ສັດປ່າ ຫວງຫ້າມ ຖືກລັກລອບ ສົ່ງຂາຍໃຫ້ ຊາວຕ່າງປະເທດ

ຮູບໂຕຢ່າງ, ຊິ້ນສ່ວນ ຂອງສັດປ່າ ທີ່ ຖືກນໍາມາຂາຍ ຕາມຕະຫຼາດ
ຮູບໂຕຢ່າງ, ຊິ້ນສ່ວນ ຂອງສັດປ່າ ທີ່ ຖືກນໍາມາຂາຍ ຕາມຕະຫຼາດ (RFA)

0:00 / 0:00

ທາງການແຂວງບໍ່ແກ້ວ ແລະແຂວງຊຽງຮາຍຂອງໄທຍ ໄດ້ຈັດກອງປະຊຸມຮ່ວມມືສອງຝ່າຍ ເພື່ອປາບປາມການຄ້າຂາຍສັດປ່າ ຜິດກົດໝາຍ ໂດຍສະເພາະລະຫວ່າງຊາຍແດນ ຂອງສອງປະເທດ ໃນມື້ວັນທີ 5 ສິງຫານີ້ ຍ້ອນວ່າ ທີ່ຜ່ານມາຍັງມີ ຂະບວນການລັກລອບ ຄ້າຂາຍສັດປ່າ ຈາກລາວໄປໄທຍ ເພື່ອສົ່ງຕໍ່ໄປປະເທດຈີນຢູ່ ທັງສັດເປັນ ແລະຊິ້ນສ່ວນສັດປ່າ ທີ່ຕ້ອງຫ້າມ ເຊັ່ນ ໝີ, ເສືອ, ລິິ່ນ ເປັນຕົ້ນ.

ປີ 2021 ທີ່ຜ່ານມາ ທາງການແຂວງບໍ່ແກ້ວ ໄດ້ສະກັດກັ້ນບໍ່ໃຫ້ເອົາລູກໝີເປັນ 1 ໂຕ ທີ່ຄົນລາວກໍາລັງຕຣຽມລັກເອົາຂ້າມໄປຝັ່ງໄທຍ ແລະຈະສົ່ງຕໍ່ໄປປະເທດຈີນ, ໄດ້ນໍາຕົວຜູ້ກ່ຽວໄປດໍາເນີນຄະດີ ແລະສົ່ງລູກໝີໃຫ້ສູນ ອະນຸຮັກໝີຢູ່ແຂວງຫລວງພຣະບາງ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງບໍ່ແກ້ວ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 12 ສິງຫານີ້.

" ຜ່ານການສືບສວນ ສອບສວນ ຜ່ານມານີ້ ສ່ວນໃຫຍ່ກໍແມ່ນ ຢາກເອົາເຂົ້າເສືອນ້ອຍຈັ່ງຊີ້ນ່າ. ປີນຶ່ງ, 2 ປີຈະຈັບໄດ້ເທື່ອນຶ່ງ. ມັນມີພວກນາຍທຶນຫັ້ນແຫລະສັ່ງ ພວກຊາວບ້ານນີ້ກະໄປລ້າມາ ປີທີແລ້ວບໍ໋. ເຂົາລັກຂ້າໝີໂຕນຶ່ງບໍ໋ ມັນຍັງບໍ່ຕາຍ ພວກເຮົາຈັບໄດ້ ແລະເຮົາສົ່ງໄປສວນສັດ ຢູ່ຫລວງພຣະບາງນີ້. "

ທ່ານກ່າວຕື່ມວ່າ ເຫິງໆຈຶ່ງຈະຈັບການລັກລອບ ຄ້າສັດປ່າທີ່ວ່ານັ້ນໄດ້ເທື່ອນຶ່ງ, ມັນມີຈໍານວນໜ້ອຍ. ແຕ່ມາໃນປີ 2022 ນີ້ ຍັງກວດບໍ່ພົບຂະບວນການ ລັກຄ້າຂາຍສັດປ່ານັ້ນ ແຕ່ກໍເຊື່ອວ່າຍັງມີຂະບວນການນັ້ນຢູ່ ຊຶ່ງທາງການແຂວງບໍ່ແກ້ວ ແລະແຂວງຊຽງຮາຍຂອງໄທຍ ກໍໄດ້ປະສານງານ ແລະຮ່ວມມືກັນສະກັດກັ້ນ ເພື່ອບໍ່ໃຫ້ພວກລັກຄ້າຂາຍສັດປ່າໜີໄປໄດ້.

