໄປບຸກ​ເບີກ​ເນື້ອ​ທີ່​ດິນ ເພື່​ອ​ເຮັດ​ກະ​ສິ​ກັມ, ແຕ່ ຖືກ​ເຈົ້າ​ໜ້າ​ທີ່​ປັບ​ໃໝເຂົາ​ເຈົ້າ.

ຊາວ​ບ້ານ​ທ່ານນີ້ ກ່າວ​ຕື່ມ​ວ່າ:

“ຄັນ​ປະ​ຊາ​ຊົນ​ເຮັດ​ບ່ອນ​ໃດ​ ມັນ​ກະ​ຜິດ​ໝົດ ຄັນ​ລັດ​ເຮັດ​ຫັ້ນ​ບໍ່​ມີ​ບ່ອນ​ຜິດ ຄັນ​ປະ​ຊາ​ຊົນ​ໄປ ປ້ຳ​ໄປ​ຫຍັງ ໄປ​ເລື່ອນ​ ໄປ​ຫຍັງ ​ຫັ້ນ ຜິດ​ໝົດ ຄັນຣັ​ຖ ເຮັດ​ແນວ​ນັ້ນ​ຫັ້ນ​ບໍ່​ຜິດ ຄັນ​ໄປ​ລາກ​ໄປ​ຂົນ​ໄປ​ສັງ​ຫັ້ນ ຄັນ​ວ່າ ປະ​ຊາ​ຊົນ​ ໄປ​ຖາງ​ປູກ​ມັນ​ປູກ​ເຂົ້າ​ຫັ້ນ ບາດ​ເພິ່ນ​ໄປ​ຕັດ​ໄມ້​ທ່ອນ​ໝົດ​ໜ່ວຍ​ຫັ້ນ​ບໍ່​ຜິດ.”

ຊາວ​ບ້ານ ທີ່​ຢູ່​ໃກ້​ເຂດ​ຕັດ​ໄມ້​ອີກ​ທ່ານ​ນຶ່ງ ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ​ ວ່າ:

“ດັດໄມ້ຢືນຕົ້ນໂລດ ບໍ່ແມ່ນໃມ້ແລວນ້ຳດອກ ໄມ້ປ່າ​ສງວນເຊປຽນ ກັບໄມ້ປ່າປ້ອງກັນເຂດບ້ານແບ່ງ ມັນຊິມີໄມ້ແລວນ້ຳມາແຕ່ໃສ ເວົ້າວ່າຕັດໄມ້ຂາຍໂລດສາ ມັນງ່າຍກວ່າ ໃມ້ໃຫມ່ໆ ບໍ່ມີດອກ​ໄມ້ເກົ່າ.”

ມີ​ການ​ຕັດ​ໄປ​ຢູ່​ເຂດ​ປ່າ​ສງວນ​ແຫ່ງ​ຊາຕ​ເປ​ຊ​ຽນ ແຕ່ ເມື່ອ​ມີ​ການ​ທັກ​ທ້ວງ​ການ​ຂຶ້ນ​ມາ ກໍ​ມີ​ການ​ອ້າງວ່າ ເປັນ​ໄມ້​ແລວ​ນ້ຳ.

ຊາວ​ແຂວງ​ອັດ​ຕະ​ປື ຜູ້​ທີ່​ຮູ້​ເຫດ​ການ​ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ວ່າ:

“ກ​ານ​ຕັດ​ໄມ້​ແລວ​ນ້ຳ ດຽວນີ້ ມ​າ​ແຮງ ຢູ່​ເຂດ​ບໍ​ລິ​ເວນ​ເຂື່ອນ​ເຊ​ປຽນ ເຊ​ນ້ຳ​ນ້ອຍ ​ແຕກ​ຫັ້ນ ກະ​ບໍ່​ແມ່ນດອກ ຕັດ​ມົ້ວ​ກັນ​ຫັ້ນ​ແຫຼະ ໄມ້​ແລວ​ນ້ຳມີ​ການ​ຕັດ​ຫຼາຍ​ຄັ້ງ​ແລ້ວ ແບບ​ອ້າງວ່າ ​ຄື​ໄມ້​ແລວ​ທາງ​ອິ​ຫຍັງ​ຫັ້ນ​ແຫຼະ ແບບ​ໄມ້​ທາງ​ແລວ​ໄຟ ລະ​ກະ​ຕັດ​ທາງ​ໄປ​ເລີຍ.”