" ການກວດກາຮ່ວມກັນເດ໋ ດຽວນີ້ພວກເຮົາໄດ້ສ້າງເປັນລະບົບ ເຄືອຊ່າຍ ຣາຍງານຊຶ່ງກັນ ແລະກັນເດ໋ ສົມມຸດວ່າ ທາງຝັ່ງລາວເນາະ ມັນຕຣຽມຈະຂ້າມຝັ່ງໄທຍບໍ່ ເຮົາກໍໄດ້ແຈ້ງ ສົມມຸດວ່າເມືອງຕົ້ນເຜິ້ງ ກັບຊຽງແສນຈັ່ງຊີ້ນ່າ. "

ກ່ຽວກັບເຣ່ືອງທີ່ວ່ານີ້ ພໍ່ຄ້າຮັບຊື້-ຂາຍຊາກສັດປ່າຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 12 ສິງຫານີ້ວ່າ ຍັງມີການລັກເຮັດກັນຢູ່ ຍ້ອນວ່າມັນໄດ້ເງິນຫລາຍ.

" ສ່ວນຫລາຍຄົນຈີນ ຄົນວຽດນາມ ສັ່ງລິ່ນ. ເຂົາເຈົ້າກໍເອົາໄປເຮັດຢາເດ໋. ເອົາມາແຕ່ປ່າເລີຍ ທັມຊາຕເລີຍ. ໂອ໊ ແຕ່ວ່າກໍໄດ້ລັກເຮັດເດ໊. ເຂົາເຈົ້າກວດ, ເຂົາວ່າໂຕເປັນໆໄປ ໂລ 5 ແສນກີບ ເຂົາກະເອົາເລືອດໄປດອງເຫລົ້າ. ເອົາບີໄປດອງເຫລົ້າ ເກັດມັນຕົກເປັນເງິນບາທໄທຍ ໂລນຶ່ງກໍ 7-8 ພັນ. "

ທ່ານກ່າວຕື່ມວ່າ ສໍາລັບໝີ, ຄົນຈີນ ແລະຄົນວຽດນາມ ແມ່ນນິຍົມກັນຫລາຍ, ໂຕນຶ່ງມີລາຄາບໍ່ຕໍ່າກວ່າ 10,000 ປາຍບາທ, ຮູ້ວ່າເຂົາເຈົ້າລັກລ່າເອົາຢູ່ ຊຶ່ງຢູ່ພາກເໜືອຂອງລາວມີ ເຊັ່ນແຂວງອຸດົມໄຊ, ບໍ່ແກ້ວ ແລະແຂວງໄຊຍະບູຣີ.

" ໂຕໝີສ່ວນຫລາຍ ເຫັນເຂົາໄດ້ລູກມັນ ເຂົາເຈົ້າຍິງແມ່ມັນ ແລ້ວເຂົາເຈົ້າເອົາລູກມັນນ່າ ລູກມັນຍັງນ້ອຍຢູ່ເດ໋. ເຫັນຢູ່ເຂດພາກເໜືອນ່າຍັງຫລາຍ ໂຕໝີນ່າສ່ວນຫລາຍ ເຂົາເຈົ້າຈະເອົາບີ ເອົາໄປເຮັດຢານ່າ ກິນເນື້ອບໍ່ ອັນນີ້ກໍບໍ່ແນ່ໃຈ ຕົກເປັນເງິນໄທຍກໍໝື່ນປາຍ ເຂົາຂາຍຍົກເດ້. ຢູ່ຫັ້ນນ່າ ບໍ່ແກ້ວ, ອຸດົມໄຊ, ຊໍາເໜືອ, ໄຊຍະບູຣີ ຫລາຍ. "