ຊາວ​ແຂວງ​ອັດ​ຕະ​ປື ທ່ານນີ້ ກ່າວ​ຕື່ມ​ອີກວ່າ:

“ໄມ້​ແລວ​ນ້ຳຂັ້ນ​ ນ້ຳ​ມາ​ລະ​ມັນ​ຊິ​ຖິ້ມ​ຊື່ໆ ຄວາມ​ໝາຍ​ເພິ່ນ​ຫັ້ນ​ນ່າ ເຂົາ​ສ​ເນີ​ໄປ​ຕັດ​ມົ້ວ​ກັນ​ອີກ​ ເຂດ​ເມືອງ​ສ​ນາມ​ໄຊ 97,000 ແມັດ​ກ້ອນ ທາງ​ການ​ອະ​ນຸ​ມັດ​ໃໝ່.”

ຣົ​ຖ​ໄມ້​ທີ່​ແກ່​ໄມ້​ອອກ​ຈາກ​ສ​ນາມ​ 2 ຢູ່ ເມືອງ​ສ​ນາມ​ໄຊ ແຂວງ​ອັດ​ຕະ​ປື ທີ່​ບັນ​ທຸກ​ນ້ຳ​ໜັກ​ເກີນ ເຮັດ​ໃຫ້​ຂົວ​ຫ້ວຍ​ກັນ​ຈານ ຢູ່​ບ້ານ​ມິດ​ສຳ​ພັນ​ ຂ້າມ​ໄປ​ຫາ ບ້ານ​ຫາດ​ຍາວ ເມືອງ​ສ​ນາມ​ໄຊ ຫັກ ຍ້ອນ​ຣົ​ຖ​ແກ່​ໄມ້ເກີດ​ຂ​ນາດ ໃນ​ວັນ​ທີ 20 ມາ​ນີ 2023 ທີ່​ຜ່ານ​ມາ ອີງ​ຕາມ​ຂໍ້​ມູນ​ຈາກ​ແຂວງ​ອັດ​ຕະ​ປື.

ເພ​ຈ​ຂ່າວ​ທີ່​ຊື່​ວ່າ ອັດ​ຕະ​ປື​ອອນ​ລາຍນ໌ ໄດ້​ຣາຍ​ງານ ໃນ​ວັນ​ທີ 22 ມີ​ນາ ໂດຍ ອ້າງ​ຄຳ​ເວົ້າ​ຂອງ ທ່ານ ບົວ​ໄຂ ຊາ​ພູ​ທອນ ຫົວ​ໜ້າໂຄງ​ການ​ເສັ້ນ​ທາງ 18A ຜ​ແນກ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ແຂວງ​ອັດ​ຕະ​ປື ວ່າ “ການ​ຂົນ​ສົ່ງ​ໄມ້ ອອກ​ຈາກ​ສ​ນາມ​ສອງ ເຂົ້າ​ໂຮງ​ງານ ໂດຍ​ແມ່ນ​ໄມ້​ທ່ອນ ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂຸດຄົ້ນ​ຈາກ​ເຂດ​ແລວ​ນ້ຳ ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ​ ຈາກ​ສັນ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ ເຊິ່ງ​ມີ​ບໍ​ລິ​ມາດ​ຂົນ​ສົ່ງ​ໄມ້​ທ່ອນ​ທັງ​ໝົດ 94,000 ແມັດ​ກ້ອນ ໃນ​ນັ້ນ ມີ​ໄມ້​ຈາກ​ເມືອງ​ສ​ນາມ​ໄຊ 97,000 ແມັດ​ກ້ອນ.”

ທ່ານ ບົວ​ໄຂ ຍັງ​ກ່າວ​ວ່າ:

“ໄມ້ທ່ອນອອກຈາກສະໜາມ 2 ເຂົ້າໂຮງງານ ໂດຍແມ່ນໄມ້ທ່ອນທີ່ຮັບການອະນຸຍາດ ຂຸດຄົ້ນຈາກເຂດແລວນໍ້າທີ່ຮັບຜົນກະທົບ ຈາກເຂືອນເຊປຽນ-ເຊນໍ້ານ້ອຍ ແຕກໃນຄັ້ງວັນທີ 23 ເດືອນ ກໍຣະ​ກະ​ດາ ປີ 2018 ທີ່ຜ່ານມາ.”