ພໍ່ຄ້າຜູ້ນີ້ເວົ້າວ່າ ເຣື່ອງຊ່ອງທາງການລັກລອບຂົນສັດປ່າ ແລະຊິ້ນສ່ວນສັດປ່າທີ່ຫວງຫ້າມ ອອກຈາກປະເທດລາວໄປຝັ່ງໄທຍ ບາງເທື່ອກໍເອົາຂ້າມນໍ້າຂອງ ໂດຍອາສັຍເຮືອຄົນຮູ້ຈັກກັນ ຫລືຄົນຫາປາຊ່ອຍສົ່ງຂຶ້ນຝັ່ງ ແລ້ວຄົນຝັ່ງໄທຍມາຮັບເອົາໄປຕໍ່.

ພ້ອມກັນນັ້ນ ພໍ່ຄ້າຮັບຊື້-ຂາຍ ຊາກສັດປ່າອີກຜູ້ນຶ່ງກໍເວົ້າວ່າ ນອກຈາກນັ້ນ ຍັງມີການລັກຊື້-ຂາຍ ເຂົາຄວາຍດ່ອນ ໄປປະເທດຈີນ ຊຶ່ງສ່ວນໃຫຍ່ເອົາໄປເຮັດເຄື່ອງປະດັບ, ຄົນຈີນຈະສັ່ງຊື້ ຈາກນາຍໜ້າລາວ, ແຕ່ເຂົາຄວາຍດ່ອນ ຢູ່ລາວຫາຍາກ, ພວກນາຍໜ້າຈະຕິດຕໍ່ຊື້ ມາຈາກໄທຍ ທີ່ມີຫລາຍ ໃນລາຄາກິໂລນຶ່ງແຕ່ 1.5-2 ລ້ານກີບ.

" ຊື້ເຂົາຄວາຍດ່ອນ ນໍາທາງໄທຍ ຢູ່ໄທຍນີ້ມີຫລາຍ, ຫລາຍກວ່າລາວອີກ. ກະເຂັ້ມງວດຄືກັນເດ໋ ຂ້ອຍຊື້ໂລລະ 1.5 ລ້ານ-1.6 ລ້ານກີບຕໍ່ກິໂລ. ຖ້າຄູ່ 2 ໂລຂຶ້ນໄປ ຂ້ອຍຊື້ໂລລະ 1.8-2 ລ້ານ ຂ້ອຍສົ່ງໃຫ້ເຂົາເຈົ້າຢູ່ຈີນ ເຂົາເຈົ້າເອົາໄປເຮັດເຄື່ອງປະດັບ. "

ນອກຈາກເຂົາຄວາຍດ່ອນ ທີ່ນາຍໜ້າລາວຮັບຊື້ ຈາກປະເທດໄທຍ ຂາຍໄປຈີນແລ້ວ, ຄົນວຽດນາມກໍຮັບຊື້ເຂົາກວາງນໍາອີກດ້້ວຍ ຊຶ່ງສ່ວນໃຫຍ່ເອົາໄປປຸງຢາ ແລະເຮັດເຄື່ອງປະດັບ, ແຕ່ກໍຍັງບໍ່ເຫັນວ່າ ເຈົ້າໜ້າທີ່ຈັບຂະບານການນີ້ໄດ້ເທື່ອ.

" ກວາງໃຫຍ່ ສ່ວນຫລາຍຄົນວຽດມັກຊື້. ລາຄາຢູ່ວຽດສູງເດ໋ ຄົນວຽດສ່ວນຫລາຍວ່າມັນເປັນຢາ. ເຂົາເຈົ້າໄປໂຊຕາມເຮືອນນ່າ. ເຣື່ອງຜິດ ກໍຜິດແຕ່ຢູ່ລາວນີ້ຕໍາຣວດຍັງນໍາຈັບ ໃນເຄືອຂ່າຍປະເດັນນີ້ບໍ່ໄດ້ເທື່ອ. "

ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີໄດ້ພະຍາຍາມຕິດຕໍ່ ໄປຫາກອງທຶນສັດປ່າໂລກ ຫລື WWF ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ ແຕ່ບໍ່ສາມາດຕິດຕໍ່ໄດ້.

ອີງຕາມການຣາຍງານ ຂອງກອງປະຊຸມລະຫວ່າງ ແຂວງບໍ່ແກ້ວ ແລະແຂວງຊຽງຮາຍ ຂອງໄທຍ ໃນມື້ວັນທີ 5 ສິງຫານີ້ແລ້ວແມ່ນວ່າ ຢູ່ເມືອງຕົ້ນເຜິ້ງ ໃນປີ 2019 ຢຶດເຂົາກວາງ, ກະດູກແມວ ແລະງາຊ້າງໄດ້ 500 ປາຍກິໂລ, ມູນຄ່າຫລາຍກວ່າ 60,000 ໂດລ້າຣ໌ສະຫະຣັຖ.

ງາຊ້າງທີວ່ານັ້ນ ເຈົ້າໜ້າທີ່ແຂວງບໍ່ແກ້ວທ່ານນຶ່ງ ຜູ້ຂໍສງວນຊື່ ແລະສຽງເວົ້າວ່າ ບໍ່ແມ່ນງາຊ້າງລາວ, ເປັນງາຊ້າງມາຈາກອາຟຣິກາ ເພາະຢູ່ລາວຊ້າງມີໜ້ອຍ.

ການຮ່ວມມືກັນ ລະຫວ່າງລາວ-ໄທຍ ທີ່ວ່ານີ້ ຈະມີການກວດກາເຂັ້ມງວດກວ່າເກົ່າ ໂດຍສະເພາະຣົຖທີ່ຂົນເຄື່ອງໃນຕູ້ຄອນເທນເນີ້ຣ໌ ທີ່ຜ່ານຂົວມິຕພາບລາວ-ໄທແຫ່ງທີ 4.

ສໍາລັບຜູ້ກະທໍາຜິດ ຖານມີສັດປ່າປະເພດຫວງຫ້າມ ໄວ້ໃນຄອບຄອງ ແມ່ນມີຄວາມຜິດ ຕາມປະມວນກົດໝາຍຍາຍາ ມາດຕຣາ 334 ທີ່ລະບຸວ່າ ບຸກຄົນໃດຫາກລັກລອບ ເອົາສັດນໍ້າ-ສັດປ່າ ປະເພດຫວງຫ້າມ ທີ່ຍັງມີຊີວິຕ, ຊາກ ຫລືຊິ້ນສ່ວນ ແລະອະວັຍວະ ຂອງສັດ ເພື່ອຄ້າຂາຍ ຫລືມີໄວ້ໃນຄອບຄອງ ຈະຖືກລົງໂທດຕັດອິສຣະພາບ ແຕ່ 3 ເດືອນ ຫາ 5 ປີ ແລະຖືກປັບໃໝແຕ່ 3 ລ້ານ ຫາ 10 ລ້ານກີບ. ໃນກໍຣະນີ ມີການກະທໍາຜິດເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫລືກໍ່ຄວາມເສັຍຫາຍ ທີ່ມີມູນຄ່າ ແຕ່ 50 ລ້ານກີບຂຶ້ນໄປ ຈະຖືກລົງໂທດຕັດອິສຣະພາບ ແຕ່ 2 ປີ ຫາ 5 ປີ ແລະຈະຖືກປັບໃໝສອງເທົ່າ ຂອງຈໍານວນຄວາມເສັຍຫາຍທັງໝົດ.

ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນປີ 2018 ເຈົ້າໜ້າທີ່ ໄດ້ຍຶດຣົຖບັນທຸກ 4 ຄັນ ທີ່ຂົນຊາກສັດປ່າ ຜິດກົດໝາຍ ຊຶ່ງກໍາລັງຈະຂົນໄປປະເທດໄທຍ ຜ່ານດ່ານທ້ອງຖິ່ນແຫ່ງນຶ່ງ ຢູ່ເມືອງນີ້.