ແຂວງ​ອັດ​ຕະ​ປື ໄດ້​ອອກ​ໂຄ່ຕ້າ ອະ​ນຸ​ຍາດໃຫ້ຫົວ​ໜ່ວຍ​ທຸ​ຣະ​ກິຈ 15 ຫົວ​ໜ່ວຍ ຕັດ​ໄມ້ປະ​ມານ 100,000 ແມັດ​ກ້ອນ. ບຸກ​ຄົນ​ທີ່​ໄກ້​ຊິດ​ກັບ​ເຈົ້າ​ໜ້າ​ທີ່ ແຂວງ​ອັດ​ຕະ​ປື ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ ຫົວ​ໜ່ວຍ​ທຸ​ຣະ​ກິ​ຈ​ໃດ ໂດຍ​ສະ​ເພາະໂຮງ​ເລື່ອຍ ແລະ ບໍ​ຣິ​ສັດ ທີ່ຈ່າຍ​ເງິນໃຫ້ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ​ແຂວງ​ອັດ​ຕະ​ປື ກໍ​ຈະໄດ້​ໂຄ່​ຕ້າ​ຕັດ​ໄມ້​ໂລດ.

ການ​ອະ​ນຸ​ຍາດ​ໃຫ້​ມີ​ການ​ຕັດ​ໄມ້ ຢູ່​ແຂວງ​ອັດ​ຕະ​ປື ໄດ້ມີ​ຂຶ້ນ​ນັບ​ແຕ່​ເດືອນ​ພຶ​ສ​ຈິ​ກາ 2022 ທີ່​ຜ່ານ​ມາ ຫຼັງ​ຈາກທີ່ ມີ​ຜ່ອນ​ຜັນຄຳ​ສັ່ງ​ເລກ​ທີ 15 ວ່າ​ດ້ວຍ ການ​ເພີ່ມ​ທະ​ວີ ຄວາມ​ເຂັ້ມ​ງວດ ໃນ​ການ​ຄຸ້ມ​ຄອງ ແລະ ກວດ​ກາ​ການ​ຂຸດ​ຄົ້ນ​ໄມ້ ເຄື່ອນ​ຍ້າຍ​ໄມ້ ແລະ ທຸ​ຣະ​ກິ​ຈ​ໄມ້ໂດຍ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ໃນ​ເວ​ລາ​ນັ້ນ ເປັນ​ຜູ້ອອກ​ຄຳ​ສັ່ງ​ດັ່ງ​ກ່າວ.

ບຸກ​ຄົນ​ທີ່​ໃກ້​ຊິດ​ເຈົ້າ​ໜ້າ​ທີ່ ​ແຂວງ​ອັດ​ຕະ​ປື ໄດ້​ກ່າວ​ວ່າ ການ​ຕັດໄມ້ ມີ 3 ຈຸດ ຄື ຢູ່ ເຂດ​ເຂື່ອນ​ນ້ຳ​ກົງ ເມືອງ​ພູ​ວົງ, ເຂື່ອນ​ເຊ​ກະ​ໝານ ເມືອງ​ຊານ​ໄຊ, ແລະ ຢູ່ ເຂດ ​ເມືອງ​ສ​ນາມ​ໄຊ. ມີ​ການ​ບຸກ​ເບີກ​ເສັ້ນ​ທາງ​ເຂົ້າ​ໄປ ເພື່ອ​ໃຫ້​ຣົ​ຖ​ສາ​ມາດ​ແກ່​ໄມ້​ອອກ​ມາ​ຈາກ ​ສ​ນາມ​ນຶ່ງ ແລະ ສ​ນາມສອງ ເຊິ່ງ​ເຣີ່ມ​ຕັດ​ມາ​ແຕ່​ເດືອນ​ຕຸ​ລາ 2022 ເປັນ​ຕົ້ນ​ມາ. ມີ​ການ​ຕັດ​ໄມ້ຢູ່​ບ່ອນ​ອື່ນ​ເຂົ້າ​ມາປົນ​ໃສ່ ກັບ​ໄມ້​ທີ່​ຕັດ​ຢູ່​ເຂດ​ສັມ​ປະ​ທານ. ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ​ວ່າ:

“ລະ​ບົບ​ການ​ຕັດ​ໄມ້​ເຂົາ​ເຮັດ​ຈັ່ງ​ຊີ້ ໄມ້​ເຂື່ອນ​ຢູ່ດອກ ຫາກ​ເຂົາ​ໄປ​ຕັດ​ຢູ່​ບ່ອນ​ອື່ນ​ພຸ້ນ ມັນ​ເປັນ​ແນວ​ນັ້ນດອກ ບ້ານ​ເຮົາ ມັນໄປ​ໝາຍ​ຕົ້ນ​ໝາຍ​ຕໍ​ກະ​ຄື​ເກົ່າ​ຫັ້ນ​ລະ ເຂົາ​ກະ​ໄປ​ຕັດ​ຢູ່​ບ່ອນ​ອື່ນ​ພຸ້ນ ແນວ​ພະ​ນັກ​ງານ​ຕິດ​ຕາມ​ເຂົາ​ກະ​ໄປ​ເອົາ​ເງິນ​ຢູ່​ຫັ້ນ​ອີກ.”

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ທ່ານນີ້ ກ່າວ​ວ່າ:

“ພວກ​ທີ່​ໄດ້​ຮັບ​ສັມ​ປະ​ທານ​ຕັດ​ໄມ້ ຂໍ​ພຽງ​ແຕ່​ໄດ້ໃບ​ອະ​ນຸ​ຍາດ​ສັມປະ​ທານ ​ຕັດໄມ້​ຈາກ​ຣັ​ຖ​ບານ ເຖິງວ່າ ໄມ້ຢູ່​ເຂດ​ສັມ​ປະ​ທານບໍ່​ມີ​ກໍ​ຕາມ ເຂົາ​ເຈົ້າ​ຈະໄປ​ຕັດບ່ອນ​ອື່ນ​ແລ້ວ​ ແກ່​ເຂົ້າ​ມາ.”

ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ ເລັດ ໄຊ​ຍະ​ພອນ ເຈົ້າ​ຂອງ​ອັດ​ຕະ​ປື ກໍ​ບໍ່​ຕິດ​ເສດ​ວ່າ ບໍ່​ມີ​ກາ​ນ​ອະ​ນຸ​ມັດ​ຕັດ​ໄມ້. ທີ່​ຜ່ານ​ມາ ທ່ານ ໄດ້​ກ່າວ​ຕໍ່​ວິທຍຸ ເຊັຽ​ເສ​ຣີ ວ່າ:

“ອັນ​ນີ້​ແມ່ນ​ຂໍ້​ມູນ​ປອມ ພວກ​ຄົນ​ບໍ່​ດີ ເຂົາ​ຫາ​ເຣື່ອງ.”

ການ​ຂຶ້ນ​ແຜນ​ເຮັດ​ໂຄງ​ການ​ ເພື່ອ​ເປັນ​ຂໍ້​ອ້າງ​ໃນ​ການ​ຕັດ​ໄມ້ ​ຢູ່​ແຂວງ​ອັດ​ຕະ​ປື ຍັງ​ຄົງເກີດ​ຂຶ້ນ ຢ່າງ​ຕໍ່​ເນື່ອງ. ສະ​ເພາະ​ຢູ່​ເມືອງ​ສ​ນາມ​ໄຊ, ບຸກ​ຄົນ​ທີ່​ໃກ້​ຊິດ​ເຈົ້າ​ໜ້າ​ທີ່ ​ແຂວງ​ອັດ​ຕະ​ປື ໄດ້​ກ່າວ​ວ່າ: ທາງ​ການ​ແຂວງ​ອັດ​ຕະ​ປື ອະ​ນຸ​ຍາດ ​ໃຫ້​ບໍ​ຣິ​ສັດ ບໍ​ຣິ​ສັດ ເອກ​ຊົນ ເຂົ້າ​ມາ​ຕັດ​ໄດ້ ຢູ່​ເຂດ​ເມືງ​ສ​ນາມ​ໄຊ ແຂວງ​ອັດ​ຕະ​ປື ໂດຍ​ຕັ້ງ​ໂຄງ​ການ ພັ​ດທ​ະນານິ​ເວດ ​ກະສິ​ກັມ ທັນ​ສໄ​ມຄົບ​ວົງ​ຈອນ ແລະ ເຂດ​ປູກ​ປ່າ​ໄມ້ ​ເປັນ​ສິນ​ຄ້າ ໃນ​ເນື້ອ​ທີ່ປະ​ມານ 1,500 ເຮັກ​ຕ້າຣ໌, ແຕ່​ໃນ​ຄວາມ​ເປັນ​ຈິ​ງ ​ກໍ​ເປັນ​ພຽງ​ແຕ່​ຂຶ້ນ​ແຜນ ເພື່ອ​ເຂົ້າ​ມາ​ຕັດ​ໄມ້ອອກ​ໄປ​ຂາຍ​ເທົ່າ​ນັ້ນ ແລະ ປ​ະ​ຊາ​ຊົນຍັງ​ບໍ່​ເຊື່ອ​ວ່າ ໂຄງ​ການ​ດັ່ງ​ກ່າວ​ຈະ​ເກີດ​ຂຶ້ນ ​ຫຼືບໍ່ ຫຼັງ​ຈາກທີ່​ມີ​ການ​ຕັດ​ໄມ້​ອອກ​ໝົດ​ແລ້ວ.

ຜ​ແນກ​ກະ​ສິ​ກັມ ແລະ ປ່າ​ໄມ້ ແຂວງ​ອັ​ດ​ຕະ​ປື ໄດ້​ຂຽນ​ໃບ​ສ​ເນີ ເຖິງ​ກະ​ຊວງ​ກະ​ສິ​ກັມ ແລະ ປ່າ​ໄມ້ ໃນ​ວັນ​ທີ 18 ກໍ​ຣະ​ກະ​ດາ 2022 ເພື່ອ​ໃຫ້​ຮັບ​ຮອງ​ເອົາ ບໍຣິ​ສັດ ອິນ​ທະ​ວົງ ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ ຈຳ​ກັດ​ຜູ້​ດຽວ ເຂົ້າ​ເກັບ​ກູ້​ທ້ອນ​ໂຮມ ໄມ້​ຢູ່​ໃນ​ເຂດ​ສັມປະ​ທານ ໂຄງ​ການ​ພັ​ດທະ​ນາ​ນິ​ເວດ ກະ​ສິ​ກັມ ທັນ​ສໄມ ຄົບ​ວົງ​ຈອນ ແລະ ເຂດ​ປູກ​ໄມ້​ເປັນ​ສິນ​ຄ້າ ໃນ​ເນື້ອ​ທີ່ປະ​ມານ 1,500 ເຮັກ​ຕ້າຣ໌.

ຕໍ່​ມາ ກະ​ຊວງ​ກະ​ສິ​ກັມ ແລະ ປ່າ​ໄມ້ ໄດ້​ອອກ​ແຈ້ງ​ການ​ເຖິງ ​ຫົວ​ໜ້າຜ​ແນກ​ກະ​ສິ​ກັມ ແລະ ປ່າ​ໄມ້ ແຂວງ​ອັດ​ຕະ​ປື ໃນ​ວັນ​ທີ 19 ກໍ​ຣະ​ກະ​ດາ 2022 ທີ່​ຜ່ານ​ມາ. ແຈ້ງ​ການ​ໄດ້​ລະ​ບຸ​ວ່າ: ໃຫ້​ຜ​ແນກ​ກະ​ສິ​ກັມ ແລະ ປ່າ​ໄມ້ ແຂວງ​ອັດ​ຕະ​ປື ອອກ​ອະ​ນຸ​ຍາດ ໃຫ້​ບໍ​ຣິ​ສັດ ອິນ​ທະ​ວົງ ການ​ຄ້າ ຂາ​ອອກ-ຂາ​ເຂົ້າ ຈຳ​ກັດ​ຜູ້​ດຽວ ເພື່ອ​ດຳ​ເນີນ​ການ​ຂຸດ​ຄົ້ນ​ໄມ້ ຈຳ​ນວນເກືອບ 80,000 ຕົ້ນ ເທົ່າ​ກັບ ບໍ​ລິ​ມາດ 38,000 ແມັດ​ກ້ອນ ອອກ​ຈາກ​ເຂດ​ສັມ ​ປະ​ທານຂອງ​ໂຄງ​ການ​ພັ​ດທ​ະນາ​ນິ​ເວດ​ກະສິ​ກັມ ທັນ​ສໄ​ມ ຄົບ​ວົງ​ຈອ​ນ ແລະ ເຂດ​ພັ​ທ​ນາ​ໂຄງ​ການ​ປູກ​ໄມ້​ເປັນ​ສິນ​ຄ້າ ໃນ​ເນື້ອ​ທີ່ 1,500 ເຮັກ​ຕ້າຣ໌ ຢູ່ ເມືອງ​ສ​ນາມ​ໄຊ ແຂວງ​ອັດ​ຕະ​ປື.

ແຈ້ງ​ການ​ຍັງໄດ້ລະ​ບຸ​ອີກວ່າ: ໃຫ້​ຜແນກ​ກະ​ສິ​ກັມ ແລະ ປ່າ​ໄມ້ ແຂວງ​ອັດ​ຕະ​ປື ເປັນ​ເຈົ້າ​ການ ​ແລະ ນຳ​ສ​ເນີ ຄະ​ນະ​ນຳ​ແຂວງ ແລະ ແຕ່ງ​ຕັ້ງ ຄະ​ນະ​ຮັບ​ຜິດ​ຊອບ ຄຸ້ມ​ຄອງ​ການ​ຂຸດ​ຄົ້ນ​ໄມ້ ຢູ່​ເຂດ​ສັມ​ປະ​ທານ​ຂອງ​ໂຄງ​ການ​ພັ​ດທະ​ນາ​ລະ​ບົບ​ສິ​ເວດ ​ກະ​ສິ​ກັມ​ທັນ​ສ​ໄມ ຄົບ​ວົງ​ຈອນ ແລະ ເຂດ​ພັ​ດທະ​ນາ​ ໂຄງ​ການ​ປູກ​ໄມ້​ເປັນ​ສິນ​ຄ້າ ໃນ​ເນື້​ອ​ທີ່ 1,500 ເຮັກ​ຕ້າຣ໌ ຢູ່ ເມືອງ​ສ​ນາມ​ໄຊ ແຂວງ​ອັດ​ຕະ​ປື.

ເພື່ອ​ເຮັດ​ໜ້າ​ທີ່​ຄຸ້ມ​ຄອງ, ຕິດ​ຕາມ ແລະ ກວດ​ກາ ໃຫ້​ຖືກ​ຕ້ອງ​ຕາມ​ລະ​ບຽບ​ການ, ຮັບ​ປະ​ກັນ ແລະ ຫຼີກ​ເວັ້ນ ບໍ່​ໃຫ່​ມີ​ການ​ສວຍ​ໂອ​ກາດ ລັກ​ລອບ​ຂຸດ​ຄົ້ນ​ໄມ້, ເກັບ​ກູ້ ແລະ ທ້ອນ​ໂຮມ​ໄມ້​ຈາກ​ບ່ອນ​ອື່ນມາ​ຕື່ມ​ໃສ່ ແລະ ຂຸດ​ຄົ້ນນອກ​ເຂ​ດ ໄດ້​ຮັບ​ອະ​ນຸ​ຍາດ ຢ່າງ​ເດັດ​ຂາດ ອີງ​ຕາມ​ແຈ້ງ​ການ.

ນອກ​ຈາກນີ້ ຍັງ​ມີ ຫົວ​ໜ່ວຍ​ທຸ​ຣະ​ກິ​ຈ ລວມ​ທັງ​ໂຮງ​ເຮື່ອຍ ແລະ ບໍ​ຣິ​ສັດ ທີ່​ໄດ້​ຮັບໂຄ່​ຕ້າ ຫຼື ໃບ​ອະ​ນຸ​ຍາດ​ຕັດ​ໄມ້ ເຊິ່ງ​ລວມ​ກັນທັງ​ໝົດແລ້ວ ແຂວງ​ອັດ​ຕະ​ປື ໄດ້​ອະ​ນຸ​ຍາດ​ໃຫ້​ຕັດ​ໄມ້ປະ​ມານ 100,000 ແມັດ​ກ້ອນ ອີງ​ຕາມ​ບຸກ​ຄົນທີ່​ໃກ້​ຊິດ ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ ​ແຂວງ​ອັດ​ຕະ​ປື.